ໄຂເງື່ອນ
a ເຮົາຮູ້ສຶກດີໃຈຫຼາຍແທ້ໆທີ່ພະເຢໂຫວາໃຫ້ເຮົາອະທິດຖານເຖິງເພິ່ນ. ດັ່ງນັ້ນ ເຮົາຈຶ່ງຢາກໃຫ້ຄຳອະທິດຖານຂອງເຮົາເປັນຄືກັບເຄື່ອງຫອມທີ່ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ. ໃນບົດຄວາມນີ້ ເຮົາຈະມາເບິ່ງວ່າ ເຮົາສາມາດອະທິດຖານເລື່ອງຫຍັງໄດ້ແດ່ ແລະເຮົາຄວນຄິດເຖິງຫຍັງເມື່ອເຮົາຖືກຂໍໃຫ້ອະທິດຖານຕາງໜ້າຄົນອື່ນ.