ໄຂເງື່ອນ
b ການອະທິບາຍສຳນວນ: ການລ່ວງລະເມີດເດັກທາງເພດແມ່ນການທີ່ຜູ້ໃຫຍ່ໄດ້ເຮັດສິ່ງໃດສິ່ງໜຶ່ງກັບເດັກເພື່ອສະໜອງຄວາມຕ້ອງການທາງເພດຂອງຕົວເອງ. ສິ່ງນີ້ຍັງລວມເຖິງການມີເພດສຳພັນກັບເດັກ ການຮ່ວມເພດທາງປາກຫຼືທາງຮູທະວານ ການລູບຄຳອະໄວຍະວະເພດ ໜ້າເອິກ ກົ້ນ ຫຼືການກະທຳອື່ນໆທີ່ຜິດສິນລະທຳ. ເຖິງວ່າສ່ວນຫຼາຍຄົນທີ່ຕົກເປັນເຫຍື່ອຈະເປັນຜູ້ຍິງ ແຕ່ຜູ້ຊາຍຫຼາຍຄົນກໍຖືກລ່ວງລະເມີດທາງເພດຄືກັນ. ແລະເຖິງວ່າສ່ວນຫຼາຍຜູ້ທີ່ລ່ວງລະເມີດເດັກທາງເພດຈະເປັນຜູ້ຊາຍ ແຕ່ຜູ້ຍິງຈຳນວນໜຶ່ງກໍໄດ້ເຮັດຄືກັນ.