ເຢເຣມີຢາ
2 ພະເຢໂຫວາເວົ້າກັບຂ້ອຍວ່າ: 2 “ໃຫ້ເຈົ້າໄປປະກາດໃຫ້ເຢຣູຊາເລັມຟັງວ່າ ‘ພະເຢໂຫວາເວົ້າໄວ້ແນວນີ້
“ເຮົາຈື່ໄດ້ດີວ່າຕອນທີ່ເຈົ້າຍັງນ້ອຍ+ ເຈົ້າມີຄວາມຮັກທີ່ໝັ້ນຄົງຕໍ່ເຮົາ
ຈື່ວ່າເຈົ້າຮັກເຮົາຕອນທີ່ໝັ້ນກັບເຮົາ+
ແລະຈື່ວ່າເຈົ້ານຳເຮົາໄປໃນບ່ອນກັນດານ
ໄປແຜ່ນດິນທີ່ບໍ່ມີການຫວ່ານແນວປູກ.+
3 ພະເຢໂຫວາເຄີຍເບິ່ງວ່າອິດສະຣາເອນບໍລິສຸດ+ແລະເປັນຜົນລະປູກຊຸດທຳອິດຈາກການເກັບກ່ຽວ.”
ໃຜກໍຕາມທີ່ມາກັດກິນລາວຈະມີຄວາມຜິດ
ແລະຈະເຈິຄວາມຈິບຫາຍ.’ ພະເຢໂຫວາເວົ້າໄວ້ແນວນີ້.”+
4 ລູກຫຼານຂອງຢາໂຄບແລະທຸກຄອບຄົວຂອງຄົນອິດສະຣາເອນເອີ້ຍ
ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້.
5 ພະເຢໂຫວາເວົ້າວ່າ:
“ປູ່ຍ່າຕານາຍຂອງເຈົ້າເຫັນວ່າເຮົາມີຄວາມຜິດຫຍັງ+
ເຂົາເຈົ້າຈຶ່ງໜີຈາກເຮົາໄກແທ້
ແລະໄປນະມັດສະການຮູບບູຊາທີ່ບໍ່ມີຄ່າ+ແລະເຮັດໃຫ້ໂຕເອງບໍ່ມີຄ່າໄປນຳ?+
6 ເຂົາເຈົ້າບໍ່ໄດ້ຖາມວ່າ ‘ພະເຢໂຫວາຢູ່ໃສ?
ຜູ້ທີ່ພາພວກເຮົາອອກມາຈາກແຜ່ນດິນຂອງເອຢິບ+
ຜູ້ທີ່ພາພວກເຮົາຜ່ານບ່ອນກັນດານ
ຜ່ານແຜ່ນດິນທີ່ມີທະເລຊາຍ+ແລະຂຸມ
ຜ່ານແຜ່ນດິນທີ່ແຫ້ງແລ້ງ+ແລະມືດຫຼາຍ
ຜ່ານແຜ່ນດິນທີ່ບໍ່ມີຄົນທຽວ
ແລະບໍ່ມີໃຜອາໄສຢູ່ ເພິ່ນຢູ່ໃສ?’
7 ແລ້ວເຮົາກໍພາເຈົ້າເຂົ້າມາໃນແຜ່ນດິນທີ່ມີສວນໝາກໄມ້ຫຼາຍໆ
ເພື່ອໃຫ້ເຈົ້າໄດ້ກິນໝາກໄມ້ແລະສິ່ງດີຕ່າງໆໃນແຜ່ນດິນນີ້.+
ແຕ່ເຈົ້າພັດເຂົ້າມາເຮັດໃຫ້ແຜ່ນດິນນີ້ບໍ່ສະອາດ
ແລະເຮັດໃຫ້ມໍລະດົກຂອງເຮົາກາຍເປັນສິ່ງທີ່ເປັນຕາຂີ້ດຽດ.+
8 ພວກປະໂລຫິດກໍບໍ່ໄດ້ຖາມວ່າ ‘ພະເຢໂຫວາຢູ່ໃສ?’+
ພວກທີ່ສອນກົດໝາຍບໍ່ໄດ້ຮູ້ຈັກເຮົາເລີຍ
ພວກຜູ້ລ້ຽງແກະກໍກະບົດຕໍ່ເຮົາ+
ພວກຜູ້ພະຍາກອນກໍພະຍາກອນໂດຍໃຊ້ຊື່ພະບາອານ+
ແລະເຂົາເຈົ້າກໍຕິດຕາມພະຕ່າງໆທີ່ບໍ່ໄດ້ໃຫ້ປະໂຫຍດຫຍັງ.
