ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ບົດ​ທີ 12. ແມ່​ທີ່​ມີ​ລູກ​ສອງ​ຄົນ​ກຳລັງ​ຮຽນ​ຄຳພີ​ໄບເບິນ​ກັບ​ພະຍານ​ພະ​ເຢໂຫວາ.

      ບົດທີ 12

      ອັນ​ໃດ​ຈະ​ຊ່ວຍ​ໃຫ້​ເຈົ້າ​ຮຽນຄຳພີ​ໄບເບິນ​ຕໍ່​ໄປ?

      ການ​ຮຽນ​ຄຳພີ​ໄບເບິນ​ມີ​ປະໂຫຍດ​ຫຼາຍ. ແຕ່​ບາງ​ເທື່ອ​ມັນ​ກໍ​ບໍ່​ງ່າຍ ເຈົ້າ​ອາດ​ຄິດ​ວ່າ​ຊິ​ຮຽນ​ຕໍ່​ໄປ​ໄຫວ​ບໍ. ເຖິງ​ວ່າ​ເຈົ້າ​ຕ້ອງ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ເປັນ​ຫຍັງ​ການ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ​ຈຶ່ງ​ຄຸ້ມ​ຄ່າ? ແລະ​ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ເຊົາ​ຮຽນ​ຄຳພີ​ໄບເບິນ?

      1. ເປັນ​ຫຍັງ​ການ​ຮຽນ​ຄຳພີ​ໄບເບິນ​ຈຶ່ງ​ມີ​ປະໂຫຍດ​ຫຼາຍ?

      “ຖ້ອຍຄຳ​ຂອງ​ພະເຈົ້າ​ມີ​ຊີວິດ ມີ​ພະລັງ​ຫຼາຍ.” (ເຮັບເຣີ 4:12) ຄຳພີ​ໄບເບິນ​ມີ​ປະໂຫຍດ​ຫຼາຍ​ເພາະ​ຊ່ວຍ​ໃຫ້​ຮູ້​ວ່າ​ພະເຈົ້າ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ​ກັບ​ເຮົາ. ຖ້າ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ເຈົ້າ​ຈະ​ບໍ່​ໄດ້​ແຕ່​ຄວາມ​ຮູ້​ເທົ່າ​ນັ້ນ ແຕ່​ເຈົ້າ​ຈະ​ຮູ້​ຈັກ​ວິທີ​ເອົາ​ຄວາມ​ຮູ້​ໄປ​ໃຊ້​ໃນ​ຊີວິດ​ນຳ. ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ທີ່​ດີ​ຂຶ້ນ​ໃນ​ຕອນນີ້​ແລະ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ ແລະ​ທີ່​ສຳຄັນ​ທີ່​ສຸດ​ແມ່ນ ເຈົ້າ​ຈະ​ໄດ້​ເປັນ​ໝູ່​ກັບ​ພະ​ເຢໂຫວາ.

      2. ເປັນ​ຫຍັງ​ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ?

      ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເປັນ​ຄື​ກັບ​ຊັບ​ສົມບັດ​ທີ່​ມີ​ຄ່າ​ຫຼາຍ. ຄຳພີ​ໄບເບິນ​ຈຶ່ງ​ບອກ​ເຮົາ​ໃຫ້ “ຊື້​ຄວາມ​ຈິງ​ໄວ້​ແລະ​ຢ່າ​ຂາຍ​ເລີຍ.” (ສຸພາສິດ 23:23) ຖ້າ​ເຮົາ​ຈື່​ໄວ້​ວ່າ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ມີ​ຄ່າ​ຫຼາຍ ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ອັນ​ໃດ​ມາ​ເຮັດ​ໃຫ້​ເຮົາ​ເຊົາ​ຮຽນ​ຄຳພີ​ໄບເບິນ.—ອ່ານ​ສຸພາສິດ 2:4, 5

      3. ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຮຽນ​ຄຳພີ​ໄບເບິນ​ຕໍ່ໆ​ໄປ?

      ພະ​ເຢໂຫວາ​ສ້າງ​ເຮົາ​ມາ​ແລະ​ເປັນ​ໝູ່​ຂອງ​ເຮົາ ເພິ່ນ​ຈຶ່ງ​ຢາກ​ຊ່ວຍ​ເຮົາ​ໃຫ້​ຮູ້​ຈັກ​ເພິ່ນ. ພະ​ເຢໂຫວາ​ໃຫ້ “ຄວາມ​ຕ້ອງການ​ແລະ​ກຳລັງ” ກັບ​ເຮົາ​ໄດ້. (ອ່ານ​ຟີລິບປອຍ 2:13) ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຢາກ​ຮຽນ​ຄຳພີ​ໄບເບິນ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ໄດ້​ຮຽນ. ເຖິງ​ວ່າ​ຈະ​ມີ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ມາ​ຮຽນ​ຄຳພີ​ໄບເບິນ ຫຼື​ເຈົ້າ​ອາດ​ຈະ​ເຈິ​ກັບ​ບັນຫາ​ບາງ​ຢ່າງ ແຕ່​ພະ​ເຢໂຫວາ​ຈະ​ໃຫ້​ກຳລັງ​ເພື່ອ​ເຈົ້າ​ຈະ​ບໍ່​ເຊົາ​ຮຽນ​ຄຳພີ​ໄບເບິນ. ດັ່ງນັ້ນ ໃຫ້​ເຈົ້າ​ອະທິດຖານ​ເປັນ​ປະຈຳ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ.—1 ເທຊະໂລນິກ 5:17

