ໄຂເງື່ອນ
a ພະເຢໂຫວາໃຫ້ເຮົາມີຄວາມຫວັງທີ່ດີໃນອະນາຄົດ. ຄວາມຫວັງນີ້ຊ່ວຍເຮົາໃຫ້ມີຄວາມສຸກແລະເບິ່ງຂ້າມບັນຫາຕ່າງໆທີ່ມີໃນຕອນນີ້. ນອກຈາກນັ້ນ ຄວາມຫວັງຍັງຊ່ວຍເຮົາໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາແລະປົກປ້ອງເຮົາບໍ່ໃຫ້ມີຄວາມຄິດທີ່ບໍ່ດີ. ສິ່ງເຫຼົ່ານີ້ເປັນເຫດຜົນທີ່ເຮັດໃຫ້ເຮົາຢາກຮັກສາຄວາມຫວັງໃຫ້ຊັດເຈນຢູ່ສະເໝີ ເຊິ່ງເຮົາຈະໄດ້ຮຽນໃນບົດຄວາມນີ້.