ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • “ຊ່ວຍຫຼາຍຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ”
    ຫໍສັງເກດການ (ສຶກສາ)—2022 | ກັນຍາ
    • ບົດ​ຄວາມ​ສຶກສາ​ທີ 40

      “ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

      “ຄົນ​ທີ່​ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈະ​ສ່ອງ​ແສງ​ຕະຫຼອດໄປ​ຄື​ກັບ​ດາວ.”—ດາ. 12:3, ລ.ມ.

      ເພງ 151 ພະອົງ​ຈະ​ເອີ້ນ

      ໃຈ​ຄວາມ​ສຳຄັນa

      1. ໃນ​ລະຫວ່າງ​ການ​ປົກຄອງ​ໜຶ່ງ​ພັນ​ປີ ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ?

      ເມື່ອ​ການ​ຄືນ​ມາ​ຈາກ​ຕາຍ​ເລີ່ມ​ຕົ້ນ​ໃນ​ລະຫວ່າງ​ການ​ປົກຄອງ​ຂອງ​ພະເຢຊູ​ໜຶ່ງ​ພັນ​ປີ ນັ້ນ​ຈະ​ເປັນ​ເວລາ​ທີ່​ໜ້າ​ຕື່ນ​ເຕັ້ນ​ແລະ​ດີໃຈ​ຫຼາຍ​ແທ້ໆ! ເພາະ​ເຮົາ​ຈະ​ເຫັນ​ຄົນ​ທີ່​ເຮົາ​ຮັກ​ກັບ​ມາ​ມີ​ຊີວິດ​ອີກ​ຄັ້ງ ແລະ​ພະເຢໂຫວາ​ກໍ​ຮູ້ສຶກ​ດີໃຈ​ຄື​ກັນ. (ໂຢບ 14:15) ລອງ​ນຶກພາບ​ວ່າ​ທຸກ​ຄົນ​ທີ່​ຢູ່​ທົ່ວ​ໂລກ​ຈະ​ມີ​ຄວາມສຸກ​ຫຼາຍ​ສ່ຳ​ໃດ​ເມື່ອ​ເຫັນ​ຄົນ​ທີ່​ຮັກ​ຄືນ​ມາ​ຈາກ​ຕາຍ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ໃນ​ບົດ​ຄວາມ​ກ່ອນ “ຄົນ​ດີ” ທີ່​ມີ​ຊື່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຈະ “ຄືນ​ມາ​ແລ້ວ​ໄດ້​ຊີວິດ.” (ກຈກ. 24:15; ຢຮ. 5:29) ບາງ​ທີ​ຄົນ​ທີ່​ເຮົາ​ຮັກ​ກໍ​ອາດຈະ​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ຫຼັງ​ຈາກ​ຈົບ​ສົງຄາມ​ອາມາເຄໂດນ.b ນອກຈາກນັ້ນ “ຄົນ​ຊົ່ວ” ທີ່​ບໍ່​ມີ​ໂອກາດ​ໄດ້​ຮູ້ຈັກ​ພະເຢໂຫວາ​ຫຼື​ບໍ່​ໄດ້​ຮັບໃຊ້​ເພິ່ນ​ຢ່າງ​ສັດຊື່​ກ່ອນ​ຕາຍ​ກໍ​ຈະ​ຖືກ​ປຸກ​ໃຫ້ ‘ຄືນ​ມາ​ແລ້ວ​ຖືກ​ຕັດສິນ.’

      2-3. (ກ) ຕາມ​ເອຊາອີ 11:9, 10 ຈະ​ມີການ​ສອນ​ຫຍັງ​ແດ່​ໃນ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ? (ຂ) ເຮົາ​ຈະ​ຮຽນ​ຫຍັງ​ໃນ​ບົດ​ຄວາມ​ນີ້?

      2 ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຕ້ອງ​ໄດ້​ຮັບ​ການສອນ. (ເອຊາ. 26:9; 61:11) ດັ່ງນັ້ນ ພະເຢໂຫວາ​ຈຶ່ງ​ຈັດ​ໃຫ້​ມີ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. (ອ່ານ​ເອຊາອີ 11:9, 10) ເປັນຫຍັງ​ຈຶ່ງ​ຕ້ອງ​ມີ​ການ​ສອນ? ເຫດຜົນ​ໜຶ່ງ​ກໍ​ຄື ເພື່ອ​ໃຫ້​ຄົນ​ຊົ່ວ​ທີ່​ຄືນ​ມາ​ຈາກ​ຕາຍ​ໄດ້​ຮຽນຮູ້​ກ່ຽວກັບ​ການ​ປົກຄອງ​ຂອງ​ພະເຈົ້າ ຄ່າໄຖ່​ຂອງ​ພະເຢຊູ ແລະ​ຄວາມ​ສຳຄັນ​ຂອງ​ຊື່​ພະເຢໂຫວາ​ແລະ​ສິດ​ໃນ​ການ​ປົກຄອງ​ຂອງ​ເພິ່ນ. ແມ່ນ​ແຕ່​ຄົນ​ດີ​ທີ່​ຄືນ​ມາ​ຈາກ​ຕາຍ​ກໍ​ຍັງ​ຕ້ອງ​ໄດ້​ຮຽນຮູ້​ກ່ຽວກັບ​ຄວາມ​ຕ້ອງການ​ຂອງ​ພະເຢໂຫວາ​ທີ່​ຄ່ອຍໆ​ເປີດເຜີຍ​ໃຫ້​ເຂົາເຈົ້າ​ຮູ້ ເພາະ​ເຂົາເຈົ້າ​ບາງຄົນ​ກໍ​ຕາຍ​ໄປ​ດົນ​ແລ້ວ​ກ່ອນ​ທີ່​ຈະ​ມີ​ຄຳພີໄບເບິນ​ຄົບ​ຊຸດ. ດັ່ງນັ້ນ ທັງ​ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຕ້ອງ​ໄດ້​ຮຽນຮູ້​ອີກ​ຫຼາຍ​ຢ່າງ.