9 ‘ດັ່ງນັ້ນ ເຮົາຈະຕັ້ງຂໍ້ຫາເພີ່ມໃຫ້ເຈົ້າ+
ແລະເຮົາຈະຕັ້ງຂໍ້ຫາໃຫ້ລູກຫຼານຂອງເຈົ້ານຳ.’ ພະເຢໂຫວາເວົ້າໄວ້ແນວນີ້.
10 ‘ແຕ່ໃຫ້ເຈົ້າຂ້າມໄປເກາະຂອງພວກກິດຕີມ+ແລະເບິ່ງໃຫ້ດີໆ.
ໃຫ້ສົ່ງຄົນໄປເກດາ+ແລະຄິດໃຫ້ຄັກໆ
ເພື່ອຈະຮູ້ວ່າມີເລື່ອງແນວນີ້ເກີດຂຶ້ນບໍ່.
11 ເຄີຍມີຊາດໃດບໍທີ່ເອົາສິ່ງທີ່ບໍ່ແມ່ນພະເຈົ້າມາແທນພະເຈົ້າຂອງໂຕເອງ?
ແຕ່ປະຊາຊົນຂອງເຮົານີ້ແຫຼະທີ່ເອົາສິ່ງທີ່ບໍ່ມີຄ່າມາແທນການຍົກຍ້ອງເຮົາ.’+
12 ພະເຢໂຫວາເວົ້າວ່າ ‘ໃຫ້ເຈົ້າຈ້ອງເບິ່ງ ແລ້ວເຈົ້າຈະງຶດ
ແລະເຈົ້າຈະຢ້ານຈົນໂຕສັ່ນ
13 ຍ້ອນປະຊາຊົນຂອງເຮົາໄດ້ເຮັດຊົ່ວສອງຢ່າງ.
ເຂົາເຈົ້າໄດ້ປະຖິ້ມເຮົາເຊິ່ງເປັນແຫຼ່ງນ້ຳທີ່ໃຫ້ຊີວິດ+
ແລ້ວໄປຂຸດຂຸມ*ຫຼາຍໆສຳລັບໂຕເອງ
ແຕ່ພວກມັນເປັນຂຸມທີ່ເກັບນ້ຳໄວ້ບໍ່ຢູ່.
14 ອິດສະຣາເອນເປັນຄົນຮັບໃຊ້ຫຼືເປັນທາດທີ່ເກີດຢູ່ໃນເຮືອນບໍ?
ຖ້າເປັນແນວນັ້ນ ເປັນຫຍັງລາວຈຶ່ງຖືກຈັບໂຕໄປຄືກັບເຄື່ອງທີ່ຖືກປຸ້ນ?
15 ໂຕສິງເປັນຝູງແຜດສຽງຮ້ອງໃສ່ລາວ.+
ພວກມັນພາກັນຮ້ອງສຽງດັງ.
ພວກມັນເຮັດໃຫ້ແຜ່ນດິນຂອງລາວຮ້າງເປົ່າ.
ເມືອງຕ່າງໆຂອງລາວກໍຖືກໄຟຈູດຈົນບໍ່ມີໃຜອາໄສຢູ່ອີກຕໍ່ໄປ.
16 ຄົນເມືອງໂໜບ*+ແລະຄົນຕະປັນເຂດ+ກໍປຸ້ນແຜ່ນດິນຂອງເຈົ້າ.*
17 ເຈົ້າເຮັດໃຫ້ເລື່ອງນີ້ເກີດຂຶ້ນກັບໂຕເອງບໍ່ແມ່ນບໍ
ຍ້ອນເຈົ້າຖິ້ມພະເຢໂຫວາພະເຈົ້າຂອງເຈົ້າ+
ຕອນທີ່ເພິ່ນກຳລັງນຳໜ້າເຈົ້າຜ່ານບ່ອນກັນດານ?
ເປັນຫຍັງເຈົ້າຈຶ່ງຢາກໄປອັດຊີເຣຍ+
ເພື່ອໄປກິນນ້ຳຢູ່ແມ່ນ້ຳເອິຟາຣາດ?
19 ເຈົ້າຄວນໄດ້ຮັບບົດຮຽນຈາກຄວາມຊົ່ວທີ່ເຈົ້າເຮັດ.
ເຈົ້າຄວນຖືກຕັກເຕືອນຍ້ອນເຈົ້າເຮັດສິ່ງທີ່ບໍ່ສັດຊື່.
ຂໍໃຫ້ຮູ້ໄວ້ວ່າການຖິ້ມພະເຢໂຫວາພະເຈົ້າຂອງເຈົ້າ+
ເປັນສິ່ງທີ່ຊົ່ວແລະເຮັດໃຫ້ເສົ້າເສຍໃຈ.
