ໄຂເງື່ອນ
b ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍຄົນໜຶ່ງຖືກຈັບຢູ່ເຮືອນ ເມຍກັບລູກໄດ້ແຕ່ແນມເບິ່ງຕອນທີ່ຕຳຫຼວດຈັບລາວໄປ. ຕອນທີ່ພີ່ນ້ອງຄົນນັ້ນຢູ່ຄຸກ ພີ່ນ້ອງໃນປະຊາຄົມໄດ້ມາຮ່ວມນະມັດສະການປະຈຳຄອບຄົວກັບເມຍແລະລູກຂອງລາວ. ເມຍກັບລູກອະທິດຖານຂໍກຳລັງທີ່ຈະອົດທົນກັບບັນຫານີ້ໄດ້. ພະເຢໂຫວາຊ່ອຍເຂົາເຈົ້າໃຫ້ມີຄວາມກ້າແລະຄວາມສະຫງົບໃຈ. ຜົນກໍຄືເຂົາເຈົ້າມີຄວາມເຊື່ອທີ່ເຂັ້ມແຂງແລະອົດທົນດ້ວຍຄວາມຍິນດີ.