ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເປັນ​ຫຍັງ​ເຈົ້າ​ໜ້າ​ຈະ​ອ່ານ​ຄຳ​ພີ​ໄບເບິນ?
    ຫໍສັງເກດການ (ສາທາລະນະ)—2017 | ສະບັບທີ 1
    • ຜູ້​ຍິງ​ຄົນ​ໜຶ່ງ​ຈັບ​ເອົາ​ຄຳ​ພີ​ໄບເບິນ​ຈາກ​ຊັ້ນ​ວາງ​ປຶ້ມ

      ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

      ເປັນ​ຫຍັງ​ເຈົ້າ​ໜ້າ​ຈະ​ອ່ານ​ຄຳ​ພີ​ໄບເບິນ?

      “ຂ້ອຍ​ຄິດ​ວ່າ​ຄຳ​ພີ​ໄບເບິນ​ໜ້າ​ຈະ​ເຂົ້າ​ໃຈ​ຍາກ​ໄດ໋.”—ຈູວີ

      “ຂ້ອຍ​ຮູ້ສຶກ​ວ່າ​ຄຳ​ພີ​ໄບເບິນ​ໜ້າ​ເບື່ອ.”—ຄວີນນີ

      “ພຽງ​ແຕ່​ເຫັນ​ຄວາມ​ໜາ​ຂອງ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ບໍ່​ຢາກ​ອ່ານ​ແລ້ວ.”—ເອເຊຄຽວ

      ເຈົ້າ​ເຄີຍ​ຢາກ​ລອງ​ອ່ານ​ຄຳ​ພີ​ໄບເບິນ ແຕ່​ສຸດ​ທ້າຍ​ກໍ​ຕ້ອງ​ລົ້ມ​ເລີກ​ຄວາມ​ຕັ້ງ​ໃຈ​ຍ້ອນ​ຮູ້ສຶກ​ຄື​ຄົນ​ເຫຼົ່າ​ນີ້​ບໍ? ແມ່ນ​ຢູ່​ວ່າ​ຫຼາຍ​ຄົນ​ບໍ່​ຢາກ​ອ່ານ​ຄຳ​ພີ​ໄບເບິນ. ແຕ່​ຖ້າ​ເຈົ້າ​ຮູ້​ວ່າ​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ດີ​ແລະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ໄດ້​ເດ? ແລະ​ຖ້າ​ມີ​ວິທີ​ທີ່​ເຮັດ​ໃຫ້​ການ​ອ່ານ​ຄຳ​ພີ​ໄບເບິນ​ມ່ວນ​ຂຶ້ນ​ເດ? ເຈົ້າ​ຢາກ​ຈະ​ລອງ​ອ່ານ​ເບິ່ງ​ບໍ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ກັບ​ເຈົ້າ​ແນວ​ໃດ?

      ລອງ​ມາ​ເບິ່ງ​ຄວາມ​ເຫັນ​ຂອງ​ບາງ​ຄົນ​ທີ່​ພົບ​ວ່າ​ການ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ປະໂຫຍດ​ແທ້ໆ.

      ຊາຍ​ໜຸ່ມ​ອາຍຸ 20 ປີ​ຕົ້ນໆ ຊື່​ເອເຊຄຽວ​ບອກ​ວ່າ: “ແຕ່​ກ່ອນ ຂ້ອຍ​ເປັນ​ຄື​ກັບ​ຄົນ​ຂັບ​ລົດ​ທີ່​ຂັບ​ໄປ​ເລື້ອຍໆບໍ່​ມີ​ຈຸດ​ມຸ່ງ​ໝາຍ. ແຕ່​ເມື່ອ​ອ່ານ​ຄຳ​ພີ​ໄບເບິນ​ແລ້ວ​ຊີວິດ​ຂ້ອຍ​ກໍ​ມີ​ຄວາມ​ໝາຍ. ຍ້ອນ​ໃນ​ນັ້ນ​ມີ​ຄຳ​ແນະນຳ​ທີ່​ຂ້ອຍ​ເອົາ​ໄປ​ໃຊ້​ໄດ້​ແທ້​ໃນ​ຊີວິດ​ປະຈຳ​ວັນ.”

      ຟຣີ​ດາ​ອາຍຸ​ປະມານ 20 ປີ​ປາຍ​ເລົ່າ​ວ່າ: “ແຕ່​ກ່ອນ​ຂ້ອຍ​ເປັນ​ຄົນ​ໃຈ​ຮ້າຍ​ງ່າຍ. ແຕ່​ເມື່ອ​ອ່ານ​ຄຳ​ພີ​ໄບເບິນ ຂ້ອຍ​ກໍ​ຄວບຄຸມ​ອາລົມ​ໄດ້​ດີ​ຂຶ້ນ. ຕອນ​ນີ້​ໃຜໆກໍ​ຢາກ​ລົມ​ກັບ​ຂ້ອຍ ເຮັດ​ໃຫ້​ຂ້ອຍ​ມີ​ໝູ່​ຫຼາຍ​ຂຶ້ນ.”

      ຢູນິດສ໌​ອາຍຸ 50 ປີ​ປາຍ​ເວົ້າ​ເຖິງ​ຄຳ​ພີ​ໄບເບິນ​ວ່າ “ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ຂ້ອຍ​ເຊົາ​ນິດໄສ​ທີ່​ບໍ່​ດີ​ແລະ​ເປັນ​ຄົນ​ທີ່​ດີ​ຂຶ້ນ.”