      3 ໃນ​ບົດ​ຄວາມ​ນີ້​ເຮົາ​ຈະ​ຕອບ​ຄຳຖາມ​ຕໍ່ໄປ​ນີ້: ຈະ​ມີການ​ຈັດ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ແນວໃດ? ໂຄງການ​ນີ້​ມີ​ຜົນ​ແນວໃດ​ຕໍ່​ທຸກ​ຄົນ​ທີ່​ຢາກ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຢ່າງ​ຖາວອນ? ການ​ຕອບ​ຄຳຖາມ​ເຫຼົ່ານີ້​ສຳຄັນ​ຕໍ່​ເຮົາ​ຫຼາຍ​ໃນ​ທຸກ​ມື້​ນີ້. ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ຄຳ​ພະຍາກອນ​ທີ່​ຢູ່​ໃນ​ປຶ້ມ​ດານຽນ​ແລະ​ປຶ້ມ​ພະນິມິດ ເຊິ່ງ​ຊ່ວຍ​ເຮົາ​ໃຫ້​ເຂົ້າໃຈ​ສິ່ງ​ທີ່​ເກີດ​ຂຶ້ນ​ເມື່ອ​ມີການ​ຄືນ​ມາ​ຈາກ​ຕາຍ. ຕອນນີ້​ໃຫ້​ເຮົາ​ມາ​ເບິ່ງ​ຄຳ​ພະຍາກອນ​ທີ່​ໜ້າ​ຕື່ນ​ເຕັ້ນ​ທີ່​ຢູ່​ໃນ​ດານຽນ 12:1, 2.

      “ຫຼາຍ​ຄົນ​ທີ່​ນອນ​ໃນ​ຂີ້ຝຸ່ນ​ດິນ​ຈະ​ຕື່ນ​ຂຶ້ນ”

      4-5. ດານຽນ 12:1 ເວົ້າ​ເຖິງ​ສະໄໝ​ສຸດທ້າຍ​ແນວໃດ?

      4 ອ່ານ​ດານຽນ 12:1. ປຶ້ມ​ດານຽນ​ເວົ້າ​ເຖິງ​ເຫດການ​ຕ່າງໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ສະໄໝ​ສຸດທ້າຍ. ຕົວຢ່າງ​ເຊັ່ນ: ໃນ​ດານຽນ 12:1, ລ.ມ. ບອກ​ວ່າ: ມີຄາເອນ​ເຊິ່ງ​ກໍ​ຄື​ພະເຢຊູ​ຄລິດ “ກຳລັງ​ຊ່ວຍເຫຼືອ​ຄົນ​ຂອງ [ພະເຈົ້າ] ຢູ່.” ຄຳ​ພະຍາກອນ​ສ່ວນ​ນີ້​ເລີ່ມ​ສຳເລັດ​ເປັນຈິງ​ໃນ​ປີ 1914 ຕອນ​ທີ່​ພະເຢຊູ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ​ຢູ່​ໃນ​ສະຫວັນ.

      5 ດານີເອນ​ຍັງ​ບອກ​ວ່າ​ພະເຢຊູ​ຈະ “ປະຕິບັດການ” ໃນ “ເວລາ​ທີ່​ທຸກຍາກ​ລຳບາກ​ເຊິ່ງ​ບໍ່​ເຄີຍ​ເກີດ​ຂຶ້ນ​ມາ​ກ່ອນ​ນັບ​ຕັ້ງແຕ່​ເລີ່ມ​ມີ​ຊາດ​ໜຶ່ງ​ຈົນ​ຮອດ​ປັດຈຸບັນ​ນີ້.” “ເວລາ​ທີ່​ທຸກຍາກ​ລຳບາກ” ນີ້​ແມ່ນ “ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່” ທີ່​ເວົ້າ​ໃນ​ມັດທາຍ 24:21. ພະເຢຊູ​ຈະ​ປະຕິບັດການ​ຫຼື​ປົກປ້ອງ​ຄົນ​ຂອງ​ພະເຢໂຫວາ​ໃນ​ຕອນ​ທ້າຍ​ຂອງ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່​ໃນ​ສົງຄາມ​ອາມາເຄໂດນ. ປຶ້ມ​ພະນິມິດ​ເວົ້າ​ເຖິງ​ຄົນ​ຂອງ​ພະເຢໂຫວາ​ກຸ່ມ​ນີ້​ວ່າ​ເປັນ​ຄົນ​ຝູງ​ໃຫຍ່ “ທີ່​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່.”—ພນມ. 7:9, 14