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ເຖິງ​ວ່າ​ເຈົ້າ​ຈະ​ບໍ່​ຄ່ອຍ​ມີ​ເວລາ​ຫຼື​ມີ​ຄົນ​ບໍ່​ຢາກ​ໃຫ້​ເຈົ້າ​ຮຽນ​ຄຳພີ​ໄບເບິນ ແຕ່​ເຈົ້າ​ຈະ​ເຮັດ​ແນວ​ໃດ​ເພື່ອ​ຈະ​ຮຽນ​ຄຳພີ​ໄບເບິນ​ຕໍ່ໆ​ໄປ. ແລ້ວ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ.

      4. ເຮັດ​ໃຫ້​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ສຳຄັນ

      ບາງ​ເທື່ອ​ເຮົາ​ອາດ​ຈະ​ມີ​ຫຼາຍ​ຢ່າງ​ທີ່​ຕ້ອງ​ເຮັດ​ຈົນ​ເຮົາ​ຮູ້ສຶກ​ວ່າ​ບໍ່​ມີ​ເວລາ​ຮຽນ​ຄຳພີ​ໄບເບິນ.ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໄດ້? ອ່ານ​ຟີລິບປອຍ 1:10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ມີ​ຫຍັງ​ແດ່​ທີ່​ເຈົ້າ​ຄິດ​ວ່າ​ເປັນ​ເລື່ອງ “ສຳຄັນ” ສຳລັບ​ເຈົ້າ?

      • ເຈົ້າ​ຄິດ​ວ່າ​ຈະ​ເຮັດ​ໃຫ້​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ​ໄດ້​ບໍ? ເຈົ້າ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

      ກ. ຮູບ: ການ​ເອົາ​ກ້ອນ​ຫີນ​ແລະ​ດິນ​ຊາຍ​ໃສ່​ລົງ​ໄປ​ໃນ​ຖັງ. 1. ກອງ​ດິນ​ຊາຍ​ແລະ​ກອງ​ກ້ອນ​ຫີນ. 2. ຖັງ​ທີ່​ມີ​ດິນ​ຊາຍ. 3. ກ້ອນ​ຫີນ​ຢອງ​ຢູ່​ເທິງ​ດິນ​ຊາຍ​ແລະ​ໃສ່​ລົງ​ໄປ​ໃນ​ຖັງ​ຕື່ມ​ອີກ​ບໍ່​ໄດ້. ຂ. ຮູບ: 1. ກອງ​ດິນ​ຊາຍ​ແລະ​ກອງ​ກ້ອນ​ຫີນ​ອັນ​ດຽວ​ກັນ. 2. ຖັງ​ອັນ​ດຽວ​ກັນ​ທີ່​ໃສ່​ດ້ວຍ​ກ້ອນ​ຫີນ​ລົງ​ໄປ. 3. ກ້ອນ​ຫີນ​ກັບ​ດິນ​ຊາຍ​ໃສ່​ໄດ້​ເຕັມ​ຖັງ​ພໍ​ດີ. ມີ​ແຕ່​ກອງ​ດິນ​ຊາຍ​ນ້ອຍໆ​ທີ່​ເຫຼືອ​ຢູ່​ນອກ​ຖັງ.
      1. ກ. ຖ້າ​ເຈົ້າ​ໃສ່​ດິນ​ຊາຍ​ລົງ​ໄປ​ໃນ​ຖັງ​ກ່ອນ​ແລ້ວ​ຈຶ່ງ​ໃສ່​ກ້ອນ​ຫີນ ເຈົ້າ​ກໍ​ຈະ​ໃສ່​ກ້ອນ​ຫີນ​ທັງໝົດ​ລົງ​ໄປ​ບໍ່​ໄດ້

      2. ຂ. ແຕ່​ຖ້າ​ເຈົ້າ​ໃສ່​ກ້ອນ​ຫີນ​ລົງ​ໄປ​ໃນ​ຖັງ​ກ່ອນ ເຈົ້າ​ກໍ​ຈະ​ມີ​ບ່ອນ​ພຽງ​ພໍ​ສຳລັບ​ໃສ່​ດິນ​ຊາຍ​ລົງ​ໄປ​ນຳ.ຄ້າຍຄື​ກັນ ຖ້າ​ເຈົ້າ​ເຮັດ​ເລື່ອງ​ທີ່ “ສຳຄັນ” ກ່ອນ ເຈົ້າ​ກໍ​ຈະ​ມີ​ເວລາ​ພໍ​ທີ່​ຈະ​ເຮັດ​ເລື່ອງ​ອື່ນໆ​ນຳ

      ການ​ຮຽນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ຈັກ​ພະເຈົ້າ​ແລະ​ນະມັດສະການ​ເພິ່ນ ຖ້າ​ເຮົາ​ເຮັດ​ແບບ​ນັ້ນ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແທ້ໆ. ອ່ານ​ມັດທາຍ 5:3 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຖ້າ​ເຮົາ​ໃຫ້​ການ​ຮຽນ​ຄຳພີ​ໄບເບິນ​ເປັນ​ເລື່ອງ​ທີ່​ສຳຄັນ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ?