      ຖ້າ​ເຈົ້າ​ອ່ານ​ຄຳ​ພີ​ໄບເບິນ ຊີວິດ​ເຈົ້າ​ຈະ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ​ຄື​ກັບ​ເຂົາເຈົ້າ​ແລະ​ຄື​ກັບ​ຜູ້​ອ່ານ​ອີ​ກ​ຫຼາຍ​ລ້ານ​ຄົນ. (ເອຊາອີ 48:17, 18) ນອກ​ຈາກ​ນັ້ນ ຄຳ​ພີ​ໄບເບິນ​ຍັງ​ຊ່ວຍ​ໃຫ້​ເຈົ້າ (1) ຕັດສິນ​ໃຈ​ໄດ້​ດີ​ຂຶ້ນ (2) ມີ​ໝູ່​ແທ້ (3) ຫຼຸດ​ຄວາມ​ເຄັ່ງ​ຕຶງ ແລະ (4) ໄດ້​ຮຽນ​ຄວາມ​ຈິງ​ເລື່ອງ​ພະເຈົ້າ​ເຊິ່ງ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ. ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ມາ​ຈາກ​ພະເຈົ້າ ດັ່ງນັ້ນ ຖ້າ​ເຈົ້າ​ເຮັດ​ຕາມ​ຊີວິດ​ເຈົ້າ​ຈະ​ບໍ່​ມີ​ວັນ​ລົ້ມເຫຼວ ຍ້ອນ​ວ່າ​ພະເຈົ້າ​ໃຫ້​ຄຳ​ແນະນຳ​ທີ່​ດີ​ສະເໝີ.

      ສິ່ງ​ສຳຄັນ​ແມ່ນ​ການ​ເລີ່ມ​ຕົ້ນ. ແລ້ວ​ມີ​ວິທີ​ຫຍັງ​ທີ່​ຊ່ວຍ​ໃຫ້​ການ​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ແລະ​ມ່ວນ​ນຳ?

  • ເຈົ້າ​ຈະ​ເລີ່ມ​ແນວ​ໃດ?
    ຫໍສັງເກດການ (ສາທາລະນະ)—2017 | ສະບັບທີ 1
    • ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

      ເຈົ້າ​ຈະ​ເລີ່ມ​ແນວ​ໃດ?

      ຜູ້​ຍິງ​ຄົນ​ໜຶ່ງ​ອະທິດຖານ​ກ່ອນ​ຈະ​ອ່ານ​ຄຳ​ພີ​ໄບເບິນ

      ມີ​ຫຍັງ​ແດ່​ທີ່​ຊ່ວຍ​ເຈົ້າ​ໃຫ້​ມ່ວນ​ກັບ​ການ​ອ່ານ​ຄຳ​ພີ​ໄບເບິນ​ແລະ​ໄດ້​ປະໂຫຍດ​ຫຼາຍ​ຂຶ້ນ? ລອງ​ເບິ່ງ​ຄຳ​ແນະນຳ 5 ຢ່າງ​ຕໍ່​ໄປ​ນີ້​ທີ່​ຊ່ວຍ​ຫຼາຍ​ຄົນ​ມາ​ແລ້ວ.

      ສ້າງ​ບັນຍາກາດ​ທີ່​ດີ. ເລືອກ​ສະຖານ​ທີ່​ງຽບໆ ບໍ່​ມີ​ສິ່ງ​ລົບກວນ​ເພື່ອ​ເຈົ້າ​ຈະ​ຈົດຈໍ່​ກັບ​ເລື່ອງ​ທີ່​ອ່ານ​ໄດ້​ເຕັມທີ. ການ​ອ່ານ​ຢູ່​ບ່ອນ​ທີ່​ມີ​ແສງ​ສະຫວ່າງ​ພຽງ​ພໍ​ແລະ​ອາກາດ​ຖ່າຍ​ເທ​ສະດວກ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ປະໂຫຍດ​ຈາກ​ການ​ອ່ານ​ຫຼາຍ​ທີ່​ສຸດ.

      ມີ​ມຸມ​ມອງ​ທີ່​ຖືກຕ້ອງ. ເນື່ອງ​ຈາກ​ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ເຮົາ​ໃນ​ສະຫວັນ ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຼາຍ​ທີ່​ສຸດ​ຖ້າ​ເຈົ້າ​ມີ​ມຸມ​ມອງ​ຄື​ກັບ​ລູກ​ທີ່​ຢາກ​ຮຽນ​ຮູ້​ຈາກ​ພໍ່​ທີ່​ຮັກ. ແຕ່​ຖ້າ​ເຈົ້າ​ມີ​ຄວາມ​ຄິດ​ໃນ​ແງ່​ລົບ ຫຼື​ມີ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ກັບ​ຄຳ​ພີ​ໄບເບິນ ຂໍ​ໃຫ້​ວາງ​ສິ່ງ​ເຫຼົ່າ​ນັ້ນ​ໄວ້​ກ່ອນ​ແລ້ວ​ຍອມ​ໃຫ້​ພະເຈົ້າ​ສອນ​ເຈົ້າ.—ຄຳເພງ 25:4

      ອະທິດຖານ​ກ່ອນ​ຈະ​ເລີ່ມ​ອ່ານ. ຄຳ​ພີ​ໄບເບິນ​ບັນທຶກ​ຄວາມ​ຄິດ​ຂອງ​ພະເຈົ້າ ດັ່ງນັ້ນ ບໍ່​ແປກ​ທີ່​ເຈົ້າ​ຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ເພິ່ນ​ເພື່ອ​ຈະ​ເຂົ້າ​ໃຈ​ສິ່ງ​ທີ່​ອ່ານ. ພະເຈົ້າ​ສັນຍາ​ວ່າ​ເພິ່ນ​ຈະ “ໃຫ້​ພະລັງ​ບໍລິສຸດ​ກັບ​ຄົນ​ທີ່​ຂໍ.” (ລູກາ 11:13) ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ພະເຈົ້າ. ແລ້ວ​ໃນ​ທີ່​ສຸດ​ເຈົ້າ​ຈະ​ເຂົ້າ​ໃຈ​ແມ່ນ​ແຕ່ “ສິ່ງ​ທີ່​ເລິກ​ເຊິ່ງ​ຂອງ​ພະເຈົ້າ.”—1 ໂກຣິນໂທ 2:10

      ອ່ານ​ເພື່ອ​ຄວາມ​ເຂົ້າ​ໃຈ. ຢ່າ​ຟ້າວ​ອ່ານ​ຜ່ານໆ. ແຕ່​ໃຫ້​ຄິດ​ຢ່າງ​ຈິງ​ຈັງ​ກັບ​ສິ່ງ​ທີ່​ກຳລັງ​ອ່ານ. ຖາມ​ໂຕ​ເອງ​ວ່າ: ‘ຂ້ອຍ​ເຫັນ​ລັກສະນະ​ນິດໄສ​ຫຍັງ​ຂອງ​ບຸກຄົນ​ໃນ​ຄຳ​ພີ​ໄບເບິນ​ທີ່​ຂ້ອຍ​ກຳລັງ​ອ່ານ? ຂ້ອຍ​ຈະ​ເອົາ​ເລື່ອງ​ທີ່​ອ່ານ​ໄປ​ໃຊ້​ໃນ​ຊີວິດ​ໄດ້​ແນວ​ໃດ?’

