ເພງທີ 52
ການອຸທິດຕົວຂອງຄລິດສະຕຽນ
1. ເພາະເຢໂຫວາໄດ້ເປັນຜູ້ສ້າງ ຈັກກະວານອັນກວ້າງໃຫຍ່
ແຜ່ນຟ້າແລະດິນເປັນຂອງພະອົງ ເປັນຜົນງານຂອງພະອົງ
ພະອົງເປັນຜູ້ທີ່ໃຫ້ຊີວິດ ພວກເຮົາໄດ້ເຫັນຫຼັກຖານ
ຄູ່ຄວນໄດ້ຮັບການນະມັດສະການ ຈາກທຸກສິ່ງທີ່ພະອົງສ້າງ
2. ພະເຍຊູໄດ້ຮັບບັບເຕມາ ເພື່ອເຮັດຕາມຄວາມຊອບທຳ
ທ່ານອະທິດຖານກັບພະເຈົ້າວ່າ ຈະເຮັດຕາມໃຈພະອົງ
ເມື່ອທ່ານຂຶ້ນຈາກນ້ຳຢູລະເດນ ທ່ານຖືກເຈີມເປັນລູກຊາຍ
ທ່ານຕ້ອງການຈະເຊື່ອຟັງແລະພັກດີ ໃຫ້ໃຈປະສົງພໍ່ສຳເລັດ
3. ເຮົາຢູ່ຕໍ່ໜ້າພະເຢໂຫວາ ເພື່ອສັນເສີນນາມຍິ່ງໃຫຍ່
ຖ່ອມໃຈບໍ່ເຮັດຕາມໃຈຕົວເອງ ໂດຍອຸທິດຊີວິດເຮົາ
ພະອົງໃຫ້ລູກຊາຍມາເພື່ອເຮົາ ຜູ້ທີ່ມີຄ່າແພງຫຼາຍ
ເຮົາຈຶ່ງບໍ່ໃຊ້ຊີວິດເພື່ອຕົວເອງ ຈະຢູ່ຫຼືຕາຍເພື່ອພະອົງ
(ເບິ່ງຕື່ມ ມັດ. 16:24; ມໂກ. 8:34; ລືກາ 9:23)