ຮັບໃຊ້ພະເຢໂຫວາພະເຈົ້າແຫ່ງອິດສະຫຼະພາບ
“ຄົນທີ່ໄດ້ຮັບພະລັງຂອງພະເຢໂຫວາກໍມີອິດສະຫຼະ.”—2 ໂກລິນໂທ 3:17, ລ.ມ.
1, 2. (ກ) ເປັນຫຍັງເລື່ອງທາດແລະການເປັນອິດສະຫຼະຈຶ່ງເປັນເລື່ອງທີ່ຜູ້ຄົນໃນສະໄໝຂອງໂປໂລສົນໃຈເປັນພິເສດ? (ຂ) ໃຜທີ່ໂປໂລບອກວ່າເປັນແຫຼ່ງຂອງອິດສະພາບແທ້?
ຄລິດສະຕຽນໃນສະຕະວັດທຳອິດຢູ່ພາຍໃຕ້ການປົກຄອງຂອງຈັກກະພັດໂລມ ຜູ້ຄົນໃນທີ່ນັ້ນຮູ້ສຶກພູມໃຈໃນກົດໝາຍ ລະບົບຄວາມຍຸຕິທຳ ແລະອິດສະຫຼະທີ່ເຂົາເຈົ້າມີ. ແຕ່ຈັກກະພັດທີ່ມີອຳນາດຍິ່ງໃຫຍ່ນີ້ຕ້ອງໄດ້ອາໄສແຮງງານຂອງທາດໃຫ້ເຮັດວຽກໜັກເປັນສ່ວນໃຫຍ່. ມີໄລຍະໜຶ່ງທີ່ຈັກກະພັດໂລມມີປະຊາກອນເປັນທາດເຖິງ 1 ສ່ວນ 3 ຂອງປະຊາກອນທັງໝົດ. ແນ່ນອນວ່າ ເລື່ອງທາດແລະການເປັນອິດສະຫຼະເປັນເລື່ອງທີ່ຜູ້ຄົນທົ່ວໄປໃຫ້ຄວາມສົນໃຈເປັນພິເສດລວມເຖິງຄລິດສະຕຽນນຳ.
2 ອັກຄະສາວົກໂປໂລມັກຂຽນກ່ຽວກັບເລື່ອງອິດສະຫຼະເລື້ອຍໆ ແຕ່ລາວກໍບໍ່ໄດ້ພະຍາຍາມແກ້ໄຂບັນຫາຂອງໂລກນີ້ ເຊິ່ງຫຼາຍຄົນໃນສະໄໝນັ້ນຕ້ອງການຈະເຮັດ. ກົງກັນຂ້າມ ໂປໂລແລະເພື່ອນຄລິດສະຕຽນພະຍາຍາມຢ່າງໜັກເພື່ອຈະສອນຜູ້ຄົນກ່ຽວກັບຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ ແລະເພື່ອຊ່ວຍເຂົາເຈົ້າໃຫ້ເຂົ້າໃຈວ່າຄ່າໄຖ່ຂອງພະເຍຊູຄລິດມີຄ່າຫຼາຍສ່ຳໃດ. ໂປໂລບອກເພື່ອນຄລິດສະຕຽນເຖິງແຫຼ່ງຂອງອິດສະຫຼະພາບແທ້ ລາວຂຽນວ່າ: “ພະເຢໂຫວາເປັນຜູ້ທີ່ມະນຸດເບິ່ງບໍ່ເຫັນ ແລະຄົນທີ່ໄດ້ຮັບພະລັງຂອງພະເຢໂຫວາກໍມີອິດສະຫຼະ.”—2 ໂກລິນໂທ 3:17, ລ.ມ.
3, 4. (ກ) ໂປໂລເວົ້າເຖິງຫຍັງກ່ອນຂໍ້ພະຄຳພີ 2 ໂກລິນໂທ 3:17? (ຂ) ເຮົາຕ້ອງເຮັດຫຍັງເພື່ອຈະມີອິດສະຫຼະທີ່ມາຈາກພະເຢໂຫວາ?
3 ໃນຈົດໝາຍສະບັບທີສອງທີ່ໂປໂລຂຽນເຖິງຊາວເມືອງໂກລິນໂທ ລາວໄດ້ເວົ້າເຖິງສິ່ງທີ່ເກີດຂຶ້ນກັບໂມເຊຕອນທີ່ໂມເຊລົງມາຈາກພູເຂົາຊີນາອີຫຼັງຈາກທີ່ໄດ້ເຂົ້າໄປຫາທູດສະຫວັນຂອງພະເຢໂຫວາ. ແສງລັດສະໝີກໍເປັ່ງອອກມາຈາກໜ້າຂອງລາວ! ເມື່ອຊາວອິດສະລາແອນເຫັນໜ້າຂອງໂມເຊ ເຂົາເຈົ້າກໍຢ້ານຫຼາຍ ໂມເຊຈຶ່ງເອົາຜ້າມາປົກໜ້າໄວ້. (ອົບພະຍົບ 34:29, 30, 33; 2 ໂກລິນໂທ 3:7, 13) ໂປໂລອະທິບາຍວ່າ: “ແຕ່ວ່າເມື່ອເຂົາຈະຫຼົບມາຫາພະອົງເຈົ້າ [ພະເຢໂຫວາ] ຜ້າປົກນັ້ນຈະເປັນທີ່ຍົກເສຍ.” (2 ໂກລິນໂທ 3:16) ໂປໂລໝາຍຄວາມວ່າແນວໃດ?