      ຕັ້ງ​ເປົ້າ​ໝາຍ​ແບບ​ເຈາະ​ຈົງ. ເພື່ອ​ຈະ​ໄດ້​ປະໂຫຍດ​ຈາກ​ການ​ອ່ານ​ຄຳ​ພີ​ໄບເບິນ ລອງ​ຕັ້ງ​ເປົ້າ​ໝາຍ​ວ່າ​ຈະ​ຮຽນ​ຮູ້​ບາງ​ສິ່ງ​ທີ່​ຊ່ວຍ​ໃຫ້​ຊີວິດ​ຂອງ​ເຈົ້າ​ດີ​ຂຶ້ນ. ເຈົ້າ​ອາດ​ຕັ້ງ​ເປົ້າ​ໝາຍ​ແບບ​ນີ້​ເຊັ່ນ: ‘ຂ້ອຍ​ຢາກ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວ​ກັບ​ພະເຈົ້າ.’ ‘ຂ້ອຍ​ຢາກ​ຈະ​ເປັນ​ຄົນ​ທີ່​ດີ​ຂຶ້ນ ຢາກ​ເປັນ​ຜົວ​ຫຼື​ເມຍ​ທີ່​ດີ​ຂຶ້ນ.’ ແລ້ວ​ເລືອກ​ອ່ານ​ບາງ​ສ່ວນ​ໃນ​ຄຳ​ພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ບັນລຸ​ເປົ້າ​ໝາຍ​ເຫຼົ່າ​ນັ້ນ.a

      ການ​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ​ຈະ​ເປັນ​ເລື່ອງ​ງ່າຍ​ຂຶ້ນ​ຖ້າ​ເຈົ້າ​ເຮັດ​ຕາມ​ຄຳ​ແນະນຳ​ທັງ 5 ຢ່າງ​ນີ້. ແຕ່​ເຈົ້າ​ຈະ​ເຮັດ​ໃຫ້​ການ​ອ່ານ​ໜ້າ​ສົນ​ໃຈ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ? ບົດ​ຄວາມ​ຕໍ່​ໄປ​ມີ​ຄຳ​ແນະນຳ​ບາງ​ຢ່າງ​ທີ່​ຊ່ວຍ​ເຈົ້າ​ໄດ້.

      a ຖ້າ​ເຈົ້າ​ບໍ່​ແນ່​ໃຈ​ວ່າ​ເລື່ອງ​ທີ່​ເຈົ້າ​ສົນ​ໃຈ​ຢູ່​ບ່ອນ​ໃດ​ໃນ​ຄຳ​ພີ​ໄບເບິນ ພະຍານ​ພະ​ເຢໂຫວາ​ຍິນດີ​ຊ່ວຍ​ເຈົ້າ.

      ອ່ານ​ແນວ​ໃດ​ໃຫ້​ໄດ້​ປະໂຫຍດ​ຫຼາຍ​ຂຶ້ນ

      • ຄ່ອຍໆອ່ານ ແລະ​ບໍ່​ຕ້ອງ​ຟ້າວ

      • ໃຫ້​ນຶກ​ພາບ​ວ່າ​ໂຕ​ເອງ​ຢູ່​ໃນ​ເລື່ອງ​ທີ່​ອ່ານ

      • ເບິ່ງ​ວ່າ​ຂໍ້​ຄຳ​ພີ​ແຕ່​ລະ​ຂໍ້​ກ່ຽວຂ້ອງ​ແນວ​ໃດ​ກັບ​ເນື້ອ​ເລື່ອງ

      • ຊອກ​ຫາ​ຈຸດ​ທີ່​ຈະ​ເອົາ​ໄປ​ໃຊ້​ໄດ້

  • ອ່ານ​ແນວ​ໃດ​ໃຫ້​ມ່ວນ?
    ຫໍສັງເກດການ (ສາທາລະນະ)—2017 | ສະບັບທີ 1
    • ຜູ້​ຍິງ​ຄົນ​ໜຶ່ງ​ໃຊ້​ເຄື່ອງ​ມື​ຄົ້ນ​ຄວ້າ​ຕອນ​ທີ່​ອ່ານ​ຄຳ​ພີ​ໄບເບິນ

      ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

      ອ່ານ​ແນວ​ໃດ​ໃຫ້​ມ່ວນ?

      ເຈົ້າ​ອ່ານ​ຄຳ​ພີ​ໄບເບິນ​ແລ້ວ​ຮູ້ສຶກ​ແນວ​ໃດ? ເບື່ອ​ບໍ? ຫຼື​ມັກ​ຫຼາຍ? ສ່ວນ​ຫຼາຍ​ກໍ​ຂຶ້ນ​ຢູ່​ກັບ​ວ່າ​ເຈົ້າ​ອ່ານ​ແບບ​ໃດ. ມາ​ເບິ່ງ​ນຳ​ກັນ​ວ່າ​ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ມ່ວນ​ກັບ​ການ​ອ່ານ​ແລະ​ເຮັດ​ໃຫ້​ຄຳ​ພີ​ໄບເບິນ​ໜ້າ​ສົນ​ໃຈ​ຫຼາຍ​ຂຶ້ນ​ສຳລັບ​ເຈົ້າ.

