ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ17 ມັງກອນ ໜ້າ 15-19
  • ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເປັນຫຍັງຄວາມຖ່ອມຈຶ່ງສຳຄັນ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ?
  • ຄວາມ​ຖ່ອມ​ກ່ຽວ​ຂ້ອງ​ກັບ​ຫຍັງ?
  • ໜ້າ​ທີ່​ຂອງ​ເຈົ້າ​ໃນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ
  • ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ຖ່ອມ
  • ເປັນຄົນຖ່ອມຢູ່ສະເໝີພາຍໃຕ້ການທົດລອງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ໂຕ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຜູ້ດູແລ​ຂໍ​ໃຫ້​ເຈົ້າ​ຮຽນແບບ​ກິ​ເດ​ໂອນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຫ17 ມັງກອນ ໜ້າ 15-19
ຊາເມືອນ​ຕຳໜິ​ກະສັດ​ຊາອຶລ

ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ

‘ຄວາມ​ປັນຍາ​ຢູ່​ກັບ​ຄົນ​ສຸພາບ [“ຄົນ​ຖ່ອມ,” ທ.ປ.]’—ສຸພາສິດ 11:2

ເພງ: 38, 69

ເຈົ້າ​ອະທິບາຍ​ໄດ້​ບໍ?

  • ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ?

  • ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ຕົວ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

  • ເຮົາ​ຈະ​ພໍ​ໃຈ​ກັບ​ການ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ແນວ​ໃດ?

1, 2. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ປະຕິເສດ​ຊາອຶລ? (ເບິ່ງ​ຮູບ​ທຳອິດ)

ຕອນ​ທີ່​ພະ​ເຢໂຫວາ​ເລືອກ​ຊາອຶລ​ເປັນ​ກະສັດ ລາວ​ເປັນ​ຄົນ​ຖ່ອມ. (1 ຊາເມືອນ 9:1, 2, 21; 10:20-24) ແຕ່​ຫຼັງ​ຈາກ​ໄດ້​ເປັນ​ກະສັດ​ແລ້ວ ລາວ​ກໍ​ກາຍ​ເປັນ​ຄົນ​ທີ່​ເຮັດ​ເກີນ​ສິດ. ມີ​ຄັ້ງ​ໜຶ່ງ​ທີ່​ພວກ​ຟີລີດຕີນ​ຫຼາຍ​ພັນ​ຄົນ​ໄດ້​ມາ​ຕໍ່​ສູ້​ກັບ​ຊາວ​ອິດສະລາແອນ ແລະ​ຜູ້​ພະຍາກອນ​ຊາເມືອນ​ບອກ​ຊາອຶລ​ວ່າ​ລາວ​ຈະ​ມາ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ. ແຕ່​ກ່ອນ​ທີ່​ຊາເມືອນ​ຈະ​ມາ​ຮອດ ຊາວ​ອິດສະລາແອນ​ພາ​ກັນ​ຢ້ານ​ແລະ​ຫຼາຍ​ຄົນ​ໄດ້​ປະ​ຖິ້ມ​ຊາອຶລ. ດັ່ງ​ນັ້ນ ຊາອຶລ​ຈຶ່ງ​ເລີ່ມ​ຂາດ​ຄວາມ​ອົດ​ທົນ ແທນ​ທີ່​ຈະ​ລໍ​ຖ້າ​ຊາເມືອນ ລາວ​ໄດ້​ຖວາຍ​ເຄື່ອງ​ບູຊາ​ດ້ວຍ​ຕົວ​ເອງ. ຊາອຶລ​ບໍ່​ມີ​ສິດ​ເຮັດ​ສິ່ງ​ນີ້​ແລະ​ພະ​ເຢໂຫວາ​ກໍ​ບໍ່​ພໍ​ໃຈ​ລາວ.—1 ຊາເມືອນ 13:5-9

2 ເມື່ອ​ຊາເມືອນ​ມາ​ຮອດ ລາວ​ຕຳໜິ​ຊາອຶລ​ທີ່​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ. ແຕ່​ຊາອຶລ​ຄິດ​ວ່າ​ຕົວ​ເອງ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ລາວ​ພະຍາຍາມ​ຫາ​ຂໍ້​ແກ້​ຕົວ ແລະ​ແມ່ນ​ແຕ່​ໂທດ​ຄົນ​ອື່ນ​ສຳລັບ​ຄວາມ​ຜິດ​ນັ້ນ. (1 ຊາເມືອນ 13:10-14) ນັບ​ຕັ້ງ​ແຕ່​ນັ້ນ​ມາ ຊາອຶລ​ເຮັດ​ຫຼາຍ​ສິ່ງ​ທີ່​ເກີນ​ສິດ​ຂອງ​ຕົວ​ເອງ. ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ປະຕິເສດ​ລາວ​ຈາກ​ການ​ເປັນ​ກະສັດ. (1 ຊາເມືອນ 15:22, 23) ຊີວິດ​ຂອງ​ຊາອຶລ​ເລີ່ມ​ຕົ້ນ​ດີ​ແຕ່​ລົງ​ທ້າຍ​ແບບ​ບໍ່​ດີ.—1 ຊາເມືອນ 31:1-6

3. (ກ) ຫຼາຍ​ຄົນ​ຄິດ​ແນວ​ໃດ​ກ່ຽວ​ກັບ​ຄວາມ​ຖ່ອມ? (ຂ) ເຮົາ​ຈະ​ໄດ້​ຄຳຕອບ​ສຳລັບ​ຄຳຖາມ​ຫຍັງ​ແດ່?

