ບົດທີ 36
ໃຜຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ? ເຂົາເຈົ້າຈະຢູ່ໃສ?
ໃນສອງບົດຜ່ານມາ ມີຈັກຄົນທີ່ເຮົາອ່ານວ່າເຂົາເຈົ້າໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍ?— ມີຫ້າຄົນ. ມີເດັກນ້ອຍຈັກຄົນ?— ສາມຄົນ. ແລະຜູ້ທີ່ສີ່ເປັນຊາຍຫນຸ່ມ. ລູກຄິດວ່າເລື່ອງນີ້ສະແດງເຖິງຫຍັງ?—
ເລື່ອງນີ້ສະແດງໃຫ້ເຫັນວ່າພະເຈົ້າຮັກຄົນຫນຸ່ມສາວ. ແຕ່ພະອົງຍັງຈະປຸກຄົນອື່ນໆອີກຫຼາຍຄົນນຳ. ພະເຈົ້າຈະປຸກສະເພາະຄົນທີ່ເຮັດດີໃຫ້ຟື້ນຄືນມາຈາກຕາຍບໍ?— ເຮົາອາດຈະຄິດແບບນັ້ນ. ເຖິງຢ່າງນັ້ນ ມີຫຼາຍຄົນທີ່ບໍ່ໄດ້ຮຽນຄວາມຈິງກ່ຽວກັບພະເຢໂຫວາພະເຈົ້າແລະລູກຊາຍຂອງພະອົງ. ດັ່ງນັ້ນ ເຂົາເຈົ້າຈຶ່ງເຮັດໃນສິ່ງທີ່ບໍ່ດີຍ້ອນເຂົາເຈົ້າໄດ້ຮັບການສອນແບບຜິດໆ. ລູກຄິດວ່າພະເຢໂຫວາຈະປຸກຄົນແບບນັ້ນໃຫ້ຟື້ນຄືນມາຈາກຕາຍບໍ?—
ຄຳພີໄບເບິນກ່າວວ່າ: “ຄົນທັງປວງທັງຜູ້ຊອບທຳແລະຜູ້ບໍ່ຊອບທຳຈະຄືນມາຈາກຕາຍ.” (ກິດຈະການ 24:15) ເປັນຫຍັງຄົນບໍ່ຊອບທຳຫຼືຄົນທີ່ບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍ?— ເນື່ອງຈາກເຂົາເຈົ້າບໍ່ເຄີຍມີໂອກາດໄດ້ຮຽນຮູ້ເລື່ອງພະເຢໂຫວາແລະສິ່ງທີ່ພະອົງຕ້ອງການໃຫ້ມະນຸດເຮັດ.
ເປັນຫຍັງພະເຈົ້າຈະປຸກຄົນທີ່ບໍ່ໄດ້ເຮັດສິ່ງທີ່ຖືກຕ້ອງໃຫ້ຟື້ນຄືນມາຈາກຕາຍ?
ລູກຄິດວ່າຄົນເຮົາຈະໄດ້ຮັບການປຸກໃຫ້ຄືນມາຈາກຕາຍເມື່ອໃດ?— ຂໍໃຫ້ຄິດຄືນຕອນທີ່ທ້າວລາຊະໂລຕາຍ ແລະພະເຍຊູສັນຍາກັບມາທາເອື້ອຍຂອງລາວວ່າ “ນ້ອງຊາຍຂອງເຈົ້າຈະຄືນມາຈາກຕາຍ.” ມາທາຕອບວ່າ: “ຂ້າພະເຈົ້າຮູ້ຈັກວ່າເພິ່ນຈະຄືນມາຈາກຕາຍໃນການຄືນມາຈາກຕາຍເວລາວັນທີ່ສຸດ.” (ໂຢຮັນ 11:23, 24) ມາທາໝາຍຄວາມວ່າແນວໃດເມື່ອກ່າວວ່າລາຊະໂລຈະຄືນມາຈາກຕາຍໃນ “ເວລາວັນທີ່ສຸດ”?—
ອຸທິຍານທີ່ພະເຍຊູບອກຊາຍຄົນນັ້ນຈະຢູ່ໃສ?
