ໄຂເງື່ອນ
a ຕອນທີ່ພະເຍຊູຢູ່ເທິງໂລກ ພະເຢໂຫວາໄດ້ເວົ້າຈາກສະຫວັນເຖິງ 3 ເທື່ອ. ມີເທື່ອໜຶ່ງແມ່ນ ພະເຢໂຫວາບອກພວກລູກສິດໃຫ້ຟັງພະເຍຊູລູກຊາຍຂອງພະອົງ. ທຸກມື້ນີ້ພະເຢໂຫວາເວົ້າກັບເຮົາໂດຍທາງຄຳພີໄບເບິນເຊິ່ງລວມເຖິງຄຳສອນຂອງພະເຍຊູ ແລະໂດຍທາງອົງການຂອງພະອົງ. ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າການຟັງພະເຢໂຫວາແລະພະເຍຊູເຮັດໃຫ້ເຮົາໄດ້ຮັບປະໂຫຍດແນວໃດ.