ຄວາມຈິງບໍ່ໄດ້ນຳເອົາຄວາມສະຫງົບສຸກມາໃຫ້ແຕ່ເອົາ “ດາບ” ມາໃສ່
“ຢ່າຄຶດວ່າເຮົາໄດ້ເອົາຄວາມສຸກສຳລານ [“ສະຫງົບສຸກ,” ລ.ມ.] ມາໃສ່ທີ່ແຜ່ນດິນໂລກ ເຮົາໄດ້ເອົາບໍ່ໃຊ່ຄວາມສຸກສຳລານ ແຕ່ວ່າ [ເອົາ] ດາບມາໃສ່.”—ມັດທາຍ 10:34, ລ.ມ.
ເພງ: 123, 128
1, 2. (ກ) ສັນຕິສຸກແບບໃດທີ່ເຮົາມີໃນຕອນນີ້? (ຂ) ເປັນຫຍັງໃນຕອນນີ້ເຮົາຈຶ່ງບໍ່ສາມາດມີສັນຕິສຸກໄດ້ຢ່າງເຕັມທີ? (ເບິ່ງຮູບທຳອິດ)
ເຮົາທຸກຄົນຢາກມີຊີວິດທີ່ສະຫງົບສຸກແລະບໍ່ມີຄວາມອຸກໃຈ. ເຮົາຈຶ່ງຂອບໃຈພະເຢໂຫວາແທ້ໆທີ່ພະອົງໃຫ້ເຮົາມີ “ສັນຕິສຸກຂອງພະເຈົ້າ.” ສັນຕິສຸກນີ້ເປັນຄວາມສະຫງົບໃຈທີ່ຊ່ວຍເຮົາບໍ່ໃຫ້ມີຄວາມຄິດແລະຄວາມຮູ້ສຶກທີ່ບໍ່ດີ. (ຟີລິບ 4:6, 7, ລ.ມ.) ຍ້ອນວ່າເຮົາອຸທິດຕົວໃຫ້ກັບພະເຢໂຫວາ ເຮົາຈຶ່ງມີ “ສັນຕິສຸກກັບພະເຈົ້າ” ເຊິ່ງໝາຍເຖິງສາຍສຳພັນທີ່ດີທີ່ເຮົາມີຕໍ່ພະອົງ.—ໂລມ 5:1, ທ.ປ.
2 ແນວໃດກໍຕາມ ຕອນນີ້ຍັງບໍ່ເຖິງເວລາທີ່ພະເຈົ້າຈະເຮັດໃຫ້ໂລກນີ້ມີແຕ່ສັນຕິສຸກ. ເຮົາມີຊີວິດຢູ່ໃນສະໄໝສຸດທ້າຍ ດັ່ງນັ້ນຈຶ່ງມີບັນຫາຫຼາຍຢ່າງທີ່ເຮັດໃຫ້ເຮົາອຸກໃຈ ແລະເຮົາກໍຢູ່ທ່າມກາງຄົນຊົ່ວ. (2 ຕີໂມເຕ 3:1-4) ນອກຈາກນັ້ນ ເຮົາຍັງຕ້ອງຕໍ່ສູ້ກັບຊາຕານແລະຄຳສອນຕົວະທີ່ມັນສົ່ງເສີມ. (2 ໂກລິນໂທ 10:4, 5) ແຕ່ບັນຫາທີ່ໃຫຍ່ທີ່ສຸດຂອງເຮົາອາດເປັນການຕໍ່ຕ້ານຈາກຍາດພີ່ນ້ອງທີ່ບໍ່ໄດ້ເປັນພະຍານພະເຢໂຫວາ. ບາງຄົນອາດເຍາະເຍີ້ຍຄວາມເຊື່ອຂອງເຮົາຫຼືໃສ່ຮ້າຍເຮົາວ່າແຕກແຍກຈາກຄອບຄົວ. ເຂົາເຈົ້າອາດເຖິງຂັ້ນບອກວ່າຈະຕັດຍາດຂາດມິດກັບເຮົາຖ້າເຮົາຍັງຮັບໃຊ້ພະເຢໂຫວາຢູ່. ແລ້ວເຮົາຄວນເບິ່ງການຕໍ່ຕ້ານຈາກຄົນໃນຄອບຄົວແນວໃດ? ແລະເຮົາຈະຮັກສາຄວາມສະຫງົບສຸກໃນຄອບຄົວໄດ້ແນວໃດຖ້າເຫດການແບບນີ້ເກີດຂຶ້ນກັບເຮົາ?
ເຮົາຄວນເບິ່ງການຕໍ່ຕ້ານຈາກຄົນໃນຄອບຄົວແນວໃດ?
3, 4. (ກ) ຄຳສອນຂອງພະເຍຊູສົ່ງຜົນກະທົບແນວໃດຕໍ່ພວກລູກສິດ? (ຂ) ອັນໃດທີ່ເຮັດໃຫ້ຮູ້ສຶກວ່າບໍ່ແມ່ນເລື່ອງງ່າຍທີ່ຈະຕິດຕາມພະເຍຊູ?