      5. ອົດທົນ​ເມື່ອ​ຖືກ​ກົດ​ດັນ

      ອາດ​ຈະ​ມີ​ບາງ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ແລະ​ຢາກ​ໃຫ້​ເຈົ້າ​ເຊົາ​ຮຽນ.ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ຟຣານເຊດສ໌ໂກ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ໄດ້​ຮັບ​ລາງວັນ​ເພາະ​ອົດທົນ (5:22)

      ສາກ​ໜຶ່ງ​ຈາກ​ວິດີໂອ ‘ໄດ້​ຮັບ​ລາງວັນ​ເພາະ​ອົດທົນ.’ ຟຣານເຊດສ໌ໂກ​ຍ່າງ​ໜີ​ຈາກ​ໝູ່​ສະໜິດ​ຂອງ​ລາວ​ຫຼັງ​ຈາກ​ບອກ​ເຂົາເຈົ້າ​ວ່າ​ລາວ​ຈະ​ບໍ່​ຄົບຫາ​ກັບ​ເຂົາເຈົ້າ​ອີກ​ຕໍ່​ໄປ.
      • ໃນ​ວິດີໂອ ໝູ່​ແລະ​ຄອບຄົວ​ຂອງ​ຟຣານເຊດສ໌ໂກ​ຮູ້ສຶກ​ແນວ​ໃດ​ແລະ​ເຮັດ​ຫຍັງ​ແດ່​ເມື່ອ​ຮູ້​ວ່າ​ລາວ​ກຳລັງ​ຮຽນ​ຄຳພີ​ໄບເບິນ?

      • ຄວາມ​ອົດທົນ​ຂອງ​ຟຣານເຊດສ໌ໂກ​ເຮັດ​ໃຫ້​ມີ​ເລື່ອງ​ດີໆ​ຫຍັງ​ເກີດຂຶ້ນ?

      ອ່ານ 2 ຕີໂມທຽວ 2:24, 25 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຄອບຄົວ​ແລະ​ໝູ່​ຂອງ​ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ເຈົ້າ​ມາ​ຮຽນ​ຄຳພີ​ໄບເບິນ?

      • ຕາມ​ຂໍ້​ຄຳພີ​ນີ້ ຖ້າ​ມີ​ຄົນ​ບໍ່​ມັກ​ທີ່​ເຈົ້າ​ມາ​ຮຽນ​ຄຳພີ​ໄບເບິນ​ເຈົ້າ​ຈະ​ເວົ້າ​ແນວ​ໃດ​ກັບ​ເຂົາເຈົ້າ? ເປັນ​ຫຍັງ​ຈຶ່ງ​ເວົ້າ​ແນວ​ນັ້ນ?

      6. ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ

      ຖ້າ​ເຈົ້າ​ສະໜິດ​ກັບ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ ເຈົ້າ​ກໍ​ຈະ​ແຮ່ງ​ຢາກ​ເຮັດ​ໃຫ້​ເພິ່ນ​ພໍໃຈ. ແຕ່​ບາງ​ເທື່ອ​ເຈົ້າ​ອາດ​ຈະ​ຮູ້ສຶກ​ຍາກ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ.ຖ້າ​ເຈົ້າ​ຮູ້ສຶກ​ແນວ​ນັ້ນ ກໍ​ຢ່າ​ຟ້າວ​ຍອມແພ້. ພະ​ເຢໂຫວາ​ຈະ​ຊ່ວຍ​ເຈົ້າ. ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ພະ​ເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ໂຕເອງ​ໄດ້ (3:56)

      • ໃນ​ວິດີໂອ ຈິມ​ປ່ຽນ​ໂຕເອງ​ແນວ​ໃດ​ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ?

      • ຈາກ​ເລື່ອງ​ຂອງ​ຈິມ ມີ​ຫຍັງ​ທີ່​ເຈົ້າ​ຮູ້ສຶກ​ປະທັບໃຈ?

      ອ່ານ​ເຮັບເຣີ 11:6 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ພະ​ເຢໂຫວາ​ຈະ​ໃຫ້​ຫຍັງ​ກັບ​ຄົນ​ທີ່​ຢາກ​ເຮັດ​ໃຫ້​ເພິ່ນ​ພໍໃຈ​ແລະ “ຊອກ​ຫາ​ເພິ່ນ​ຢ່າງ​ຈິງ​ຈັງ”?

      • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ຈະ​ຮູ້ສຶກ​ແນວ​ໃດ​ຖ້າ​ເພິ່ນ​ເຫັນ​ວ່າ​ເຈົ້າ​ຕັ້ງໃຈ​ຮຽນ​ຄຳພີ​ໄບເບິນ?