ມາທາໄດ້ຍິນກ່ຽວກັບຄຳສັນຍາຂອງພະເຍຊູທີ່ວ່າ: “ຄົນທັງປວງທີ່ຢູ່ໃນບ່ອນຝັງສົບກໍຈະ . . . ອອກມາ.” (ໂຢຮັນ 5:28, 29) ດັ່ງນັ້ນ “ເວລາວັນທີ່ສຸດ” ກໍຄືຕອນທີ່ທຸກຄົນເຊິ່ງຢູ່ໃນຄວາມຊົງຈຳຂອງພະເຈົ້າຈະຖືກນຳກັບມາໃຫ້ມີຊີວິດອີກ. ເວລາວັນສຸດທ້າຍບໍ່ແມ່ນມື້ທີ່ມີ 24 ຊົ່ວໂມງ. ວັນນັ້ນຈະຍາວນານເປັນພັນປີ. ໃນວັນນັ້ນ ຄຳພີໄບເບິນບອກວ່າ “ພະເຈົ້າຈະ . . . ຕັດສິນມະນຸດ.” ບັນດາຄົນທີ່ພະອົງຈະຕັດສິນລວມເອົາຜູ້ທີ່ໄດ້ຮັບການປຸກໃຫ້ຟື້ນຄືນມາຈາກຕາຍນຳ.—ກິດຈະການ 17:31; 2 ເປໂຕ 3:8.
ຄິດເບິ່ງດູວ່ານັ້ນຈະເປັນວັນທີ່ໜ້າຍິນດີສ່ຳໃດ! ໃນລະຫວ່າງວັນທີ່ຍາວນານເປັນໜຶ່ງພັນປີນີ້ ຫຼາຍລ້ານຄົນທີ່ຕາຍຈະຖືກນຳກັບມາສູ່ຊີວິດອີກ. ພະເຍຊູເອີ້ນບ່ອນທີ່ເຂົາເຈົ້າຈະອາໄສຢູ່ເມື່ອຖືກນຳກັບມາໃຫ້ມີຊີວິດອີກວ່າ ອຸທິຍານ. ໃຫ້ເຮົາມາເບິ່ງນຳກັນວ່າອຸທິຍານນັ້ນຈະຢູ່ໃສ ແລະອຸທິຍານນັ້ນຈະເປັນແນວໃດ?
ປະມານສາມຊົ່ວໂມງກ່ອນພະເຍຊູຈະສິ້ນຊີວິດຢູ່ເທິງຫຼັກທໍລະມານ ພະອົງເວົ້າເຖິງເລື່ອງອຸທິຍານກັບຊາຍທີ່ຖືກຄຶງເທິງຫຼັກທໍລະມານຢູ່ຂ້າງພະອົງ. ຊາຍຜູ້ນີ້ຖືກປະຫານເນື່ອງຈາກໄດ້ກໍ່ອາດຊະຍາກຳ. ແຕ່ເມື່ອອາດຊະຍາກອນຜູ້ນີ້ເຝົ້າເບິ່ງພະເຍຊູແລະໄດ້ຍິນເລື່ອງກ່ຽວກັບພະອົງ ລາວກໍເລີ່ມມີຄວາມເຊື່ອໃນພະເຍຊູ. ດັ່ງນັ້ນ ອາດຊະຍາກອນຜູ້ນີ້ຈຶ່ງເວົ້າວ່າ: “ພະເຍຊູເຈົ້າຂ້າ ຂໍລະນຶກເຖິງຂ້າພະເຈົ້າເມື່ອພະອົງເປັນກະສັດ.” ພະເຍຊູຕອບວ່າ: “ໃນວັນນີ້ເຮົາບອກເຈົ້າຕາມຈິງວ່າ ເຈົ້າຈະຢູ່ກັບເຮົາໃນອຸທິຍານເປັນແທ້.”—ລືກາ 23:42, 43, ລ.ມ.