3 ພະເຍຊູຮູ້ວ່າບໍ່ແມ່ນທຸກຄົນທີ່ຍອມຮັບສິ່ງທີ່ເພິ່ນສອນ. ເພິ່ນຍັງຮູ້ອີກວ່າລູກສິດຂອງເພິ່ນຈະຕ້ອງມີຄວາມກ້າຫານ ເພາະບາງຄົນຈະຕໍ່ຕ້ານເຂົາເຈົ້າ. ການຕໍ່ຕ້ານນີ້ອາດເຮັດໃຫ້ຄອບຄົວຂອງເຂົາເຈົ້າບໍ່ມີສັນຕິສຸກ. ພະເຍຊູບອກໄວ້ວ່າ: “ຢ່າຄຶດວ່າເຮົາໄດ້ເອົາຄວາມສຸກສຳລານ [“ສະຫງົບສຸກ,” ລ.ມ.] ມາໃສ່ທີ່ແຜ່ນດິນໂລກ ເຮົາໄດ້ເອົາບໍ່ໃຊ່ຄວາມສຸກສຳລານ ແຕ່ວ່າ [ເອົາ] ດາບມາໃສ່. ເພາະວ່າເຮົາໄດ້ມາເພື່ອຈະໃຫ້ຄົນຜູ້ໜຶ່ງແຍກແຕກຈາກພໍ່ແຫ່ງຕົນ ແລະລູກຍິງແຍກແຕກຈາກແມ່ແຫ່ງຕົນ ແລະລູກໃພ້ແຍກແຕກຈາກຍ່າແຫ່ງຕົນ. ແລະພວກສັດຕູແຫ່ງຄົນຜູ້ໜຶ່ງຈະເປັນໄທເຮືອນແຫ່ງຕົນ.”—ມັດທາຍ 10:34-36
4 ພະເຍຊູໝາຍຄວາມວ່າແນວໃດເມື່ອບອກວ່າ: “ຢ່າຄຶດວ່າເຮົາໄດ້ເອົາຄວາມສຸກສຳລານ [“ສະຫງົບສຸກ,” ລ.ມ.] ມາໃສ່ທີ່ແຜ່ນດິນໂລກ”? ເພິ່ນຕ້ອງການໃຫ້ຜູ້ຄົນຮູ້ວ່າຖ້າເຂົາເຈົ້າເຂົ້າມາເປັນລູກສິດຂອງເພິ່ນຈະເກີດຫຍັງຂຶ້ນກັບເຂົາເຈົ້າແດ່. ແນ່ນອນວ່າເປົ້າໝາຍຂອງພະເຍຊູແມ່ນການສອນຜູ້ຄົນໃຫ້ຮູ້ຈັກພະເຈົ້າບໍ່ແມ່ນເພື່ອເຮັດໃຫ້ແຕກແຍກຈາກຄອບຄົວ. (ໂຢຮັນ 18:37) ແຕ່ລູກສິດຂອງເພິ່ນຈຳເປັນຕ້ອງຮູ້ວ່າການຕິດຕາມເພິ່ນບໍ່ແມ່ນເລື່ອງງ່າຍໂດຍສະເພາະຖ້າໝູ່ສະໜິດ ຫຼືຄົນໃນຄອບຄົວບໍ່ສົນໃຈຄວາມຈິງ.
5. ລູກສິດຂອງພະເຍຊູຕ້ອງອົດທົນກັບສິ່ງໃດ?
5 ພະເຍຊູບອກວ່າສິ່ງໜຶ່ງທີ່ລູກສິດຂອງເພິ່ນຕ້ອງເຕັມໃຈອົດທົນແມ່ນການຕໍ່ຕ້ານຈາກຄອບຄົວ. (ມັດທາຍ 10:38) ເພື່ອຈະເຮັດໃຫ້ພະເຍຊູພໍໃຈ ລູກສິດຂອງເພິ່ນຕ້ອງອົດທົນເມື່ອຖືກເຍາະເຍີ້ຍຫຼືຖືກປະຕິເສດຈາກຄອບຄົວ. ແຕ່ເຂົາເຈົ້າຈະໄດ້ຫຼາຍກວ່າທີ່ໄດ້ສູນເສຍໄປຢ່າງແນ່ນອນ.—ອ່ານມາລະໂກ 10:29, 30
6. ເຮົາຕ້ອງຈື່ຫຍັງໄວ້ສະເໝີຖ້າຖືກຍາດພີ່ນ້ອງຕໍ່ຕ້ານ?
6 ເຖິງວ່າຍາດພີ່ນ້ອງຂອງເຮົາຈະຕໍ່ຕ້ານທີ່ເຮົານະມັດສະການພະເຢໂຫວາ ແຕ່ເຮົາກໍຍັງຮັກເຂົາເຈົ້າ. ເຮົາຕ້ອງຈື່ໄວ້ສະເໝີວ່າຄວາມຮັກທີ່ເຮົາມີຕໍ່ພະເຈົ້າແລະພະເຍຊູຕ້ອງຫຼາຍກວ່າຄວາມຮັກທີ່ເຮົາມີຕໍ່ຄົນອື່ນ. (ມັດທາຍ 10:37) ນອກຈາກນັ້ນ ເຮົາຕ້ອງລະວັງເພາະຊາຕານອາດໃຊ້ຄວາມຮັກທີ່ເຮົາມີຕໍ່ຄອບຄົວເປັນເຄື່ອງມືເຮັດໃຫ້ເຮົາບໍ່ພັກດີຕໍ່ພະເຢໂຫວາ. ໃຫ້ເຮົາມາພິຈາລະນານຳກັນກ່ຽວກັບສະພາບການບາງຢ່າງທີ່ຫຍຸ້ງຍາກແລະວິທີຮັບມື.
