ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ເລື່ອງ​ສຳຄັນ​ທີ່​ສຸດ​ໃນ​ຄຳພີ​ໄບເບິນ​ແມ່ນ​ເລື່ອງ​ການ​ປົກຄອງ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຈະ​ໃຊ້​ການ​ປົກຄອງ​ນີ້​ເພື່ອ​ເຮັດ​ໃຫ້​ທົ່ວ​ໂລກ​ກາຍ​ເປັນ​ສວນ​ອຸທິຍານ​ຄື​ກັບ​ທີ່​ເພິ່ນ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ. ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ? ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ກຳລັງ​ປົກຄອງ​ຢູ່​ຕອນນີ້? ການ​ປົກຄອງ​ນີ້​ເຮັດ​ຫຍັງ​ໄປ​ແດ່​ແລ້ວ? ແລະ​ຈະ​ເຮັດ​ຫຍັງ​ອີກ​ໃນ​ອະນາຄົດ? ໃນ​ບົດ​ນີ້​ແລະ​ອີກ​ສອງ​ບົດ​ຕໍ່​ໄປ​ຈະ​ຕອບ​ຄຳ​ຖາມ​ເຫຼົ່າ​ນີ້.

      1. ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ ແລະ​ໃຜ​ເປັນ​ກະສັດ​ໃນ​ການ​ປົກຄອງ​ນີ້?

      ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ລັດຖະບານ​ທີ່​ພະ​ເຢໂຫວາ​ຕັ້ງ​ຂຶ້ນ. ເພິ່ນ​ແຕ່ງຕັ້ງ​ພະ​ເຢຊູ​ຄລິດ​ໃຫ້​ເປັນ​ກະສັດ ແລະ​ລັດຖະບານ​ນີ້​ປົກຄອງ​ຈາກ​ສະຫວັນ. (ມັດທາຍ 4:17, ໂຢຮັນ 18:36) ຄຳພີ​ໄບເບິນ​ເວົ້າ​ເຖິງ​ພະ​ເຢຊູ​ວ່າ: ‘ເພິ່ນ​ຈະ​ເປັນ​ກະສັດ​ປົກຄອງ . . . ຕະຫຼອດ​ໄປ.’ (ລູກາ 1:32, 33) ພະ​ເຢຊູ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ແລະ​ເພິ່ນ​ຈະ​ປົກຄອງ​ທົ່ວ​ທັງ​ໂລກ.

      2. ໃຜ​ຈະ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ?

      ພະ​ເຢຊູ​ບໍ່​ໄດ້​ປົກຄອງ​ຜູ້​ດຽວ ແຕ່​ຍັງ​ມີ​ຄົນ​ອື່ນ​ທີ່​ຈະ​ປົກຄອງ​ກັບ​ເພິ່ນ​ນຳ. ເຂົາເຈົ້າ​ມາ​ຈາກ “ທຸກ​ຕະກູນ ທຸກ​ພາສາ ທຸກ​ຊາດ ແລະ​ທຸກ​ປະເທດ . . . ເຂົາເຈົ້າ​ຈະ​ເປັນ​ກະສັດ​ປົກຄອງ​ໂລກ.” (ພະ​ນິມິດ 5:9, 10) ແລ້ວ​ຈະ​ມີ​ຈັກ​ຄົນ​ທີ່​ໄປ​ປົກຄອງ​ກັບ​ພະ​ເຢຊູ? ເຖິງ​ວ່າ​ຈະ​ມີ​ຫຼາຍ​ລ້ານ​ຄົນ​ທີ່​ເປັນ​ລູກສິດ​ຂອງ​ພະ​ເຢຊູ ແຕ່​ມີ​ພຽງ 144.000 ຄົນ​ເທົ່າ​ນັ້ນ​ທີ່​ໄດ້​ໄປ​ປົກຄອງ​ຮ່ວມ​ກັບ​ເພິ່ນ​ໃນ​ສະຫວັນ. (ອ່ານ​ພະ​ນິມິດ 14:1-4) ສ່ວນ​ລູກສິດ​ຄົນ​ອື່ນໆ​ຈະ​ໄດ້​ຢູ່​ໃນ​ໂລກ​ນີ້​ແລະ​ເປັນ​ປະຊາຊົນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ.—ເພງ​ສັນລະເສີນ 37:29

      3. ເປັນ​ຫຍັງ​ການ​ປົກຄອງ​ຂອງ​ພະເຈົ້າ​ຈຶ່ງ​ດີ​ກວ່າ​ການ​ປົກຄອງ​ຂອງ​ມະນຸດ?