3 ໃນ​ທຸກ​ມື້​ນີ້​ຫຼາຍ​ຄົນ​ຮູ້ສຶກ​ວ່າ​ບໍ່​ສາມາດ​ເປັນ​ຄົນ​ຖ່ອມ​ແລະ​ໃນ​ເວລາ​ດຽວ​ກັນ​ກໍ​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ​ຫຼື​ໃນ​ວຽກ​ງານ. ເຂົາ​ເຈົ້າ​ອວດ​ອ້າງ​ກ່ຽວ​ກັບ​ຕົວ​ເອງ​ເພື່ອ​ໃຫ້ເບິ່ງ​ຄື​ວ່າ​ດີ​ກວ່າ​ຄົນ​ອື່ນ. ຕົວຢ່າງ​ເຊັ່ນ: ນັກ​ສະແດງ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ເຊິ່ງ​ຕໍ່​ມາ​ໄດ້​ກາຍ​ເປັນ​ນັກ​ການ​ເມືອງ​ໄດ້​ເວົ້າ​ວ່າ: “ຄວາມ​ຖ່ອມ​ເປັນ​ຄຳ​ເວົ້າ​ທີ່​ໃຊ້​ກັບ​ຂ້ອຍ​ບໍ່​ໄດ້​ເລີຍ ແລະ​ກໍ​ຫວັງ​ວ່າ​ມັນ​ຈະ​ບໍ່​ເຄີຍ​ໃຊ້​ໄດ້​ກັບ​ຂ້ອຍ.” ແຕ່​ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ​ສຳລັບ​ຄລິດສະຕຽນ? ຄວາມ​ຖ່ອມ​ໝາຍ​ເຖິງ​ຫຍັງ ແລະ​ບໍ່​ໄດ້​ໝາຍ​ເຖິງ​ຫຍັງ? ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ເຫຼົ່າ​ນີ້ ແລະ​ໃນ​ບົດ​ຄວາມ​ຕໍ່​ໄປ​ເຮົາ​ຈະ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ແມ່ນ​ແຕ່​ເມື່ອ​ການ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ເລື່ອງ​ຍາກ.

ເປັນ​ຫຍັງ​ຄວາມ​ຖ່ອມ​ຈຶ່ງ​ສຳຄັນ?

4. ການ​ເຮັດ​ເກີນ​ສິດ​ແມ່ນ​ຫຍັງ?

4 ຄຳພີ​ໄບເບິນ​ບອກ​ວ່າ​ການ​ເຮັດ​ເກີນ​ສິດ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຖ່ອມ. (ອ່ານ​ສຸພາສິດ 11:2) ດາວິດ​ອ້ອນ​ວອນ​ພະ​ເຢໂຫວາ​ວ່າ: ‘ຂໍ​ຫ້າມ​ຜູ້​ຮັບໃຊ້​ຂອງ​ພະອົງ​ບໍ່​ໃຫ້​ເຮັດ​ເກີນ​ສິດ.’ (ຄຳເພງ 19:13, ລ.ມ.) ການ​ເຮັດ​ເກີນ​ສິດ​ແມ່ນ​ຫຍັງ? ແມ່ນ​ການ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ບໍ່​ມີ​ສິດ​ຫຼື​ບໍ່​ມີ​ອຳນາດ​ທີ່​ຈະ​ເຮັດ ບາງ​ເທື່ອ​ອາດ​ເປັນ​ຍ້ອນ​ເຮົາ​ຂາດ​ຄວາມ​ອົດ​ທົນ​ຫຼື​ເປັນ​ຄົນ​ຍິ່ງ. ເຮົາ​ທຸກ​ຄົນ​ບໍ່​ສົມບູນ​ແບບ ບາງ​ຄັ້ງ​ເຮົາ​ກໍ​ເຮັດ​ເກີນ​ສິດ​ຂອງ​ຕົວ​ເອງ. ແຕ່​ຕາມ​ທີ່​ຮຽນ​ຮູ້​ຈາກ​ຕົວຢ່າງ​ຂອງ​ກະສັດ​ຊາອຶລ ຖ້າ​ເລື່ອງ​ນີ້​ກາຍ​ເປັນ​ນິດໄສ​ຂອງ​ເຮົາ ແນ່ນອນ​ວ່າ​ພະ​ເຢໂຫວາ​ຈະ​ບໍ່​ພໍ​ໃຈ. ຄຳເພງ 119:21 ບອກ​ວ່າ: ພະ​ເຢໂຫວາ​ຈະ “ຕິຕຽນ​ຄົນ​ຈອງຫອງ.” ເປັນ​ຫຍັງ​ພະອົງ​ຈຶ່ງ​ເຮັດ​ແບບ​ນັ້ນ?

