-
ເຈົ້າເບິ່ງໄປທີ່ພະເຢໂຫວາສະເໝີບໍ?ຫໍສັງເກດການ (ສຶກສາ)—2018 | ກໍລະກົດ
-
-
5-7. ບໍ່ດົນຫຼັງຈາກຊາດອິດສະລາແອນອອກຈາກເອຢິບມີຫຍັງເກີດຂຶ້ນ ແລະໂມເຊໄດ້ເຮັດຫຍັງ?
5 ບໍ່ຮອດ 2 ເດືອນຫຼັງຈາກທີ່ຊາດອິດສະລາແອນອອກຈາກເອຢິບ ແລະກ່ອນທີ່ຈະໄປຮອດພູເຂົາຊີນາອີກໍມີເຫດການທີ່ວຸ່ນວາຍເກີດຂຶ້ນ. ປະຊາຊົນເລີ່ມຈົ່ມແລະໃຈຮ້າຍໃຫ້ໂມເຊເພາະບໍ່ມີນ້ຳດື່ມ “ໂມເຊໄດ້ຮ້ອງຫາພະເຢໂຫວາວ່າ ‘ຂ້ານ້ອຍຈະເຮັດສິ່ງໃດແກ່ພວກນີ້? ຍັງໜ້ອຍໜຶ່ງແລະເຂົາຈະພາກັນຍົກກ້ອນຫີນຄວ່າງໃສ່ຂ້ານ້ອຍ.’” (ອົບພະຍົບ 17:4) ພະເຢໂຫວາໃຫ້ຄຳແນະນຳທີ່ຊັດເຈນກັບໂມເຊ. ພະອົງບອກໃຫ້ລາວເອົາໄມ້ເທົ້າຕີຫີນໃນໂຫເຣບ. ຄຳພີໄບເບິນບອກວ່າ: “ໂມເຊໄດ້ກະທຳດັ່ງນັ້ນຕໍ່ໜ້າພວກຜູ້ເຖົ້າແກ່ຊາວຍິດສະລາເອນ.” ແລ້ວນ້ຳກໍໄຫຼອອກມາຢ່າງຫຼວງຫຼາຍໃຫ້ພວກອິດສະລາແອນໄດ້ດື່ມ ແລະບັນຫາກໍຖືກແກ້ໄຂ.—ອົບພະຍົບ 17:5, 6
-
-
ເຈົ້າເບິ່ງໄປທີ່ພະເຢໂຫວາສະເໝີບໍ?ຫໍສັງເກດການ (ສຶກສາ)—2018 | ກໍລະກົດ
-
-
11. ເປັນຫຍັງການທີ່ໂມເຊຕີຫີນອາດເຮັດໃຫ້ພວກອິດສະລາແອນຄິດວ່າບໍ່ແມ່ນການອັດສະຈັນຈາກພະເຢໂຫວາ?
11 ນອກຈາກນັ້ນອາດມີເຫດຜົນອື່ນອີກທີ່ເຮັດໃຫ້ພະເຢໂຫວາໃຈຮ້າຍ. ຫີນທີ່ເມລີບາແຫ່ງທຳອິດເປັນຫີນແກລນິກແຂງ. ຕໍ່ໃຫ້ຕີຫີນນັ້ນແຮງສ່ຳໃດກໍຄົງບໍ່ມີໃຜຄິດວ່ານ້ຳຈະໄຫຼອອກມາ. ແຕ່ເມລີບາແຫ່ງທີ່ສອງຕ່າງກັນຫຼາຍແທ້ໆກັບເມລີບາແຫ່ງທຳອິດ. ຫີນຢູ່ທີ່ນັ້ນສ່ວນຫຼາຍເປັນຫີນປູນ. ເນື່ອງຈາກຫີນຊະນິດນີ້ເປັນຫີນທີ່ອ່ອນກວ່າ ນ້ຳຈຶ່ງສາມາດຊຶມເຂົ້າໄປໄດ້ງ່າຍແລະເຮັດໃຫ້ຊັ້ນຫີນປູນເກັບນ້ຳໄວ້ໄດ້. ຖ້າໃຜຢາກໄດ້ນ້ຳກໍພຽງແຕ່ເຈາະຮູໃນຫີນປູນ ແລ້ວນ້ຳກໍຈະໄຫຼອອກມາ. ດັ່ງນັ້ນ ເມື່ອໂມເຊຕີຫີນແທນທີ່ຈະເວົ້າກັບຫີນກໍອາດເຮັດໃຫ້ປະຊາຊົນຄິດວ່ານ້ຳໄຫຼອອກມາເອງບໍ່ແມ່ນຍ້ອນການອັດສະຈັນຈາກພະເຢໂຫວາ.b (ເບິ່ງໄຂເງື່ອນ) ແນວໃດກໍຕາມ ເຮົາບໍ່ຮູ້ວ່າເປັນແນວໃດແທ້ໆ.
-