-
“ຊ່ວຍຫຼາຍຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ”ຫໍສັງເກດການ (ສຶກສາ)—2022 | ກັນຍາ
-
-
6. ຈະມີຫຍັງເກີດຂຶ້ນຫຼັງຈາກທີ່ຄົນຝູງໃຫຍ່ຜ່ານຄວາມທຸກລຳບາກຄັ້ງໃຫຍ່? ຂໍໃຫ້ອະທິບາຍ. (ຂໍໃຫ້ເບິ່ງ “ຄຳຖາມຈາກຜູ້ອ່ານ” ທີ່ເວົ້າກ່ຽວກັບການຄືນມາຈາກຕາຍທີ່ຈະເກີດຂຶ້ນໃນໂລກໃນຫໍສັງເກດການ ສະບັບນີ້.)
6 ອ່ານດານຽນ 12:2. ຈະມີຫຍັງເກີດຂຶ້ນຫຼັງຈາກທີ່ຄົນຝູງໃຫຍ່ຜ່ານຄວາມທຸກລຳບາກຄັ້ງໃຫຍ່? ແຕ່ກ່ອນ ເຮົາເຂົ້າໃຈວ່າຄຳພະຍາກອນນີ້ໝາຍເຖິງການກັບມາເຮັດວຽກປະກາດອີກເທື່ອໜຶ່ງຫຼັງຈາກທີ່ວຽກນີ້ເກືອບຢຸດຊະງັກໃນປີ 1918.c ແຕ່ຕອນນີ້ມີຄວາມເຂົ້າໃຈໃໝ່ວ່າຄຳພະຍາກອນນີ້ໝາຍເຖິງການຄືນມາຈາກຕາຍທີ່ຈະເກີດຂຶ້ນໃນໂລກໃໝ່. ເປັນຫຍັງເຮົາຈຶ່ງສະຫຼຸບແບບນັ້ນ? ກໍຍ້ອນຄຳວ່າ “ຂີ້ຝຸ່ນດິນ” ໃນດານຽນ 12:2 ມີຄວາມໝາຍດຽວກັນກັບຄຳວ່າ “ຂຸມຝັງສົບ” ທີ່ເວົ້າໃນໂຢບ 17:16. ດັ່ງນັ້ນ ເຮົາຈຶ່ງສະຫຼຸບວ່າດານຽນ 12:2 ຕ້ອງໝາຍເຖິງການຄືນມາຈາກຕາຍທີ່ຈະເກີດຂຶ້ນຫຼັງຈາກທີ່ສະໄໝສຸດທ້າຍແລະສົງຄາມອາມາເຄໂດນສິ້ນສຸດລົງ.
7. (ກ) ບາງຄົນທີ່ຄືນມາຈາກຕາຍເພື່ອຈະ “ມີຊີວິດຕະຫຼອດໄປ” ໝາຍຄວາມວ່າແນວໃດ? (ຂ) ເປັນຫຍັງນີ້ຈຶ່ງເປັນການ “ຄືນມາຈາກຕາຍໃນແບບທີ່ດີກວ່າ”?
7 ດານຽນ 12:2 ໝາຍຄວາມວ່າແນວໃດເມື່ອບອກວ່າບາງຄົນຈະຄືນມາຈາກຕາຍເພື່ອ “ມີຊີວິດຕະຫຼອດໄປ”? ໝາຍຄວາມວ່າໃນລະຫວ່າງ 1.000 ປີ ຜູ້ທີ່ຄືນມາຈາກຕາຍຈະໄດ້ຮຽນຮູ້ເລື່ອງຂອງພະເຢໂຫວາແລະຮຽນຮູ້ ເລື່ອງຂອງເພິ່ນຕໍ່ໆໄປ ແລະເຊື່ອຟັງພະເຢໂຫວາແລະພະເຢຊູເພື່ອຈະໄດ້ຮັບຊີວິດຕະຫຼອດໄປ. (ຢຮ. 17:3) ນີ້ເປັນການ “ຄືນມາຈາກຕາຍໃນແບບທີ່ດີກວ່າ” ການຄືນມາຈາກຕາຍຂອງຄົນໃນສະໄໝກ່ອນ ເພາະຄົນເຫຼົ່ານັ້ນຍັງຈະຕ້ອງຕາຍອີກ.—ຮຣ. 11:35
8. ບາງຄົນຈະຄືນມາຈາກຕາຍເພື່ອຮັບ “ຄວາມອັບອາຍຕະຫຼອດໄປ” ໝາຍຄວາມວ່າແນວໃດ?
8 ແຕ່ບໍ່ແມ່ນທຸກຄົນທີ່ຄືນມາຈາກຕາຍຈະຍອມຮັບການສອນຈາກພະເຢໂຫວາ. ເພາະຄຳພະຍາກອນຂອງດານີເອນບອກວ່າບາງຄົນຈະຄືນມາຈາກຕາຍເພື່ອຮັບ “ຄວາມອັບອາຍຕະຫຼອດໄປ.” ຍ້ອນເຂົາເຈົ້າສະແດງໃຫ້ເຫັນຢ່າງຈະແຈ້ງວ່າເຂົາເຈົ້າບໍ່ຍອມຢູ່ພາຍໃຕ້ການປົກຄອງຂອງພະເຢໂຫວາ ເຂົາເຈົ້າຈຶ່ງບໍ່ມີຊື່ຢູ່ໃນປຶ້ມລາຍຊື່ຂອງຄົນທີ່ຈະໄດ້ຊີວິດ ແລະຈະບໍ່ໄດ້ຮັບຊີວິດຕະຫຼອດໄປ. ແຕ່ເຂົາເຈົ້າຈະໄດ້ຮັບ “ຄວາມອັບອາຍຕະຫຼອດໄປ.” ຫຼືຖືກທຳລາຍຕະຫຼອດໄປ. ດັ່ງນັ້ນ ດານຽນ 12:2 ຈຶ່ງເວົ້າເຖິງຜົນສຸດທ້າຍທີ່ຈະເກີດຂຶ້ນກັບທຸກຄົນທີ່ຄືນມາຈາກຕາຍໂດຍເບິ່ງຈາກການກະທຳຂອງເຂົາເຈົ້າຫຼັງຈາກ ທີ່ຄືນມາຈາກຕາຍ.d (ພນມ. 20:12) ບາງຄົນຈະໄດ້ຮັບຊີວິດຕະຫຼອດໄປ ສ່ວນບາງຄົນຈະຖືກທຳລາຍ.
-
-
“ຊ່ວຍຫຼາຍຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ”ຫໍສັງເກດການ (ສຶກສາ)—2022 | ກັນຍາ
-
-
a ບົດຄວາມນີ້ຈະປັບຄວາມເຂົ້າໃຈກ່ຽວກັບໂຄງການການສອນທີ່ໃຫຍ່ທີ່ສຸດໃນໂລກທີ່ເວົ້າໃນດານຽນ 12:2, 3. ເຮົາຈະໄດ້ເຫັນວ່າໂຄງການການສອນນີ້ຈະເລີ່ມຕົ້ນຕອນໃດ ແລະໃຜຈະມີສ່ວນຮ່ວມ. ນອກຈາກນັ້ນ ເຮົາຍັງຈະມາເບິ່ງວ່າ ໂຄງການການສອນນີ້ຈະກຽມທຸກຄົນໃນໂລກແນວໃດໃຫ້ພ້ອມສຳລັບການທົດສອບຄັ້ງສຸດທ້າຍໃນຕອນທ້າຍການປົກຄອງຂອງພະເຢຊູໜຶ່ງພັນປີ.
-
-
“ຊ່ວຍຫຼາຍຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ”ຫໍສັງເກດການ (ສຶກສາ)—2022 | ກັນຍາ
-
-
c ຄຳອະທິບາຍນີ້ເປັນການປັບປ່ຽນຄວາມເຂົ້າໃຈທີ່ຢູ່ໃນປຶ້ມຈົ່ງເອົາໃຈໃສ່ຄຳພະຍາກອນຂອງດານີເອນ! ບົດ 17 (ພາສາໄທ) ແລະຫໍສັງເກດການ 1 ກໍລະກົດ 1987 ໜ້າ 21-25 (ພາສາອັງກິດ).
d ຄຳວ່າ “ຄົນດີ” ແລະ “ຄົນຊົ່ວ” ຢູ່ໃນກິດຈະການ 24:15 ແລະຄຳວ່າ “ຄົນທີ່ເຮັດດີ” ແລະ “ຄົນທີ່ເຮັດຊົ່ວ” ທີ່ຢູ່ໃນໂຢຮັນ 5:29 ເວົ້າເຖິງການກະທຳຂອງຄົນທີ່ຄືນມາຈາກຕາຍກ່ອນ ທີ່ເຂົາເຈົ້າຕາຍ.
-