ໄຂເງື່ອນ
a ພາສາກະເລັກແປຄຳ “ສະເທືອນໃຈ” ມາຈາກຄຳກິລິຍາເຊິ່ງໝາຍຄວາມວ່າສະເທືອນໃຈດ້ວຍຄວາມເຈັບປວດຫຼືຢ່າງເລິກເຊິ່ງ. ຜູ້ຊ່ຽວຊານດ້ານຄຳພີໄບເບິນຜູ້ໜຶ່ງໃຫ້ຂໍ້ສັງເກດວ່າ “ຄຳນີ້ໝາຍຄວາມໄດ້ຢ່າງດຽວວ່າ ພະເຍຊູຮູ້ສຶກຢ່າງເລິກເຊິ່ງແບບນີ້ຈົນໄດ້ຄ່ຳຄວນອອກມາຢ່າງບໍ່ຕັ້ງໃຈ.” ຄຳທີ່ແປວ່າ “ວຸ່ນວາຍໄປ” ມາຈາກຄຳພາສາກະເລັກທີ່ສະແດງເຖິງຄວາມເດືອດຮ້ອນໃຈ. ຕາມຜູ້ຮຽບຮຽງວັດຈະນານຸກົມຄົນໜຶ່ງ ຄຳນີ້ແປວ່າ “ເຮັດໃຫ້ວຸ່ນວາຍຢູ່ພາຍໃນ . . . ສະເທືອນໃຈຍ້ອນຄວາມເຈັບປວດແລະຄວາມເສົ້າໂສກຢ່າງໜັກ. ຄຳວ່າ “ນ້ຳຕາໄຫຼອອກ” ມາຈາກພາສາກະເລັກເຊິ່ງໝາຍຄວາມວ່າ “ນ້ຳຕາໄຫຼ ຮ້ອງໄຫ້ບໍ່ມີສຽງ.”