      6. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ຄົນ​ຝູງ​ໃຫຍ່​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່? ຂໍ​ໃຫ້​ອະທິບາຍ. (ຂໍ​ໃຫ້​ເບິ່ງ “ຄຳຖາມ​ຈາກ​ຜູ້ອ່ານ” ທີ່​ເວົ້າ​ກ່ຽວກັບ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ​ໃນ​ຫໍສັງເກດການ ສະບັບ​ນີ້.)

      6 ອ່ານ​ດານຽນ 12:2. ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ຄົນ​ຝູງ​ໃຫຍ່​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່? ແຕ່​ກ່ອນ ເຮົາ​ເຂົ້າໃຈ​ວ່າ​ຄຳ​ພະຍາກອນ​ນີ້​ໝາຍເຖິງ​ການ​ກັບ​ມາ​ເຮັດ​ວຽກ​ປະກາດ​ອີກ​ເທື່ອ​ໜຶ່ງ​ຫຼັງ​ຈາກ​ທີ່​ວຽກ​ນີ້​ເກືອບ​ຢຸດຊະງັກ​ໃນ​ປີ 1918.c ແຕ່​ຕອນນີ້​ມີ​ຄວາມ​ເຂົ້າໃຈ​ໃໝ່​ວ່າ​ຄຳ​ພະຍາກອນ​ນີ້​ໝາຍເຖິງ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ໂລກ​ໃໝ່. ເປັນຫຍັງ​ເຮົາ​ຈຶ່ງ​ສະຫຼຸບ​ແບບນັ້ນ? ກໍ​ຍ້ອນ​ຄຳ​ວ່າ “ຂີ້ຝຸ່ນ​ດິນ” ໃນ​ດານຽນ 12:2 ມີ​ຄວາມໝາຍ​ດຽວ​ກັນ​ກັບ​ຄຳ​ວ່າ “ຂຸມ​ຝັງ​ສົບ” ທີ່​ເວົ້າ​ໃນ​ໂຢບ 17:16. ດັ່ງນັ້ນ ເຮົາ​ຈຶ່ງ​ສະຫຼຸບ​ວ່າ​ດານຽນ 12:2 ຕ້ອງ​ໝາຍເຖິງ​ການ​ຄືນ​ມາ​ຈາກ​ຕາຍ​ທີ່​ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ​ທີ່​ສະໄໝ​ສຸດທ້າຍ​ແລະ​ສົງຄາມ​ອາມາເຄໂດນ​ສິ້ນ​ສຸດ​ລົງ.

      7. (ກ) ບາງ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຈະ “ມີ​ຊີວິດ​ຕະຫຼອດໄປ” ໝາຍ​ຄວາມ​ວ່າ​ແນວໃດ? (ຂ) ເປັນຫຍັງ​ນີ້​ຈຶ່ງ​ເປັນ​ການ “ຄືນ​ມາ​ຈາກ​ຕາຍ​ໃນ​ແບບ​ທີ່​ດີ​ກວ່າ”?

      7 ດານຽນ 12:2 ໝາຍ​ຄວາມ​ວ່າ​ແນວໃດ​ເມື່ອ​ບອກ​ວ່າ​ບາງຄົນ​ຈະ​ຄືນ​ມາ​ຈາກ​ຕາຍ​ເພື່ອ “ມີ​ຊີວິດ​ຕະຫຼອດໄປ”? ໝາຍ​ຄວາມ​ວ່າ​ໃນ​ລະຫວ່າງ 1.000 ປີ ຜູ້​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ໄດ້​ຮຽນຮູ້​ເລື່ອງ​ຂອງ​ພະເຢໂຫວາ​ແລະ​ຮຽນຮູ້ ເລື່ອງ​ຂອງ​ເພິ່ນ​ຕໍ່ໆ​ໄປ ແລະ​ເຊື່ອຟັງ​ພະເຢໂຫວາ​ແລະ​ພະເຢຊູ​ເພື່ອ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ. (ຢຮ. 17:3) ນີ້​ເປັນ​ການ “ຄືນ​ມາ​ຈາກ​ຕາຍ​ໃນ​ແບບ​ທີ່​ດີ​ກວ່າ” ການ​ຄືນ​ມາ​ຈາກ​ຕາຍ​ຂອງ​ຄົນ​ໃນ​ສະໄໝ​ກ່ອນ ເພາະ​ຄົນ​ເຫຼົ່າ​ນັ້ນ​ຍັງ​ຈະ​ຕ້ອງ​ຕາຍ​ອີກ.—ຮຣ. 11:35

      8. ບາງຄົນ​ຈະ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຮັບ “ຄວາມ​ອັບອາຍ​ຕະຫຼອດໄປ” ໝາຍ​ຄວາມ​ວ່າ​ແນວໃດ?

