ໄຂເງື່ອນ
a ເຮົາທຸກຄົນທີ່ນະມັດສະການພະເຢໂຫວາພະຍາຍາມອ່ານຄຳພີໄບເບິນທຸກມື້. ຄົນທົ່ວໄປກໍອ່ານຄຳພີໄບເບິນຄືກັນ ແຕ່ບໍ່ຄ່ອຍເຂົ້າໃຈສິ່ງທີ່ອ່ານປານໃດ. ຄົນໃນສະໄໝຂອງພະເຢຊູກໍເປັນແບບນັ້ນຄືກັນ. ເມື່ອເຮົາເບິ່ງສິ່ງທີ່ພະເຢຊູເວົ້າກັບຄົນທີ່ອ່ານຄຳພີໄບເບິນໃນສະໄໝຂອງເພິ່ນ ເຮົາຈະໄດ້ຮຽນຮູ້ສິ່ງທີ່ຈະຊ່ວຍເຮົາໃຫ້ໄດ້ຮັບປະໂຫຍດຫຼາຍຂຶ້ນຈາກການອ່ານຄຳພີໄບເບິນ.