      ເລືອກ​ສະບັບ​ແປ​ທີ່​ເຊື່ອ​ຖື​ໄດ້ ແລະ​ແປ​ດ້ວຍ​ພາສາ​ທັນ​ສະໄໝ. ຖ້າ​ເຈົ້າ​ອ່ານ​ເລື່ອງ​ທີ່​ມີ​ແຕ່​ຄຳ​ຍາກໆຫຼື​ໃຊ້​ພາສາ​ບູຮານ​ທີ່​ເຈົ້າ​ບໍ່​ຄ່ອຍ​ເຂົ້າ​ໃຈ ເຈົ້າ​ຄື​ຊິ​ອ່ານ​ເລື່ອງ​ນັ້ນ​ບໍ່​ຄ່ອຍ​ມ່ວນ​ປານ​ໃດ. ດັ່ງນັ້ນ ເຈົ້າ​ຕ້ອງ​ເລືອກ​ຄຳ​ພີ​ໄບເບິນ​ທີ່​ໃຊ້​ພາສາ​ເຂົ້າ​ໃຈ​ງ່າຍ. ແຕ່​ກໍ​ຕ້ອງ​ແປ​ຢ່າງ​ຖືກຕ້ອງ​ແລະ​ເຊື່ອ​ຖື​ໄດ້​ນຳ.a

      ໃຊ້​ເຕັກໂນໂລຊີ​ທີ່​ທັນ​ສະໄໝ. ທຸກ​ມື້​ນີ້​ຄຳ​ພີ​ໄບເບິນ​ບໍ່​ໄດ້​ມີ​ແຕ່​ແບບ​ທີ່​ພິມ​ເປັນ​ຫົວ​ເທົ່າ​ນັ້ນ ແຕ່​ຍັງ​ມີ​ໃນ​ຮູບ​ແບບ​ດິຈິຕໍ​ນຳ. ຄຳ​ພີ​ໄບເບິນ​ບາງ​ສະບັບ​ແປ​ສາມາດ​ອ່ານ​ອອນລາຍ​ຫຼື​ດາວໂຫຼດ​ໄວ້​ໃນ​ຄອມພິວເຕີ ແທັບເລັດ ຫຼື​ໂທລະສັບ​ມື​ຖື​ໄດ້​ນຳ. ບາງ​ສະບັບ​ຍັງ​ມີ​ເຄື່ອງ​ມື​ເພີ່ມ​ເຕີມ​ສຳລັບ​ຄົ້ນ​ຫາ​ຂໍ້​ຄຳ​ພີ​ໄດ້​ຢ່າງ​ໄວ​ວາ​ຫຼື​ສາມາດ​ທຽບ​ກັບ​ຂໍ້​ດຽວ​ກັນ​ຈາກ​ສະບັບ​ແປ​ອື່ນໆໄດ້. ຖ້າ​ເຈົ້າ​ມັກ​ຟັງ​ຫຼາຍ​ກວ່າ​ອ່ານ ຄຳ​ພີ​ໄບເບິນ​ໃນ​ບາງ​ພາສາ​ຍັງ​ມີ​ໃນ​ຮູບ​ແບບ​ຟາຍ​ສຽງ​ນຳ. ບາງ​ຄົນ​ມັກ​ຟັງ​ເມື່ອ​ເດີນ​ທາງ ລີດ​ເຄື່ອງ ຫຼື​ເຮັດ​ວຽກ​ອື່ນໆຢູ່. ເຈົ້າ​ຢາກ​ລອງ​ເບິ່ງ​ຈັກ​ວິທີ​ໜຶ່ງ​ບໍ?

      ໃຊ້​ເຄື່ອງ​ມື​ຄົ້ນ​ຄວ້າ. ເຄື່ອງ​ມື​ຄົ້ນ​ຄວ້າ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ໃຫ້​ເຈົ້າ​ໄດ້​ປະໂຫຍດ​ຈາກ​ການ​ອ່ານ​ຫຼາຍ​ຂຶ້ນ. ແຜນທີ່​ສະແດງ​ດິນແດນ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ສະຖານ​ທີ່​ທີ່​ເຈົ້າ​ອ່ານ​ເຈິ​ນັ້ນ​ຢູ່​ບ່ອນ​ໃດ ແລ້ວ​ເຈົ້າ​ຈະ​ເຫັນ​ພາບ​ໄດ້​ແຈ້ງ​ຂຶ້ນ. ເຈົ້າ​ຈະ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ເລື່ອງ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ຫຼາຍ​ຂຶ້ນ​ນຳ​ຖ້າ​ເຈົ້າ​ອ່ານ​ບົດ​ຄວາມ​ທີ່​ຢູ່​ໃນ​ວາລະສານ​ນີ້​ຫຼື​ໃນ​ເວັບໄຊ jw.org/lo ໃນ​ຫົວ​ຂໍ້ “ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ.”

      ໃຊ້​ວິທີ​ການ​ອ່ານ​ທີ່​ຫຼາກຫຼາຍ. ຖ້າ​ເຈົ້າ​ຄິດ​ວ່າ​ຕ້ອງ​ອ່ານ​ຄຳ​ພີ​ໄບເບິນ​ຕັ້ງ​ແຕ່​ຕົ້ນ​ຈົນ​ຈົບ​ເຈົ້າ​ອາດ​ຈະ​ຮູ້ສຶກ​ທໍ້​ກໍ​ໄດ້ ຄັນ​ຊັ້ນ​ເປັນ​ຫຍັງ​ຄື​ບໍ່​ລອງ​ເລີ່ມ​ອ່ານ​ຈາກ​ບາງ​ເລື່ອງ​ທີ່​ເຈົ້າ​ມັກ​ກ່ອນ? ຫຼື​ຖ້າ​ເຈົ້າ​ຢາກ​ຮູ້​ເລື່ອງ​ຂອງ​ບາງ​ຄົນ​ໃນ​ຄຳ​ພີ​ໄບເບິນ​ທີ່​ເຈົ້າ​ເຄີຍ​ໄດ້​ຍິນ ເຈົ້າ​ກໍ​ອາດ​ຈະ​ອ່ານ​ເລື່ອງ​ລາວ​ຂອງ​ເຂົາເຈົ້າ​ເປັນ​ແຕ່​ລະ​ຄົນ​ໄປ. ຕົວຢ່າງ​ການ​ອ່ານ​ແບບ​ນີ້​ມີ​ຢູ່​ໃນ​ຂອບ “ມາ​ຮູ້ຈັກ​ກັບ​ບາງ​ຄົນ​ໃນ​ຄຳ​ພີ​ໄບເບິນ.” ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຈະ​ເລືອກ​ອ່ານ​ຕາມ​ຫົວ​ເລື່ອງ ຫຼື​ຕາມ​ລຳດັບ​ເຫດການ​ທີ່​ເກີດຂຶ້ນ​ໃນ​ຄຳ​ພີ​ໄບເບິນ​ກໍ​ໄດ້. ເຈົ້າ​ໜ້າ​ຈະ​ລອງ​ເບິ່ງ​ຈັກ​ວິທີ​ໜຶ່ງ​ທີ່​ເໝາະ​ກັບ​ເຈົ້າ.