ເຈົ້າບໍ່ໄດ້ຢ້ານຢຳເຮົາເລີຍ.’+ ພະເຢໂຫວາຜູ້ບັນຊາການກອງທັບ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
20 ‘ດົນແລ້ວທີ່ເຮົາໄດ້ຫັກແອກຂອງເຈົ້າ+
ແລະໄດ້ຕັດໂສ້ຂອງເຈົ້າອອກ
ແຕ່ເຈົ້າພັດເວົ້າວ່າ “ຂ້ອຍຈະບໍ່ຮັບໃຊ້ພະອົງ.”
ຢູ່ເທິງໂນນພູສູງທຸກບ່ອນແລະຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ+
ເຈົ້ານອນແຜ່ຢູ່ແລະເຮັດໂຕຄືກັບໂສເພນີ.+
21 ເຮົາປູກເຈົ້າໃຫ້ເປັນຄືກັບເຄືອໝາກລະແຊັງທີ່ດີໆ+ເຊິ່ງປົ່ງຢູ່ບ່ອນທີ່ດີທີ່ສຸດ
ແຕ່ເຈົ້າພັດເສື່ອມລົງຕໍ່ໜ້າເຮົາແລະກາຍເປັນເຄືອໝາກລະແຊັງປ່າໄດ້ແນວໃດ?+
22 ເຖິງວ່າເຈົ້າຈະຖືກລ້າງດ້ວຍຜົງໂຊດາ*ແລະສະບູບັກຫຼາຍໆ
ແຕ່ສຳລັບເຮົາ ຄວາມຜິດຂອງເຈົ້າກໍຍັງເປັນຄືກັບຮອຍເປື້ອນ.’+ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
23 ເຈົ້າເວົ້າໄດ້ແນວໃດວ່າ ‘ຂ້ອຍບໍ່ໄດ້ເຮັດໃຫ້ໂຕເອງບໍ່ສະອາດ.
ຂ້ອຍບໍ່ໄດ້ໄປນະມັດສະການພະບາອານ’?
ໃຫ້ເບິ່ງສິ່ງເຈົ້າໄດ້ເຮັດຢູ່ຮ່ອມພູແມ້
ແລະໃຫ້ຄິດຄັກໆໃນສິ່ງທີ່ເຈົ້າໄດ້ເຮັດ.
ເຈົ້າເປັນຄືກັບອູດໂຕແມ່ທີ່ວ່ອງໄວແລະຫ້າວຫຼາຍ
ແລະແລ່ນໄປທົ່ວທີບທົ່ວແດນ.
24 ເຈົ້າເປັນຄືກັບລາປ່າທີ່ລຶ້ງເຄີຍກັບບ່ອນກັນດານ
ທີ່ສືບດັງຝຶດໆຍ້ອນຢາກປະສົມພັນ.
ເມື່ອມັນຕິດເຊີງ ໃຜຊິລ່າມມັນໄວ້ໄດ້?
ບໍ່ຕ້ອງມີໃຜໄປຊອກຫາມັນໃຫ້ເມື່ອຍດອກ.
ບາດຮອດເດືອນປະສົມພັນກໍຊິເຈິມັນເອງ.
25 ໃຫ້ເຈົ້າຢຸດແລ່ນ ຄັນບໍ່ຊັ້ນ ເຈົ້າຈະໄດ້ແລ່ນຕີນເປົ່າ
ແລະເຈົ້າຈະຫິວນ້ຳ.
ແຕ່ເຈົ້າເວົ້າວ່າ ‘ຂ້ອຍຈະບໍ່ປ່ຽນໃຈ.+
26 ຄືກັບຂີ້ລັກທີ່ອັບອາຍເມື່ອຖືກຈັບໄດ້
ພວກອິດສະຣາເອນກໍຕ້ອງອັບອາຍຄືກັນ
ເຂົາເຈົ້າທຸກຄົນ ລວມທັງພວກກະສັດ ພວກເຈົ້ານາຍ
ພວກປະໂລຫິດ ແລະພວກຜູ້ພະຍາກອນຂອງເຂົາເຈົ້າ.+
27 ເຂົາເຈົ້າເວົ້າກັບຕົ້ນໄມ້ວ່າ ‘ເຈົ້າເປັນພໍ່ຂອງຂ້ອຍ’+
ແລະເວົ້າກັບກ້ອນຫີນວ່າ ‘ເຈົ້າເປັນຜູ້ເກີດຂ້ອຍມາ.’