      ບາງ​ຄົນ​ອາດ​ຖາມ​ວ່າ: “ເປັນ​ຫຍັງ​ຄື​ໄປ​ຮຽນ​ຄຳພີ​ໄບເບິນ ຮຽນ​ແລ້ວ​ໄດ້​ຫຍັງ?”

      • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຫຼຸບ

      ຖ້າ​ເຈົ້າ​ພະຍາຍາມ​ຮຽນ​ຄຳພີ​ໄບເບິນ​ຕໍ່​ໄປ ເຈົ້າ​ຈະ​ໄດ້​ຊີວິດ​ຕະຫຼອດ​ໄປ​ທີ່​ມີ​ຄວາມ​ສຸກ. ດັ່ງນັ້ນ ໃຫ້​ເຈົ້າ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ ແລ້ວ​ເພິ່ນ​ຈະ​ໃຫ້​ລາງວັນ​ກັບ​ເຈົ້າ.

      ຄຳ​ຖາມ​ທົບທວນ

      • ເປັນ​ຫຍັງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ຈຶ່ງ​ມີ​ຄ່າ​ຫຼາຍ?

      • ຖ້າ​ເຈົ້າ​ຮູ້​ແລ້ວ​ວ່າ “ສິ່ງ​ໃດ​ສຳຄັນ​ກວ່າ” ເຈົ້າ​ຈະ​ເຮັດ​ແນວ​ໃດ?

      • ເປັນ​ຫຍັງ​ເຈົ້າ​ຕ້ອງ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ເຈົ້າ​ຮຽນ​ຄຳພີ​ໄບເບິນ​ຕໍ່ໆ​ໄປ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ມາ​ເບິ່ງ 4 ວິທີ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ໃຊ້​ເວລາ​ຢ່າງ​ຄຸ້ມ​ຄ່າ.

      “ໃຊ້​ເວລາ​ແນວ​ໃດ​ບໍ່​ໃຫ້​ເສຍ​ໄປ​ລ້າໆ” (ຕື່ນເຖີດ! ເດືອນ​ກຸມພາ ປີ 2014)

      ພະ​ເຢໂຫວາ​ຊ່ວຍ​ຜູ້​ຍິງ​ຄົນ​ໜຶ່ງ​ແນວ​ໃດ​ທີ່​ຜົວ​ຂອງ​ລາວ​ບໍ່​ເຂົ້າໃຈ​ວ່າ​ເປັນ​ຫຍັງ​ລາວ​ຈຶ່ງ​ຕັ້ງໃຈ​ຮຽນ​ຄຳພີ​ໄບເບິນ​ແລະ​ເຊື່ອຟັງ​ເພິ່ນ.

      ພະ​ເຢໂຫວາ​ຊ່ວຍ​ໃຫ້​ເຮົາ​ເຂັ້ມແຂງ​ເພື່ອ​ຈະ​ແບກ​ພາລະ​ຂອງ​ເຮົາ​ໄດ້ (5:05)

      ຄວາມ​ອົດທົນ​ຂອງ​ເມຍ​ຄົນ​ໜຶ່ງ​ໄດ້​ຊ່ວຍ​ຜົວ​ຂອງ​ລາວ​ແນວ​ໃດ.

      ຂ້ອຍ​ທົດສອບ​ຄວາມ​ຈິງ (6:30)

      ມີ​ບາງ​ຄົນ​ບອກ​ວ່າ​ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ. ແຕ່​ນີ້​ເປັນ​ຄວາມ​ຈິງ​ບໍ?

      “ພະຍານ​ພະ​ເຢໂຫວາ​ເຮັດ​ໃຫ້​ຄອບຄົວ​ແຕກ​ແຍກ​ຫຼື​ເຮັດ​ໃຫ້​ໝັ້ນຄົງ​ຫຼາຍ​ຂຶ້ນ?” (ບົດ​ຄວາມ​ໃນ​ເວັບໄຊ)

  • ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນໃຈ​ໄດ້​ດີ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ບົດ​ທີ 35. ຜູ້​ເປັນ​ຜົວ​ຊອກ​ຊື້​ລົດ​ທີ່​ໂຄສະນາ​ໃນ​ເວັບໄຊ ເມຍ​ກັບ​ລູກ​ຂອງ​ລາວ​ກໍ​ເບິ່ງ​ນຳ.

      ບົດ​ທີ 35

      ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຕັດສິນໃຈ​ໄດ້​ດີ?

      ເຮົາ​ທຸກ​ຄົນ​ມີ​ເລື່ອງ​ຕ່າງໆ​ທີ່​ຕ້ອງ​ຕັດສິນໃຈ. ບາງ​ເລື່ອງ​ມີ​ຜົນ​ຕໍ່​ເຮົາ​ຫຼາຍ​ແລະ​ມີ​ຜົນ​ຕໍ່​ຄວາມ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ​ນຳ ເຊັ່ນ ເຮົາ​ອາດ​ຈະ​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ຢູ່​ໃສ ຈະ​ເຮັດ​ວຽກ​ຫຍັງ​ເພື່ອ​ຫາ​ລ້ຽງ​ໂຕເອງ ຈະ​ຢູ່​ເປັນ​ໂສດ​ຫຼື​ຈະ​ແຕ່ງດອງ. ຖ້າ​ເຮົາ​ຕັດສິນໃຈ​ໄດ້​ດີ ຊີວິດ​ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ເຮັດ​ໃຫ້​ພະ​ເຢໂຫວາ​ດີ​ໃຈ.