      ເຖິງ​ວ່າ​ຈະ​ມີ​ຜູ້​ນຳ​ທີ່​ເປັນ​ມະນຸດ​ຫຼາຍ​ຄົນ​ພະຍາຍາມ​ເຮັດ​ສິ່ງ​ທີ່​ດີ ແຕ່​ເຂົາເຈົ້າ​ກໍ​ບໍ່​ມີ​ອຳນາດ​ຫຼາຍ​ພໍ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ຕັ້ງໃຈ​ໄວ້ ແລະ​ໃນ​ທີ່​ສຸດ​ກໍ​ຈະ​ມີ​ຄົນ​ອື່ນ​ມາ​ປົກຄອງ​ແທນ​ເຂົາເຈົ້າ​ເຊິ່ງ​ຄົນ​ນັ້ນ​ອາດ​ຈະ​ເປັນ​ຄົນ​ເຫັນ​ແກ່​ໂຕ​ແລະ​ບໍ່​ສົນໃຈ​ປະຊາຊົນ. ແຕ່​ຜູ້​ນຳ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ບໍ່​ໄດ້​ເປັນ​ແບບ​ນັ້ນ ພະ​ເຢຊູ​ຈະ​ປົກຄອງ​ໂດຍ​ບໍ່​ມີ​ໃຜ​ມາ​ຍາດ​ອຳນາດ​ໄປ​ຈາກ​ເພິ່ນ​ໄດ້. ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ “ຕັ້ງ​ການ​ປົກຄອງ​ໜຶ່ງ​ຂຶ້ນ ເຊິ່ງ​ຈະ​ບໍ່​ຖືກ​ທຳລາຍ​ຈັກ​ເທື່ອ.” (ດານີເອນ 2:44) ພະ​ເຢຊູ​ຈະ​ປົກຄອງ​ທົ່ວ​ທັງ​ໂລກ ແລະ​ເພິ່ນ​ຈະ​ເບິ່ງແຍງ​ປະຊາຊົນ​ຢ່າງ​ທົ່ວ​ເຖິງ​ແລະ​ເທົ່າ​ທຽມ​ກັນ. ເພິ່ນ​ເປັນ​ຜູ້​ນຳ​ທີ່​ມີ​ຄວາມ​ເມດຕາ ຮັກ​ຜູ້​ຄົນ ແລະ​ມີ​ຄວາມ​ຍຸຕິທຳ ແລະ​ເພິ່ນ​ຢາກ​ສອນ​ປະຊາຊົນ​ຂອງ​ເພິ່ນ​ໃຫ້​ຮັກ​ກັນ ຊ່ວຍ​ເຫຼືອ​ກັນ ແລະ​ເປັນ​ຄົນ​ບໍ່​ລຳອຽງ.—ອ່ານ​ເອຊາຢາ 11:9

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ມາ​ເບິ່ງ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ດີ​ກວ່າການ​ປົກຄອງ​ຂອງ​ມະນຸດ​ແນວ​ໃດ​ແດ່.

      ພະ​ເຢຊູ​ຄລິດ​ປົກຄອງ​ທົ່ວ​ທັງ​ໂລກ​ຈາກ​ບັນລັງ​ໃນ​ສະຫວັນ. ຜູ້​ທີ່​ຮ່ວມ​ປົກຄອງ​ນັ່ງ​ຢູ່​ທາງ​ຫຼັງ​ເພິ່ນ. ລັດສະໝີ​ຂອງ​ພະ​ເຢໂຫວາ​ຢູ່​ທາງ​ຫຼັງ​ເຂົາເຈົ້າ.

      4. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ທົ່ວ​ໂລກ

      ພະ​ເຢຊູ​ມີ​ອຳນາດ​ທີ່​ຈະ​ປົກຄອງ​ຫຼາຍ​ກວ່າ​ຜູ້​ນຳ​ທີ່​ເປັນ​ມະນຸດ​ທຸກ​ຄົນ​ທີ່​ເຄີຍ​ປົກຄອງ​ມາ. ອ່ານ​ມັດທາຍ 28:18 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເປັນ​ຫຍັງ​ອຳນາດ​ການ​ປົກຄອງ​ຂອງ​ພະ​ເຢຊູ​ຈຶ່ງ​ເໜືອ​ກວ່າ​ອຳນາດ​ຂອງ​ຜູ້​ນຳ​ທີ່​ເປັນ​ມະນຸດ?