4 ເຮົາໄດ້ຮຽນຈາກບົດຄວາມກ່ອນວ່າພະເຢໂຫວາເປັນຜູ້ສ້າງທຸກສິ່ງ ແລະພະອົງຜູ້ດຽວເທົ່ານັ້ນທີ່ມີອິດສະຫຼະແບບບໍ່ມີຂີດຈຳກັດ. ດັ່ງນັ້ນ ບໍ່ວ່າພະເຢໂຫວາຈະຢູ່ບ່ອນໃດບ່ອນນັ້ນກໍຈະມີອິດສະຫຼະ ແລະ “ຄົນທີ່ໄດ້ຮັບພະລັງຂອງພະເຢໂຫວາກໍມີອິດສະຫຼະ.” ນີ້ເປັນເຫດຜົນທີ່ໂປໂລບອກວ່າຖ້າເຮົາຢາກມີອິດສະຫຼະທີ່ມາຈາກພະເຢໂຫວາ ເຮົາຕ້ອງຫຼົບມາຫາພະອົງ. ນີ້ໝາຍຄວາມວ່າເຮົາຕ້ອງມີສາຍສຳພັນທີ່ໃກ້ຊິດກັບພະອົງ. ຕອນທີ່ຊາວອິດສະລາແອນຢູ່ໃນຖິ່ນທຸລະກັນດານ ທັງໆທີ່ເຂົາເຈົ້າໄດ້ຮັບອິດສະຫຼະຈາກການເປັນທາດຂອງເອຢິບ ເຂົາເຈົ້າພັດເບິ່ງສິ່ງຕ່າງໆຄືກັບມະນຸດເບິ່ງ ບໍ່ໄດ້ເບິ່ງຄືກັບພະເຢໂຫວາເບິ່ງ. ນັ້ນເປັນຄືກັບວ່າມີຜ້າມາປົກຄວາມຄິດແລະຫົວໃຈຂອງເຂົາເຈົ້າໄວ້. ເຂົາເຈົ້າຢາກໃຊ້ອິດສະຫຼະທີ່ຫາກໍໄດ້ນີ້ພຽງເພື່ອເຮັດຕາມສິ່ງທີ່ຕົວເອງຕ້ອງການ.—ເຫບເລີ 3:8-10
ແມ່ນແຕ່ຄົນທີ່ຕິດຄຸກກໍຍັງມີອິດສະຫຼະໄດ້
5. (ກ) ພະລັງຂອງພະເຢໂຫວາໃຫ້ອິດສະຫຼະແບບໃດກັບເຮົາ? (ຂ) ເຮົາຮູ້ໄດ້ແນວໃດວ່າເຖິງຈະເປັນທາດຫຼືຕິດຄຸກກໍຍັງມີອິດສະຫຼະທີ່ມາຈາກພະເຢໂຫວາໄດ້? (ຄ) ຄຳຖາມຫຍັງທີ່ເຮົາຕ້ອງໄດ້ຮັບຄຳຕອບ?
5 ອິດສະຫຼະທີ່ພະລັງຂອງພະເຢໂຫວາໃຫ້ນັ້ນບໍ່ພຽງແຕ່ເປັນອິດສະຫຼະຈາກການເປັນທາດ. ພະລັງຂອງພະອົງເຮັດໃຫ້ມີອິດສະຫຼະທີ່ຍິ່ງໃຫຍ່ເກີນກວ່າມະນຸດຈະສາມາດເຮັດໄດ້. ພະລັງນີ້ປົດປ່ອຍເຮົາໃຫ້ເປັນອິດສະຫຼະຈາກທາດຂອງບາບແລະຄວາມຕາຍ ຈາກການນະມັດສະການປອມແລະປະເພນີຕ່າງໆ. (ໂລມ 6:23; 8:2) ມັນເປັນອິດສະຫຼະທີ່ສຸດຍອດແທ້ໆ! ເພາະແມ່ນແຕ່ຄົນທີ່ເປັນທາດຫຼືຕິດຄຸກກໍຍັງມີອິດສະຫຼະແບບນີ້ໄດ້. (ຕົ້ນເດີມ 39:20-23) ພີ່ນ້ອງແນນຊີ ຢວນ ແລະພີ່ນ້ອງແຮໂຣດ ຄິງ ຕິດຄຸກຫຼາຍປີຍ້ອນຄວາມເຊື່ອ ແຕ່ເຂົາເຈົ້າກໍຍັງມີອິດສະຫຼະແບບນີ້. ເຈົ້າສາມາດເບິ່ງເຂົາເຈົ້າເລົ່າປະສົບການໄດ້ໃນລາຍການໂທລະທັດ JW. (ໄປທີ່ ເລືອກເບິ່ງວິດີໂອ > ການສຳພາດແລະປະສົບການ > ການຮັບມືກັບບັນຫາ) ຕອນນີ້ໃຫ້ເຮົາມາເບິ່ງຄຳຕອບຂອງ 2 ຄຳຖາມຄື: (1) ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາເຫັນຄຸນຄ່າອິດສະຫຼະທີ່ເຮົາມີ? ແລະ (2) ເຮົາຈະໃຊ້ອິດສະຫຼະທີ່ເຮົາມີຢ່າງສະຫຼາດໄດ້ແນວໃດ?