ເຮົາ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ​ເມື່ອ​ເຮົາ​ເປັນ​ຄົນ​ຖ່ອມ

5. ເປັນ​ຫຍັງ​ການ​ເຮັດ​ເກີນ​ສິດ​ຈຶ່ງ​ເປັນ​ຄວາມ​ຜິດ​ຮ້າຍແຮງ?

5 ທຳອິດ ຖ້າ​ເຮົາ​ເຮັດ​ເກີນ​ສິດ ເຮົາ​ກໍ​ກຳລັງ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພະ​ເຢໂຫວາ​ເພາະ​ພະອົງ​ເປັນ​ພະເຈົ້າ​ແລະ​ເປັນ​ຜູ້​ປົກຄອງ​ເຮົາ. ທີ​ສອງ ເມື່ອ​ເຮົາ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ ເຮົາ​ອາດ​ຈະ​ຜິດ​ຖຽງ​ແລະ​ບໍ່​ເຫັນ​ດີ​ກັບ​ຄົນ​ອື່ນ. (ສຸພາສິດ 13:10) ແລະ​ທີ​ສາມ ເຮົາ​ອາດ​ເບິ່ງ​ຄື​ຄົນ​ໂງ່​ເມື່ອ​ຄົນ​ອື່ນ​ຮູ້​ວ່າ​ເຮົາ​ເຮັດ​ເກີນ​ສິດ​ຂອງ​ເຮົາ. (ລືກາ 14:8, 9) ນີ້​ເປັນ​ເຫດຜົນ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເປັນ​ຄົນ​ຖ່ອມ.

ຄວາມ​ຖ່ອມ​ກ່ຽວ​ຂ້ອງ​ກັບ​ຫຍັງ?

6, 7. ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ຕົວ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

6 ຄວາມ​ຖ່ອມ​ແລະ​ຄວາມ​ຈຽມ​ຕົວ​ກ່ຽວ​ຂ້ອງ​ກັນ​ຢ່າງ​ໃກ້​ຊິດ. ຄລິດສະຕຽນ​ທີ່​ຖ່ອມ​ຈະ​ບໍ່​ພູມ​ໃຈ​ໃນ​ຕົວ​ເອງ​ແຕ່​ຈະ​ຖື​ວ່າ​ຄົນ​ອື່ນ​ດີ​ກວ່າ​ລາວ. (ຟີລິບ 2:3) ຕາມ​ປົກກະຕິ​ແລ້ວ​ຄົນ​ຖ່ອມ​ຈະ​ເປັນ​ຄົນ​ທີ່​ຈຽມ​ຕົວ​ນຳ​ອີກ. ລາວ​ຈະ​ສຳນຶກ​ວ່າ​ຕົວ​ເອງ​ມີ​ຂີດ​ຈຳກັດ​ແລະ​ຖ່ອມ​ໃຈ​ຍອມ​ຮັບ​ຄວາມ​ຜິດ​ພາດ​ຂອງ​ຕົວ​ເອງ. ລາວ​ເຕັມ​ໃຈ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ຄົນ​ອື່ນ​ແລະ​ຮຽນ​ຮູ້​ຈາກ​ເຂົາ​ເຈົ້າ. ຄົນ​ທີ່​ຖ່ອມ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ແທ້ໆ.

7 ຄຳພີ​ໄບເບິນ​ສະແດງ​ໃຫ້​ເຫັນ​ວ່າ​ຄົນ​ຖ່ອມ​ຮູ້ຈັກ​ຕົວ​ເອງ​ແລະ​ສຳນຶກ​ວ່າ​ມີ​ບາງ​ສິ່ງ​ທີ່​ລາວ​ເຮັດ​ບໍ່​ໄດ້​ຫຼື​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຮັດ. ການ​ສຳນຶກ​ແບບ​ນີ້​ຊ່ວຍ​ໃຫ້​ລາວ​ນັບຖື​ຄົນ​ອື່ນ​ແລະ​ປະຕິບັດ​ກັບ​ເຂົາ​ເຈົ້າ​ຢ່າງ​ກະລຸນາ.

8. ເພື່ອ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ ເຮົາ​ຄວນ​ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໃດ?

8 ເຮົາ​ອາດ​ເລີ່ມ​ຄິດ​ແບບ​ເກີນ​ສິດ​ໂດຍ​ທີ່​ບໍ່​ສຳນຶກ​ຕົວ​ຊ້ຳ. ເລື່ອງ​ນີ້​ອາດ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ເຮົາ​ອາດ​ເລີ່ມ​ຮູ້ສຶກ​ວ່າ​ຕົວ​ເອງ​ສຳຄັນ​ຫຼາຍ​ກວ່າ​ຄົນ​ອື່ນ​ຍ້ອນ​ເຮົາ​ຫຼື​ຄົນ​ທີ່​ເຮົາ​ຮູ້ຈັກ​ດີ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ບາງ​ຢ່າງ​ໃນ​ປະຊາຄົມ. (ໂລມ 12:16) ນອກ​ຈາກ​ນັ້ນ ເຮົາ​ອາດ​ເລີ່ມ​ສົນ​ໃຈ​ໃນ​ຕົວ​ເອງ​ຫຼາຍ​ເກີນ​ໄປ. (1 ຕີໂມເຕ 2:9, 10) ເຮົາ​ອາດ​ເຖິງ​ຂັ້ນ​ເລີ່ມ​ບອກ​ຄົນ​ອື່ນ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຄວນ​ເຮັດ​ແລະ​ບໍ່​ຄວນ​ເຮັດ.—1 ໂກລິນໂທ 4:6

9. ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ກາຍ​ເປັນ​ຄົນ​ເຮັດ​ເກີນ​ສິດ? ໃຫ້​ຍົກ​ຕົວຢ່າງ.