      ການ​ປົກຄອງ​ຂອງ​ມະນຸດ​ບໍ່​ມີ​ຄວາມ​ໝັ້ນຄົງ ປະເທດ​ຕ່າງໆ​ມີ​ການ​ປ່ຽນ​ລັດຖະບານ​ເລື້ອຍໆ ແລະ​ແຕ່​ລະ​ລັດຖະບານ​ກໍ​ມີ​ອຳນາດ​ທີ່​ຈະ​ປົກຄອງ​ພຽງ​ແຕ່​ປະເທດ​ຂອງ​ໂຕເອງ​ເທົ່າ​ນັ້ນ. ແລ້ວ​ການ​ປົກຄອງ​ຂອງ​ພະເຈົ້າ​ເດ​ເປັນ​ແນວ​ໃດ? ອ່ານ​ດານີເອນ 7:14 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ “ຈະ​ບໍ່​ຖືກ​ໂຄ່ນ​ລົ້ມ​ຈັກ​ເທື່ອ”?

      • ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ຈຶ່ງ​ດີ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ປົກຄອງ​ທົ່ວ​ໂລກ?

      5. ການ​ປົກຄອງ​ຂອງ​ພະເຈົ້າ​ຈະມາ​ແທນ​ການ​ປົກຄອງ​ຂອງ​ມະນຸດ

      ເປັນ​ຫຍັງ​ການ​ປົກຄອງ​ຂອງ​ພະເຈົ້າ​ຕ້ອງ​ມາ​ແທນ​ທີ່​ການ​ປົກຄອງ​ຂອງ​ມະນຸດ? ເປີດ​ວິດີໂອ ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      ວິດີໂອ: ລາຊະອານາຈັກ​ຂອງພະເຈົ້າ​ແມ່ນ​ຫຍັງ?—ວິດີໂອ​ສັ້ນ (1:41)

      • ຜົນ​ເປັນ​ແນວ​ໃດ​ເມື່ອ​ລັດຖະບານ​ຂອງ​ມະນຸດປົກຄອງ?

      ອ່ານ​ປັນຍາຈານ 8:9 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຄິດ​ວ່າ​ດີ​ບໍ​ທີ່​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແທນ​ທີ່​ການ​ປົກຄອງ​ຂອງ​ມະນຸດ? ເປັນ​ຫຍັງ​ເຈົ້າຈຶ່ງ​ຄິດ​ແບບ​ນັ້ນ?

      6. ການ​ປົກຄອງ​ຂອງ​ພະເຈົ້າມີ​ຜູ້​ນຳ​ທີ່​ເຂົ້າໃຈ​ພວກ​ເຮົາ

      ພະ​ເຢຊູ​ເຊິ່ງ​ເປັນ​ກະສັດ​ທີ່​ພະເຈົ້າ​ແຕ່ງຕັ້ງ “ເຫັນອົກເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກ​ເຮົາ” ເພາະ​ເພິ່ນ​ເຄີຍ​ເປັນ​ມະນຸດ​ມາ​ກ່ອນ. (ເຮັບເຣີ 4:15) ຄລິດສະຕຽນ​ທີ່​ສັດຊື່ 144.000 ຄົນ​ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ທີ່​ພະ​ເຢໂຫວາ​ເລືອກ​ໃຫ້​ໄປ​ປົກຄອງ​ກັບ​ພະ​ເຢຊູ​ກໍ​ມາ​ຈາກ “ທຸກ​ຕະກູນ ທຸກ​ພາສາ ທຸກ​ຊາດ ແລະ​ທຸກ​ປະເທດ.”—ພະ​ນິມິດ 5:9

      • ເຈົ້າ​ຄິດ​ວ່າ​ດີ​ບໍ​ທີ່​ພະ​ເຢຊູ​ແລະ​ທຸກ​ຄົນ​ທີ່​ປົກຄອງ​ກັບ​ເພິ່ນ​ເຄີຍ​ເປັນ​ມະນຸດ​ຄື​ເຮົາ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

      ພີ່ນ້ອງ​ຜູ້​ຖືກ​ເຈີມ​ຫຼາຍ​ຄົນ​ທັງ​ຊາຍ​ແລະ​ຍິງ​ທີ່​ມີ​ພູມ​ຫຼັງ​ແລະ​ມາ​ຈາກ​ຍຸກ​ສະໄໝ​ທີ່​ແຕກຕ່າງ​ກັນ.

      ພະ​ເຢໂຫວາ​ເລືອກ​ຜູ້​ຊາຍ​ແລະ​ຜູ້​ຍິງຈາກ​ພູມ​ຫຼັງ​ທີ່​ແຕກຕ່າງ​ກັນ​ໃຫ້ມາ​ປົກຄອງ​ຮ່ວມ​ກັບ​ພະ​ເຢຊູ.

