ໄຂເງື່ອນ
a ພະເຍຊູບໍ່ໄດ້ຂໍໃຫ້ທຸກຄົນທີ່ຕິດຕາມພະອົງປະຖິ້ມຊັບສົມບັດທັງໝົດ. ແລະເຖິງວ່າພະອົງໄດ້ເອີ່ຍວ່າມັນຍາກສ່ຳໃດທີ່ຄົນຮັ່ງມີຜູ້ໜຶ່ງທີ່ຈະເຂົ້າໄປໃນລາຊະອານາຈັກຂອງພະເຈົ້າ ພະອົງກ່າວຕື່ມວ່າ “ພະເຈົ້າອາດກະທຳສັບພະທຸກສິ່ງໄດ້.” (ມາລະໂກ 10:23, 27) ທີ່ຈິງແລ້ວ ມີຄົນຮັ່ງມີຈຳນວນໜຶ່ງໄດ້ເຂົ້າມາເປັນລູກສິດຂອງພະຄລິດ. ເຂົາເຈົ້າໄດ້ຮັບຄຳແນະນຳທີ່ສະເພາະເຈາະຈົງໃນປະຊາຄົມຄລິດສະຕຽນ ແຕ່ກໍບໍ່ມີການຂໍໃຫ້ເຂົາເຈົ້າບໍລິຈາກຊັບສິນທັງໝົດໃຫ້ຄົນທຸກຍາກ.—1 ຕີໂມເຕ 6:17.