ໄຂເງື່ອນ
a ສາດສະດາຈານ ຊີ. ມາວິນ ແພັດ ຂຽນວ່າຜູ້ຊ່ຽວຊານດ້ານຄຳພີໄບເບິນຫຼາຍຄົນເຊື່ອວ່າເມື່ອພະເຍຊູເວົ້າວ່າ “ໃນວັນນີ້” ເພິ່ນໝາຍຄວາມວ່າ ເພິ່ນຈະຕາຍແລະເຂົ້າອຸທິຍານທັນທີເລີຍໃນມື້ນັ້ນ ຫຼືພາຍໃນ 24 ຊົ່ວໂມງ. ສາດສະດາຈານແພັດບອກວ່າ ຄຳເຫັນນີ້ບໍ່ສອດຄ່ອງກັບຂໍ້ອື່ນໆໃນຄຳພີໄບເບິນ ເຊັ່ນ: ຄຳພີໄບເບິນບອກວ່າຫຼັງຈາກພະເຍຊູຕາຍແລ້ວກໍຢູ່ໃນຫຼຸມຝັງສົບ ຈາກນັ້ນເພິ່ນຈຶ່ງຂຶ້ນສະຫວັນ.—ມັດທາຍ 12:40; ກິດຈະການ 2:31; ໂລມ 10:7