      7. ກົດໝາຍ​ຂອງ​ການ​ປົກຄອງຂອງ​ພະເຈົ້າ​ດີ​ກວ່າ​ຂອງ​ມະນຸດ

      ປົກກະຕິ​ແລ້ວ​ລັດຖະບານ​ຈະ​ມີ​ກົດໝາຍ​ເພື່ອ​ເບິ່ງແຍງ​ແລະ​ປົກປ້ອງ​ປະຊາຊົນ. ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ມີ​ກົດໝາຍ​ທີ່​ປະຊາຊົນ​ຕ້ອງ​ເຮັດ​ຕາມ. ອ່ານ 1 ໂກຣິນໂທ 6:9-11 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຄິດ​ວ່າ​ໂລກ​ຈະ​ເປັນ​ແນວ​ໃດ​ຖ້າ​ທຸກ​ຄົນ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ?a

      • ເຈົ້າ​ຄິດ​ວ່າ​ພະ​ເຢໂຫວາ​ມີ​ສິດ​ທີ່​ຈະ​ບອກ​ໃຫ້​ປະຊາຊົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ເພິ່ນ​ເຮັດ​ຕາມ​ກົດໝາຍ​ຂອງ​ເພິ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຄິດ​ແບບ​ນັ້ນ?

      • ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ເຮົາ​ສາມາດ​ປ່ຽນແປງ​ໂຕເອງ​ແລະ​ມາ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ໄດ້?—ເບິ່ງ​ຂໍ້ 11

      ຕຳຫຼວດ​ຄົນ​ໜຶ່ງ​ຄວບຄຸມ​ການ​ຈະ​ລາ​ຈອນ​ຢູ່​ທາງ​ແຍກ. ທັງ​ຜູ້​ໃຫຍ່​ຜູ້​ນ້ອຍ​ກຳລັງ​ຍ່າງ​ຂ້າມ​ທາງ.

      ປົກກະຕິ​ແລ້ວ​ລັດຖະບານ​ຈະ​ມີ​ກົດໝາຍ​ເພື່ອ​ເບິ່ງແຍງ​ແລະ​ປົກປ້ອງ​ປະຊາຊົນ. ການ​ປົກຄອງ​ຂອງ​ພະເຈົ້າ​ກໍ​ມີ​ກົດໝາຍ​ເພື່ອ​ເບິ່ງແຍງ​ແລະ​ປົກປ້ອງ​ປະຊາຊົນ​ຄື​ກັນ ແລະ​ກົດໝາຍ​ຂອງ​ພະເຈົ້າ​ດີ​ກວ່າ​ກົດໝາຍ​ຂອງ​ມະນຸດ.

      ບາງ​ຄົນ​ອາດ​ຖາມ​ວ່າ: “ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?”

      • ຖ້າ​ມີ​ຄົນ​ຖາມ​ແບບ​ນີ້ ເຈົ້າ​ຈະ​ຕອບ​ແນວ​ໃດ?

      ສະຫຼຸບ

      ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ລັດຖະບານ​ແທ້ໆ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຈະ​ປົກຄອງ​ທົ່ວທັງ​ໂລກ.

      ຄຳ​ຖາມ​ທົບທວນ

      • ໃຜ​ແດ່​ເປັນ​ຜູ້​ປົກຄອງ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ?

      • ເປັນ​ຫຍັງ​ການ​ປົກຄອງ​ຂອງ​ພະເຈົ້າ​ຈຶ່ງ​ດີ​ກວ່າ​ການ​ປົກຄອງ​ຂອງ​ມະນຸດ?

      • ພະ​ເຢໂຫວາ​ຢາກ​ໃຫ້​ປະຊາຊົນ​ທີ່​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ເພິ່ນ​ເຮັດ​ຫຍັງ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ພະ​ເຢຊູ​ບອກ​ວ່າ​ການ​ປົກຄອງຂອງ​ພະເຈົ້າ​ຢູ່​ໃສ.

      “ການ​ປົກຄອງ​ຂອງ​ພະເຈົ້າ​ເປັນ​ພຽງ​ແຕ່​ສິ່ງ​ທີ່​ຢູ່​ໃນ​ໃຈ​ເຮົາ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

      ເປັນ​ຫຍັງ​ພະຍານ​ພະ​ເຢໂຫວາ​ຈຶ່ງ​ເຊື່ອຟັງ​ການ​ປົກຄອງ​ຂອງ​ພະເຈົ້າ​ຫຼາຍ​ກວ່າ​ເຊື່ອຟັງ​ການ​ປົກຄອງ​ຂອງ​ມະນຸດ?