ຜົວຫຼືເມຍທີ່ບໍ່ໄດ້ເປັນພະຍານພະເຢໂຫວາ
7. ຖ້າຜົວຫຼືເມຍຂອງເຈົ້າບໍ່ໄດ້ຮັບໃຊ້ພະເຢໂຫວາ ເຈົ້າຄວນເບິ່ງສະພາບການຂອງເຈົ້າແນວໃດ?
7 ຄຳພີໄບເບິນເຕືອນເຮົາວ່າທຸກຄົນທີ່ແຕ່ງດອງ “ຈະມີຄວາມຍາກລຳບາກ” ຫຼືມີບັນຫາ. (1 ໂກລິນໂທ 7:28) ຖ້າເຈົ້າແຕ່ງດອງກັບຄົນທີ່ບໍ່ໄດ້ເປັນພະຍານພະເຢໂຫວາ ນັ້ນກໍອາດເພີ່ມຄວາມຕຶງຄຽດແລະຄວາມອຸກໃຈໃນຊີວິດຄູ່ຂອງເຈົ້າໃຫ້ຫຼາຍຂຶ້ນ. ແນວໃດກໍຕາມ ເປັນເລື່ອງສຳຄັນທີ່ເຈົ້າຄວນຈະເບິ່ງສະພາບການຂອງເຈົ້າແບບທີ່ພະເຢໂຫວາເບິ່ງ. ພະອົງບອກວ່າການທີ່ຄູ່ຂອງເຮົາບໍ່ໄດ້ຮັບໃຊ້ພະອົງບໍ່ແມ່ນເຫດຜົນທີ່ຈະໃຫ້ເຮົາແຍກກັນຢູ່ຫຼືປະຮ້າງກັບເຂົາເຈົ້າ. (1 ໂກລິນໂທ 7:12-16) ຖ້າຜົວຂອງເຈົ້າບໍ່ໄດ້ຮັບໃຊ້ພະເຢໂຫວາແລະບໍ່ໄດ້ນຳໜ້າໃນການນະມັດສະການແທ້ ເຈົ້າກໍຍັງຕ້ອງນັບຖືລາວໃນຖານະຫົວໜ້າຄອບຄົວຕໍ່ໄປ. ຖ້າເມຍຂອງເຈົ້າບໍ່ໄດ້ຮັບໃຊ້ພະເຢໂຫວາເຈົ້າກໍຍັງຕ້ອງຮັກແລະເບິ່ງແຍງລາວດ້ວຍຄວາມອ່ອນໂຍນຕໍ່ໄປ.—ເອເຟດ 5:22, 23, 28, 29
8. ເຈົ້າຄວນຖາມຕົວເອງແນວໃດຖ້າຄູ່ຂອງເຈົ້າບໍ່ໃຫ້ເຈົ້າມີອິດສະຫຼະຢ່າງເຕັມທີໃນການນະມັດສະການພະເຈົ້າ?
8 ເຈົ້າຄວນເຮັດແນວໃດຖ້າຄູ່ຂອງເຈົ້າບໍ່ໃຫ້ເຈົ້າມີອິດສະຫຼະຢ່າງເຕັມທີໃນການນະມັດສະການພະເຈົ້າ? ຕົວຢ່າງເຊັ່ນ: ຜົວຂອງພີ່ນ້ອງຍິງຄົນໜຶ່ງບອກກັບລາວວ່າໃຫ້ອອກຮັບໃຊ້ໄດ້ແຕ່ບາງມື້ເທົ່ານັ້ນ. ຖ້າເຈົ້າປະສົບກັບເຫດການແບບນີ້ໃຫ້ຖາມຕົວເອງວ່າ: ‘ຄູ່ຂອງຂ້ອຍໄດ້ບອກໃຫ້ຂ້ອຍເຊົານະມັດສະການພະເຢໂຫວາເລີຍບໍ? ຖ້າບໍ່ ຂ້ອຍຈະເຮັດຕາມທີ່ລາວຂໍໄດ້ບໍ?’ ຖ້າເຈົ້າເປັນຄົນມີເຫດຜົນ ຊີວິດຄູ່ຂອງເຈົ້າກໍຈະມີບັນຫາໜ້ອຍລົງ.—ຟີລິບ 4:5
9. ຄລິດສະຕຽນຈະສອນລູກແນວໃດໃຫ້ນັບຖືພໍ່ຫຼືແມ່ທີ່ບໍ່ໄດ້ເປັນພະຍານພະເຢໂຫວາ?
