-
ເຈົ້າຈະເອົາໃຈໃສ່ໃນສິ່ງທີ່ຂຽນໄວ້ບໍ?ຫໍສັງເກດການ (ສຶກສາ)—2017 | ມີນາ
-
-
12 ໜ້າເສົ້າໃຈ ເອເຊເກຍເຊກາຍເປັນຄົນຍິ່ງ. ຜົນກໍຄື ລາວ “ບໍ່ໄດ້ສຳນຶກບຸນຄຸນທີ່ພະເຈົ້າດີກັບລາວ, ລ.ມ.” ຄຳພີໄບເບິນບໍ່ໄດ້ບອກວ່າເປັນຫຍັງຄວາມຄິດຂອງລາວຈຶ່ງປ່ຽນໄປ. ບາງທີອາດເປັນຍ້ອນວ່າລາວຊະນະພວກອາຊີລີ ຫຼືຍ້ອນວ່າພະເຢໂຫວາປິ່ນປົວລາວໃຫ້ເຊົາຢ່າງອັດສະຈັນ ຫຼືຍ້ອນວ່າລາວກາຍເປັນຄົນຮັ່ງມີແລະມີຊື່ສຽງ. ເຖິງວ່າເອເຊເກຍເຊຮັບໃຊ້ພະເຢໂຫວາຢ່າງສຸດຫົວໃຈ ແຕ່ມີໄລຍະໜຶ່ງລາວເປັນຄົນຍິ່ງແລະພະອົງກໍບໍ່ພໍໃຈລາວ. ແຕ່ຕໍ່ມາ “ເອເຊເກຍເຊໄດ້ຖ່ອມຕົວ” ແລະພະເຢໂຫວາໃຫ້ອະໄພລາວ.—2 ຂ່າວຄາວ 32:25-27; ຄຳເພງ 138:6
ເມື່ອມີຄົນຊົມເຊີຍ ທ່າທີຂອງເຮົາບອກໃຫ້ຮູ້ສິ່ງທີ່ຢູ່ໃນໃຈເຮົາ
-
-
ເຈົ້າຈະເອົາໃຈໃສ່ໃນສິ່ງທີ່ຂຽນໄວ້ບໍ?ຫໍສັງເກດການ (ສຶກສາ)—2017 | ມີນາ
-
-
14 ເຮົາຄວນຈື່ໄວ້ສະເໝີທີ່ພະເຍຊູບອກວ່າ: “ເມື່ອເຮັດວຽກທີ່ນາຍສັ່ງແລ້ວ ກໍຄວນຈະເວົ້າວ່າ: ‘ພວກເຮົາເປັນແຕ່ທາດທີ່ເຮັດຕາມໜ້າທີ່ເທົ່ານັ້ນ.’” (ລືກາ 17:10, ລ.ມ.) ໃຫ້ຈື່ໄວ້ວ່າເມື່ອເອເຊເກຍເຊກາຍເປັນຄົນຍິ່ງ ລາວບໍ່ໄດ້ຮູ້ຄຸນຄ່າຕໍ່ສິ່ງທີ່ພະເຢໂຫວາຊ່ວຍລາວ. ດັ່ງນັ້ນ ເມື່ອມີຄົນຊົມເຊີຍຄຳບັນລະຍາຍຂອງເຮົາ ອັນໃດຈະຊ່ວຍເຮົາໃຫ້ຮັກສາຄວາມຖ່ອມ? ເຮົາຄວນຄິດເຖິງສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອເຮົາ. ນອກຈາກນັ້ນ ເຮົາຄວນເວົ້າກ່ຽວກັບເລື່ອງຂອງພະອົງແລະວິທີທີ່ພະອົງໄດ້ຊ່ວຍເຮົາ. ສຳຄັນທີ່ສຸດ ພະເຢໂຫວາເປັນຜູ້ຈັດໃຫ້ເຮົາມີຄຳພີໄບເບິນແລະແມ່ນພະລັງບໍລິສຸດຂອງພະອົງທີ່ຊ່ວຍເຮົາໃຫ້ມີຄວາມສາມາດບັນລະຍາຍໄດ້.
-