-
ສິ່ງມີຊີວິດເກີດຂຶ້ນມາໄດ້ແນວໃດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
3. ເປັນຫຍັງມະນຸດຈຶ່ງບໍ່ຄືສັດ?
ຫຼັງຈາກທີ່ພະເຢໂຫວາສ້າງໂລກແລ້ວໆ ເພິ່ນກໍສ້າງສິ່ງມີຊີວິດ. ທຳອິດ ເພິ່ນສ້າງພືດແລະສັດກ່ອນ. ແລ້ວຫຼັງຈາກນັ້ນ “ພະເຈົ້າໄດ້ສ້າງມະນຸດໃຫ້ຄ້າຍຄືກັບເພິ່ນ.” (ອ່ານປະຖົມມະການ 1:27) ເປັນຫຍັງມະນຸດຈຶ່ງບໍ່ຄືສັດ? ຍ້ອນວ່າພະເຈົ້າສ້າງເຮົາຕາມແບບເພິ່ນ ເຮົາຈຶ່ງມີຄຸນລັກສະນະທີ່ເພິ່ນມີ ເຊັ່ນຄວາມຮັກແລະຄວາມຍຸຕິທຳ. ເພິ່ນຍັງສ້າງເຮົາໃຫ້ມີຄວາມສາມາດທີ່ຈະຮຽນພາສາຕ່າງໆໄດ້ ມີຄວາມສຸກທີ່ໄດ້ເຫັນສິ່ງທີ່ສວຍງາມ ແລະມີຄວາມສຸກທີ່ໄດ້ຟັງເພງທີ່ມັກ. ແລະອີກຢ່າງໜຶ່ງທີ່ເຮົາບໍ່ຄືສັດແມ່ນ ເຮົາສາມາດນະມັດສະການພະເຈົ້າໄດ້.
-
-
ສິ່ງມີຊີວິດເກີດຂຶ້ນມາໄດ້ແນວໃດ?ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ໄດ້ຮັບປະໂຫຍດຈາກການຮຽນຄຳພີໄບເບິນ
-
-
5. ເລື່ອງການສ້າງທີ່ບອກໄວ້ໃນຄຳພີໄບເບິນເຊື່ອຖືໄດ້
ໃນຄຳພີໄບເບິນໃນປຶ້ມປະຖົມມະການບົດທີ 1 ບອກເລື່ອງການສ້າງໂລກແລະສິ່ງມີຊີວິດ. ເຈົ້າຄິດວ່ານີ້ເປັນເລື່ອງຈິງບໍ ຫຼືວ່າມັນເປັນພຽງເລື່ອງເລົ່າ? ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນສອນວ່າພະເຈົ້າສ້າງໂລກແລະສິ່ງມີຊີວິດໃນໄລຍະ 6 ມື້ ແຕ່ນີ້ໝາຍເຖິງມື້ທີ່ມີ 24 ຊົ່ວໂມງບໍ?
ເຈົ້າຄິດວ່າເລື່ອງການສ້າງທີ່ບອກໄວ້ໃນຄຳພີໄບເບິນເປັນເລື່ອງແທ້ບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ອ່ານປະຖົມມະການ 1:1 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ນັກວິທະຍາສາດບອກວ່າເອກະພົບຕ້ອງມີຈຸດເລີ່ມຕົ້ນ. ຂໍ້ຄຳພີທີ່ຫາກໍອ່ານໄປກົງກັບສິ່ງທີ່ນັກວິທະຍາສາດບອກແນວໃດ?
ບາງຄົນຄິດວ່າພະເຈົ້າສ້າງສິ່ງມີຊີວິດແບບງ່າຍໆຂຶ້ນມາແລ້ວປ່ອຍໃຫ້ມັນຄ່ອຍໆພັດທະນາກາຍເປັນສິ່ງມີຊີວິດຫຼາຍຊະນິດ. ອ່ານປະຖົມມະການ 1:21, 25, 27 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນບອກບໍວ່າພະເຈົ້າສ້າງສິ່ງມີຊີວິດຊະນິດດຽວແລ້ວປ່ອຍໃຫ້ມັນຄ່ອຍໆພັດທະນາກາຍເປັນສັດຊະນິດຕ່າງໆແລະມະນຸດ?ຫຼືເພິ່ນສ້າງສິ່ງມີຊີວິດແຕ່ລະ “ຊະນິດ” ຂຶ້ນມາຕັ້ງແຕ່ທຳອິດ?
-