      ພັກດີ​ຕໍ່​ການ​ປົກຄອງ​ຂອງ​ພະເຈົ້າ (1:43)

      ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ 144.000 ຄົນ​ທີ່​ພະ​ເຢໂຫວາ​ເລືອກໃຫ້​ໄປ​ປົກຄອງ​ກັບ​ພະ​ເຢຊູ?

      “ໃຜ​ຈະ​ໄປ​ສະຫວັນ?” (ບົດ​ຄວາມ​ໃນ​ເວັບໄຊ)

      ອັນ​ໃດ​ເຮັດ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ຕິດ​ຄຸກ​ໝັ້ນໃຈ​ວ່າ​ພະເຈົ້າ​ເທົ່າ​ນັ້ນ​ທີ່​ຈະ​ເຮັດ​ໃຫ້​ໂລກ​ນີ້​ມີ​ຄວາມ​ຍຸຕິທຳ?

      “ຂ້ອຍ​ເຂົ້າໃຈ​ແລ້ວ​ວ່າ​ຈະ​ແກ້ໄຂ​ຄວາມ​ບໍ່​ຍຸຕິທຳ​ໄດ້​ແນວ​ໃດ” (ຕື່ນເຖີດ! ເດືອນ​ພະຈິກ ປີ 2011)

      a ຈະ​ມີ​ການ​ເວົ້າ​ເຖິງ​ກົດໝາຍ​ບາງ​ຢ່າງ​ຂອງ​ພະເຈົ້າ​ໃນ​ຕອນ 3 ຂອງ​ປຶ້ມ​ນີ້.

  • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
    • ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໃນ​ສະຫວັນ​ແລ້ວ. ອີກ​ບໍ່​ດົນ​ການ​ປົກຄອງ​ນີ້​ຈະ​ປົກຄອງ​ທົ່ວ​ທັງ​ໂລກ​ແລະ​ປ່ຽນແປງ​ໂລກ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ. ໃຫ້​ເຮົາ​ມາ​ເບິ່ງ​ນຳ​ກັນ​ວ່າ ເຮົາ​ຈະ​ໄດ້​ເຫັນ​ສິ່ງ​ດີໆ​ຫຍັງ​ເກີດຂຶ້ນ​ແດ່​ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ​ໂລກ​ນີ້.

      1. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ນີ້​ສະຫງົບສຸກ​ແລະ​ມີ​ຄວາມ​ຍຸຕິທຳ​ໄດ້​ແນວ​ໃດ?

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຊິ​ກຳຈັດ​ຄົນ​ຊົ່ວ​ແລະ​ລັດຖະບານ​ຕ່າງໆ​ໃນ​ສົງຄາມ​ອາມາເຄໂດນ. (ພະ​ນິມິດ 16:14, 16) ໃນ​ຕອນ​ນັ້ນ ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ທີ່​ບອກ​ວ່າ: “ອີກ​ຈັກ​ໜ້ອຍ​ກໍ​ຈະ​ບໍ່​ມີ​ຄົນ​ຊົ່ວ​ແລ້ວ” ຈະ​ເກີດຂຶ້ນ​ແທ້. (ເພງ​ສັນລະເສີນ 37:10) ພະ​ເຢຊູ​ທີ່​ເປັນ​ກະສັດ​ຂອງ​ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ທົ່ວ​ທັງ​ໂລກ​ມີ​ແຕ່​ຄວາມ​ສະຫງົບສຸກ​ແລະ​ຄວາມ​ຍຸຕິທຳ.—ອ່ານ​ເອຊາຢາ 11:4

      2. ເມື່ອ​ໂລກ​ເປັນ​ແບບ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ ຊີວິດ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ?

      ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ປົກຄອງ ໃນ​ຕອນ​ນັ້ນ “ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ໄດ້​ຮັບ​ແຜ່ນດິນ​ເປັນ​ມໍລະດົກ ແລະ​ເຂົາເຈົ້າ​ຈະ​ໄດ້​ຢູ່​ຫັ້ນ​ຕະຫຼອດ​ໄປ.” (ເພງ​ສັນລະເສີນ 37:29) ລອງ​ຄິດ​ເບິ່ງ​ວ່າ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ສ່ຳ​ໃດ​ທີ່​ໄດ້​ຢູ່​ໃນ​ໂລກ​ທີ່​ທຸກ​ຄົນ​ເປັນ​ຄົນ​ດີ ຮັກ​ກັນ ແລະ​ຮັກ​ພະ​ເຢໂຫວາ! ບໍ່​ມີ​ໃຜ​ຕ້ອງ​ເຈັບ​ປ່ວຍ ແລະ​ທຸກ​ຄົນ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ.

      3. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ຫຼັງ​ຈາກ​ທີ່​ຄົນ​ຊົ່ວ​ຖືກ​ທຳລາຍ​ແລ້ວ?