      a ຫຼາຍ​ຄົນ​ເຫັນ​ວ່າ​ພະ​ຄຳ​ພີ​ສະບັບ​ແປ​ໂລກ​ໃໝ່ ​ຖືກຕ້ອງ​ແມ່ນ​ຢຳ ເຊື່ອ​ຖື​ໄດ້ ແລະ​ອ່ານ​ເຂົ້າ​ໃຈ​ງ່າຍ​ນຳ. ຄຳ​ພີ​ໄບເບິນ​ສະບັບ​ແປ​ນີ້​ຈັດ​ພິມ​ໂດຍ​ພະຍານ​ພະ​ເຢໂຫວາ ເຊິ່ງ​ຫາ​ອ່ານ​ໄດ້​ຫຼາຍ​ກວ່າ 130 ພາສາ. ເຈົ້າ​ສາມາດ​ດາວໂຫຼດ​ໄດ້​ໃນ​ເວັບໄຊ jw.org/lo ຫຼື​ດາວໂຫຼດ​ແອັບ JW Library. ຫຼື​ຖ້າ​ເຈົ້າ​ຕ້ອງການ​ຄຳ​ພີ​ໄບເບິນ​ແບບ​ເປັນ​ຫົວ ພະຍານ​ພະ​ເຢໂຫວາ​ຍິນດີ​ເອົາ​ໄປ​ໃຫ້​ເຈົ້າ​ຢູ່​ເຮືອນ.

      ມາ​ຮູ້ຈັກ​ກັບ​ບາງ​ຄົນ​ໃນ​ຄຳ​ພີ​ໄບເບິນ

      ຜູ້​ຍິງ​ບາງ​ຄົນ​ທີ່​ສັດ​ຊື່​ຕໍ່​ພະເຈົ້າ

      ອາບີຄາລີ

      1 ຊາເມືອນ ບົດ 25

      ເອເຊເທຣ

      ເອເຊເທຣ ບົດ 2-5, 7-9

      ອານາ

      1 ຊາເມືອນ ບົດ 1-2

      ມາຣີ

      (ແມ່​ຂອງ​ພະ​ເຢຊູ) ມັດທາຍ ບົດ 1-2; ລູກາ ບົດ 1-2; ເບິ່ງ ໂຢຮັນ 2:1-12; ກິດຈະການ 1:12-14; 2:1-4 ນຳ

      ຣາຮາບ

      ໂຢຊວຍ ບົດ 2, 6; ເບິ່ງ​ເຮັບເຣີ 11:30, 31; ຢາໂກໂບ 2:24-26 ນຳ

      ເຣເບກາ

      ຕົ້ນເດີມ ບົດ 24-27

      ຊາຣາ

      ຕົ້ນເດີມ ບົດ 17-18, 20-21, 23; ເບິ່ງ​ເຮັບເຣີ 11:11; 1 ເປໂຕ 3:1-6 ນຳ

      ຜູ້​ຊາຍ​ບາງ​ຄົນ​ທີ່​ມີ​ຄວາມ​ເຊື່ອ​ໂດດ​ເດັ່ນ

      ອັບຣາຮາມ

      ຕົ້ນເດີມ ບົດ 11-24; ເບິ່ງ 25:1-11 ນຳ

      ດາວິດ

      1 ຊາເມືອນ ບົດ 16-30; 2 ຊາເມືອນ ບົດ 1-24; 1 ກະສັດ ບົດ 1-2

      ພະ​ເຢຊູ

      ປຶ້ມ​ມັດທາຍ, ມາຣະໂກ, ລູກາ, ແລະ​ໂຢຮັນ

      ໂມເຊ

      ອົບພະຍົບ ບົດ 2-20, 24, 32-34; ຈົດເຊັນບັນຊີ ບົດ 11-17, 20, 21, 27, 31; ພະບັນຍັດ ບົດ 34

      ໂນອາ

      ຕົ້ນເດີມ ບົດ 5-9

      ໂປໂລ

      ກິດຈະການ ບົດ 7-9, 13-28

      ເປໂຕ

      ມັດທາຍ ບົດ 4, 10, 14, 16-17, 26; ກິດຈະການ ບົດ 1-5, 8-12

      ເຄື່ອງ​ມື​ຄົ້ນ​ຄວ້າ​ທີ່​ເຮັດ​ຂຶ້ນ​ໂດຍ​ພະຍານ​ພະ​ເຢໂຫວາ

      • JW.ORG/LO—ເວັບໄຊ​ນີ້​ມີ​ເຄື່ອງ​ມື​ຄົ້ນ​ຄວ້າ​ຫຼາຍ​ຢ່າງ ເຊັ່ນ ຫົວ​ຂໍ້ “ຖາມ-ຕອບ​ເລື່ອງ​ຄຳ​ພີ​ໄບເບິນ.” ແລະ​ວິທີ​ການ​ດາວໂຫຼດ​ແອັບ JW Library