ອິດສະຫຼະທີ່ພະເຈົ້າໃຫ້ເຮົາເປັນສິ່ງທີ່ມີຄ່າຫຼາຍ
6. ຊາວອິດສະລາແອນບໍ່ເຫັນຄຸນຄ່າອິດສະຫຼະທີ່ພະເຢໂຫວາໃຫ້ແນວໃດ?
6 ເມື່ອເຮົາໄດ້ຮັບຂອງຂວັນທີ່ມີຄ່າ ເຮົາຮູ້ສຶກເຫັນຄຸນຄ່າແລະຂອບໃຈຄົນທີ່ໃຫ້ຂອງຂວັນກັບເຮົາ. ແຕ່ຊາວອິດສະລາແອນບໍ່ໄດ້ເຫັນຄຸນຄ່າໃນອິດສະຫຼະທີ່ພະເຢໂຫວາໃຫ້ກັບເຂົາເຈົ້າ. ພຽງບໍ່ເທົ່າໃດເດືອນຫຼັງຈາກທີ່ພະອົງປົດປ່ອຍເຂົາເຈົ້າອອກຈາກເອຢິບ ເຂົາເຈົ້າກໍເລີ່ມຄິດຮອດອາຫານແລະເຄື່ອງດື່ມທີ່ເຄີຍກິນຢູ່ທີ່ນັ້ນ. ເຂົາເຈົ້າຈົ່ມເລື່ອງມານາເຊິ່ງເປັນອາຫານທີ່ພະເຢໂຫວາໃຫ້ ຈົນເຖິງຂັ້ນຢາກກັບໄປທີ່ເອຢິບ! ສຳລັບເຂົາເຈົ້າແລ້ວ ‘ປາ ໝາກແຕງກວາ ໝາກແຕງ ຫົວຜັກແປ້ນ ຜັກບົ່ວແລະຜັກທຽມ’ ສຳຄັນຫຼາຍກວ່າອິດສະຫຼະທີ່ພະເຢໂຫວາໃຫ້ເຊິ່ງເຮັດໃຫ້ເຂົາເຈົ້າສາມາດນະມັດສະການພະອົງໄດ້. ບໍ່ຕ້ອງສົງໄສເລີຍວ່າເປັນຫຍັງພະເຢໂຫວາຈຶ່ງໃຈຮ້າຍໃຫ້ເຂົາເຈົ້າຫຼາຍແທ້ໆ. (ຈົດເຊັນບັນຊີ 11:5, 6, 10; 14:3, 4) ເລື່ອງນີ້ສອນບົດຮຽນທີ່ສຳຄັນຫຼາຍໃຫ້ກັບເຮົາ.
7. ໂປໂລເຮັດຕາມສິ່ງທີ່ລາວແນະນຳໃນ 2 ໂກລິນໂທ 6:1 ແນວໃດ? ແລະເຮົາຈະເຮັດແບບນັ້ນໄດ້ແນວໃດ?