      ຫຼັງ​ຈາກ​ທີ່​ຄົນ​ຊົ່ວ​ຖືກ​ທຳລາຍ ພະ​ເຢຊູ​ຈະ​ປົກຄອງ​ເປັນ​ກະສັດ 1.000 ປີ. ໃນ​ໄລຍະ​ເວລາ​ນັ້ນ ພະ​ເຢຊູ​ກັບ 144.000 ຄົນ​ທີ່​ປົກຄອງ​ກັບ​ເພິ່ນ​ຈະ​ຊ່ວຍ​ໃຫ້​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ກັບ​ມາ​ເປັນ​ມະນຸດ​ທີ່​ສົມບູນແບບ. ເມື່ອ​ຄົບ 1.000 ປີ ທົ່ວ​ທັງ​ໂລກ​ຈະ​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ ແລະ​ທຸກ​ຄົນ​ຈະ​ມີ​ຄວາມ​ສຸກ​ເພາະ​ເຂົາເຈົ້າ​ເຊື່ອຟັງ​ກົດໝາຍ​ຂອງ​ພະ​ເຢໂຫວາ. ແລ້ວ​ພະ​ເຢຊູ​ກໍ​ຈະ​ຄືນ​ການ​ປົກຄອງ​ທີ່​ເພິ່ນ​ປົກຄອງ​ໃຫ້​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ. ໃນ​ທີ່​ສຸດ ຊື່​ຂອງ​ພະ​ເຢໂຫວາ​ຈະ “ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ.” (ມັດທາຍ 6:9, 10) ທຸກ​ຄົນ​ຈະ​ໄດ້​ເຫັນ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ທີ່​ດີ​ທີ່​ສົນໃຈ​ແລະ​ຫ່ວງໃຍ​ປະຊາຊົນ. ພະ​ເຢໂຫວາ​ຈະ​ທຳລາຍ​ຊາຕານ ພວກ​ປີສາດ ແລະ​ທຸກ​ຄົນ​ທີ່​ກະບົດ​ຕໍ່​ເພິ່ນ. (ພະ​ນິມິດ 20:7-10) ການ​ປົກຄອງ​ຂອງ​ພະເຈົ້າ​ຊິ​ເຮັດ​ໃຫ້​ໂລກ​ນີ້​ເປັນ​ສວນ​ອຸທິຍານ​ທີ່​ສວຍ​ງາມ​ແລະ​ຜູ້​ຄົນ​ຈະ​ມີ​ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ.

      ຮຽນ​ຮູ້​ຫຼາຍ​ຂຶ້ນ

      ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້ ເພິ່ນ​ຈະ​ເຮັດ​ແບບ​ນັ້ນ​ໂດຍ​ທາງ​ການ​ປົກຄອງ​ຂອງ​ເພິ່ນ.

      4. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາແທນ​ທີ່​ການ​ປົກຄອງ​ຂອງ​ມະນຸດ

      ການ​ທີ່ “ມະນຸດ​ປົກຄອງ​ມະນຸດ​ແລະ​ຄົນ​ທີ່​ຢູ່​ໃຕ້​ການ​ປົກຄອງ​ກໍ​ຕ້ອງ​ທົນທຸກ​ລຳບາກ.” (ປັນຍາຈານ 8:9) ໂດຍ​ທາງ​ການ​ປົກຄອງ​ຂອງ​ພະເຈົ້າ ເພິ່ນ​ຊິ​ຈັດການ​ກັບ​ຄວາມ​ເສຍຫາຍ​ທີ່​ເກີດ​ຈາກ​ຄວາມ​ບໍ່​ຍຸຕິທຳ.

      ອ່ານ​ດານີເອນ 2:44 ແລະ 2 ເທຊະໂລນິກ 1:6-8 ແລ້ວ​ລົມກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ພະ​ເຢໂຫວາ​ແລະ​ພະ​ເຢຊູ​ລູກ​ຊາຍ​ຂອງ​ເພິ່ນ​ຊິ​ເຮັດ​ຫຍັງ​ກັບ​ການ​ປົກຄອງ​ຂອງ​ມະນຸດ​ແລະ​ຄົນ​ທີ່​ສະໜັບສະໜູນ​ເຂົາເຈົ້າ?

      • ຈາກ​ທີ່​ໄດ້​ຮຽນ​ມາ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ໄດ້​ວ່າ​ສິ່ງ​ທີ່ພະ​ເຢໂຫວາ​ແລະ​ພະ​ເຢຊູ​ເຮັດ​ຈະ​ຍຸຕິທຳ?

