ໄຂເງື່ອນ
a ເຮົາມີຊີວິດຢູ່ໃນໂລກທີ່ຊາຕານປົກຄອງເຊິ່ງມັນເປັນພໍ່ຂອງການຕົວະ. ດັ່ງນັ້ນ ຈຶ່ງເປັນເລື່ອງຍາກທີ່ເຮົາຈະໃຊ້ຊີວິດຕາມຄວາມຈິງ. ຄລິດສະຕຽນທີ່ມີຊີວິດໃນຕອນທ້າຍສະຕະວັດທຳອິດກໍມີບັນຫາແບບດຽວກັນນີ້. ພະເຢໂຫວາໄດ້ດົນໃຈໃຫ້ອັກຄະສາວົກໂຢຮັນຂຽນຈົດໝາຍສາມສະບັບເພື່ອຊ່ວຍເຂົາເຈົ້າແລະຊ່ວຍເຮົານຳ. ໃນຈົດໝາຍເຫຼົ່ານັ້ນຈະຊ່ວຍເຮົາໃຫ້ຮູ້ວ່າສິ່ງໃດອາດຂັດຂວາງເຮົາບໍ່ໃຫ້ໃຊ້ຊີວິດຕາມຄວາມຈິງ ແລະເຮົາຈະແກ້ໄຂບັນຫານັ້ນໄດ້ແນວໃດ.