ແຕ່ກັບເຮົາ ເຂົາເຈົ້າພັດປິ່ນໜ້າໜີແລະຫັນຫຼັງໃຫ້.+
ຕອນທີ່ເຂົາເຈົ້າເຈິບັນຫາ ເຂົາເຈົ້າກໍເວົ້າວ່າ
‘ຂໍພະອົງລຸກຂຶ້ນແລະຊ່ວຍພວກເຮົາແດ່.’+
28 ຕອນນີ້ພະເຈົ້າຕ່າງໆທີ່ເຈົ້າເຮັດຂຶ້ນມາໄປໃສໝົດແລ້ວ?+
ໃຫ້ພະເຈົ້າເຫຼົ່ານັ້ນລຸກຂຶ້ນແລະຊ່ວຍເຈົ້າຈາກບັນຫາແມ້!
ຢູດາເອີ້ຍ ພະເຈົ້າຂອງເຈົ້າມີຫຼາຍສ່ຳກັບເມືອງຂອງເຈົ້າແລ້ວ!+
29 ພະເຢໂຫວາຖາມວ່າ ‘ເປັນຫຍັງເຈົ້າຕັ້ງຂໍ້ຫາໃຫ້ເຮົາຢູ່ເລື້ອຍໆ?
ເປັນຫຍັງພວກເຈົ້າທຸກຄົນກະບົດຕໍ່ເຮົາ?’+
30 ເຮົາໄດ້ລົງໂທດພວກລູກຊາຍຂອງເຈົ້າ ແຕ່ມັນກໍບໍ່ມີປະໂຫຍດຫຍັງ.+
ເຂົາເຈົ້າບໍ່ຍອມຮັບການສັ່ງສອນຫຍັງເລີຍ.+
ດາບຂອງເຈົ້າໄດ້ຂ້າຜູ້ພະຍາກອນຂອງເຈົ້າເອງ+
ຄືກັບໂຕສິງທີ່ໃຈຮ້າຍແຮງ.
31 ປະຊາຊົນຂອງເຮົາເອີ້ຍ ໃຫ້ເຈົ້າຄິດກ່ຽວກັບຄຳເວົ້າຂອງພະເຢໂຫວາດີໆເດີ້.
ເຮົາກາຍເປັນບ່ອນກັນດານ
ຫຼືແຜ່ນດິນທີ່ມືດໆແລະເປັນຕາຢ້ານສຳລັບອິດສະຣາເອນແລ້ວບໍ?
ເປັນຫຍັງປະຊາຊົນຂອງເຮົາຈຶ່ງເວົ້າວ່າ ‘ພວກເຮົາເລາະໄປຕາມໃຈໂຕເອງ
ພວກເຮົາຈະບໍ່ກັບມາຫາພະອົງອີກແລ້ວ’?+
32 ຜູ້ຍິງບໍລິສຸດຈະລືມເຄື່ອງປະດັບຂອງລາວບໍ?
ເຈົ້າສາວຈະລືມສາຍແອວຂອງລາວໄດ້ບໍ?
ແຕ່ປະຊາຊົນຂອງເຮົາໄດ້ລືມເຮົາແຕ່ດົນແລ້ວ.+
33 ເຈົ້າຈັ່ງແມ່ນຄິດວິທີຊອກຫາຄວາມຮັກເກັ່ງເນາະ.
ເຈົ້າຝຶກໂຕເອງໃຫ້ເຮັດແນວຊົ່ວໆເກັ່ງຫຼາຍ.+
34 ແມ່ນແຕ່ເຄື່ອງນຸ່ງຂອງເຈົ້າກໍຍັງເປື້ອນເລືອດຂອງຄົນທຸກທີ່ບໍ່ມີຄວາມຜິດ.+
ເຖິງວ່າເຮົາບໍ່ໄດ້ເຫັນເຂົາເຈົ້າບຸກເຂົ້າໄປໃນເຮືອນຂອງເຈົ້າ
ແຕ່ເຮົາກໍຍັງເຫັນເລືອດຂອງເຂົາເຈົ້າຕິດຢູ່ເຄື່ອງນຸ່ງຂອງເຈົ້າ.+
35 ແຕ່ເຈົ້າບອກວ່າ ‘ຂ້ອຍບໍ່ໄດ້ຜິດເດີ້.
ເພິ່ນເຊົາໃຈຮ້າຍໃຫ້ຂ້ອຍແລ້ວແນ່ນອນ.’
ບັດນີ້ເຮົາຈະຕັດສິນເຈົ້າ
ຍ້ອນເຈົ້າເວົ້າວ່າ ‘ຂ້ອຍບໍ່ໄດ້ເຮັດຫຍັງຜິດ.’
36 ເປັນຫຍັງເຈົ້າຄິດວ່າຄວາມບໍ່ສັດຊື່ຂອງເຈົ້າເປັນເລື່ອງທີ່ບໍ່ສຳຄັນ?