9 ຖ້າຄູ່ຂອງເຈົ້າບໍ່ໄດ້ເປັນຜູ້ຮັບໃຊ້ພະເຢໂຫວາກໍອາດເປັນເລື່ອງຍາກທີ່ຈະສອນລູກ. ຕົວຢ່າງ: ເຈົ້າຕ້ອງສອນລູກໃຫ້ເຊື່ອຟັງຄຳສັ່ງໃນຄຳພີໄບເບິນທີ່ບອກວ່າ: “ຈົ່ງນັບຖືພໍ່ແມ່ຂອງເຈົ້າ.” (ເອເຟດ 6:1-3) ແຕ່ຈະເຮັດແນວໃດຖ້າຄູ່ຂອງເຈົ້າບໍ່ໄດ້ເຮັດຕາມຫຼັກການຈາກຄຳພີໄບເບິນ? ເຈົ້າສາມາດວາງຕົວຢ່າງທີ່ດີໃຫ້ລູກໂດຍໃຫ້ກຽດຄູ່ຂອງເຈົ້າ. ຄິດເຖິງຄຸນລັກສະນະທີ່ດີຂອງລາວ ແລະບອກກັບລາວວ່າເຈົ້າເຫັນຄຸນຄ່າໃນສິ່ງດີຕ່າງໆທີ່ລາວເຮັດ. ຢ່າເວົ້າໃນແງ່ລົບກ່ຽວກັບລາວຕໍ່ໜ້າລູກ. ອະທິບາຍໃຫ້ລູກຟັງວ່າແຕ່ລະຄົນຕ້ອງເລືອກເອງວ່າຈະຮັບໃຊ້ພະເຢໂຫວາຫຼືບໍ່. ຖ້າເຈົ້າສອນລູກໃຫ້ນັບຖືຄູ່ຂອງເຈົ້າທີ່ບໍ່ແມ່ນພະຍານພະເຢໂຫວາ ຕົວຢ່າງທີ່ດີຂອງເຈົ້າອາດເຮັດໃຫ້ຄູ່ຂອງເຈົ້າຢາກຮຽນກ່ຽວກັບພະເຢໂຫວາ.
ສອນຄວາມຈິງໃຫ້ລູກເມື່ອມີໂອກາດ (ເບິ່ງຂໍ້ 10)
10. ພໍ່ແມ່ທີ່ເປັນຄລິດສະຕຽນຈະສອນລູກໃຫ້ຮັກພະເຢໂຫວາໄດ້ແນວໃດ?
10 ຜົວຫຼືເມຍທີ່ບໍ່ໄດ້ເປັນພະຍານພະເຢໂຫວາບາງຄົນອາດຢາກໃຫ້ລູກສະຫຼອງບຸນຕ່າງໆຫຼືຢາກໃຫ້ຮຽນຄຳສອນຂອງສາສະໜາປອມ. ຜົວບາງຄົນອາດຫ້າມບໍ່ໃຫ້ເມຍທີ່ເປັນຄລິດສະຕຽນສອນຄຳພີໄບເບິນໃຫ້ກັບລູກ. ແຕ່ເຖິງຈະປະສົບກັບສະພາບການແບບນັ້ນ ເມຍກໍຈະເຮັດສິ່ງທີ່ລາວເຮັດໄດ້ເພື່ອສອນຄວາມຈິງໃຫ້ລູກ. (ກິດຈະການ 16:1; 2 ຕີໂມເຕ 3:14, 15) ຕົວຢ່າງ: ຜົວທີ່ບໍ່ມີຄວາມເຊື່ອອາດບໍ່ຢາກໃຫ້ເມຍສຶກສາຄຳພີໄບເບິນກັບລູກຫຼືພາລູກໄປປະຊຸມ. ເຖິງເມຍຈະນັບຖືການຕັດສິນໃຈຂອງຜົວ ແຕ່ລາວຄວນລົມກັບລູກກ່ຽວກັບຄວາມເຊື່ອຂອງລາວເມື່ອມີໂອກາດ. ໂດຍວິທີນີ້ລູກຈະໄດ້ຮຽນກ່ຽວກັບພະເຢໂຫວາແລະມາດຕະຖານຂອງພະອົງວ່າອັນໃດຖືກອັນໃດຜິດ. (ກິດຈະການ 4:19, 20) ໃນທີ່ສຸດ ລູກຈະຕ້ອງຕັດສິນໃຈເອງວ່າຈະຮັບໃຊ້ພະເຢໂຫວາຫຼືບໍ່.a (ເບິ່ງໄຂເງື່ອນ.)—ພະບັນຍັດ 30:19, 20
ຍາດພີ່ນ້ອງທີ່ຕໍ່ຕ້ານການນະມັດສະການແທ້
11. ສິ່ງໃດອາດເຮັດໃຫ້ເຮົາມີບັນຫາກັບຍາດພີ່ນ້ອງທີ່ບໍ່ໄດ້ເປັນພະຍານພະເຢໂຫວາ?