      8 ແຕ່​ບໍ່​ແມ່ນ​ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ຈະ​ຍອມ​ຮັບ​ການສອນ​ຈາກ​ພະເຢໂຫວາ. ເພາະ​ຄຳ​ພະຍາກອນ​ຂອງ​ດານີເອນ​ບອກ​ວ່າ​ບາງຄົນ​ຈະ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຮັບ “ຄວາມ​ອັບອາຍ​ຕະຫຼອດໄປ.” ຍ້ອນ​ເຂົາເຈົ້າ​ສະແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ​ເຂົາເຈົ້າ​ບໍ່​ຍອມ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ພະເຢໂຫວາ ເຂົາເຈົ້າ​ຈຶ່ງ​ບໍ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ ແລະ​ຈະ​ບໍ່​ໄດ້​ຮັບ​ຊີວິດ​ຕະຫຼອດໄປ. ແຕ່​ເຂົາເຈົ້າ​ຈະ​ໄດ້​ຮັບ “ຄວາມ​ອັບອາຍ​ຕະຫຼອດໄປ.” ຫຼື​ຖືກ​ທຳລາຍ​ຕະຫຼອດໄປ. ດັ່ງນັ້ນ ດານຽນ 12:2 ຈຶ່ງ​ເວົ້າ​ເຖິງ​ຜົນ​ສຸດທ້າຍ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ທຸກ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໂດຍ​ເບິ່ງ​ຈາກ​ການ​ກະທຳ​ຂອງ​ເຂົາເຈົ້າ​ຫຼັງ​ຈາກ ທີ່​ຄືນ​ມາ​ຈາກ​ຕາຍ.d (ພນມ. 20:12) ບາງຄົນ​ຈະ​ໄດ້​ຮັບ​ຊີວິດ​ຕະຫຼອດໄປ ສ່ວນ​ບາງຄົນ​ຈະ​ຖືກ​ທຳລາຍ.

      “ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ”

      9-10. ມີ​ຫຍັງ​ອີກ​ທີ່​ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ໃຜ “ຈະ​ສ່ອງ​ແສງ​ຄື​ກັບ​ທ້ອງຟ້າ​ທີ່​ແຈ້ງໆ​ໃນ​ຕອນ​ກາງເວັນ”?

      9 ອ່ານ​ດານຽນ 12:3. ມີ​ຫຍັງ​ອີກ​ທີ່​ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ “ເວລາ​ທີ່​ທຸກຍາກ​ລຳບາກ”? ດານຽນ 12:3 ເວົ້າ​ເຖິງ​ບາງ​ຢ່າງ​ທີ່​ຈະ​ເກີດ​ຂຶ້ນ​ຫຼັງ​ຈາກ ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່.

      10 ໃຜ “ຈະ​ສ່ອງ​ແສງ​ຄື​ກັບ​ທ້ອງຟ້າ​ທີ່​ແຈ້ງໆ​ໃນ​ຕອນ​ກາງເວັນ”? ເຮົາ​ຮູ້​ຄຳຕອບ​ນີ້​ຈາກ​ຄຳເວົ້າ​ຂອງ​ພະເຢຊູ​ທີ່​ຢູ່​ໃນ​ມັດທາຍ 13:43 ທີ່​ບອກ​ວ່າ: “ໃນ​ເວລາ​ນັ້ນ ຄົນ​ທີ່​ພະເຈົ້າ​ຍອມ​ຮັບ​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະອົງ​ຜູ້​ເປັນ​ພໍ່ ທີ່​ຢູ່​ໃນ​ສະຫວັນ ແລະ​ພວກ​ເຂົາ​ຈະ​ສ່ອງ​ແສງ​ກ້າ​ຄື​ກັບ​ດວງ​ຕາເວັນ.” ໃນ​ຂໍ້​ນີ້​ພະເຢຊູ​ກຳລັງ​ເວົ້າ​ເຖິງ “ຄົນ​ທີ່​ຈະ​ມີ​ສ່ວນ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ” ເຊິ່ງ​ກໍ​ຄື​ຜູ້​ຖືກ​ເຈີມ​ທີ່​ຈະ​ຮ່ວມ​ປົກຄອງ​ກັບ​ພະເຢຊູ​ໃນ​ການ​ປົກຄອງ​ທີ່​ຢູ່​ໃນ​ສະຫວັນ. (ມທ. 13:38) ດັ່ງນັ້ນ ດານຽນ 12:3 ຈຶ່ງ​ໝາຍເຖິງ​ຜູ້​ຖືກ​ເຈີມ​ທີ່​ເຮັດ​ວຽກ​ຮ່ວມ​ກັບ​ພະເຢຊູ​ໃນ​ລະຫວ່າງ​ການ​ປົກຄອງ​ໜຶ່ງ​ພັນ​ປີ.