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ສະຫວັນ​ປົກຄອງ​ທົ່ວ​ທັງ​ໂລກ​ທີ່​ເປັນ​ສວນ​ອຸທິຍານ.

      5. ພະ​ເຢຊູ​ເປັນ​ກະສັດ​ທີ່​ດີ​ທີ່​ສຸດ

      ພະ​ເຢຊູ​ທີ່​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຼາຍ​ຢ່າງ​ທີ່​ເປັນປະໂຫຍດ​ຫຼາຍ​ເພື່ອ​ປະຊາຊົນ​ຂອງ​ເພິ່ນ. ເປີດ​ວິດີໂອ ເພື່ອ​ເບິ່ງ​ວ່າ​ພະ​ເຢຊູເຮັດ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຢາກ​ຊ່ວຍ​ຜູ້​ຄົນ​ແລະ​ພະເຈົ້າ​ກໍ​ໃຫ້​ອຳນາດ​ເພິ່ນທີ່​ຈະ​ເຮັດ​ແບບ​ນັ້ນ.

      ວິດີໂອ: ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ໃນ​ອະນາຄົດ (1:13)

      ຕອນ​ທີ່​ຢູ່​ໃນ​ໂລກ ພະ​ເຢຊູ​ເຮັດ​ໃຫ້​ເຫັນ​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ແດ່​ໃນ​ອະນາຄົດ. ອ່ານ​ຂໍ້​ຄຳພີ​ຕ່າງໆ​ທີ່​ຢູ່​ໃນ​ຕອນ​ທ້າຍ​ຂອງ​ຂໍ້​ນີ້​ກ່ຽວກັບ​ສິ່ງ​ດີໆ​ທີ່​ຈະ​ເກີດຂຶ້ນ. ແລ້ວ​ຄິດ​ເບິ່ງ​ວ່າ​ເຈົ້າ​ຢາກ​ໃຫ້​ເລື່ອງ​ໃດ​ເກີດຂຶ້ນ​ຫຼາຍ​ທີ່​ສຸດ?

      ຕອນ​ຢູ່​ໃນ​ໂລກ ພະ​ເຢຊູ . . .

      ຈາກ​ສະຫວັນ ພະ​ເຢຊູ​ຈະ . . .

      • ມີ​ອຳນາດ​ຄວບຄຸມ​ດິນ​ຟ້າ​ອາກາດ.—ມາຣະໂກ 4:36-41

      • ເຮັດ​ໃຫ້​ບັນຫາ​ສິ່ງ​ແວດ​ລ້ອມ​ໝົດ​ໄປ.—ເອຊາຢາ 35:1, 2

      • ລ້ຽງ​ອາຫານ​ຫຼາຍ​ພັນ​ຄົນ​ຢ່າງ​ອັດສະຈັນ.—ມັດທາຍ 14:17-21

      • ເຮັດ​ໃຫ້​ບໍ່​ມີ​ໃຜ​ຕ້ອງ​ອຶດຢາກ​ອີກ​ເລີຍ.—ເພງ​ສັນລະເສີນ 72:16

      • ປິ່ນປົວ​ຄົນ​ເຈັບ​ປ່ວຍ​ຫຼາຍ​ຄົນ.—ລູກາ 18:35-43

      • ເຮັດ​ໃຫ້​ທຸກ​ຄົນ​ມີ​ສຸຂະພາບ​ດີ​ແລະ​ບໍ່​ເຈັບ​ປ່ວຍ.—ເອຊາຢາ 33:24

      • ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ.—ລູກາ 8:49-55

      • ເຮັດ​ໃຫ້​ຄົນ​ຕາຍ​ກັບ​ມາ​ມີ​ຊີວິດ​ອີກ​ແລະ​ເຮັດ​ໃຫ້​ຄວາມ​ຕາຍບໍ່​ມີ​ອີກ​ຕໍ່​ໄປ.—ພະ​ນິມິດ 21:3, 4

      6. ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດໃຫ້​ເຈົ້າ​ໄດ້​ຮັບ​ສິ່ງ​ດີໆ​ໃນ​ອະນາຄົດ

      ການ​ປົກຄອງ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ເພິ່ນ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ​ເກີດຂຶ້ນ​ແທ້. ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ. ເປີດ​ວິດີໂອ ເພື່ອ​ເບິ່ງ​ວ່າ​ພະ​ເຢຊູຈະ​ເຮັດ​ໃຫ້​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ເກີດຂຶ້ນ​ແທ້​ແນວ​ໃດ.