9 ເຮົາ​ອາດ​ເລີ່ມ​ປະພຶດ​ແບບ​ເກີນ​ສິດ​ຖ້າ​ເຮົາ​ບໍ່​ຄວບຄຸມ​ຄວາມ​ຕ້ອງການ​ທີ່​ຜິດໆຂອງ​ເຮົາ. ຫຼາຍ​ຄົນ​ກາຍ​ເປັນ​ຄົນ​ທີ່​ເຮັດ​ເກີນ​ສິດ​ຍ້ອນ​ເຂົາ​ເຈົ້າ​ຢາກ​ໄດ້​ກຽດຕິຍົດ​ສຳລັບ​ຕົວ​ເອງ ອິດສາ​ຄົນ​ອື່ນ ຫຼື​ບໍ່​ຄວບຄຸມ​ຄວາມ​ໃຈ​ຮ້າຍ​ຂອງ​ຕົວ​ເອງ. ສິ່ງ​ນີ້​ເກີດ​ຂຶ້ນ​ກັບ​ບາງ​ຄົນ​ເຊິ່ງ​ຄຳພີ​ໄບເບິນ​ກ່າວ​ເຖິງ ເຊັ່ນ: ອາບ​ຊະໂລມ ໂອເຊຍເຊ ແລະ​ເນບຶກາດເນດຊາຣ. ພະ​ເຢໂຫວາ​ບອກ​ເຂົາ​ເຈົ້າ​ຢ່າງ​ຊັດເຈນ​ວ່າ​ເຂົາ​ເຈົ້າ​ຕ້ອງ​ເປັນ​ຄົນ​ຖ່ອມ.—2 ຊາເມືອນ 15:1-6; 18:9-17; 2 ຂ່າວຄາວ 26:16-21; ດານຽນ 5:18-21

10. ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ຕັດສິນ​ແຮງ​ຈູງ​ໃຈ​ຂອງ​ຄົນ​ອື່ນ? ໃຫ້​ຍົກ​ຕົວຢ່າງ.

10 ຍັງ​ມີ​ເຫດຜົນ​ອື່ນ​ອີກ​ທີ່​ອາດ​ເຮັດ​ໃຫ້​ຄົນ​ເຮົາ​ບໍ່​ຖ່ອມ​ຕົວ​ໃນ​ບາງ​ຄັ້ງ. ໃຫ້​ຄິດ​ເຖິງ​ຕົວຢ່າງ​ຂອງ​ອາບີເມເລກແລະ​ເປໂຕ. (ຕົ້ນເດີມ 20:2-7; ມັດທາຍ 26:31-35) ທັງ​ສອງ​ຄົນ​ນີ້​ເຮັດ​ເກີນ​ສິດ​ບໍ? ຫຼື​ເປັນ​ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່​ຮູ້ຈັກ​ຄວາມ​ເປັນ​ຈິງ​ທັງ​ໝົດ​ຫຼື​ເຮັດ​ໂດຍ​ບໍ່​ໄດ້​ຄິດ? ເນື່ອງ​ຈາກ​ເຮົາ​ອ່ານ​ຫົວໃຈ​ຄົນ​ບໍ່​ໄດ້ ດັ່ງ​ນັ້ນ ເຮົາ​ຈຶ່ງ​ບໍ່​ຄວນ​ຕັດສິນ​ແຮງ​ຈູງ​ໃຈ​ຂອງ​ຄົນ​ອື່ນ.—ອ່ານ​ຢາໂກໂບ 4:12

ໜ້າ​ທີ່​ຂອງ​ເຈົ້າ​ໃນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ

11. ເຮົາ​ຕ້ອງ​ເຂົ້າ​ໃຈ​ໃນ​ເລື່ອງ​ໃດ?

11 ຄົນ​ທີ່​ຖ່ອມ​ຈະ​ເຂົ້າ​ໃຈ​ໜ້າ​ທີ່​ຂອງ​ຕົນ​ເອງ​ໃນ​ການ​ຈັດ​ຕຽມ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ມີ​ລະບຽບ ດັ່ງ​ນັ້ນ ພະອົງ​ຈຶ່ງ​ມອບ​ໜ້າ​ທີ່​ໃຫ້​ແຕ່​ລະ​ຄົນ ແລະ​ທຸກ​ຄົນ​ກໍ​ມີ​ຄວາມ​ສຳຄັນ​ໃນ​ປະຊາຄົມ. ພະ​ເຢໂຫວາ​ໃຫ້​ເຮົາ​ແຕ່​ລະ​ຄົນ​ມີ​ຄວາມ​ຊຳນານ ພອນ​ສະຫວັນ ຫຼື​ຄວາມ​ສາມາດ​ທີ່​ແຕກຕ່າງ​ກັນ ແລະ​ພະອົງ​ປ່ອຍ​ໃຫ້​ເຮົາ​ເລືອກ​ເອົາ​ເອງ​ວ່າ​ຈະ​ໃຊ້​ສິ່ງ​ເຫຼົ່າ​ນີ້​ແນວ​ໃດ. ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ ເຮົາ​ຈະ​ໃຊ້​ຄວາມ​ສາມາດ​ເຫຼົ່າ​ນີ້​ໃນ​ແບບ​ທີ່​ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ໃຊ້. (ໂລມ 12:4-8) ເຮົາ​ສຳນຶກ​ວ່າ​ພະ​ເຢໂຫວາ​ຄາດ​ໝາຍ​ໃຫ້​ເຮົາ​ໃຊ້​ຄວາມ​ສາມາດ​ເຫຼົ່າ​ນີ້​ເພື່ອ​ສັນລະເສີນ​ພະອົງ​ແລະ​ຊ່ວຍ​ຄົນ​ອື່ນ.—ອ່ານ 1 ເປໂຕ 4:10

ພະ​ເຍຊູ​ຊ່ວຍ​ໃນ​ການ​ສ້າງ ເກີດ​ເປັນ​ມະນຸດ, ສອນ​ພວກ​ລູກ​ສິດ ຕາຍ​ເປັນ​ຄ່າໄຖ່ ແລະ​ປົກຄອງ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ

ເມື່ອ​ວຽກ​ມອບ​ໝາຍ​ຂອງ​ເຮົາ​ປ່ຽນ​ແປງ ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ພະ​ເຍຊູ? (ເບິ່ງ​ຂໍ້ 12-14)

12, 13. ເຮົາ​ຄວນ​ຈື່​ຫຍັງ​ໄວ້​ຖ້າ​ເຮົາ​ປະສົບ​ກັບ​ການ​ປ່ຽນ​ແປງ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ?

12 ເມື່ອ​ເວລາ​ຜ່ານ​ໄປ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ອາດ​ປ່ຽນ​ແປງ​ໄດ້. ເພື່ອ​ເປັນ​ຕົວຢ່າງ ໃຫ້​ຄິດ​ເຖິງ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ທີ່​ພະ​ເຍຊູ​ປະສົບ. ທຳອິດ​ພະອົງ​ຢູ່​ກັບ​ພໍ່​ຕາມ​ລຳພັງ. (ສຸພາສິດ 8:22) ຕໍ່​ມາ​ພະອົງ​ໄດ້​ຊ່ວຍ​ພະ​ເຢໂຫວາ​ສ້າງ​ທູດ​ສະຫວັນ ເອກະພົບ ແລະ​ມະນຸດ. (ໂກໂລດ 1:16) ຈາກ​ນັ້ນ​ພະອົງ​ກໍ​ຖືກ​ສົ່ງ​ມາ​ໂລກ​ນີ້ ແລະ​ເກີດ​ເປັນ​ມະນຸດ ແລ້ວ​ເຕີບໂຕ​ເປັນ​ຜູ້​ໃຫຍ່. (ຟີລິບ 2:7) ຫຼັງ​ຈາກ​ເສຍ​ຊີວິດ ພະ​ເຍຊູ​ໄດ້​ກັບ​ຄືນ​ໄປ​ສະຫວັນ ແລະ​ໃນ​ປີ 1914 ພະອົງ​ໄດ້​ກາຍ​ເປັນ​ກະສັດ​ໃນ​ລາຊະອານາຈັກ​ຂອງ​ພະເຈົ້າ. (ເຫບເລີ 2:9) ໃນ​ອະນາຄົດ ຫຼັງ​ຈາກ​ທີ່​ປົກຄອງ​ເປັນ​ກະສັດ​ໃນ​ເວລາ​ໜຶ່ງ​ພັນ​ປີ ພະ​ເຍຊູ​ຈະ​ມອບ​ລາຊະອານາຈັກ​ຄືນ​ໃຫ້​ພະ​ເຢໂຫວາ ເພື່ອ “ພະເຈົ້າ​ຈະ​ເປັນ​ທຸກ​ສິ່ງ​ທຸກ​ຢ່າງ​ສຳລັບ​ທຸກ​ຄົນ.”—1 ໂກລິນໂທ 15:28, ລ.ມ.

