ໄຂເງື່ອນ
a “ຕອນທີ່ທຸກສິ່ງຈະໄດ້ຮັບການຟື້ນຟູ” ເລີ່ມຕົ້ນເມື່ອລູກຫຼານຂອງກະສັດດາວິດຜູ້ສັດຊື່ນັ່ງຢູ່ເທິງບັນລັງການປົກຄອງຂອງເມຊີອາ ພະເຢໂຫວາສັນຍາກັບດາວິດວ່າລູກຫຼານຂອງລາວຈະປົກຄອງຕະຫຼອດໄປ. (ເພງສັນລະເສີນ 89:35-37) ແຕ່ຫຼັງຈາກທີ່ກອງທັບບາບີໂລນທຳລາຍເມືອງເຢຣູຊາເລັມໃນປີ 607 ກ່ອນຄລິດຕະສັກກະຫຼາດ (ກ່ອນ ຄ.ສ) ກໍບໍ່ມີລູກຫຼານຄົນໃດຂອງດາວິດປົກຄອງເປັນຕົວແທນຂອງພະເຈົ້າອີກ. ແຕ່ເມື່ອພະເຢຊູເຊິ່ງເປັນລູກຫຼານຂອງດາວິດໄດ້ຂຶ້ນປົກຄອງໃນສະຫວັນ ເພິ່ນກໍເປັນກະສັດຕາມຄຳສັນຍາ.