ໄຂເງື່ອນ
a ສິ່ງຕ່າງໆທີ່ພະເຢໂຫວາສ້າງຂຶ້ນມາເປັນຕາໜ້າປະທັບໃຈຫຼາຍແທ້ໆ. ນັບຕັ້ງແຕ່ດວງຕາເວັນທີ່ມີພະລັງງານອັນມາຫະສານຈົນເຖິງສິ່ງທີ່ບອບບາງຄືກີບດອກໄມ້. ສິ່ງຕ່າງໆທີ່ພະເຢໂຫວາສ້າງຍັງຊ່ວຍເຮົາໃຫ້ຮູ້ວ່າ ພະເຢໂຫວາເປັນພະເຈົ້າແບບໃດ. ໃນບົດຄວາມນີ້ເຮົາຈະມາເບິ່ງວ່າ ເປັນຫຍັງເຮົາຄວນໃຊ້ເວລາທີ່ຈະສັງເກດເບິ່ງສິ່ງຕ່າງໆທີ່ພະເຢໂຫວາສ້າງ ແລະການເຮັດແບບນີ້ຈະຊ່ວຍເຮົາໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ.