ໄຂເງື່ອນ
a ຂໍ້ຄຳພີປະຈຳປີ 2019 ທີ່ເລືອກໄວ້ໃຫ້ເຫດຜົນ 3 ຢ່າງກັບເຮົາວ່າເປັນຫຍັງເຮົາຍັງສາມາດມີຄວາມສະຫງົບໃຈໄດ້ເຖິງວ່າຈະມີສິ່ງທີ່ບໍ່ດີຫຼາຍຢ່າງເກີດຂຶ້ນໃນໂລກຫຼືໃນຊີວິດເຮົາ. ບົດຄວາມນີ້ຈະພິຈາລະນາເຫດຜົນເຫຼົ່ານັ້ນ ແລະຈະຊ່ວຍໃຫ້ເຮົາອຸກໃຈໜ້ອຍລົງແລະໄວ້ວາງໃຈພະເຢໂຫວາຫຼາຍຂຶ້ນ. ຂໍໃຫ້ເຈົ້າຄິດຕຶກຕອງເຖິງຂໍ້ຄຳພີປະຈຳປີແລະພະຍາຍາມຈື່ໃຫ້ໄດ້. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ເຂັ້ມແຂງຫຼາຍຂຶ້ນເພື່ອຈະຮັບມືກັບບັນຫາໃນອະນາຄົດ.