7 ໂປໂລເຕືອນຄລິດສະຕຽນທຸກຄົນວ່າ ຢ່າເປັນຄົນທີ່ບໍ່ເຫັນຄຸນຄ່າໃນອິດສະຫຼະທີ່ພະເຢໂຫວາໃຫ້ກັບເຮົາຜ່ານທາງພະເຍຊູລູກຊາຍຂອງພະອົງ. (ອ່ານ 2 ໂກລິນໂທ 6:1) ໂປໂລກໍເປັນຄົນບໍ່ສົມບູນແບບ ລາວເປັນທາດຂອງບາບແລະຄວາມຕາຍເຊິ່ງເຮັດໃຫ້ລາວຮູ້ສຶກບໍ່ດີຫຼາຍແທ້ໆ. ແຕ່ລາວບອກວ່າ: “ຂໍຂອບຄຸນພະເຈົ້າຜ່ານທາງພະເຍຊູຄລິດຜູ້ເປັນນາຍຂອງເຮົາ.” ເປັນຫຍັງລາວຈຶ່ງບອກແນວນັ້ນ? ໂປໂລອະທິບາຍກັບເພື່ອນຄລິດສະຕຽນວ່າ: “ເພາະພະລັງຂອງພະເຈົ້າທີ່ເຮັດໃຫ້ຄົນເຮົາໃຊ້ຊີວິດເປັນສາວົກຂອງພະຄລິດເຍຊູນັ້ນໄດ້ເຮັດໃຫ້ເຈົ້າຫຼຸດພົ້ນຈາກກົດຂອງບາບແລະຄວາມຕາຍແລ້ວ.” (ໂລມ 7:24, 25; 8:2, ລ.ມ.) ຄືກັບໂປໂລ ເຮົາບໍ່ຄວນລືມວ່າພະເຢໂຫວາປົດປ່ອຍເຮົາຈາກການເປັນທາດຂອງບາບແລະຄວາມຕາຍແລ້ວ. ຄ່າໄຖ່ເຮັດໃຫ້ເປັນໄປໄດ້ທີ່ເຮົາຈະຮັບໃຊ້ພະເຈົ້າດ້ວຍສະຕິຮູ້ສຶກຜິດຊອບທີ່ສະອາດ ແລະຍັງເຮັດໃຫ້ເຮົາມີຄວາມສຸກແທ້.—ຄຳເພງ 40:8
ເຈົ້າໃຊ້ອິດສະຫຼະໃນການເລືອກຂອງເຈົ້າເພື່ອເຮັດສິ່ງທີ່ພະເຢໂຫວາຕ້ອງການຫຼືເພື່ອເຮັດສິ່ງທີ່ເຈົ້າຕ້ອງການ? (ເບິ່ງຂໍ້ 8-10)
8, 9. (ກ) ອັກຄະສາວົກເປໂຕໄດ້ເຕືອນຫຍັງເຮົາກ່ຽວກັບການໃຊ້ອິດສະຫຼະ? (ຂ) ບາງຄົນອາດໃຊ້ອິດສະຫຼະໃນທາງທີ່ຜິດແນວໃດ?
8 ເຮົາບໍ່ຄວນພຽງແຕ່ບອກວ່າເຮົາຂອບໃຈພະເຢໂຫວາ ແຕ່ເຮົາຄວນລະວັງທີ່ຈະບໍ່ໃຊ້ອິດສະຫຼະຂອງເຮົາໃນທາງທີ່ຜິດ. ຕົວຢ່າງ: ອັກຄະສາວົກເປໂຕເຕືອນເຮົາວ່າບໍ່ຄວນໃຊ້ອິດສະຫຼະຂອງເຮົາເພື່ອເປັນຂໍ້ອ້າງໃນການເຮັດຜິດ. (ອ່ານ 1 ເປໂຕ 2:16) ຄຳເຕືອນນີ້ເຮັດໃຫ້ເຮົາຄິດເຖິງສິ່ງທີ່ເກີດຂຶ້ນກັບຊາວອິດສະລາແອນໃນຖິ່ນທຸລະກັນດານ. ທຸກມື້ນີ້ ເຮົາຍັງຕ້ອງເອົາໃຈໃສ່ຄຳເຕືອນນີ້ຄືກັນແລະອາດຕ້ອງເຮັດຫຼາຍກວ່ານັ້ນອີກ. ຊາຕານແລະໂລກຂອງມັນມັກຈະສະເໜີສິ່ງທີ່ໜ້າດຶງດູດໃຈຫຼາຍຢ່າງໃນເລື່ອງການນຸ່ງຖື ອາຫານ ເຄື່ອງດື່ມ ແລະຄວາມບັນເທີງ. ນັກໂຄສະນາທີ່ສະຫຼາດມັກຈະໃຊ້ຄົນທີ່ມີຮູບຮ່າງໜ້າຕາດີເພື່ອເຮັດໃຫ້ເຮົາຄິດວ່າເຮົາຕ້ອງຊື້ສິ່ງທີ່ແທ້ໆແລ້ວບໍ່ຈຳເປັນເລີຍ. ເປັນເລື່ອງງ່າຍຫຼາຍທີ່ເຮົາຈະຕິດກັບດັກຂອງໂລກໂດຍໃຊ້ອິດສະຫຼະຂອງເຮົາໃນທາງທີ່ຜິດ.