11 ຕອນທຳອິດທີ່ເລີ່ມຮຽນຄຳພີໄບເບິນກັບພະຍານພະເຢໂຫວາ ເຮົາອາດບໍ່ໄດ້ບອກຄອບຄົວ. ແຕ່ເມື່ອເຮົາມີຄວາມເຊື່ອຫຼາຍຂຶ້ນ ເຮົາກໍຮູ້ວ່າເຮົາຕ້ອງບອກເຂົາເຈົ້າວ່າເຮົາຢາກຮັບໃຊ້ພະເຢໂຫວາ. (ມາລະໂກ 8:38) ຄວາມພັກດີທີ່ເຈົ້າມີຕໍ່ພະເຢໂຫວາອາດເຮັດໃຫ້ເກີດບັນຫາຂຶ້ນລະຫວ່າງເຈົ້າແລະຄອບຄົວ. ໃຫ້ເຮົາມາເບິ່ງບາງເລື່ອງທີ່ຈະຊ່ວຍເຈົ້າໃຫ້ຮັກສາສັນຕິສຸກແລະກໍຍັງຮັກສາຄວາມພັກດີຕໍ່ພະເຢໂຫວາ.
ຖ້າເຮົາພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງຄົນໃນຄອບຄົວ ນີ້ອາດຊ່ວຍເຮົາໃຫ້ຮູ້ວິທີສອນຄວາມຈິງໃຫ້ເຂົາເຈົ້າ
12. ເປັນຫຍັງຍາດພີ່ນ້ອງຈຶ່ງຕໍ່ຕ້ານເຮົາ ແລະເຮົາຈະເຮັດແນວໃດໃຫ້ເຂົາເຈົ້າຮູ້ວ່າເຮົາສົນໃຈຄວາມຮູ້ສຶກຂອງເຂົາເຈົ້າ?
12 ໃຫ້ພະຍາຍາມເຂົ້າໃຈຄວາມຮູ້ສຶກຂອງຍາດພີ່ນ້ອງທີ່ບໍ່ໄດ້ເປັນພະຍານພະເຢໂຫວາ. ເຮົາມີຄວາມສຸກຫຼາຍທີ່ໄດ້ຮູ້ຄວາມຈິງຈາກຄຳພີໄບເບິນ. ແຕ່ຍາດພີ່ນ້ອງຂອງເຮົາອາດເຊື່ອວ່າເຮົາກຳລັງຖືກຫຼອກຢູ່ ຫຼືກຳລັງເປັນສ່ວນໜຶ່ງຂອງສາສະໜາທີ່ແປກໆ. ເຂົາເຈົ້າອາດຄິດວ່າເຮົາບໍ່ໄດ້ຮັກເຂົາເຈົ້າແລ້ວເພາະເຫັນເຮົາບໍ່ຮ່ວມສະຫຼອງບຸນຕ່າງໆ. ເຂົາເຈົ້າອາດຢ້ານວ່າເມື່ອເຮົາຕາຍໄປເຮົາຈະປະສົບກັບສິ່ງທີ່ບໍ່ດີ. ເຮົາຕ້ອງພະຍາຍາມເຂົ້າໃຈຄວາມຮູ້ສຶກແລະຕັ້ງໃຈຟັງສິ່ງທີ່ຍາດພີ່ນ້ອງເວົ້າເພື່ອຈະຮູ້ວ່າເປັນຫຍັງເຂົາເຈົ້າຈຶ່ງເປັນຫ່ວງເຮົາ. (ສຸພາສິດ 20:5) ອັກຄະສາວົກໂປໂລພະຍາຍາມເຂົ້າໃຈ “ຄົນທຸກຊະນິດ” ເພື່ອຈະສອນຂ່າວດີໃຫ້ກັບຜູ້ຄົນ. ຄ້າຍຄືກັນ ຖ້າເຮົາພະຍາຍາມເຂົ້າໃຈຄົນໃນຄອບຄົວ ນີ້ອາດຊ່ວຍເຮົາໃຫ້ຮູ້ວິທີທີ່ຈະສອນຄວາມຈິງໃຫ້ກັບເຂົາເຈົ້າ.—1 ໂກລິນໂທ 9:19-23, ລ.ມ.
13. ເຮົາຄວນເວົ້າແບບໃດກັບຍາດພີ່ນ້ອງທີ່ບໍ່ໄດ້ເປັນພະຍານພະເຢໂຫວາ?
13 ເວົ້າດ້ວຍຄວາມອ່ອນໂຍນ. ຄຳພີໄບເບິນບອກວ່າ: “ໃຫ້ຄຳເວົ້າຂອງພວກເຈົ້າເປັນຄຳເວົ້າທີ່ກະລຸນາສະເໝີ.” (ໂກໂລດ 4:6, ລ.ມ.) ການເຮັດແບບນັ້ນອາດບໍ່ແມ່ນເລື່ອງງ່າຍ. ເຮົາສາມາດຂໍພະລັງບໍລິສຸດຈາກພະເຢໂຫວາຊ່ວຍເຮົາໃຫ້ເວົ້າຢ່າງອ່ອນໂຍນແລະກະລຸນາກັບຍາດພີ່ນ້ອງ. ເຮົາບໍ່ຄວນພະຍາຍາມໂຕ້ຖຽງກ່ຽວກັບຄວາມເຊື່ອທີ່ຜິດໆຂອງເຂົາເຈົ້າ. ຖ້າເຮົາຮູ້ສຶກເຈັບໃຈຈາກສິ່ງທີ່ເຂົາເຈົ້າເວົ້າຫຼືເຮັດ ໃຫ້ເຮົາຮຽນແບບອັກຄະສາວົກໂປໂລທີ່ບອກວ່າ: “ເມື່ອຖືກດ່າ ເຮົາອວຍພອນ ເມື່ອຖືກຂົ່ມເຫງ ເຮົາກໍທົນເອົາ ເມື່ອຖືກໃສ່ຮ້າຍ ເຮົາຕອບແບບສຸພາບ.”—1 ໂກລິນໂທ 4:12, 13, ລ.ມ.
