ໄຂເງື່ອນ
b ຄຳອະທິບາຍຮູບພາບ: ພໍ່ແມ່ຂອງພີ່ນ້ອງຍິງຄົນໜຶ່ງໄດ້ສອນລາວໃຫ້ອະທິດຖານເຖິງພະເຢໂຫວາເລື້ອຍໆຕັ້ງແຕ່ລາວຍັງນ້ອຍ. ຕອນທີ່ລາວເປັນໄວລຸ້ນແລະເລີ່ມເປັນໄພໂອເນຍ ລາວມັກຈະອະທິດຖານຂໍພະເຢໂຫວາໃຫ້ຊ່ວຍລາວໃນວຽກປະກາດ. ຫຼາຍປີຕໍ່ມາ ເມື່ອຜົວຂອງລາວບໍ່ສະບາຍແຮງ ລາວກໍໄດ້ຂໍພະເຢໂຫວາໃຫ້ຊ່ວຍລາວອົດທົນກັບບັນຫານີ້ໄດ້. ແລະທຸກມື້ນີ້ເຖິງລາວຈະເປັນແມ່ໝ້າຍ ແຕ່ລາວກໍຍັງໝັ່ນອະທິດຖານເຖິງພະເຢໂຫວາ ແລະໝັ້ນໃຈວ່າເພິ່ນຈະຕອບຄຳອະທິດຖານຂອງລາວຄືກັບທີ່ເພິ່ນເຄີຍຕອບມາແລ້ວ.