      ສາກ​ເຫດການ​ດຽວ​ກັນ​ກັບ​ບົດ​ຄວາມ​ກ່ອນ ແຕ່​ຈະ​ເບິ່ງ​ອີກ​ມຸມ​ໜຶ່ງ. ພະເຢຊູ​ແລະ 144.000 ຄົນ​ສັງເກດ​ເບິ່ງ​ພີ່ນ້ອງ​ຊາຍ​ກຳລັງ​ສອນ​ຄົນ​ທີ່​ຄືນ​ມາ​ຈາກ​ຕາຍ​ໃຫ້​ຮຽນຮູ້​ກ່ຽວກັບ​ຄວາມໝາຍ​ຂອງ​ຄວາມ​ຝັນ​ກະສັດ​ເນບູກາເນັດຊາ​ທີ່​ຢູ່​ໃນ​ປຶ້ມ​ດານຽນ​ບົດທີ 2.

      144.000 ຄົນ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະເຢຊູ​ຢ່າງ​ໃກ້ຊິດ​ໃນ​ການ​ຊີ້ນຳ​ໂຄງການ​ການສອນ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ (ເບິ່ງ​ຂໍ້ 11)

      11-12. 144.000 ຄົນ​ຈະ​ເຮັດ​ວຽກ​ຫຍັງ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ?

      11 ຜູ້​ຖືກ​ເຈີມ​ຈະ “ຊ່ວຍ​ຫຼາຍ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ” ແນວໃດ? ຜູ້​ຖືກ​ເຈີມ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພະເຢຊູ​ໃນ​ການ​ຊີ້ນຳ​ໂຄງການ​ການສອນ​ທົ່ວ​ໂລກ​ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ. ຜູ້​ຖືກ​ເຈີມ 144.000 ຄົນ​ຈະ​ບໍ່​ພຽງ​ແຕ່​ຮ່ວມ​ປົກຄອງ​ເປັນ​ກະສັດ​ເທົ່າ​ນັ້ນ ແຕ່​ຍັງ​ຈະ​ເປັນ​ປະໂລຫິດ​ນຳ. (ພນມ. 1:6; 5:10; 20:6) ນີ້​ໝາຍ​ຄວາມ​ວ່າ​ເຂົາເຈົ້າ​ຈະ​ຊ່ວຍ “ປິ່ນປົວ​ຜູ້ຄົນ​ຈາກ​ຊາດ​ຕ່າງໆ” ແລະ​ຈະ​ຊ່ວຍ​ມະນຸດ​ໃຫ້​ຄ່ອຍໆ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ. (ພນມ. 22:1, 2; ເອເຊກ. 47:12) ຜູ້​ຖືກ​ເຈີມ​ຄື​ຊິ​ມີ​ຄວາມສຸກ​ຫຼາຍ​ແທ້ໆ​ໃນ​ການ​ເຮັດ​ວຽກ​ນີ້!

      12 ໃຜ​ແດ່​ທີ່​ຈະ​ຢູ່​ໃນ​ກຸ່ມ “ຫຼາຍ​ຄົນ” ທີ່​ຖືກ​ຊ່ວຍ​ໃຫ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ? ຄົນ​ກຸ່ມ​ນີ້​ລວມ​ມີ​ຄົນ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ ຜູ້​ທີ່​ລອດ​ຜ່ານ​ສົງຄາມ​ອາມາເຄໂດນ ແລະ​ອາດຈະ​ລວມ​ເຖິງ​ເດັກນ້ອຍ​ທີ່​ເກີດ​ໃນ​ໂລກ​ໃໝ່. ໃນ​ຕອນ​ທ້າຍ​ຂອງ​ການ​ປົກຄອງ 1.000 ປີ ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ນີ້​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ. ແລ້ວ​ຊື່​ຂອງ​ເຂົາເຈົ້າ​ຈະ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຢ່າງ​ຖາວອນ​ຕອນ​ໃດ?

      ການ​ທົດສອບ​ຄັ້ງ​ສຸດທ້າຍ

      13-14. ທຸກ​ຄົນ​ທີ່​ເປັນ​ຄົນ​ສົມບູນແບບ​ຕ້ອງ​ເຮັດ​ຫຍັງ​ກ່ອນ​ເພື່ອ​ຈະ​ໄດ້​ຊີວິດ​ຕະຫຼອດໄປ?

