ວັນພະຫັດທີ 4 ກັນຍາ
ຈະມີທາງຫຼັກເສັ້ນໜຶ່ງ ທາງເສັ້ນນັ້ນຈະຖືກເອີ້ນວ່າທາງບໍລິສຸດ.—ອຊຢ. 35:8
ຄົນຢິວທີ່ກັບໄປອິດສະຣາເອນຈະກາຍເປັນ “ຊາດທີ່ບໍລິສຸດ” ຂອງພະເຢໂຫວາ. (ພບຍ. 7:6) ແຕ່ບໍ່ໄດ້ໝາຍຄວາມວ່າຄົນທີ່ອອກຈາກບາບີໂລນຈະບໍ່ຕ້ອງປ່ຽນແປງໂຕເອງເພື່ອຈະເຮັດໃຫ້ພະເຢໂຫວາພໍໃຈ. ຄົນຢິວສ່ວນຫຼາຍທີ່ເກີດຢູ່ບາບີໂລນລຶ້ງກັບວັດທະນະທຳ ການໃຊ້ຊີວິດ ແລະຄວາມຄິດຂອງຄົນຢູ່ຫັ້ນ. ຫຼາຍສິບປີຫຼັງຈາກທີ່ຄົນຢິວກຸ່ມທຳອິດກັບໄປອິດສະຣາເອນ ເນເຮມີຢາທີ່ເປັນເຈົ້າແຂວງຕົກໃຈຫຼາຍທີ່ເຫັນຄົນຢິວທີ່ເກີດຢູ່ອິດສະຣາເອນເວົ້າພາສາເຮັບເຣີບໍ່ໄດ້. (ພບຍ. 6:6, 7; ນຮຢ. 13:23, 24) ເດັກນ້ອຍເຫຼົ່ານີ້ຈະຮັກພະເຢໂຫວາແລະນະມັດສະການເພິ່ນໄດ້ແນວໃດຖ້າເຂົາເຈົ້າບໍ່ເຂົ້າໃຈພາສາເຮັບເຣີເຊິ່ງເປັນພາສາຫຼັກທີ່ໃຊ້ໃນການຂຽນຄຳພີໄບເບິນໃນຕອນນັ້ນ? (ອຊຣ. 10:3, 44) ດັ່ງນັ້ນ ຄົນຢິວເຫຼົ່ານີ້ຕ້ອງປ່ຽນແປງໂຕເອງ ແລະມັນກໍຈະງ່າຍກວ່າຖ້າເຂົາເຈົ້າປ່ຽນແປງໂຕເອງຕອນທີ່ຢູ່ອິດສະຣາເອນເຊິ່ງເປັນບ່ອນທີ່ການນະມັດສະການບໍລິສຸດກຳລັງໄດ້ຮັບການຟື້ນຟູ.—ນຮຢ. 8:8, 9. ຫ23.05 ໜ້າ 15 ຂໍ້ 6-7
ວັນສຸກທີ 5 ກັນຍາ
ພະເຢໂຫວາຊ່ວຍທຸກຄົນທີ່ກຳລັງຈະລົ້ມແລະໂຈມເອົາທຸກຄົນທີ່ອຸກໃຈແລະໝູບໜ້າຢູ່.—ພສ. 145:14
ບໍ່ວ່າເຮົາຈະມີແຮງກະຕຸ້ນທີ່ຢາກຈະເຮັດຕາມເປົ້າໝາຍຫຼາຍສ່ຳໃດ ຫຼືມີລະບຽບວິໄນກັບໂຕເອງຫຼາຍສ່ຳໃດກໍຕາມ ເຮົາອາດຍັງຕ້ອງເຈິອຸປະສັກຂັດຂວາງທີ່ເຮັດໃຫ້ເຮົາເຮັດຕາມເປົ້າໝາຍບໍ່ໄດ້. ຕົວຢ່າງເຊັ່ນ: ເຮົາອາດເຈິກັບ “ເຫດການທີ່ບໍ່ຄາດຄິດ” ເຊິ່ງເຮັດໃຫ້ເຮົາບໍ່ໄດ້ຈົດຈໍ່ຢູ່ກັບເປົ້າໝາຍແລະບໍ່ມີເວລາທີ່ຈະເຮັດຕາມເປົ້າໝາຍທີ່ຕັ້ງໃຈໄວ້. (ປຍຈ. 9:11) ຫຼືເຮົາອາດເຈິບັນຫາທີ່ເຮັດໃຫ້ເຮົາຮູ້ສຶກທໍ້ໃຈແລະໝົດແຮງ. (ສພສ. 