13 ເຮົາ​ກໍ​ເຊັ່ນ​ກັນ​ອາດ​ປະສົບ​ກັບ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​ໃນ​ຊີວິດ. ບາງ​ເທື່ອ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ອາດ​ປ່ຽນ​ແປງ​ຍ້ອນ​ການ​ຕັດສິນ​ໃຈ​ຂອງ​ເຮົາ​ເອງ. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ເປັນ​ໂສດ​ແລະ​ຕັດສິນ​ໃຈ​ທີ່​ຈະ​ແຕ່ງ​ດອງ ຫຼື​ເຮົາ​ອາດ​ມີ​ລູກ. ຕໍ່​ມາ​ເຮົາ​ອາດ​ຕັດສິນ​ໃຈ​ທີ່​ຈະ​ປ່ຽນ​ແປງ​ບາງ​ຢ່າງ​ເພື່ອ​ຈະ​ຮັບໃຊ້​ພະ​ເຢໂຫວາ​ໃນ​ແບບ​ເຕັມ​ເວລາ. ບາງ​ເທື່ອ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ອາດ​ປ່ຽນ​ແປງ​ຍ້ອນ​ສະພາບການ​ຂອງ​ເຮົາ​ເອງ. ເຮົາ​ອາດ​ເຮັດ​ໄດ້​ຫຼາຍ​ຂຶ້ນ​ຫຼື​ອາດ​ເຮັດ​ໄດ້​ໜ້ອຍ​ລົງ. ແຕ່​ບໍ່​ວ່າ​ເຮົາ​ຈະ​ໜຸ່ມ​ຫຼື​ເຖົ້າ​ແລ້ວ ສຸຂະພາບ​ດີ​ຫຼື​ບໍ່​ດີ ພະ​ເຢໂຫວາ​ຮູ້​ວ່າ​ເຮົາ​ແຕ່​ລະ​ຄົນ​ສາມາດ​ຮັບໃຊ້​ພະອົງ​ໄດ້​ສ່ຳ​ໃດ. ພະອົງ​ບໍ່​ໄດ້​ຄາດ​ໝາຍ​ຫຼາຍ​ເກີນ​ກວ່າ​ທີ່​ເຮົາ​ເຮັດ​ໄດ້ ແລະ​ພະອົງ​ມີ​ຄວາມ​ສຸກ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ພະອົງ.—ເຫບເລີ 6:10

14. ຄວາມ​ຖ່ອມ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ພໍ​ໃຈ​ແລະ​ມີ​ຄວາມ​ສຸກ​ໃນ​ທຸກໆສະພາບການ?

14 ພະ​ເຍຊູ​ມີ​ຄວາມ​ສຸກ​ຫຼາຍ​ກັບ​ວຽກ​ງານ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ພະອົງ​ເຮັດ ແລະ​ເຮົາ​ກໍ​ສາມາດ​ມີ​ຄວາມສຸກ​ກັບ​ວຽກ​ມອບ​ໝາຍ​ຂອງ​ເຮົາ​ເຊັ່ນ​ກັນ. (ສຸພາສິດ 8:30, 31) ຄົນ​ທີ່​ຖ່ອມ​ຈະ​ພໍ​ໃຈ​ກັບ​ວຽກ​ມອບ​ໝາຍ​ແລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ປະຊາຄົມ. ລາວ​ບໍ່​ໄດ້​ຈົດຈໍ່​ໃນ​ສິ່ງ​ທີ່​ຄົນ​ອື່ນ​ກຳລັງ​ເຮັດ ແຕ່​ລາວ​ພໍ​ໃຈ​ກັບ​ໜ້າ​ທີ່​ຂອງ​ຕົນ​ໃນ​ອົງການ​ຂອງ​ພະເຈົ້າ ເພາະ​ລາວ​ຖື​ວ່າ​ວຽກ​ນັ້ນ​ມາ​ຈາກ​ພະ​ເຢໂຫວາ. ຄົນ​ທີ່​ຖ່ອມ​ຍັງ​ນັບຖື​ຄົນ​ອື່ນ​ແລະ​ມີ​ຄວາມ​ສຸກ​ທີ່​ໄດ້​ສະໜັບສະໜູນ​ເຂົາ​ເຈົ້າ ເພາະ​ລາວ​ສຳນຶກ​ວ່າ​ພະ​ເຢໂຫວາ​ກໍ​ມອບ​ໝາຍ​ໜ້າ​ທີ່​ໃຫ້​ຄົນ​ເຫຼົ່າ​ນີ້​ເຊັ່ນ​ກັນ.—ໂລມ 12:10

ຄວາມ​ຄິດ​ທີ່​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ຖ່ອມ

15. ເຮົາ​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ເຄເດໂອນ?