      ວິດີໂອ: ເຫັນ​ອະນາຄົດ​ທີ່​ດີ​ເລີດ (4:38)

      ອ່ານ​ເພງ​ສັນລະເສີນ 145:16 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

      • ເຈົ້າ​ຮູ້ສຶກ​ແນວ​ໃດ​ທີ່​ໄດ້​ຮູ້​ວ່າ​ພະ​ເຢໂຫວາ​ຈະ “ໃຫ້​ທຸກ​ຊີວິດ​ໄດ້​ສົມ​ຫວັງ”?

      ບາງ​ຄົນ​ເວົ້າ​ວ່າ: “ຖ້າ​ເຮົາ​ທຸກ​ຄົນ​ຮ່ວມ​ມື​ກັນ ເຮົາ​ກໍ​ຈະ​ແກ້ໄຂ​ບັນຫາ​ທັງໝົດ​ໄດ້.”

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແກ້ໄຂ​ບັນຫາ​ຫຍັງ​ທີ່​ການ​ປົກຄອງ​ຂອງ​ມະນຸດ​ບໍ່​ສາມາດ​ແກ້ໄຂ​ໄດ້?

      ສະຫຼຸບ

      ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ສິ່ງ​ທີ່​ພະ​ເຢໂຫວາ​ຕັ້ງໃຈ​ໄວ້​ເກີດຂຶ້ນ​ແທ້. ການ​ປົກຄອງ​ນີ້​ຈະ​ເຮັດ​ໃຫ້​ທົ່ວ​ທັງ​ໂລກ​ເປັນ​ສວນ​ອຸທິຍານ​ແລະ​ຈະ​ມີ​ແຕ່​ຄົນ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ໄດ້​ຢູ່​ຫັ້ນ. ເຂົາເຈົ້າ​ຈະ​ນະມັດສະການ​ພະ​ເຢໂຫວາ​ຕະຫຼອດ​ໄປ.

      ຄຳ​ຖາມ​ທົບທວນ

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດຫຍັງ​ເພື່ອ​ເຮັດ​ໃຫ້​ຊື່​ຂອງ​ພະ​ເຢໂຫວາ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ​ທີ່​ສຸດ​ຕະຫຼອດ​ໄປ?

      • ເປັນ​ຫຍັງ​ເຮົາ​ໝັ້ນໃຈ​ໄດ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທຸກ​ຢ່າງ​ທີ່​ເພິ່ນ​ບອກ​ໄວ້​ໃນ​ຄຳພີ​ໄບເບິນ​ເກີດຂຶ້ນ​ແທ້?

      • ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ສິ່ງດີໆ​ຫຼາຍ​ຢ່າງ ເຈົ້າ​ຢາກ​ໃຫ້​ເລື່ອງ​ໃດເກີດຂຶ້ນ​ຫຼາຍ​ທີ່​ສຸດ?

      ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

      ເບິ່ງ​ເພີ່ມເຕີມ

      ມາ​ເບິ່ງ​ວ່າ​ອາມາເຄໂດນແມ່ນ​ຫຍັງ.

      “ສົງຄາມ​ອາມາເຄໂດນແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

      ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ຊ່ວງ “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່” ທີ່​ພະ​ເຢຊູ​ເວົ້າ​ເຖິງ.

      “ຄວາມ​ທຸກ​ຍາກ​ລຳບາກ​ຄັ້ງ​ໃຫຍ່​ແມ່ນ​ຫຍັງ?” (ບົດ​ຄວາມ​ໃນ​ເວັບໄຊ)

      ໃຫ້​ທຸກ​ຄົນ​ໃນ​ຄອບຄົວ​ນຶກພາບ​ວ່າ​ຈະ​ເປັນ​ແນວ​ໃດ​ຖ້າ​ໄດ້​ຢູ່​ນຳ​ກັນ​ໃນ​ໂລກທີ່​ເປັນ​ສວນ​ອຸທິຍານ.

      ເຫັນ​ຕົວເອງ​ໃນ​ສວນ​ອຸທິຍານ (1:50)

      ອ່ານ​ເລື່ອງ “ຂ້ອຍ​ມີ​ຄຳ​ຖາມ​ຄາ​ໃຈຫຼາຍ​ຂໍ້” ເພື່ອ​ຈະ​ເບິ່ງ​ວ່າ​ຜູ້​ຊາຍ​ຄົນ​ໜຶ່ງ​ໄດ້​ມາ​ຮູ້​ວ່າ​ບັນຫາ​ຕ່າງໆ​ຂອງມະນຸດ​ຈະ​ຖືກ​ແກ້ໄຂ​ໄດ້​ແນວ​ໃດ.

      “ຄຳພີ​ໄບເບິນ​ປ່ຽນ​ຊີວິດ​ຄົນ” (ຫໍສັງເກດການ 1 ມັງກອນ 2012)

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