24:10) ຫຼືຄວາມບໍ່ສົມບູນແບບຂອງເຮົາອາດເຮັດໃຫ້ເຮົາເຮັດຜິດພາດເຊິ່ງເຮັດໃຫ້ຍາກທີ່ຈະເຮັດຕາມເປົ້າໝາຍ. (ຣມ. 7:23) ຫຼືເຮົາອາດຮູ້ສຶກເມື່ອຍ. (ມທ. 26:43) ສິ່ງໃດຈະຊ່ວຍເຮົາໄດ້? ໃຫ້ຈື່ໄວ້ວ່າເຖິງວ່າເຮົາຍັງເຮັດຕາມເປົ້າໝາຍບໍ່ໄດ້ ກໍຢ່າຟ້າວລົ້ມເລີກຄວາມຕັ້ງໃຈ. ຄຳພີໄບເບິນບອກວ່າເຮົາອາດຕ້ອງເຈິບັນຫາຫຼາຍຢ່າງຊ້ຳແລ້ວຊ້ຳອີກ ແຕ່ເຮົາກໍຍັງຈະເຮັດຕາມເປົ້າໝາຍຂອງເຮົາໄດ້. ຖ້າເຈົ້າຍັງພະຍາຍາມຕໍ່ໆໄປທີ່ຈະໄປໃຫ້ເຖິງເປົ້າໝາຍເຖິງວ່າມັນຈະຍາກ ນີ້ກໍສະແດງໃຫ້ເຫັນວ່າເຈົ້າຢາກເຮັດໃຫ້ພະເຢໂຫວາມີຄວາມສຸກ. ລອງຄິດເບິ່ງວ່າພະເຢໂຫວາຈະພູມໃຈໃນໂຕເຈົ້າຫຼາຍສ່ຳໃດທີ່ເຫັນເຈົ້າພະຍາຍາມເຮັດແບບນັ້ນ! ຫ23.05 ໜ້າ 30 ຂໍ້ 14-15
ວັນເສົາທີ 6 ກັນຍາ
ໃຫ້ເປັນຕົວຢ່າງໃຫ້ຝູງແກະ.—1ປຕ. 5:3
ການເປັນໄພໂອເນຍຈະຊ່ວຍຜູ້ຊາຍທີ່ຍັງໜຸ່ມໃຫ້ຮູ້ຈັກເຮັດວຽກກັບພີ່ນ້ອງທີ່ມີຄວາມແຕກຕ່າງກັນ ຮູ້ຈັກບໍລິຫານເງິນ ແລະບໍ່ໃຊ້ຈ່າຍຟຸມເຟືອຍ. (ຟລປ. 4:11-13) ຖ້າເຈົ້າວາງແຜນຈະຮັບໃຊ້ເຕັມເວລາ ການສະໝັກເປັນໄພໂອເນຍສົມທົບເປັນຈຸດເລີ່ມຕົ້ນທີ່ດີເພື່ອຈະກຽມພ້ອມກ່ອນຈະເປັນໄພໂອເນຍປະຈຳ. ການເປັນໄພໂອເນຍປະຈຳເປີດໂອກາດທີ່ໜ້າຕື່ນເຕັ້ນໃຫ້ເຈົ້າໄດ້ຮັບໃຊ້ພະເຢໂຫວາຫຼາຍຂຶ້ນໃນອີກຫຼາຍຮູບແບບ ເຊັ່ນ ການເປັນອາສາສະໝັກໃນທີມກໍ່ສ້າງຫຼືຮັບໃຊ້ຢູ່ເບເທນ. ພີ່ນ້ອງຊາຍຄວນມີເປົ້າໝາຍທີ່ຈະມີຄຸນສົມບັດທີ່ຈະເປັນຜູ້ດູແລແລະຮັບໃຊ້ພີ່ນ້ອງໃນປະຊາຄົມ. ຄຳພີໄບເບິນບອກວ່າ ຄົນທີ່ພະຍາຍາມຈະໄດ້ເປັນຜູ້ດູແລກໍ “ຢາກເຮັດວຽກທີ່ດີ.” (1ຕມ. 3:1) ທຳອິດ ພີ່ນ້ອງຊາຍຕ້ອງມີຄຸນສົມບັດທີ່ຈະເປັນຜູ້ຊ່ວຍວຽກຮັບໃຊ້ກ່ອນ. ຜູ້ຊ່ວຍວຽກຮັບໃຊ້ຈະຊ່ວຍຜູ້ດູແລເອົາໃຈໃສ່ພີ່ນ້ອງ. ທັງຜູ້ດູແລແລະຜູ້ຊ່ວຍວຽກຮັບໃຊ້ຈະຊ່ວຍເຫຼືອພີ່ນ້ອງຢ່າງຖ່ອມໃຈແລະດຸໝັ່ນໃນການເຮັດວຽກປະກາດ. ຫ23.12 ໜ້າ 28 ຂໍ້ 14-16