      13 ເຮົາ​ຕ້ອງ​ຈື່​ໄວ້​ວ່າ​ການ​ເປັນ​ຄົນ​ທີ່​ສົມບູນແບບ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຈະ​ມີ​ຊີວິດ​ຕະຫຼອດໄປ​ແບບ​ອັດຕະໂນມັດ. ເຮົາ​ເຫັນ​ເລື່ອງ​ນີ້​ໄດ້​ຈາກ​ເລື່ອງ​ຂອງ​ອາດາມ​ແລະ​ເອວາ. ເຖິງ​ເຂົາເຈົ້າ​ຈະ​ເປັນ​ຄົນ​ທີ່​ສົມບູນແບບ ແຕ່​ເຂົາເຈົ້າ​ກໍ​ຕ້ອງ​ສະແດງ​ໃຫ້​ເຫັນ​ວ່າ​ເຊື່ອຟັງ​ພະເຢໂຫວາ​ເພື່ອ​ຈະ​ມີ​ຊີວິດ​ຕະຫຼອດໄປ. ແຕ່​ໜ້າ​ເສຍດາຍ​ທີ່​ເຂົາເຈົ້າ​ບໍ່​ໄດ້​ເຊື່ອຟັງ​ເພິ່ນ.—ຣມ. 5:12

      14 ເມື່ອ​ຮອດ​ທ້າຍ 1.000 ປີ ທຸກ​ຄົນ​ຈະ​ກາຍ​ເປັນ​ຄົນ​ທີ່​ສົມບູນແບບ. ແຕ່​ທຸກ​ຄົນ​ຈະ​ເລືອກ​ຢູ່​ຝ່າຍ​ການ​ປົກຄອງ​ຂອງ​ພະເຢໂຫວາ​ບໍ? ຫຼື​ບາງຄົນ​ຈະ​ເປັນ​ຄື​ກັບ​ອາດາມ​ແລະ​ເອວາ​ທີ່​ເປັນ​ຄົນ​ສົມບູນແບບ​ແຕ່​ພັດ​ບໍ່​ໄດ້​ເລືອກ​ຢູ່​ຝ່າຍ​ພະເຢໂຫວາ? ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຈະ​ມີການ​ຕອບ​ຄຳຖາມ​ນີ້​ແນວໃດ.

      15-16. (ກ) ມະນຸດ​ທຸກ​ຄົນ​ຈະ​ຕ້ອງ​ພິສູດ​ຄວາມ​ສັດຊື່​ຕໍ່​ພະເຢໂຫວາ​ຕອນ​ໃດ? (ຂ) ການ​ທົດສອບ​ຄັ້ງ​ສຸດທ້າຍ​ຈະ​ເປັນ​ແນວໃດ?

      15 ໃນ​ລະຫວ່າງ​ການ​ປົກຄອງ 1.000 ປີ ຊາຕານ​ຈະ​ຖືກ​ຂັງ​ໄວ້ ແລະ​ມັນ​ຈະ​ບໍ່​ສາມາດ​ອອກ​ມາ​ລໍ້​ລວງ​ຜູ້ຄົນ​ໄດ້. ແຕ່​ໃນ​ຕອນ​ທ້າຍ 1.000 ປີ ມັນ​ຈະ​ຖືກ​ປ່ອຍ​ອອກ​ມາ​ແລະ​ພະຍາຍາມ​ລໍ້​ລວງ​ມະນຸດ​ບໍ່​ໃຫ້​ເຊື່ອຟັງ​ພະເຢໂຫວາ. ໃນ​ຕອນ​ນັ້ນ ມະນຸດ​ທີ່​ສົມບູນແບບ​ທຸກ​ຄົນ​ຈະ​ຕ້ອງ​ພິສູດ​ວ່າ​ເຂົາເຈົ້າ​ຈະ​ເລືອກ​ຢູ່​ຝ່າຍ​ພະເຢໂຫວາ​ແລະ​ການ​ປົກຄອງ​ຂອງ​ເພິ່ນ​ຫຼື​ບໍ່. (ພນມ. 20:7-10) ການ​ພິສູດ​ຂອງ​ແຕ່​ລະ​ຄົນ​ຈະ​ເປັນ​ໂຕ​ກຳນົດ​ວ່າ​ເຂົາເຈົ້າ​ຈະ​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ຢ່າງ​ຖາວອນ​ຫຼື​ບໍ່.

      16 ຄຳພີໄບເບິນ​ບອກ​ວ່າ​ຈະ​ມີ​ຄົນ​ຈຳນວນ​ໜຶ່ງ​ທີ່​ເປັນ​ຄື​ກັບ​ອາດາມ​ແລະ​ເອວາ ເຊິ່ງ​ບໍ່​ຍອມ​ຮັບ​ການ​ປົກຄອງ​ຂອງ​ພະເຢໂຫວາ. ແລ້ວ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ເຫຼົ່າ​ນັ້ນ? ພະນິມິດ 20:15 ບອກ​ວ່າ: “ຜູ້​ໃດ​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ​ກໍ​ຖືກ​ໂຍນ​ລົງ​ໃນ​ບຶງ​ໄຟ.” ນີ້​ສະແດງ​ວ່າ​ເຂົາເຈົ້າ​ຈະ​ຖືກ​ທຳລາຍ​ຕະຫຼອດໄປ. ແຕ່​ຄົນ​ສ່ວນ​ຫຼາຍ​ຈະ​ຜ່ານ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ນີ້ ແລະ​ຊື່​ຂອງ​ເຂົາເຈົ້າ​ກໍ​ຈະ​ຖືກ​ຂຽນ​ໄວ້​ຢ່າງ​ຖາວອນ​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.