9 ຄຳແນະນຳຂອງເປໂຕຍັງໃຊ້ໄດ້ກັບເລື່ອງທີ່ສຳຄັນຫຼາຍກວ່ານັ້ນອີກໃນຊີວິດ ເຊັ່ນ: ເລື່ອງການຮຽນຕໍ່ແລະການເລືອກວຽກອາຊີບ. ຕົວຢ່າງ: ໄວຮຸ່ນໃນທຸກມື້ນີ້ຖືກກົດດັນໃຫ້ພະຍາຍາມຮຽນຢ່າງໜັກເພື່ອຈະໄດ້ເຂົ້າມະຫາວິທະຍາໄລທີ່ດີທີ່ສຸດ. ຫຼາຍຄົນບອກເຂົາເຈົ້າວ່າຖ້າໄດ້ຮຽນສູງໆ ກໍຈະໄດ້ວຽກດີໆ ມີເງິນຫຼາຍໆ ແລະຫຼາຍຄົນກໍຈະນັບໜ້າຖືຕາ. ຄົນເຫຼົ່ານັ້ນອາດໃຫ້ຂໍ້ມູນທີ່ເບິ່ງຄືວ່າ ຄົນທີ່ຮຽນຈົບມະຫາວິທະຍາໄລຈະຫາເງິນໄດ້ຫຼາຍກວ່າຄົນທີ່ຮຽນຈົບມັດທະຍົມປາຍ. ເບິ່ງຄືວ່າການຮຽນສູງໆຈະເປັນຄວາມຄິດທີ່ດີຫຼາຍສຳລັບໄວຮຸ່ນທີ່ຕ້ອງເລືອກໃນສິ່ງທີ່ຈະມີຜົນຕໍ່ຊີວິດຂອງເຂົາເຈົ້າຕະຫຼອດໄປ. ແຕ່ເຂົາເຈົ້າກັບພໍ່ແມ່ຄວນຈື່ຫຍັງໄວ້?
10. ເຮົາຕ້ອງຈື່ຫຍັງໄວ້ເມື່ອເຮົາຕ້ອງຕັດສິນໃຈໃນເລື່ອງສ່ວນຕົວ?
10 ບາງຄົນກໍອາດຮູ້ສຶກວ່າການເລືອກຕັດສິນໃຈໃນເລື່ອງເຫຼົ່ານັ້ນເປັນເລື່ອງສ່ວນຕົວ ເຂົາເຈົ້າຄວນມີອິດສະຫຼະທີ່ຈະເລືອກໃນສິ່ງທີ່ເຂົາເຈົ້າຕ້ອງການ ຖ້າມັນບໍ່ໄດ້ລົບກວນສະຕິຮູ້ສຶກຜິດຊອບ. ເຂົາເຈົ້າອາດຄິດເຖິງຄຳເວົ້າຂອງໂປໂລທີ່ວ່າ: “ເປັນຫຍັງເສລີພາບຂອງຂ້ອຍຕ້ອງຖືກຂັດຂວາງໂດຍໃຈສຳນຶກຜິດແລະຊອບຂອງຄົນອື່ນ?” (1 ໂກລິນໂທ 10:29, ທ.ປ.) ເຖິງວ່າເຮົາມີອິດສະຫຼະທີ່ຈະເລືອກເອງວ່າຈະຮຽນຫຍັງແລະເຮັດວຽກຫຍັງ ແຕ່ເຮົາຕ້ອງຈື່ວ່າອິດສະຫຼະຂອງເຮົາມີຂີດຈຳກັດ ແລະການຕັດສິນໃຈທຸກຢ່າງຂອງເຮົາຈະມີຜົນທີ່ຕາມມາ. ນີ້ຈຶ່ງເປັນເຫດຜົນທີ່ໂປໂລບອກວ່າ: “ສິ່ງສາລະພັດເຮົາທຳໄດ້ແຕ່ວ່າບໍ່ແມ່ນທຸກສິ່ງເປັນສົມຄວນຈະກະທຳ. ສິ່ງສາລະພັດເຮົາທຳໄດ້ແຕ່ວ່າບໍ່ໃຊ່ສິ່ງສາລະພັດນັ້ນເປັນເຫດໃຫ້ຈຳເລີນຂຶ້ນ.” (1 ໂກລິນໂທ 10:23) ດັ່ງນັ້ນ ເຖິງວ່າເຮົາຈະມີອິດສະຫຼະໃນການຕັດສິນໃຈເລື່ອງສ່ວນຕົວ ແຕ່ເຮົາບໍ່ຄວນໃຫ້ຄວາມຕ້ອງການຂອງເຮົາເປັນສິ່ງທີ່ສຳຄັນທີ່ສຸດ.
ໃຊ້ອິດສະຫຼະຂອງເຮົາຢ່າງສະຫຼາດເພື່ອຮັບໃຊ້ພະເຢໂຫວາ
11. ອັນໃດເປັນເຫດຜົນທີ່ພະເຢໂຫວາປົດປ່ອຍເຮົາໃຫ້ເປັນອິດສະຫຼະ?