      1. ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ຕັດສິນໃຈ​ໄດ້​ດີ?

      ກ່ອນ​ທີ່​ເຈົ້າ​ຈະ​ຕັດສິນໃຈ​ເລື່ອງ​ຫຍັງ​ກໍ​ຕາມ ໃຫ້​ເຈົ້າ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະ​ເຢໂຫວາ​ແລະ​ຄົ້ນ​ເບິ່ງ​ຈາກ​ຄຳພີ​ໄບເບິນ​ວ່າ​ເພິ່ນ​ຄິດ​ແນວ​ໃດ​ກັບ​ເລື່ອງ​ນັ້ນ. (ອ່ານ​ສຸພາສິດ 2:3-6) ໃນ​ບາງ​ເລື່ອງ ພະ​ເຢໂຫວາ​ກໍ​ບອກ​ກົງໆ​ວ່າ​ໃຫ້​ເຮັດ​ຫຍັງ. ຖ້າ​ເປັນ​ແນວ​ນັ້ນ ການ​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ບອກ​ກໍ​ເປັນ​ການ​ຕັດສິນໃຈ​ທີ່​ດີ​ທີ່​ສຸດ.

      ແລ້ວ​ຖ້າ​ເປັນ​ເລື່ອງ​ທີ່​ບໍ່​ໄດ້​ບອກ​ໄວ້​ກົງໆ​ໃນ​ຄຳພີ​ໄບເບິນ​ເດ? ພະ​ເຢໂຫວາ​ກໍ​ຈະ​ຊ່ວຍ​ເຈົ້າ​ໃຫ້ “ໄປ​ໃນ​ຫົນທາງ​ທີ່​ເຈົ້າ​ຄວນ​ໄປ.” (ເອຊາຢາ 48:17) ເພິ່ນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ? ເພິ່ນ​ໃຫ້​ມີ​ຫຼັກການ​ຫຼາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຈົ້າ​ໄດ້. ຫຼັກການ​ແມ່ນ​ຄຳສອນ​ແລະ​ເລື່ອງ​ລາວ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ໃຫ້​ຮູ້​ວ່າ​ພະ​ເຢໂຫວາ​ຄິດ​ແລະ​ຮູ້ສຶກ​ແນວ​ໃດ. ຫຼາຍ​ເທື່ອ​ເຮົາ​ຈະ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ພະ​ເຢໂຫວາ​ຕອນ​ທີ່​ເຮົາ​ອ່ານ​ຄຳພີ​ໄບເບິນ. ເມື່ອ​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ ເຮົາ​ກໍ​ຈະ​ຕັດສິນໃຈ​ໃນ​ແບບ​ທີ່​ເພິ່ນ​ມັກ.

      2. ມີ​ຫຍັງ​ແດ່​ທີ່​ເຮົາ​ໜ້າ​ຈະ​ຄິດ​ເຖິງ​ກ່ອນ​ທີ່​ຈະ​ຕັດສິນໃຈ?

      ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ຮອບຄອບ​ຄິດ​ຄັກໆ​ກ່ຽວກັບ​ຜົນ​ທີ່​ຈະ​ຕາມ​ມາ.” (ສຸພາສິດ 14:15) ນີ້​ໝາຍ​ຄວາມ​ວ່າ​ກ່ອນ​ທີ່​ເຮົາ​ຈະ​ຕັດສິນໃຈ ເຮົາ​ໜ້າ​ຈະ​ໃຊ້​ເວລາ​ເພື່ອ​ເບິ່ງ​ວ່າ​ເຮົາ​ມີ​ທາງ​ເລືອກ​ຫຍັງ​ແດ່ ແລະ​ໃຫ້​ເຮົາ​ຄິດ​ກ່ຽວກັບ​ທາງ​ເລືອກ​ແຕ່​ລະ​ຢ່າງ​ວ່າ: ‘ມີ​ຫຼັກການ​ຫຍັງ​ແດ່​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ເລື່ອງ​ນີ້? ຖ້າ​ຂ້ອຍ​ເລືອກ​ແບບ​ນີ້​ຂ້ອຍ​ຈະ​ຮູ້ສຶກ​ຜິດ​ບໍ? ສິ່ງ​ທີ່​ຂ້ອຍ​ເລືອກ​ຈະ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ? ແລະ​ທີ່​ສຳຄັນ​ທີ່​ສຸດ ສິ່ງ​ທີ່​ຂ້ອຍ​ເລືອກ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ບໍ?’—ພະ​ບັນຍັດ 32:29

      ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ເຮົາ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. ເມື່ອ​ເຮົາ​ຮູ້​ຈັກ​ກົດໝາຍ​ແລະ​ຫຼັກການ​ຂອງ​ເພິ່ນ​ແລະ​ຕັ້ງໃຈ​ເຮັດ​ຕາມ ເຮົາ​ກໍ​ກຳລັງ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ໃຫ້​ເຮັດ​ວຽກ​ໄດ້​ດີ​ຂຶ້ນ. ໃຈ​ຮູ້​ຜິດ​ຮູ້​ຖືກ​ເປັນ​ຄວາມ​ຮູ້ສຶກ​ໃນ​ໂຕ​ເຮົາ​ທີ່​ບອກ​ວ່າ​ອັນ​ໃດ​ຖືກ​ອັນ​ໃດ​ຜິດ. (ໂຣມ 2:14, 15) ໃຈ​ຮູ້​ຜິດ​ຮູ້​ຖືກ​ທີ່​ໄດ້​ຮັບ​ການ​ຝຶກ​ຈະ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຫຼັກການ​ໃນ​ຄຳພີ​ໄບເບິນ​ແລະ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຮົາ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ເມື່ອ​ຕ້ອງ​ຕັດສິນໃຈ.

      3. ໃຫ້​ຄຳພີ​ໄບເບິນ​ຊີ້ນຳ​ເຈົ້າ

      ຫຼັກການ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ຕອນ​ທີ່​ເຮົາ​ຕ້ອງ​ຕັດສິນໃຈ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ໃຫ້​ຫຼັກການ​ໃນ​ພະຄຳພີຊີ້ນຳ​ເຈົ້າ (5:54)

      • ອິດສະຫຼະ​ໃນ​ການ​ເລືອກ​ແມ່ນ​ຫຍັງ?

      • ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ເຮົາ​ເລືອກ​ແລະ​ຕັດສິນໃຈ​ເລື່ອງ​ຕ່າງໆ​ດ້ວຍ​ໂຕເອງ?

      • ພະ​ເຢໂຫວາ​ໃຫ້​ຫຍັງ​ກັບ​ເຮົາ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ຕັດສິນໃຈ​ໄດ້​ດີ​ຂຶ້ນ?

      ໃຫ້​ເຮົາ​ມາ​ເບິ່ງ​ຫຼັກການ​ຢ່າງ​ໜຶ່ງ​ນຳ​ກັນ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ການ “ໃຊ້​ເວລາ​ໃຫ້​ເປັນ​ປະໂຫຍດ​ຫຼາຍ​ທີ່​ສຸດ” ອ່ານ​ເອເຟໂຊ 5:15, 16. ແລ້ວ​ລົມ​ກັນ​ວ່າ ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ . . .

      • ອ່ານ​ຄຳພີ​ໄບເບິນ​ເປັນ​ປະຈຳ.

      • ເປັນ​ຜົວ​ເມຍ ພໍ່​ແມ່ ຫຼື​ລູກ​ທີ່​ດີ​ຂຶ້ນ.

      • ເຂົ້າ​ຮ່ວມ​ປະຊຸມ​ເປັນ​ປະຈຳ.

      4. ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າເພື່ອ​ຈະ​ຕັດສິນໃຈ​ໄດ້​ດີ

      ຖ້າ​ເຮົາ​ມີ​ເລື່ອງ​ທີ່​ຕ້ອງ​ຕັດສິນໃຈ​ແລະ​ເລື່ອງ​ນັ້ນ​ມີ​ບອກ​ໄວ້​ກົງໆ​ໃນ​ຄຳພີ​ໄບເບິນ ກໍ​ບໍ່​ຍາກ​ທີ່​ເຮົາ​ຈະ​ຕັດສິນໃຈ​ໄດ້​ຢ່າງ​ຖືກຕ້ອງ. ແຕ່​ຖ້າ​ເປັນ​ເລື່ອງ​ທີ່​ບໍ່​ໄດ້​ບອກ​ໄວ້​ກົງໆ​ໃນ​ຄຳພີ​ໄບເບິນ​ເດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: “ຢ່າ​ເຮັດ​ສິ່ງ​ທີ່​ລົບກວນ​ໃຈຮູ້​ຜິດ​ຮູ້​ຖືກ” (5:13)

      • ໃນ​ວິດີໂອ ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເຮັດ​ຫຍັງ​ເພື່ອ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ແລະ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ?

      ເປັນ​ຫຍັງ​ເຮົາ​ບໍ່​ຄວນ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ແທນ​ເຮົາ? ອ່ານ​ເຮັບເຣີ 5:14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຖິງ​ວ່າ​ຈະ​ງ່າຍ​ກວ່າ​ທີ່​ຈະ​ໃຫ້​ຄົນ​ອື່ນ​ຕັດສິນໃຈ​ແທນ​ເຮົາ ແຕ່​ເຮົາ​ໜ້າ​ຈະ​ແຍກ​ຫຍັງ​ໃຫ້​ອອກ​ດ້ວຍ​ໂຕເອງ?

      • ມີ​ຫຍັງ​ແດ່​ທີ່​ຈະ​ຊ່ວຍ​ໃຫ້​ເຮົາ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ແລະ​ຕັດສິນໃຈ​ໄດ້​ດີ?