      • “ໄປ​ເບິ່ງ​ແຜ່ນດິນ​ອັນ​ດີ” (ພາສາ​ໄທ)—ຈຸນລະສານ​ນີ້​ມີ​ແຜນທີ່​ແລະ​ຮູບ​ປະກອບ​ຂອງ​ສະຖານ​ທີ່​ໃນ​ຄຳ​ພີ​ໄບເບິນ

      • ການ​ຢັ່ງ​ເຫັນ​ເຂົ້າ​ໃຈ​ພະ​ຄຳ​ພີ (ພາສາ​ອັງກິດ)—ປຶ້ມ​ສາລານຸກົມ 2 ຫົວ​ກ່ຽວ​ກັບ​ຄຳ​ພີ​ໄບເບິນ​ທີ່​ອະທິບາຍ​ເລື່ອງ​ລາວ​ຂອງ​ຜູ້​ຄົນ ສະຖານ​ທີ່ ແລະ​ຄຳສັບ​ໃນ​ຄຳ​ພີ​ໄບເບິນ

      • “ພະ​ຄຳ​ພີ​ທຸກ​ຕອນ​ມີ​ຂຶ້ນ​ໂດຍ​ການ​ດົນ​ໃຈ​ຈາກ​ພະເຈົ້າ​ແລະ​ເປັນ​ປະໂຫຍດ” (ພາສາ​ໄທ)—ປຶ້ມ​ທີ່​ອະທິບາຍ​ເຖິງ​ຊ່ວງ​ເວລາ ສະຖານ​ທີ່ ລວມ​ເຖິງ​ເຫດຜົນ​ທີ່​ປຶ້ມ​ແຕ່​ລະ​ຫົວ​ໃນ​ຄຳ​ພີ​ໄບເບິນ​ຖືກ​ຂຽນ​ຂຶ້ນ​ມາ​ແລະ​ສະຫຼຸບ​ເນື້ອ​ຫາ​ສຳຄັນ​ຂອງ​ແຕ່​ລະ​ຫົວ

      • ຄຳ​ພີ​ໄບເບິນ—ພະ​ຄຳ​ຂອງ​ພະເຈົ້າ​ຫຼື​ຂອງ​ມະນຸດ? (ພາສາ​ອັງກິດ)—ປຶ້ມ​ຫົວ​ນ້ອຍ​ທີ່​ມີ​ຂໍ້​ມູນ​ທີ່​ໄດ້​ຮັບ​ການ​ຄົ້ນ​ຄວ້າ​ມາ​ຢ່າງ​ດີ​ກ່ຽວ​ກັບ​ຫຼັກ​ຖານ​ທີ່​ສະແດງ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ປຶ້ມ​ທີ່​ພະເຈົ້າ​ດົນ​ໃຈ​ໃຫ້​ຂຽນ​ຂຶ້ນ​ມາ

      • ຄຳ​ພີ​ໄບເບິນ—ບອກ​ເລື່ອງ​ຫຍັງ?—ຈຸນລະສານ 32 ໜ້າ​ທີ່​ສະຫຼຸບ​ເນື້ອ​ຫາ​ສຳຄັນ​ຂອງ​ຄຳ​ພີ​ໄບເບິນ

  • ຄຳ​ພີ​ໄບເບິນ​ເຮັດ​ໃຫ້​ຊີວິດ​ເຈົ້າ​ດີ​ຂຶ້ນ​ໄດ້​ແນວ​ໃດ?
    ຫໍສັງເກດການ (ສາທາລະນະ)—2017 | ສະບັບທີ 1
    • ຜົວ​ແລະ​ເມຍ​ເຮັດ​ວຽກ​ນຳ​ກັນ​ຢູ່​ເຮືອນ​ຄົວ

      ຈາກ​ປົກ | ອ່ານ​ຄຳພີ​ໄບເບິນ​ໃຫ້​ມ່ວນ​ແລະ​ໄດ້​ຮັບ​ປະໂຫຍດ

      ຄຳ​ພີ​ໄບເບິນ​ເຮັດ​ໃຫ້​ຊີວິດ​ເຈົ້າ​ດີ​ຂຶ້ນ​ໄດ້​ແນວ​ໃດ?

      ຄຳ​ພີ​ໄບເບິນ​ບໍ່​ແມ່ນ​ປຶ້ມ​ທຳມະດາ​ທົ່ວໄປ. ແຕ່​ເປັນ​ປຶ້ມ​ທີ່​ມີ​ຄຳ​ແນະນຳ​ຈາກ​ພະເຈົ້າ​ຜູ້​ສ້າງ​ໂຕ​ເຮົາ. (2 ຕີໂມທຽວ 3:16) ຂໍ້​ຄວາມ​ໃນ​ຄຳ​ພີ​ໄບເບິນ​ເປັນ​ແຮງ​ກະຕຸ້ນ​ໃຫ້​ເຮົາ​ປ່ຽນ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ. ຍ້ອນ​ຄຳ​ພີ​ໄບເບິນ​ບອກ​ວ່າ: “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ.” (ເຮັບເຣີ 4:12) ຄຳ​ພີ​ໄບເບິນ​ມີ​ພະລັງ​ໃນ​ການ​ຊ່ວຍ​ໃຫ້​ຊີວິດ​ຂອງ​ເຮົາ​ດີ​ຂຶ້ນ​ໃນ 2 ດ້ານ​ຫຼັກໆຄື ໃຫ້​ຄຳ​ແນະນຳ​ທີ່​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ປະຈຳ​ວັນ ແລະ​ຍັງ​ຊ່ວຍ​ໃຫ້​ເຮົາ​ໄດ້​ຮູ້ຈັກ​ພະເຈົ້າ​ແລະ​ຄຳ​ສັນຍາ​ຂອງ​ເພິ່ນ​ນຳ.—1 ຕີໂມທຽວ 4:8; ຢາໂກໂບ 4:8

      ຄຳ​ແນະນຳ​ທີ່​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ປະຈຳ​ວັນ. ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໃຫ້​ຮູ້​ວິທີ​ຈັດການ​ກັບ​ເລື່ອງ​ຕ່າງໆໃນ​ຊີວິດ. ໂດຍ​ມີ​ຄຳ​ແນະນຳ​ທີ່​ເອົາ​ໄປ​ໃຊ້​ໄດ້​ແທ້​ກ່ຽວ​ກັບ​ເລື່ອງ​ຕໍ່​ໄປ​ນີ້.