11 ຕອນທີ່ເປໂຕເຕືອນເຮົາບໍ່ໃຫ້ໃຊ້ອິດສະຫຼະໃນທາງທີ່ຜິດ ລາວຍັງບອກວິທີທີ່ຈະໃຊ້ອິດສະຫຼະຢ່າງຖືກຕ້ອງຄືຮັບໃຊ້ “ເປັນທາດແຫ່ງພະເຈົ້າ.” ດັ່ງນັ້ນ ເຫດຜົນທີ່ພະເຢໂຫວາໃຊ້ພະເຍຊູມາປົດປ່ອຍເຮົາໃຫ້ເປັນອິດສະຫຼະຈາກບາບແລະຄວາມຕາຍກໍເພື່ອເຮົາຈະສາມາດໃຊ້ທັງຊີວິດໃນການຮັບໃຊ້ພະອົງ.
ວິທີທີ່ດີທີ່ສຸດທີ່ຈະໃຊ້ອິດສະຫຼະຂອງເຮົາຄື ໃຊ້ເວລາແລະກຳລັງເພື່ອຮັບໃຊ້ພະເຢໂຫວາຢ່າງເຕັມທີ
12. ໂນເອກັບຄອບຄົວວາງຕົວຢ່າງແນວໃດໃຫ້ເຮົາ?
12 ວິທີທີ່ດີທີ່ສຸດທີ່ຈະໃຊ້ອິດສະຫຼະຂອງເຮົາຄື ໃຊ້ເວລາແລະກຳລັງເພື່ອຮັບໃຊ້ພະເຢໂຫວາຢ່າງເຕັມທີ. ຖ້າເຮົາເຮັດແບບນີ້ ເຮົາກໍຈະບໍ່ໃຫ້ຄວາມຕ້ອງການຂອງຕົວເອງແລະເປົ້າໝາຍແບບໂລກເປັນສິ່ງສຳຄັນທີ່ສຸດໃນຊີວິດ. (ຄາລາຊີ 5:16) ຂໍໃຫ້ຄິດເຖິງສິ່ງທີ່ໂນເອແລະຄອບຄົວໄດ້ເຮັດ. ເຂົາເຈົ້າມີຊີວິດຢູ່ໃນໂລກທີ່ມີແຕ່ຄວາມຮຸນແຮງແລະຜິດສິນລະທຳ. ແຕ່ເຂົາເຈົ້າບໍ່ໄດ້ມີສ່ວນຮ່ວມກັບກິດຈະກຳຕ່າງໆແລະເປົ້າໝາຍຂອງຜູ້ຄົນອ້ອມຂ້າງ ເຂົາເຈົ້າເລືອກທີ່ຈະໝົກມຸ້ນຢູ່ກັບວຽກທີ່ພະເຢໂຫວາມອບໝາຍໃຫ້ເຮັດ. ເຂົາເຈົ້າສ້າງເຮືອນາວາ ສະສົມອາຫານເພື່ອຕົວເອງແລະສັດ ແລະຍັງເຕືອນຜູ້ຄົນເລື່ອງນ້ຳຖ້ວມໂລກ. “ທ່ານໂນເອໄດ້ກະທຳດັ່ງນີ້ຕາມທີ່ພະເຈົ້າໄດ້ສັ່ງແລ້ວ ທ່ານໂນເອໄດ້ກະທຳທຸກສິ່ງ.” (ຕົ້ນເດີມ 6:22) ນີ້ເຮັດໃຫ້ໂນເອແລະຄອບຄົວຂອງລາວລອດຊີວິດຈາກຈຸດຈົບຂອງໂລກໃນຕອນນັ້ນ.—ເຫບເລີ 11:7
13. ພະເຢໂຫວາມີຄຳສັ່ງໃຫ້ເຮົາເຮັດຫຍັງ?
13 ໃນທຸກມື້ນີ້ ພະເຢໂຫວາມີຄຳສັ່ງໃຫ້ເຮົາເຮັດຫຍັງ? ໃນຖານະເປັນລູກສິດຂອງພະເຍຊູ ເຮົາຮູ້ວ່າພະເຈົ້າສັ່ງໃຫ້ເຮົາໄປປະກາດ. (ອ່ານລືກາ 4:18, 19) ແຕ່ຊາຕານໄດ້ປິດຫູປິດຕາຜູ້ຄົນສ່ວນໃຫຍ່ແລະເຂົາເຈົ້າບໍ່ຮູ້ເລີຍວ່າກຳລັງເປັນທາດຂອງສາສະໜາປອມ ຊັບສິນເງິນຄຳ ແລະລະບົບການເມືອງ. (2 ໂກລິນໂທ 4:4) ຄືກັບພະເຍຊູ ເຮົາມີສິດທິພິເສດທີ່ໄດ້ຊ່ວຍໃຫ້ຄົນອື່ນໆມາຮູ້ຈັກແລະເຂົ້າມານະມັດສະການພະເຢໂຫວາພະເຈົ້າແຫ່ງອິດສະຫຼະພາບ. (ມັດທາຍ 28:19, 20) ການປະກາດກັບຜູ້ຄົນບໍ່ແມ່ນເລື່ອງງ່າຍ. ໃນບາງເຂດຜູ້ຄົນບໍ່ສົນໃຈທີ່ຈະຮູ້ຈັກພະເຈົ້າ ແລະບາງຄົນກໍໃຈຮ້າຍໃສ່ເຮົາຊ້ຳ. ແຕ່ເນື່ອງຈາກພະເຢໂຫວາສັ່ງໃຫ້ພວກເຮົາປະກາດ ເຮົາຈຶ່ງຕ້ອງຖາມຕົວເອງວ່າ: ‘ຂ້ອຍຈະໃຊ້ອິດສະຫຼະທີ່ຂ້ອຍມີເພື່ອຮັບໃຊ້ພະເຢໂຫວາໃຫ້ຫຼາຍຂຶ້ນໄດ້ບໍ?’