15 ເຄເດໂອນ​ເປັນ​ຕົວຢ່າງ​ທີ່​ດີ​ຫຼາຍ​ໃນ​ເລື່ອງ​ຂອງ​ຄວາມ​ຖ່ອມ. ເມື່ອ​ພະ​ເຢໂຫວາ​ມອບ​ໝາຍ​ໃຫ້​ລາວ​ຊ່ວຍ​ຊາວ​ອິດສະລາແອນ​ຈາກ​ພວກ​ມາດຢານ ເຄເດໂອນ​ເວົ້າ​ວ່າ: ‘ວົງ​ຕະກູນ​ຂອງ​ຂ້າ​ນ້ອຍ​ກໍ​ນ້ອຍ​ທີ່​ສຸດ​ໃນ​ຕະກູນ​ມານາເຊ ແລະ​ຕົວ​ຂ້າ​ນ້ອຍ​ຍັງ​ບໍ່​ແມ່ນ​ຄົນ​ທີ່​ໂດດ​ເດັ່ນ​ໃນ​ບ້ານ​ຂອງ​ພໍ່.’ (ຜູ້ຕັດສິນ 6:15, ລ.ມ.) ແຕ່​ເຄເດໂອນ​ໄວ້​ວາງໃຈ​ພະ​ເຢໂຫວາ​ແລະ​ຍອມ​ຮັບ​ເອົາ​ວຽກ​ມອບ​ໝາຍ​ນັ້ນ. ຈາກ​ນັ້ນ​ລາວ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ໄດ້​ເຂົ້າ​ໃຈ​ແທ້ໆໃນ​ສິ່ງ​ທີ່​ພະ​ເຢໂຫວາ​ຮຽກ​ຮ້ອງ​ໃຫ້​ລາວ​ເຮັດ ແລະ​ເຄເດໂອນ​ໄດ້​ອະທິດຖານ​ຂໍ​ການ​ຊີ້​ນຳ​ຈາກ​ພະອົງ. (ຜູ້ຕັດສິນ 6:36-40) ເຄເດໂອນ​ເປັນ​ຄົນ​ທີ່​ແຂງແຮງ​ແລະ​ກ້າຫານ ແຕ່​ກໍ​ສຸຂຸມ​ແລະ​ລະ​ມັດ​ລະວັງ​ຕົວ​ນຳ​ອີກ. (ຜູ້ຕັດສິນ 6:11, 27) ຕໍ່​ມາ​ເມື່ອ​ປະຊາຊົນ​ຢາກ​ໃຫ້​ລາວ​ປົກຄອງ​ເຂົາ​ເຈົ້າ ລາວ​ໄດ້​ປະຕິເສດ. ຫຼັງ​ຈາກ​ເຮັດ​ວຽກ​ມອບ​ໝາຍ​ຂອງ​ພະ​ເຢໂຫວາ​ສຳເລັດ​ແລ້ວ ເຄເດໂອນ​ກໍ​ກັບ​ເມືອ​ບ້ານ.—ຜູ້ຕັດສິນ 8:22, 23, 29

16, 17. ຄົນ​ຖ່ອມ​ຈະ​ກ້າວ​ໜ້າ​ໄດ້​ແນວ​ໃດ?

16 ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ຍອມ​ຮັບ​ເອົາ​ວຽກ​ມອບ​ໝາຍ​ໃໝ່​ຫຼື​ຢາກ​ເຮັດ​ຫຼາຍ​ຂຶ້ນ​ໃນ​ປະຊາຄົມ ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ລາວ​ບໍ່​ເປັນ​ຄົນ​ຖ່ອມ. ຄຳພີ​ໄບເບິນ​ບອກ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຢາກ​ຮັບໃຊ້​ພີ່​ນ້ອງ​ຫຼາຍ​ຂຶ້ນ​ອີກ​ແລະ​ພັດທະນາ​ຫຼື​ເຮັດ​ຄວາມ​ກ້າວ​ໜ້າ. (1 ຕີໂມເຕ 4:13-15) ແຕ່​ເຮົາ​ຕ້ອງ​ມີ​ວຽກ​ມອບ​ໝາຍ​ໃໝ່​ບໍ​ຈຶ່ງ​ຈະ​ກ້າວ​ໜ້າ​ໄດ້? ບໍ່​ແມ່ນ. ເຮົາ​ທຸກ​ຄົນ​ສາມາດ​ປັບ​ປຸງ​ຕໍ່ໆໄປ​ໃນ​ເລື່ອງ​ນິດໄສ​ໃຈ​ຄໍ​ແບບ​ຄລິດສະຕຽນ​ແລະ​ຄວາມ​ສາມາດ​ຕ່າງໆທີ່​ພະ​ເຢໂຫວາ​ໃຫ້​ເຮົາ ເພື່ອ​ເຮົາ​ຈະ​ຮັບໃຊ້​ພະອົງ​ໄດ້​ດີ​ຂຶ້ນ​ແລະ​ຊ່ວຍ​ຄົນ​ອື່ນ​ນຳ.

17 ກ່ອນ​ຈະ​ຮັບ​ເອົາ​ວຽກ​ມອບ​ໝາຍ​ໃດ​ໜຶ່ງ ຄົນ​ທີ່​ຖ່ອມ​ຈະ​ພະຍາຍາມ​ຊອກ​ຮູ້​ວ່າ​ວຽກ​ນັ້ນ​ຮຽກ​ຮ້ອງ​ສິ່ງ​ໃດ​ຈາກ​ລາວ. ລາວ​ຈະ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນັ້ນ​ແລະ​ພິຈາລະນາ​ຢ່າງ​ຮອບຄອບ​ວ່າ​ລາວ​ມີ​ຄວາມ​ສາມາດ​ທີ່​ຈະ​ເຮັດ​ວຽກ​ນັ້ນ​ຫຼື​ບໍ່. ລາວ​ຍັງ​ຈະ​ເບິ່ງ​ວ່າ​ຕົວ​ເອງ​ມີ​ເວລາ​ແລະ​ກຳລັງ​ພໍ​ບໍ​ເພື່ອ​ເຮັດ​ສິ່ງ​ອື່ນ​ທີ່​ສຳຄັນ​ກວ່າ? ຄົນ​ອື່ນ​ສາມາດ​ເຮັດ​ວຽກ​ທີ່​ລາວ​ກຳລັງ​ເຮັດ​ໃນ​ຕອນ​ນີ້​ໄດ້​ບໍ? ຫຼັງ​ຈາກ​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້ ຄົນ​ທີ່​ຖ່ອມ​ອາດ​ຕັດສິນ​ໃຈ​ວ່າ​ລາວ​ບໍ່​ສາມາດ​ເບິ່ງ​ແຍງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃໝ່​ນີ້​ໄດ້​ດີ. ຖ້າ​ເຮົາ​ຖ່ອມ ເຮົາ​ອາດ​ປະຕິເສດ​ວຽກ​ນີ້.

