ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເຢເຣມີ 51-52
ຄຳເວົ້າຂອງພະເຢໂຫວາເປັນຈິງໃນທຸກສິ່ງ
ພະເຢໂຫວາບອກລ່ວງໜ້າເຖິງເຫດການທີ່ຈະເກີດຂຶ້ນໃນອະນາຄົດໄວ້ຢ່າງຖືກຕ້ອງ
ພົນທະນູປ້ອງກັນກະສັດ
“ຈົ່ງຝົນລູກໜ້າ [“ລູກທະນູ,” ລ.ມ.] ທັງຫຼາຍ”
ຊາວແມດແລະເປເຣເຊເປັນນັກຍິງທະນູທີ່ຊຳນານ ແລະເຂົາເຈົ້າໃຊ້ມັນເປັນອາວຸດຫຼັກ. ພວກເຂົາເຈົ້າໄດ້ຝົນລູກທະນູເພື່ອຈະຍິງໃຫ້ເຂົ້າເລິກ
“ຄົນມີແຮງ [“ນັກຮົບ,” ລ.ມ.] ທັງຫລາຍຂອງເມືອງບາບີໂລນໄດ້ເຊົາເລວເສິກ”
ໃນຫີນຈາລຶກຂອງນະໂບໄນດັດຂຽນວ່າ: “ກອງທັບຂອງຊີຣຶຊເຂົ້າໄປໃນບາບີໂລນໂດຍບໍ່ມີການຕໍ່ສູ້.” ນີ້ໝາຍຄວາມວ່າບໍ່ມີການສູ້ຮົບ ນັ້ນສອດຄ່ອງກັບຄຳພະຍາກອນຂອງເຢເຣມີ
ຫີນຈາລຶກຂອງນະໂບໄນດັດ
“ເມືອງບາບີໂລນຈະເປັນກອງສິ່ງຊຳລຸດ [“ກອງຫີນ,” ລ.ມ.] ເປັນບ່ອນຮ້າງເປົ່າຕະຫຼອດໄປເປັນນິດ”
ປີ 539 ກ່ອນ ຄ.ສ. ຄວາມຮຸ່ງເຮືອງຂອງເມືອງບາບີໂລນເລີ່ມຈາງໄປ. ອາເລັກຊັນເດີມະຫາລາດຕ້ອງການເຮັດໃຫ້ບາບີໂລນເປັນເມືອງຫຼວງ ແຕ່ລາວພັດຕາຍຢ່າງກະທັນຫັນ. ຊ່ວງທຳອິດຄລິດສະຕຽນຊາວຢູເດຍັງອາໄສຢູ່ທີ່ນັ້ນ ດັງນັ້ນອັກຄະສາວົກເປໂຕຈຶ່ງຕ້ອງໄປບາບີໂລນ. ແຕ່ໃນສະຕະວັດທີ 4 ເມືອງນີ້ຖືກທຳລາຍ ແລະໃນທີ່ສຸດກໍຮ້າງເປົ່າ