14, 15. ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໄດ້ຕັດສິນໃຈເຮັດຫຍັງ? (ເບິ່ງຮູບທຳອິດ)
14 ເປັນເລື່ອງທີ່ໃຫ້ກຳລັງໃຈແທ້ໆທີ່ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໄດ້ຕັດສິນໃຈໃຊ້ຊີວິດໃຫ້ຮຽບງ່າຍແລະເລີ່ມຮັບໃຊ້ເປັນໄພໂອເນຍ ເພາະເຂົາເຈົ້າຮູ້ວ່າລະບົບຂອງໂລກນີ້ໃກ້ຈະເຖິງຈຸດຈົບແລ້ວ. (1 ໂກລິນໂທ 9:19, 23) ບາງຄົນເປັນໄພໂອເນຍໃນເຂດທີ່ລາວຢູ່ ບາງຄົນກໍຍ້າຍໄປປະຊາຄົມອື່ນທີ່ມີຄວາມຕ້ອງການຜູ້ປະກາດຫຼາຍກວ່າ. ໃນ 5 ປີກ່ອນ ມີຫຼາຍກວ່າ 250.000 ຄົນເລີ່ມເປັນໄພໂອເນຍປະຈຳ ແລະໃນຕອນນີ້ມີຫຼາຍກວ່າ 1.100.000 ຄົນທີ່ເປັນໄພໂອເນຍປະຈຳ. ເປັນເລື່ອງທີ່ດີຫຼາຍແທ້ໆທີ່ຫຼາຍຄົນກຳລັງໃຊ້ອິດສະຫຼະຂອງເຂົາເຈົ້າເພື່ອຮັບໃຊ້ພະເຢໂຫວາ.—ຄຳເພງ 110:3
15 ສິ່ງໃດຈະຊ່ວຍເຂົາເຈົ້າໃຫ້ໃຊ້ອິດສະຫຼະຂອງຕົວເອງຢ່າງສະຫຼາດ? ຂໍໃຫ້ເບິ່ງຕົວຢ່າງຂອງຈອນແລະຈູດິດທີ່ຮັບໃຊ້ມາແລ້ວ 30 ປີໃນຫຼາຍປະເທດ. ເຂົາເຈົ້າເລົ່າເຖິງຕອນທີ່ເລີ່ມມີໂຮງຮຽນໄພໂອເນຍເທື່ອທຳອິດໃນປີ 1977 ມີການກະຕຸ້ນນັກຮຽນໃຫ້ຍ້າຍໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ເພື່ອຈະບັນລຸເປົ້າໝາຍ ຈອນແລະຈູດິດຕ້ອງຮັກສາຊີວິດໃຫ້ຮຽບງ່າຍ. ດັ່ງນັ້ນ ຈອນຈຶ່ງຕ້ອງປ່ຽນວຽກເລື້ອຍໆ. ໃນທີ່ສຸດ ທັງສອງກໍໄດ້ໄປຮັບໃຊ້ຢູ່ຕ່າງປະເທດ. ສິ່ງໃດຊ່ວຍເຂົາເຈົ້າໃຫ້ເອົາຊະນະບັນຫາຕ່າງໆໄດ້ ເຊັ່ນ: ການຮຽນພາສາໃໝ່ ການປັບຕົວໃຫ້ເຂົ້າກັບສະພາບອາກາດແລະວັດທະນະທຳໃໝ່? ເຂົາເຈົ້າອະທິດຖານເຖິງພະເຢໂຫວາແລະເຊື່ອວ່າພະອົງຈະຊ່ວຍເຂົາເຈົ້າ. ເຂົາເຈົ້າຮູ້ສຶກແນວໃດກັບການຮັບໃຊ້ພະເຢໂຫວາແບບນີ້ຕະຫຼອດຫຼາຍປີ? ຈອນບອກວ່າ: “ຂ້ອຍໄດ້ມີໂອກາດທຸ່ມເທໃຫ້ກັບວຽກທີ່ດີທີ່ສຸດໃນຊີວິດ ພະເຢໂຫວາເປັນຈິງຫຼາຍຂຶ້ນສຳລັບຂ້ອຍ ຂ້ອຍຮູ້ສຶກວ່າພະອົງເປັນຄືກັບພໍ່ທີ່ຮັກຂ້ອຍ. ແລະຕອນນີ້ຂ້ອຍເຂົ້າໃຈຢາໂກໂບ 4:8 ຫຼາຍຂຶ້ນທີ່ບອກວ່າ: ‘ທ່ານທັງຫຼາຍຈົ່ງຫຍັບເຂົ້າມາໃກ້ພະເຈົ້າແລະພະອົງຈະຫຍັບເຂົ້າມາໃກ້ທ່ານທັງຫຼາຍ.’ ຂ້ອຍໄດ້ພົບໃນສິ່ງທີ່ຂ້ອຍຊອກຫາ ນັ້ນກໍຄືຊີວິດທີ່ມີຈຸດມຸ່ງໝາຍແລະມີຄວາມສຸກແທ້.”