18. (ກ) ຄົນ​ຖ່ອມ​ຈະ​ເຮັດ​ຫຍັງ​ເມື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່? (ຂ) ໂລມ 12:3 ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ຖ່ອມ?

18 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ ‘ທຽວ​ໄປ​ນຳ​ພະອົງ​ດ້ວຍ​ໃຈ​ຖ່ອມ.’ (ມີເກ 6:8) ດັ່ງ​ນັ້ນ ເມື່ອ​ໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່ ເຮົາ​ຈະ​ຊອກ​ຫາ​ການ​ຊີ້​ນຳ​ແລະ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ ຄື​ກັບ​ທີ່​ເຄເດໂອນ​ໄດ້​ຂໍ​ຈາກ​ພະອົງ. ເຮົາ​ຕ້ອງ​ຄິດ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ​ແລະ​ທາງ​ອົງການ​ຂອງ​ພະອົງ. ໃຫ້​ເຮົາ​ຈື່​ໄວ້​ວ່າ​ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ເຮັດ​ໄດ້​ໃນ​ການ​ຮັບໃຊ້​ພະ​ເຢໂຫວາ​ບໍ່​ແມ່ນ​ຍ້ອນ​ຄວາມ​ສາມາດ​ຂອງ​ເຮົາ ແຕ່​ແມ່ນ​ຍ້ອນ​ພະອົງ​ຖ່ອມ​ແລະ​ເຕັມ​ໃຈ​ຊ່ວຍ​ເຮົາ. (ຄຳເພງ 18:35) ຄົນ​ຖ່ອມ​ຈະ​ບໍ່ “ຄຶດ​ຕົວ​ເປັນ​ໃຫຍ່​ເກີນ​ທີ່​ສົມຄວນ​ຈະ​ຄຶດ.”—ອ່ານ​ໂລມ 12:3

19. ເປັນ​ຫຍັງ​ເຮົາ​ຄວນ​ເປັນ​ຄົນ​ຖ່ອມ?

19 ຄົນ​ຖ່ອມ​ຮູ້​ວ່າ​ພະ​ເຢໂຫວາ​ຜູ້​ດຽວ​ເທົ່າ​ນັ້ນ​ສົມຄວນ​ໄດ້​ຮັບ​ຄຳ​ສັນລະເສີນ​ທຸກ​ຢ່າງ ເພາະ​ພະອົງ​ເປັນ​ຜູ້​ສ້າງ​ແລະ​ຜູ້​ສູງ​ສຸດ​ໃນ​ເອກະພົບ. (ຄຳປາກົດ 4:11) ຖ້າ​ເຮົາ​ຖ່ອມ ເຮົາ​ຈະ​ມີ​ຄວາມ​ສຸກ​ໃນ​ສິ່ງ​ທີ່​ເຮົາ​ເຮັດ​ເພື່ອ​ຮັບໃຊ້​ພະ​ເຢໂຫວາ. ເຮົາ​ຈະ​ນັບຖື​ຄວາມ​ຮູ້ສຶກ​ແລະ​ຄວາມ​ຄິດ​ເຫັນ​ຂອງ​ພີ່​ນ້ອງ​ຮ່ວມ​ຄວາມ​ເຊື່ອ ແລະ​ຜົນ​ກໍ​ຄື ເຮົາ​ຈະ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ. ຄົນ​ຖ່ອມ​ຈະ​ຄິດ​ຢ່າງ​ຮອບຄອບ​ກ່ອນ​ເຮັດ​ບາງ​ສິ່ງ ແລະ​ການ​ເຮັດ​ແບບ​ນີ້​ຈະ​ຊ່ວຍ​ລາວ​ໃຫ້​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ຮ້າຍແຮງ. ພະ​ເຢໂຫວາ​ພໍ​ໃຈ​ຫຼາຍ​ກັບ​ຄົນ​ທີ່​ຖ່ອມ. ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ເຫັນ​ວ່າ​ຄວາມ​ຖ່ອມ​ສຳຄັນ​ຫຼາຍ​ຕໍ່​ປະຊາຊົນ​ຂອງ​ພະເຈົ້າ. ໃນ​ບົດ​ຄວາມ​ຕໍ່​ໄປ ເຮົາ​ຈະ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ເປັນ​ຄົນ​ຖ່ອມ​ຢູ່​ສະເໝີ​ແມ່ນ​ແຕ່​ເມື່ອ​ການ​ເຮັດ​ແບບ​ນັ້ນ​ອາດ​ເປັນ​ເລື່ອງ​ຍາກ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