      ໃນ “ສະໄໝ​ສຸດທ້າຍ”

      17. ດານີເອນ​ຂຽນ​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ​ໃນ​ສະໄໝ​ສຸດທ້າຍ? (ດານຽນ 12:4, 8-10)

      17 ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ຫຼາຍ​ແທ້ໆ​ເມື່ອ​ຄິດເຖິງ​ເຫດການ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ! ແຕ່​ທູດສະຫວັນ​ຍັງ​ໄດ້​ບອກ​ດານີເອນ​ໃຫ້​ຮູ້​ເລື່ອງ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ “ສະໄໝ​ສຸດທ້າຍ.” (ອ່ານ​ດານຽນ 12:4, 8-10, ລ.ມ.; 2 ຕມ. 3:1-5) ທູດສະຫວັນ​ບອກ​ວ່າ: “ຄວາມ​ຮູ້​ແທ້​ຈະ​ມີ​ຫຼາຍ​ແທ້​ຫຼາຍ​ວ່າ.” ນີ້​ໝາຍ​ຄວາມ​ວ່າ​ຄົນ​ຂອງ​ພະເຢໂຫວາ​ຈະ​ເຂົ້າໃຈ​ຄຳ​ພະຍາກອນ​ຂອງ​ດານີເອນ​ຫຼາຍ​ຂຶ້ນ. ແລະ​ທູດສະຫວັນ​ຍັງ​ບອກ​ອີກ​ວ່າ ໃນ​ເວລາ​ນັ້ນ ‘ຄົນ​ຊົ່ວ​ຈະ​ເຮັດ​ຊົ່ວ​ຕໍ່ໄປ​ແລະ​ຄົນ​ຊົ່ວ​ຈະ​ບໍ່​ເຂົ້າໃຈ​ເລື່ອງ​ເຫຼົ່ານີ້.’

      18. ອີກ​ບໍ່​ດົນ​ຈະ​ເກີດ​ຫຍັງ​ຂຶ້ນ​ກັບ​ຄົນ​ຊົ່ວ?

      18 ໃນ​ທຸກ​ມື້​ນີ້​ເບິ່ງ​ຄື​ວ່າ​ຄົນ​ທີ່​ເຮັດ​ຊົ່ວ​ບໍ່​ໄດ້​ຖືກ​ລົງໂທດ. (ມລກີ. 3:14, 15) ແຕ່​ອີກ​ບໍ່​ດົນ ພະເຢຊູ​ຈະ​ຕັດສິນ​ຄົນ​ເຫຼົ່າ​ນັ້ນ​ວ່າ​ເປັນ​ແບ້ ແລະ​ເພິ່ນ​ຈະ​ແຍກ​ແບ້​ອອກ​ຈາກ​ແກະ. (ມທ. 25:31-33) ຄົນ​ຊົ່ວ​ເຫຼົ່າ​ນັ້ນ​ຈະ​ບໍ່​ລອດ​ຜ່ານ​ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່ ແລະ​ຈະ​ບໍ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ໃນ​ໂລກ​ໃໝ່. ດັ່ງນັ້ນ ເຂົາເຈົ້າ​ຈະ​ບໍ່​ມີ​ຊື່​ຢູ່​ໃນ “ໜັງສື​ທີ່​ລະນຶກ” ທີ່​ເວົ້າ​ຢູ່​ໃນ​ມາລາກີ 3:16.

      19. ຕອນນີ້​ເປັນ​ເວລາ​ທີ່​ເຮົາ​ຕ້ອງ​ເຮັດ​ຫຍັງ ແລະ​ຍ້ອນຫຍັງ? (ມາລາກີ 3:16-18)

      19 ຕອນນີ້​ເປັນ​ເວລາ​ທີ່​ເຮົາ​ຈະ​ພິສູດ​ວ່າ​ເຮົາ​ບໍ່​ໄດ້​ຢູ່​ໃນ​ກຸ່ມ​ຂອງ​ຄົນ​ຊົ່ວ. (ອ່ານ​ມາລາກີ 3:16-18, ລ.ມ.)e ເພາະ​ພະເຢໂຫວາ​ກຳລັງ​ລວບລວມ​ຄົນ​ທີ່​ຈະ​ຢູ່​ໃນ​ກຸ່ມ ‘ຊົນຊາດ​ທີ່​ພິເສດ,’ ຫຼື​ຄົນ​ທີ່​ເພິ່ນ​ຮັກ​ເປັນ​ພິເສດ. ເຮົາ​ຄື​ຊິ​ຢາກ​ຢູ່​ໃນ​ກຸ່ມ​ຄົນ​ເຫຼົ່ານີ້​ແມ່ນ​ບໍ?

