ໄຂເງື່ອນ
d ເຫດຜົນໜຶ່ງທີ່ເຮັດໃຫ້ຄຳເຕືອນນັ້ນບໍ່ຄ່ອຍໄດ້ຜົນໃນຕອນທຳອິດກໍຄື ນັກສຶກສາຄຳພີໄບເບິນຄິດວ່າຄຳເຕືອນນັ້ນໃຊ້ກັບ 144.000 ຄົນເປັນຫຼັກ. ໃນບົດທີ 5 ຂອງປຶ້ມຫົວນີ້ຈະອະທິບາຍວ່າ ກ່ອນປີ 1935 ເຂົາເຈົ້າເຊື່ອວ່າ: “ຄົນຈຳນວນຫຼາຍ” ທີ່ກ່າວເຖິງໃນຄຳປາກົດ 7:9, 10, ສະບັບຄິງເຈມ ໝາຍເຖິງສະມາຊິກຈຳນວນຫຼາຍຂອງຄລິດສາສະໜາຈັກນຳອີກ. ເຂົາເຈົ້າເຊື່ອວ່າ ສະມາຊິກເຫຼົ່ານັ້ນກໍຈະຖືກແຕ່ງຕັ້ງໃຫ້ເປັນຊົນຝ່າຍສະຫວັນເຊິ່ງເປັນອັນດັບຮອງ ເພາະໃນທີ່ສຸດເຂົາເຈົ້າກໍປ່ຽນມາຢູ່ຝ່າຍພະຄລິດ.