14. ການປະພຶດທີ່ດີສຳຄັນແນວໃດ?
14 ຮັກສາການປະພຶດທີ່ດີ. ເລື່ອງນີ້ສຳຄັນແນວໃດ? ເຖິງວ່າຄຳເວົ້າທີ່ກະລຸນາຈະຊ່ວຍຮັກສາສັນຕິສຸກລະຫວ່າງເຮົາກັບຍາດພີ່ນ້ອງ ແຕ່ການປະພຶດທີ່ດີຈະມີພະລັງຫຼາຍກວ່ານັ້ນອີກ. (ອ່ານ 1 ເປໂຕ 3:1, 2, 16) ຂໍໃຫ້ເຈົ້າເຮັດໃຫ້ຍາດພີ່ນ້ອງເຫັນຈາກຕົວຢ່າງຂອງເຈົ້າວ່າພະຍານພະເຢໂຫວາມີຊີວິດຄູ່ທີ່ມີຄວາມສຸກ ລ້ຽງລູກໄດ້ດີ ໃຊ້ຊີວິດຕາມມາດຕະຖານຂອງຄຳພີໄບເບິນ ແລະມີຊີວິດທີ່ມີຄວາມໝາຍ. ເຖິງວ່າຍາດພີ່ນ້ອງຈະບໍ່ຕອບຮັບຄວາມຈິງ ແຕ່ເຮົາກໍມີຄວາມສຸກທີ່ໄດ້ຮູ້ວ່າການປະພຶດທີ່ດີຂອງເຮົາເຮັດໃຫ້ພະເຢໂຫວາພໍໃຈ.
15. ເຮົາຈະວາງແຜນລ່ວງໜ້າແນວໃດເພື່ອຈະບໍ່ຜິດຖຽງກັບຍາດພີ່ນ້ອງ?
15 ວາງແຜນລ່ວງໜ້າ. ຄິດລ່ວງໜ້າເຖິງສະພາບການທີ່ອາດກໍ່ໃຫ້ເກີດການຜິດຖຽງກັບຍາດພີ່ນ້ອງ ແລ້ວຕັດສິນໃຈໄວ້ວ່າຈະເຮັດແນວໃດ. (ສຸພາສິດ 12:16, 23) ນີ້ເປັນສິ່ງທີ່ພີ່ນ້ອງຍິງຄົນໜຶ່ງໃນອົດສະຕຣາລີໄດ້ເຮັດ. ພໍ່ຂອງຜົວລາວຕໍ່ຕ້ານຄວາມຈິງໜັກຫຼາຍແລະບາງຄັ້ງກໍໃຈຮ້າຍນຳ. ດັ່ງນັ້ນ ກ່ອນຈະໂທລະສັບຫາ ລາວກັບຜົວຈະອະທິດຖານຂໍພະເຢໂຫວາຊ່ວຍເພື່ອເຂົາເຈົ້າຈະບໍ່ຕອບໂຕ້ດ້ວຍຄວາມໃຈຮ້າຍ. ເຂົາເຈົ້າຄິດເຖິງເລື່ອງທີ່ໜ້າສົນໃຈທີ່ຈະລົມກັບພໍ່ໄດ້ ແລະເພື່ອຈະບໍ່ລົມກັນດົນໂພດຈົນຕ້ອງຖຽງກັນກ່ຽວກັບສາສະໜາ ເຂົາເຈົ້າຈະກຳນົດເວລາໃນການລົມໂທລະສັບກັບພໍ່.
ຄວາມພັກດີທີ່ເຈົ້າມີຕໍ່ພະເຢໂຫວາຕ້ອງຫຼາຍກວ່າຄວາມຮັກທີ່ເຈົ້າມີຕໍ່ຄອບຄົວ
16. ຖ້າເຈົ້າຮູ້ສຶກຜິດທີ່ເຮັດໃຫ້ຍາດພີ່ນ້ອງບໍ່ພໍໃຈ ສິ່ງໃດຈະຊ່ວຍເຈົ້າໃຫ້ເອົາຊະນະຄວາມຮູ້ສຶກນີ້ໄດ້?