16. ພີ່ນ້ອງຫຼາຍຄົນໃຊ້ອິດສະຫຼະຂອງເຂົາເຈົ້າຢ່າງສະຫຼາດແນວໃດ?
16 ບໍ່ຄືກັບຈອນແລະຈູດິດທີ່ສາມາດເປັນໄພໂອເນຍໄດ້ເປັນເວລາດົນ ສະພາບການຂອງບາງຄົນກໍອາດເຮັດໃຫ້ເຂົາເຈົ້າເປັນໄພໂອເນຍໄດ້ພຽງແຕ່ໃນໄລຍະສັ້ນໆເທົ່ານັ້ນ. ແນວໃດກໍຕາມ ບາງຄົນໄດ້ຊອກຫາໂອກາດທີ່ຈະເປັນອາສາສະໝັກໃນໂຄງການກໍ່ສ້າງທົ່ວໂລກ. ຕົວຢ່າງເຊັ່ນ: ມີພີ່ນ້ອງຊາຍຍິງປະມານ 27.000 ຄົນມາຊ່ວຍໃນໂຄງການກໍ່ສ້າງສຳນັກງານໃຫຍ່ໃນເມືອງວໍວິກ ລັດນິວຢອກ. ບາງຄົນມາຊ່ວຍ 2 ອາທິດ ບາງຄົນກໍມາຊ່ວຍຫຼາຍເດືອນ ແລະສ່ວນຄົນອື່ນໆກໍມາຊ່ວຍໜຶ່ງປີຫຼືຫຼາຍກວ່ານັ້ນ. ເຂົາເຈົ້າເປັນຕົວຢ່າງທີ່ດີຫຼາຍໃນການໃຊ້ອິດສະຫຼະຂອງເຂົາເຈົ້າເພື່ອສັນລະເສີນແລະໃຫ້ກຽດພະເຢໂຫວາ ພະເຈົ້າແຫ່ງອິດສະຫຼະພາບ.
17. ອະນາຄົດຂອງເຮົາຈະເປັນແນວໃດຖ້າເຮົາໃຊ້ອິດສະຫຼະຂອງເຮົາຢ່າງສະຫຼາດໃນຕອນນີ້?
17 ເຮົາຮູ້ສຶກຂອບໃຈແທ້ໆທີ່ໄດ້ມາຮູ້ຈັກພະເຢໂຫວາແລະເຫັນຄຸນຄ່າການນະມັດສະການພະອົງເຊິ່ງຊ່ວຍໃຫ້ເຮົາເປັນອິດສະຫຼະ. ຂໍໃຫ້ເຮົາພິສູດໃຫ້ເຫັນວ່າເຮົາເຫັນຄຸນຄ່າອິດສະຫຼະທີ່ເຮົາມີໂດຍການເລືອກຂອງເຮົາ. ແທນທີ່ເຮົາຈະໃຊ້ອິດສະຫຼະໄປໃນທາງທີ່ຜິດ ຂໍໃຫ້ເຮົາໃຊ້ອິດສະຫຼະເພື່ອຮັບໃຊ້ພະເຢໂຫວາໃຫ້ຫຼາຍທີ່ສຸດເທົ່າທີ່ເຮັດໄດ້. ແລ້ວໃນອະນາຄົດ ເຮົາຈະມີຄວາມສຸກກັບພອນຕ່າງໆທີ່ພະເຢໂຫວາສັນຍາໄວ້ຕອນທີ່ຄຳພະຍາກອນນີ້ຈະສຳເລັດເປັນຈິງທີ່ວ່າ: ‘ສິ່ງທີ່ນິລະມິດສ້າງນັ້ນຈະຖືກປົດປ່ອຍໃຫ້ເປັນອິດສະຫຼະຈາກອຳນາດຂອງຄວາມເສື່ອມສູນ ແລະຈະໄດ້ມີສ່ວນໃນອິດສະຫຼະພາບອັນຮຸ່ງເຮືອງແຫ່ງບັນດາລູກຂອງພະເຈົ້າ.’—ໂລມ 8:21, ທ.ປ.