      ຄົນ​ຜູ້​ໜຶ່ງ​ກຳລັງ​ຂັບ​ລົດ. ລາວ​ໃຊ້​ຈີພີເອດສ໌​ເພື່ອ​ຊ່ວຍ​ລາວ​ໃຫ້​ໄປ​ຖືກ​ທາງ.

      ໃຈ​ຮູ້​ຜິດ​ຮູ້​ຖືກ​ເປັນ​ຄື​ກັບ​ແຜນທີ່​ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າຊີວິດ​ຂອງ​ເຮົາ​ຄວນ​ໄປ​ທາງ​ໃດ

      5. ຄິດ​ເຖິງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ອື່ນ

      ແຕ່​ລະ​ຄົນ​ອາດ​ຈະ​ຕັດສິນໃຈ​ບໍ່​ຄື​ກັນ. ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຮົາ​ຄິດ​ເຖິງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ອື່ນ? ໃຫ້​ເຮົາ​ມາ​ເບິ່ງ​ເຫດການ​ສອງ​ຢ່າງ​ນຳ​ກັນ:

      ເຫດການ​ທີ 1: ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ເປັນ​ຄົນ​ທີ່​ມັກ​ແຕ່ງ​ໜ້າ​ຍ້າຍ​ໄປ​ຢູ່​ປະຊາຄົມ​ທີ່​ພີ່ນ້ອງ​ຍິງ​ຫຼາຍ​ຄົນ​ບໍ່​ຄ່ອຍ​ແຕ່ງ​ໜ້າ​ແລະ​ຮູ້ສຶກ​ບໍ່​ຄ່ອຍ​ສະບາຍ​ໃຈ​ເມື່ອ​ເຫັນ​ບາງ​ຄົນ​ແຕ່ງ​ໜ້າ.

      ອ່ານ​ໂຣມ 15:1 ແລະ 1 ໂກຣິນໂທ 10:23, 24 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ຈາກ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ພີ່ນ້ອງ​ຍິງ​ທີ່​ມັກ​ແຕ່ງ​ໜ້າ​ອາດ​ຕັດສິນໃຈ​ວ່າ​ຈະ​ເຮັດ​ຫຍັງ? ຖ້າ​ເຈົ້າ​ຢູ່​ກັບ​ຄົນ​ທີ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ລາວ​ບໍ່​ຍອມ​ໃຫ້​ລາວ​ເຮັດ​ບາງ​ຢ່າງ​ແຕ່​ເຈົ້າ​ຮູ້ສຶກ​ວ່າ​ເຮັດ​ໄດ້ ເຈົ້າ​ຈະ​ເຮັດ​ແນວ​ໃດ?

      ເຫດການ​ທີ 2: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ຮູ້​ວ່າ​ຄຳພີ​ໄບເບິນ​ບໍ່​ໄດ້​ຫ້າມ​ການ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ ແຕ່​ໂຕ​ລາວ​ເອງ​ກໍ​ເລືອກ​ທີ່​ຈະ​ບໍ່​ດື່ມ. ມື້​ໜຶ່ງ​ລາວ​ໄດ້​ໄປ​ງານ​ລ້ຽງ​ແລະ​ເຫັນ​ພີ່ນ້ອງ​ບາງ​ຄົນ​ດື່ມ​ເຄື່ອງ​ດື່ມ​ມຶນ​ເມົາ.

      ອ່ານ​ປັນຍາຈານ 7:16 ແລະ​ໂຣມ 14:1, 10 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ໃນ​ຂໍ້​ຄຳພີ​ທີ່​ອ່ານ​ໄປ ພີ່ນ້ອງ​ຊາຍ​ທີ່​ບໍ່​ດື່ມ​ບໍ່​ຄວນ​ເຮັດ​ຫຍັງ? ຖ້າ​ເຫັນ​ຄົນ​ອື່ນ​ເຮັດ​ສິ່ງ​ທີ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ບໍ່​ຍອມ​ໃຫ້​ເຈົ້າ​ເຮັດ ເຈົ້າ​ຈະ​ເຮັດ​ແນວ​ໃດ?

      ເຮົາ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະຕັດສິນໃຈ​ໄດ້​ດີ?

      ຜູ້​ຍິງ​ຄົນ​ໜຶ່ງ​ກຳລັງ​ອະທິດຖານ.

      1. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ຈະ​ຕັດສິນໃຈ​ແນວ​ໃດ.—ຢາໂກໂບ 1:5

      ຜູ້​ຍິງ​ຄົນ​ດຽວ​ກັນ​ກຳລັງ​ຄົ້ນຄວ້າ​ໂດຍ​ໃຊ້​ຄຳພີ​ໄບເບິນ ໜັງສື​ຕ່າງໆ​ທີ່​ອະທິບາຍ​ເລື່ອງ​ໃນ​ຄຳພີ​ໄບເບິນ ແລະ​ຄອມພິວເຕີ.