      ຜູ້ພະຍາກອນ​ດານີເອນ​ແລະ​ຄົນອື່ນໆ​ກຳລັງ​ກິນ​ເຂົ້າ​ນຳ​ກັນ​ຢ່າງ​ມີ​ຄວາມສຸກ​ໃນ​ອຸທິຍານ.

      ເຮົາ​ຈະ​ຮູ້ສຶກ​ຕື່ນ​ເຕັ້ນ​ແທ້ໆ​ເມື່ອ​ເຫັນ​ດານີເອນ ຄົນ​ທີ່​ເຮົາ​ຮັກ ແລະ​ຄົນອື່ນໆ “ລຸກ​ຂຶ້ນ” ໃນ​ໂລກ​ໃໝ່! (ເບິ່ງ​ຂໍ້ 20)

      20. ສິ່ງ​ສຸດທ້າຍ​ທີ່​ພະເຢໂຫວາ​ສັນຍາ​ກັບ​ດານີເອນ​ແມ່ນ​ຫຍັງ ແລະ​ເປັນຫຍັງ​ເຈົ້າ​ຈຶ່ງ​ຢາກ​ເຫັນ​ຄຳ​ສັນຍາ​ນີ້​ເກີດ​ຂຶ້ນ​ແທ້?

      20 ເຖິງ​ວ່າ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ໜ້າ​ຕື່ນ​ເຕັ້ນ ແຕ່​ຍັງ​ຈະ​ມີ​ເລື່ອງ​ທີ່​ໜ້າ​ຕື່ນ​ເຕັ້ນ​ຫຼາຍ​ກວ່າ​ນີ້​ອີກ! ເພາະ​ອີກ​ບໍ່​ດົນ​ເຮົາ​ຈະ​ເຫັນ​ຄວາມ​ຊົ່ວ​ຖືກ​ກຳຈັດ​ອອກ​ໄປ​ທັງໝົດ. ແລະ​ຈະ​ເຫັນ​ຄຳ​ສັນຍາ​ທີ່​ພະເຢໂຫວາ​ເວົ້າ​ກັບ​ດານີເອນ​ສຳເລັດ​ເປັນຈິງ​ທີ່​ວ່າ: “ເຈົ້າ​ຈະ​ລຸກ​ຂຶ້ນ​ມາ​ຮັບ​ສ່ວນ​ແບ່ງ​ຂອງ​ເຈົ້າ​ເມື່ອ​ຮອດ​ເວລາ.” (ດາ. 12:13, ລ.ມ.) ເຈົ້າ​ຢາກ​ເຫັນ​ມື້​ທີ່​ດານີເອນ​ແລະ​ຄົນ​ທີ່​ເຈົ້າ​ຮັກ “ລຸກ​ຂຶ້ນ” ຫຼື ຄືນ​ມາ​ຈາກ​ຕາຍ​ບໍ? ຖ້າ​ເປັນ​ແນວ​ນັ້ນ ຂໍ​ໃຫ້​ເຈົ້າ​ຮັກສາ​ຄວາມ​ສັດຊື່​ຕັ້ງແຕ່​ຕອນນີ້ ແລະ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ຊື່​ຂອງ​ເຈົ້າ​ຍັງ​ຢູ່​ໃນ​ປຶ້ມ​ລາຍຊື່​ຂອງ​ຄົນ​ທີ່​ຈະ​ໄດ້​ຊີວິດ.

  • “ຊ່ວຍຫຼາຍຄົນໃຫ້ເຮັດສິ່ງທີ່ຖືກຕ້ອງ”
    ຫໍສັງເກດການ (ສຶກສາ)—2022 | ກັນຍາ
    • a ບົດ​ຄວາມ​ນີ້​ຈະ​ປັບ​ຄວາມ​ເຂົ້າໃຈ​ກ່ຽວກັບ​ໂຄງການ​ການສອນ​ທີ່​ໃຫຍ່​ທີ່ສຸດ​ໃນ​ໂລກ​ທີ່​ເວົ້າ​ໃນ​ດານຽນ 12:2, 3. ເຮົາ​ຈະ​ໄດ້​ເຫັນ​ວ່າ​ໂຄງການ​ການສອນ​ນີ້​ຈະ​ເລີ່ມ​ຕົ້ນ​ຕອນ​ໃດ ແລະ​ໃຜ​ຈະ​ມີ​ສ່ວນ​ຮ່ວມ. ນອກຈາກນັ້ນ ເຮົາ​ຍັງ​ຈະ​ມາ​ເບິ່ງ​ວ່າ ໂຄງການ​ການສອນ​ນີ້​ຈະ​ກຽມ​ທຸກ​ຄົນ​ໃນ​ໂລກ​ແນວໃດ​ໃຫ້​ພ້ອມ​ສຳລັບ​ການ​ທົດສອບ​ຄັ້ງ​ສຸດທ້າຍ​ໃນ​ຕອນ​ທ້າຍ​ການ​ປົກຄອງ​ຂອງ​ພະເຢຊູ​ໜຶ່ງ​ພັນ​ປີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