      • ຄວາມ​ສຳພັນ​ກັບ​ຄົນ​ອື່ນ.—ເອເຟໂຊ 4:31, 32; 5:22, 25, 28, 33

      • ສຸຂະພາບ​ກາຍ​ແລະ​ສຸຂະພາບ​ຈິດ.—ຄຳເພງ 37:8; ສຸພາສິດ 17:22

      • ມາດຕະຖານ​ທາງ​ດ້ານ​ສິນລະທຳ.—1 ໂກຣິນໂທ 6:9, 10

      • ການ​ຫາ​ລ້ຽງ​ຊີບ.—ສຸພາສິດ 10:4; 28:19; ເອເຟໂຊ 4:28a

      ຜົວ​ເມຍ​ໜຸ່ມ​ສາວ​ຄູ່​ໜຶ່ງ​ໃນ​ອາຊີ​ເຫັນ​ຄຸນຄ່າ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ຫຼາຍ. ເຂົາເຈົ້າ​ເຄີຍ​ມີ​ບັນຫາ​ແບບ​ດຽວ​ກັນ​ກັບ​ຄົນ​ອື່ນໆທີ່​ຫາ​ກໍ​ແຕ່ງ​ດອງ​ໃໝ່ ຄື​ການ​ປັບ​ໂຕ​ເຂົ້າ​ຫາ​ກັນ​ແລະ​ບໍ່​ລົມ​ກັນ​ແບບ​ເປີດ​ໃຈ. ແຕ່​ເຂົາເຈົ້າ​ເລີ່ມ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ. ຜົນ​ເປັນ​ແນວ​ໃດ? ວີເຊນ​ທີ່​ເປັນ​ຜົວ​ບອກ​ວ່າ: “ສິ່ງ​ທີ່​ຂ້ອຍ​ອ່ານ​ໃນ​ຄຳ​ພີ​ໄບເບິນ​ຊ່ວຍ​ຂ້ອຍ​ໃຫ້​ແກ້​ບັນຫາ​ໃນ​ຊີວິດ​ຄູ່​ໂດຍ​ວິທີ​ທີ່​ອ່ອນ​ໂຍນ. ນອກ​ຈາກ​ນັ້ນ ການ​ໃຊ້​ຊີວິດ​ຕາມ​ຫຼັກ​ການ​ໃນ​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ຊີວິດ​ຄູ່​ຂອງ​ເຮົາ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.” ເມຍ​ຂອງ​ລາວ​ທີ່​ຊື່​ແອນນາລູ​ເຫັນ​ດີ​ນຳ ລາວ​ບອກ​ວ່າ: “ການ​ອ່ານ​ຕົວຢ່າງ​ຕ່າງໆໃນ​ຄຳ​ພີ​ໄບເບິນ​ຊ່ວຍ​ເຮົາ​ໄດ້. ຕອນ​ນີ້​ຂ້ອຍ​ມີ​ຄວາມສຸກ ຂ້ອຍ​ພໍ​ໃຈ​ກັບ​ຊີວິດ​ຄູ່​ແລະ​ເປົ້າ​ໝາຍ​ໃນ​ຊີວິດ​ຂອງ​ເຮົາ.”

      ໄດ້​ຮູ້ຈັກ​ພະເຈົ້າ. ນອກ​ຈາກ​ຄຳ​ຄິດ​ເຫັນ​ເລື່ອງ​ຊີວິດ​ຄູ່​ແລ້ວ ວີເຊນ​ຍັງ​ບອກ​ອີ​ກວ່າ: “ການ​ອ່ານ​ຄຳ​ພີ​ໄບເບິນ​ຊ່ວຍ​ໃຫ້​ຂ້ອຍ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.” ສິ່ງ​ທີ່​ວີເຊນ​ເວົ້າ​ເນັ້ນ​ຈຸດ​ສຳຄັນ​ທີ່​ວ່າ ຄຳ​ພີ​ໄບເບິນ​ຊ່ວຍ​ເຈົ້າ​ໃຫ້​ສະໜິດ​ກັບ​ພະເຈົ້າ​ໄດ້. ເຈົ້າ​ຈະ​ບໍ່​ພຽງ​ແຕ່​ໄດ້​ປະໂຫຍດ​ຈາກ​ຄຳ​ແນະນຳ​ຂອງ​ເພິ່ນ​ເທົ່າ​ນັ້ນ ແຕ່​ເຈົ້າ​ຈະ​ໄດ້​ຮູ້ຈັກ​ແລະ​ເປັນ​ໝູ່​ກັບ​ເພິ່ນ. ແລະ​ເຈົ້າ​ຍັງ​ຈະ​ໄດ້​ຮູ້​ວ່າ​ເພິ່ນ​ບອກ​ລາຍ​ລະອຽດ​ກ່ຽວ​ກັບ​ອະນາຄົດ​ທີ່​ດີ​ໄວ້​ນຳ ເຊິ່ງ​ໃນ​ຕອນ​ນັ້ນ​ເຈົ້າ​ຈະ​ມີ​ຄວາມສຸກ​ກັບ “ຊີວິດ​ແທ້” ໄດ້​ຕະຫຼອດ​ໄປ. (1 ຕີໂມທຽວ 6:19) ນີ້​ເປັນ​ສິ່ງ​ທີ່​ປຶ້ມ​ຫົວ​ອື່ນ​ບໍ່​ສາມາດ​ໃຫ້​ເຈົ້າ​ໄດ້.