16 ແນ່ນອນວ່າເຈົ້າບໍ່ສາມາດຫຼີກລ່ຽງຄວາມຂັດແຍ່ງທຸກຢ່າງກັບຍາດພີ່ນ້ອງທີ່ບໍ່ແມ່ນພະຍານພະເຢໂຫວາ. ດັ່ງນັ້ນ ເມື່ອເກີດຄວາມຂັດແຍ່ງກັບຍາດພີ່ນ້ອງ ເຈົ້າອາດຮູ້ສຶກຜິດເພາະວ່າເຈົ້າຮັກແລະຢາກເຮັດໃຫ້ເຂົາເຈົ້າພໍໃຈ. ແຕ່ຂໍໃຫ້ຈື່ໄວ້ວ່າຄວາມພັກດີທີ່ເຈົ້າມີຕໍ່ພະເຢໂຫວາຕ້ອງຫຼາຍກວ່າຄວາມຮັກທີ່ເຈົ້າມີຕໍ່ຄອບຄົວ. ເມື່ອຍາດພີ່ນ້ອງເຂົ້າໃຈໃນເລື່ອງນີ້ ເຂົາເຈົ້າກໍອາດເຫັນວ່າການຮັບໃຊ້ພະເຢໂຫວາເປັນສິ່ງທີ່ສຳຄັນຕໍ່ເຈົ້າ. ເຖິງວ່າເຈົ້າບໍ່ສາມາດບັງຄັບທຸກຄົນໃຫ້ຕອບຮັບຄວາມຈິງໄດ້ ແຕ່ເຈົ້າສາມາດເຮັດໃຫ້ຄົນອື່ນເຫັນວ່າການເຮັດຕາມແນວທາງຂອງພະເຢໂຫວາເປັນປະໂຫຍດຕໍ່ເຈົ້າແນວໃດ. ແທ້ໆແລ້ວພະເຢໂຫວາກໍໃຫ້ໂອກາດເຂົາເຈົ້າຄືກັບທີ່ພະອົງໃຫ້ໂອກາດເຈົ້າ.—ເອຊາອີ 48:17, 18
ເມື່ອຄົນໃນຄອບຄົວປະຖິ້ມພະເຢໂຫວາ
17, 18. ສິ່ງໃດຈະຊ່ວຍເຈົ້າໄດ້ຖ້າຄົນໃນຄອບຄົວປະຖິ້ມພະເຢໂຫວາ?
17 ເມື່ອມີຄົນໃນຄອບຄົວຖືກຕັດສຳພັນຫຼືຕັດຕົວເອງອອກຈາກປະຊາຄົມ ເຈົ້າອາດຮູ້ສຶກເຈັບປວດຫຼາຍຈົນຮູ້ສຶກຄືກັບວ່າມີຄົນເອົາດາບມາແທງເຈົ້າ. ແຕ່ເຈົ້າຈະສາມາດອົດທົນກັບຄວາມຮູ້ສຶກແບບນີ້ໄດ້ແນວໃດ?
18 ຈົດຈໍ່ກັບການນະມັດສະການພະເຢໂຫວາຢູ່ສະເໝີ. ຖ້າເຈົ້າຮູ້ສຶກເຈັບປວດໃຈ ເຈົ້າຕ້ອງເສີມຄວາມເຊື່ອຂອງເຈົ້າໃຫ້ເຂັ້ມແຂງຂຶ້ນໂດຍອ່ານຄຳພີໄບເບິນທຸກໆມື້ ກຽມການປະຊຸມ ໄປປະຊຸມ ອອກປະກາດເລື້ອຍໆ ແລະອະທິດຖານຂໍພະເຢໂຫວາຊ່ວຍເຈົ້າໃຫ້ມີກຳລັງທີ່ຈະອົດທົນໄດ້. (ຢູເດ 20, 21) ຖ້າເຈົ້າເຮັດຕາມນີ້ແລ້ວຍັງບໍ່ເຊົາເຈັບປວດເດ ເຈົ້າຈະເຮັດແນວໃດ? ຢ່າຍອມແພ້! ໃຫ້ເຮັດສິ່ງເຫຼົ່ານີ້ຕໍ່ໆໄປ ເພາະນັ້ນຈະຊ່ວຍເຈົ້າໃຫ້ຄວບຄຸມຄວາມຄິດແລະຄວາມຮູ້ສຶກໄດ້. ເລື່ອງນີ້ໄດ້ເກີດຂຶ້ນກັບຜູ້ຂຽນພະທຳຄຳເພງບົດ 73. ມີໄລຍະໜຶ່ງທີ່ລາວຮູ້ສຶກວ່າຍາກທີ່ຈະຄວບຄຸມຄວາມຄິດແລະຄວາມຮູ້ສຶກຂອງຕົວເອງ. ແຕ່ການນະມັດສະການພະເຢໂຫວາໄດ້ຊ່ວຍລາວໃຫ້ມີຄວາມຄິດທີ່ຖືກຕ້ອງອີກຄັ້ງ. (ຄຳເພງ 73:16, 17) ດັ່ງນັ້ນ ການນະມັດສະການພະເຢໂຫວາຢ່າງສັດຊື່ກໍຈະຊ່ວຍໃຫ້ເຈົ້າເຮັດແບບດຽວກັນນີ້ໄດ້.