      2. ຄົ້ນຄວ້າ​ຄຳພີ​ໄບເບິນ​ແລະ​ປຶ້ມ​ຕ່າງໆ​ຂອງ​ອົງການ​ເພື່ອ​ເບິ່ງ​ວ່າ​ມີ​ຫຼັກການ​ຫຍັງ​ແດ່​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນັ້ນ ແລະ​ເຈົ້າ​ອາດ​ຈະ​ລົມ​ກັບ​ພີ່ນ້ອງ​ຄລິດສະຕຽນ​ທີ່​ມີ​ປະສົບການ​ກໍ​ໄດ້.

      ຜູ້​ຍິງ​ຄົນ​ດຽວ​ກັນ​ກຳລັງ​ຄິດ.

      3. ຄິດ​ເຖິງ​ຜົນ​ທີ່​ຈະ​ຕາມ​ມາ​ວ່າ​ການ​ຕັດສິນໃຈ​ຂອງ​ເຈົ້າ​ຈະ​ມີ​ຜົນ​ຕໍ່​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ໂຕເອງ​ແລະ​ຂອງ​ຄົນ​ອື່ນ​ແນວ​ໃດ.

      ບາງ​ຄົນ​ເວົ້າ​ວ່າ: “ເຈົ້າ​ຢາກ​ເຮັດ​ຫຍັງ​ກໍ​ເຮັດ​ໂລດ. ບໍ່​ຕ້ອງ​ໄປ​ສົນໃຈ​ດອກ​ວ່າ​ຄົນ​ອື່ນ​ຊິ​ຄິດ​ແນວ​ໃດ.”

      • ເປັນ​ຫຍັງ​ເຮົາ​ຕ້ອງ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພະເຈົ້າ​ແລະ​ຄວາມ​ຮູ້ສຶກ​ຂອງ​ຄົນ​ອື່ນ?

      ສະຫຼຸບ

      ເຮົາ​ຈະ​ຕັດສິນໃຈ​ໄດ້​ດີ​ຖ້າ​ເຮົາ​ເຂົ້າໃຈ​ວ່າ​ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ເລື່ອງ​ນັ້ນ​ແລະ​ຄິດ​ນຳ​ວ່າ​ການ​ຕັດສິນໃຈ​ຂອງ​ເຮົາ​ຈະ​ມີ​ຜົນ​ຕໍ່​ຄົນ​ອື່ນ​ແນວ​ໃດ.

      ຄຳ​ຖາມ​ທົບທວນ

      • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ການ​ຕັດສິນໃຈ​ຂອງ​ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ?

      • ເຈົ້າ​ຈະ​ຝຶກ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ເຈົ້າ​ໄດ້​ແນວ​ໃດ?

      • ເຈົ້າ​ຈະ​ເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເຈົ້າ​ຄິດ​ເຖິງ​ໃຈ​ຮູ້​ຜິດ​ຮູ້​ຖືກ​ຂອງ​ຄົນ​ອື່ນ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ການ​ຕັດສິນໃຈ​ຂອງ​ເຮົາ​ຈະ​ເຮັດ​ໃຫ້​ເຮົາ​ສະໜິດ​ກັບ​ພະເຈົ້າ​ຫຼາຍ​ຂຶ້ນ​ໄດ້​ແນວ​ໃດ?

      “ຈົ່ງ​ຕັດສິນໃຈ​ໃນ​ແບບ​ທີ່​ເຮັດ​ໃຫ້ພະເຈົ້າ​ໄດ້​ຮັບ​ກຽດ” (ຫໍສັງເກດການ 15 ເມສາ 2011)

      ເຂົ້າໃຈ​ຫຼາຍ​ຂຶ້ນ​ວ່າ​ພະ​ເຢໂຫວາ​ຊີ້ນຳ​ເຮົາ​ແນວ​ໃດ.

      ພະ​ເຢໂຫວາ​ຊີ້ນຳ​ປະຊາຊົນ​ຂອງ​ເພິ່ນ (9:50)

      ມາ​ເບິ່ງ​ວ່າ​ອັນ​ໃດ​ຊ່ວຍ​ຜູ້​ຊາຍ​ຄົນ​ໜຶ່ງ​ໃຫ້​ຕັດສິນໃຈ​ໄດ້​ດີ​ເມື່ອ​ຕ້ອງ​ຕັດສິນໃຈ​ໃນ​ເລື່ອງ​ທີ່​ຍາກ.

      ພະ​ເຢໂຫວາ​ຮັບຮອງ​ວ່າ​ຈະ​ໃຫ້​ສິ່ງ​ດີ​ກັບ​ເຮົາ​ສະເໝີ (5:51)

      ເຮົາ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ໄດ້​ເຖິງ​ວ່າ​ພະອົງ​ບໍ່​ໄດ້​ບອກ​ກົງໆ​ວ່າ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ.

      “ເຈົ້າ​ຈຳເປັນ​ຕ້ອງ​ມີ​ຄຳ​ສັ່ງ​ຈາກ​ຄຳພີ​ໄບເບິນ​ຢູ່​ສະເໝີ​ບໍ?” (ຫໍສັງເກດການ 1 ທັນວາ 2003)

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