      ຖ້າ​ເຈົ້າ​ເລີ່ມ​ອ່ານ​ຄຳ​ພີ​ໄບເບິນ​ແລະ​ອ່ານ​ຕໍ່​ໄປ​ເລື້ອຍໆໂດຍ​ບໍ່​ເຊົາ ເຈົ້າ​ກໍ​ຈະ​ໄດ້​ຮັບ​ປະໂຫຍດ​ຄື​ກັນ ທັງ​ການ​ເຮັດ​ໃຫ້​ຊີວິດ​ດີ​ຂຶ້ນ​ໃນ​ຕອນ​ນີ້​ແລະ​ໄດ້​ຮູ້ຈັກ​ກັບ​ພະເຈົ້າ. ແຕ່​ເມື່ອ​ເຈົ້າ​ອ່ານ​ຄຳ​ພີ​ໄບເບິນ​ເຈົ້າ​ອາດ​ມີ​ຂໍ້​ສົງໄສ​ຫຼາຍ​ຢ່າງ. ຖ້າ​ເປັນ​ແບບ​ນັ້ນ ຂໍ​ໃຫ້​ເຮັດ​ຄື​ກັບ​ຂ້າລາຊະການ​ຄົນ​ເອທິໂອເປຍ​ທີ່​ມີ​ຊີວິດ​ຢູ່​ເມື່ອ 2000 ປີ​ກ່ອນ. ລາວ​ກໍ​ມີ​ຂໍ້​ສົງໄສ​ກ່ຽວ​ກັບ​ຄຳ​ພີ​ໄບເບິນ. ເມື່ອ​ມີ​ຄົນ​ຖາມ​ລາວ​ວ່າ​ເຂົ້າ​ໃຈ​ເລື່ອງ​ທີ່​ອ່ານ​ບໍ ລາວ​ຕອບ​ວ່າ: “ຖ້າ​ບໍ່​ມີ​ໃຜ​ອະທິບາຍ ຂ້ອຍ​ຈະ​ເຂົ້າ​ໃຈ​ໄດ້​ແນວ​ໃດ?”b ຈາກ​ນັ້ນ ລາວ​ກະຕືລືລົ້ນ​ທີ່​ຈະ​ຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ທີ່​ມີ​ຄຸນສົມບັດ​ໃນ​ການ​ສອນ​ຄຳ​ພີ​ໄບເບິນ​ເຊິ່ງ​ກໍ​ຄື ຟີລິບ​ລູກສິດ​ຂອງ​ພະ​ເຢຊູ. (ກິດຈະການ 8:30, 31, 34) ຄ້າຍ​ຄື​ກັນ ຖ້າ​ເຈົ້າ​ມີ​ຂໍ້​ສົງໄສ​ກ່ຽວ​ກັບ​ຄຳ​ພີ​ໄບເບິນ ເຮົາ​ຂໍ​ເຊີນ​ເຈົ້າ​ໃຫ້​ຂຽນ​ແບບຟອມ​ຂໍ​ຮຽນ​ຄຳ​ພີ​ໄບເບິນ​ໃນ​ເວັບໄຊ www.pr418.com/lo ຫຼື​ຂຽນ​ຈົດ​ໝາຍ​ເຖິງ​ທີ່​ຢູ່​ເຊິ່ງ​ຢູ່​ໃກ້​ເຈົ້າ​ຫຼາຍ​ທີ່​ສຸດ ຕາມ​ທີ່​ບອກ​ໄວ້​ໃນ​ວາລະສານ​ນີ້. ເຈົ້າ​ອາດ​ຕິດ​ຕໍ່​ພະຍານ​ພະ​ເຢໂຫວາ​ທີ່​ຢູ່​ໃກ້​ເຈົ້າ​ຫຼື​ໄປ​ຫໍ​ປະຊຸມ​ລາຊະອານາຈັກ​ທີ່​ຢູ່​ໃກ້​ເຮືອນ. ເຈົ້າ​ໜ້າ​ຈະ​ລອງ​ເອົາ​ຄຳ​ພີ​ໄບເບິນ​ຂຶ້ນ​ມາ​ອ່ານ​ຕັ້ງ​ແຕ່​ຕອນ​ນີ້ ແລ້ວ​ໃຫ້​ປຶ້ມ​ນີ້​ຊ່ວຍ​ໃຫ້​ຊີວິດ​ເຈົ້າ​ມີ​ຄວາມສຸກ​ຫຼາຍ​ຂຶ້ນ.

      ຖ້າ​ເຈົ້າ​ສົງໄສ​ວ່າ​ເຈົ້າ​ຈະ​ເຊື່ອ​ຖື​ຄຳ​ພີ​ໄບເບິນ​ໄດ້​ບໍ ໃຫ້​ເຂົ້າ​ໄປ​ທີ່​ລິ້ງ​ນີ້​ເພື່ອ​ເບິ່ງ​ວິດີໂອ​ສັ້ນໆເລື່ອງ​ເຮົາ​ໝັ້ນ​ໃຈ​ໄດ້​ແນວ​ໃດ​ວ່າ​ຄຳ​ພີ​ໄບເບິນ​ເປັນ​ຄວາມ​ຈິງ? ເຈົ້າ​ສາມາດ​ເບິ່ງ​ໄດ້​ໂດຍ​ສະ​ແກນ​ຄິວ​ອາ​ໂຄ໊ດ​ຫຼື​ເຂົ້າ​ໄປ​ໃນ jw.org/lo ກົດ​ປ່ອງ​ຊອກ​ຫາ​ແລະ​ໃສ່​ຊື່​ເລື່ອງ.

      a ເບິ່ງ​ຄຳ​ແນະນຳ​ເພີ່ມ​ເຕີມ​ຈາກ​ຄຳ​ພີ​ໄບເບິນ​ໄດ້​ໃນ​ເວັບໄຊ jw.org/lo. ຫົວ​ຂໍ້ ຄຳ​ສອນ​ໃນ​ຄຳ​ພີ​ໄບເບິນ > ຖາມ-ຕອບ​ເລື່ອງ​ຄຳ​ພີ​ໄບເບິນ.

      b ອ່ານ​ບົດ​ຄວາມ “ເປັນ​ພຽງ​ຄວາມ​ເຂົ້າ​ໃຈ​ຜິດ​ເລັກໆນ້ອຍໆແທ້​ບໍ?” ໃນ​ວາລະສານ​ນີ້​ນຳ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