19. ເຮົາຈະນັບຖືວິທີທີ່ພະເຢໂຫວາຕີສອນປະຊາຊົນຂອງພະອົງໄດ້ແນວໃດ?
19 ນັບຖືວິທີທີ່ພະເຢໂຫວາຕີສອນ. ພະເຈົ້າຮູ້ວ່າການຕີສອນຂອງພະອົງຈະເປັນປະໂຫຍດສຳລັບທຸກຄົນລວມເຖິງຄົນທີ່ຖືກຕັດສຳພັນນຳ. ເຖິງວ່າເຮົາຈະຮູ້ສຶກເຈັບປວດໃຈຫຼາຍເມື່ອເຫັນຄົນທີ່ເຮົາຮັກຖືກຕີສອນ ແຕ່ນັ້ນຈະຊ່ວຍລາວໃຫ້ກັບມາຫາພະເຢໂຫວາໃນອະນາຄົດ. (ອ່ານເຫບເລີ 12:11) ເຮົາຕ້ອງເຊື່ອຟັງຄຳສັ່ງຂອງພະເຢໂຫວາທີ່ບອກເຮົາວ່າ “ຢ່າຄົບ” ກັບຄົນທີ່ຖືກຕັດສຳພັນ. (1 ໂກລິນໂທ 5:11-13) ນີ້ບໍ່ແມ່ນເລື່ອງງ່າຍ. ແຕ່ເຮົາຕ້ອງບໍ່ຕິດຕໍ່ພົວພັນກັບເຂົາເຈົ້າ ບໍ່ວ່າຈະໂດຍທາງໂທລະສັບ ການສົ່ງຂໍ້ຄວາມ ຈົດໝາຍ ອີເມວ ຫຼືທາງສື່ສັງຄົມອອນລາຍ.
ເຮົາຕ້ອງຫວັງຢູ່ສະເໝີວ່າຄົນທີ່ເຮົາຮັກຈະກັບມາຫາພະເຢໂຫວາ
20. ເຮົາຕ້ອງມີຄວາມຫວັງເລື່ອງໃດຢູ່ສະເໝີ?
20 ຢ່າໝົດຫວັງ! ຄວາມຮັກ “ຫວັງຢູ່ສະເໝີ” ດັ່ງນັ້ນ ເຮົາຕ້ອງຫວັງຢູ່ສະເໝີວ່າຄົນທີ່ເຮົາຮັກຈະກັບມາຫາພະເຢໂຫວາ. (1 ໂກລິນໂທ 13:7) ຖ້າເຈົ້າເຫັນວ່າຄົນໃນຄອບຄົວທີ່ຖືກຕັດສຳພັນໄດ້ປ່ຽນແປງຄວາມຄິດຂອງລາວແລ້ວ ເຈົ້າກໍສາມາດອະທິດຖານໃຫ້ລາວໄດ້ຮັບກຳລັງຈາກການອ່ານຄຳພີໄບເບິນແລະຕອບຮັບຄຳເຊີນຂອງພະເຢໂຫວາທີ່ວ່າ: “ຈົ່ງຫຼົບມາຫາເຮົາ.”—ເອຊາອີ 44:22
21. ເຈົ້າຄວນເຮັດແນວໃດຖ້າຖືກຄອບຄົວຕໍ່ຕ້ານຍ້ອນຕິດຕາມພະເຍຊູ?
21 ພະເຍຊູບອກວ່າເຮົາຕ້ອງຮັກເພິ່ນຫຼາຍກວ່າຮັກຄົນອື່ນ ແລະພະເຍຊູກໍໝັ້ນໃຈວ່າລູກສິດຂອງເພິ່ນຈະມີຄວາມກ້າຫານໃນການຮັກສາຄວາມສັດຊື່ຕໍ່ເພິ່ນເຖິງວ່າຈະຖືກຄອບຄົວຕໍ່ຕ້ານ. ດັ່ງນັ້ນ ຖ້າເຈົ້າຖືກຕໍ່ຕ້ານຈາກຄອບຄົວຍ້ອນວ່າຕິດຕາມພະເຍຊູກໍຂໍໃຫ້ເຈົ້າວາງໃຈພະເຢໂຫວາແລະຂໍພະອົງຊ່ວຍເຈົ້າໃຫ້ອົດທົນໄດ້. (ເອຊາອີ 41:10, 13) ເຈົ້າຈະພົບຄວາມສຸກເມື່ອຮູ້ວ່າພະເຢໂຫວາແລະພະເຍຊູພໍໃຈໃນຕົວເຈົ້າແລະຈະໃຫ້ລາງວັນສຳລັບຄວາມສັດຊື່ພັກດີຂອງເຈົ້າ.
a ສຳລັບຂໍ້ມູນເພີ່ມຕື່ມເລື່ອງການຝຶກສອນລູກໃນກໍລະນີທີ່ພໍ່ຫຼືແມ່ຝ່າຍດຽວຮັບໃຊ້ພະເຢໂຫວາ ເບິ່ງ “ຄຳຖາມຈາກຜູ້ອ່ານ” ໃນຫໍສັງເກດການ (ພາສາໄທ) 15 ສິງຫາ 2002