ເມື່ອເຮົາອ່ານກ່ຽວກັບອຸທິຍານ ເຮົາຄວນນຶກເຖິງພາບຫຍັງ?
ພະເຍຊູໝາຍຄວາມແນວໃດເມື່ອພະອົງເວົ້າເຊັ່ນນີ້?— ອຸທິຍານຢູ່ໃສ?— ຄິດເບິ່ງດູ. ອຸທິຍານເລີ່ມຕົ້ນຢູ່ໃສ?— ຂໍໃຫ້ຈື່ວ່າ ພະເຈົ້າໃຫ້ອາດາມມະນຸດຜູ້ທຳອິດແລະເມຍຂອງລາວຢູ່ໃນອຸທິຍານເທິງແຜ່ນດິນໂລກນີ້. ອຸທິຍານນັ້ນຖືກເອີ້ນວ່າສວນເອເດນ. ໃນສວນນັ້ນມີສັດ ແຕ່ພວກມັນບໍ່ທຳຮ້າຍໃຜ. ແລະມີຕົ້ນໄມ້ທີ່ມີໝາກແຊບຫຼາຍ ທັງຍັງມີແມ່ນ້ຳສາຍໜຶ່ງທີ່ໃຫຍ່. ນັ້ນເປັນສະຖານທີ່ທີ່ດີເລີດສຳລັບການຢູ່ອາໄສ!—ຕົ້ນເດີມ 2:8-10.
ດັ່ງນັ້ນ ເມື່ອເຮົາອ່ານວ່າອາດຊະຍາກອນຜູ້ນີ້ຈະຢູ່ໃນອຸທິຍານ ເຮົາຄວນຈະນຶກພາບວ່າໂລກນີ້ຈະຖືກເຮັດໃຫ້ເປັນບ່ອນຢູ່ອາໄສທີ່ສວຍງາມ. ພະເຍຊູຈະຢູ່ໃນອຸທິຍານເທິງແຜ່ນດິນໂລກນີ້ກັບຄົນທີ່ເຄີຍເປັນອາດຊະຍາກອນບໍ?— ບໍ່. ລູກຮູ້ບໍວ່າເປັນຫຍັງພະເຍຊູຈຶ່ງບໍ່ຢູ່ໃນອຸທິຍານ?—
ກໍຍ້ອນວ່າພະເຍຊູຈະຢູ່ໃນສະຫວັນປົກຄອງເປັນກະສັດຢູ່ເທິງແຜ່ນດິນໂລກ. ດັ່ງນັ້ນ ພະເຍຊູຈະຢູ່ກັບຊາຍຄົນນັ້ນໃນຄວາມໝາຍທີ່ວ່າພະເຍຊູຈະປຸກລາວໃຫ້ຟື້ນຄືນມາຈາກຕາຍແລະເອົາໃຈໃສ່ເບິ່ງແຍງຄວາມຈຳເປັນຂອງລາວ. ແຕ່ເປັນຫຍັງພະເຍຊູຈຶ່ງຍອມໃຫ້ຜູ້ທີ່ເຄີຍເປັນອາດຊະຍາກອນຢູ່ໃນອຸທິຍານ?— ໃຫ້ເຮົາມາຊອກຫາຄຳຕອບນຳກັນ.
ກ່ອນທີ່ອາດຊະຍາກອນຜູ້ນີ້ຈະເວົ້າກັບພະເຍຊູ ລາວຮູ້ເລື່ອງຈຸດປະສົງຂອງພະເຈົ້າບໍ?— ລາວບໍ່ຮູ້. ລາວເຮັດສິ່ງຕ່າງໆທີ່ບໍ່ດີຍ້ອນລາວບໍ່ຮູ້ຄວາມຈິງກ່ຽວກັບພະເຈົ້າ. ໃນອຸທິຍານລາວຈະໄດ້ຮັບການສອນກ່ຽວກັບຈຸດປະສົງຕ່າງໆຂອງພະເຈົ້າ. ຈາກນັ້ນລາວຈະມີໂອກາດພິສູດຕົວວ່າລາວຮັກພະເຈົ້າຢ່າງແທ້ຈິງໂດຍການເຮັດຕາມໃຈປະສົງຂອງພະອົງ.
ທຸກຄົນທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍຈະຢູ່ໃນອຸທິຍານເທິງແຜ່ນດິນໂລກບໍ?— ບໍ່ ບໍ່ແມ່ນທຸກຄົນ. ລູກຮູ້ບໍວ່າເປັນຫຍັງຈຶ່ງເປັນແນວນັ້ນ?— ເພາະວ່າບາງຄົນຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍເພື່ອໃຫ້ມີຊີວິດຢູ່ກັບພະເຍຊູໃນສະຫວັນ. ເຂົາເຈົ້າຈະເປັນກະສັດຮ່ວມກັບພະອົງປົກຄອງແຜ່ນດິນໂລກທີ່ເປັນອຸທິຍານ. ໃຫ້ມາເບິ່ງວ່າເຮົາຮູ້ເລື່ອງນີ້ໄດ້ແນວໃດ.
ໃນຄືນກ່ອນທີ່ພະເຍຊູຈະສິ້ນຊີວິດ ພະອົງບອກເຫຼົ່າສາວົກວ່າ “ໃນເຮືອນແຫ່ງພະບິດາຂອງເຮົາ [ໃນສະຫວັນ] ມີທີ່ຢູ່ຫຼາຍບ່ອນ . . . ແລະ . . . ເຮົາໄປແລະຈັດແຈ່ງບ່ອນສຳລັບພວກທ່ານ.” ຈາກນັ້ນພະເຍຊູສັນຍາກັບເຂົາເຈົ້າວ່າ: “ເຮົາຈະຫຼົບມາອີກແລະຈະເອົາພວກທ່ານມາຢູ່ນຳເຮົາເພື່ອວ່າເຮົາຢູ່ທີ່ໃດທ່ານທັງຫຼາຍຈະຢູ່ທີ່ນັ້ນດ້ວຍ.”—ໂຢຮັນ 14:2, 3.
ພະເຍຊູໄປໃສຫຼັງຈາກທີ່ພະອົງຖືກປຸກໃຫ້ຟື້ນຄືນມາຈາກຕາຍ?— ແມ່ນແລ້ວ ພະອົງກັບໄປຢູ່ນຳພໍ່ໃນສະຫວັນ. (ໂຢຮັນ 17:4, 5) ດັ່ງນັ້ນ ພະເຍຊູສັນຍາກັບພວກອັກຄະສາວົກແລະຜູ້ຕິດຕາມຄົນອື່ນໆວ່າພະອົງຈະປຸກເຂົາເຈົ້າໃຫ້ຟື້ນຄືນມາຈາກຕາຍເພື່ອຈະຢູ່ກັບພະອົງໃນສະຫວັນ. ເຂົາເຈົ້າຈະເຮັດຫຍັງກັບພະເຍຊູໃນສະຫວັນ?— ຄຳພີໄບເບິນບອກວ່າພວກສາວົກຂອງພະອົງເຊິ່ງມີສ່ວນ “ໃນການຄືນມາຈາກຕາຍອັນຕົ້ນ” ຈະຢູ່ໃນສະຫວັນແລະປົກຄອງແຜ່ນດິນໂລກ ‘ໃນຖານະເປັນກະສັດກັບພະອົງລະຫວ່າງພັນປີ.’—ຄຳປາກົດ 5:10; 20:6; 2 ຕີໂມເຕ 2:12.
ຄົນທີ່ມີສ່ວນ “ໃນການຄືນມາຈາກຕາຍອັນຕົ້ນ” ແລະປົກຄອງເປັນກະສັດຮ່ວມກັບພະເຍຊູມີຈັກຄົນ?— ພະເຍຊູບອກເຫຼົ່າສາວົກຂອງພະອົງວ່າ: “ຄົນຝູງນ້ອຍເອີຍ ຢ່າຊູ່ຢ້ານ ເພາະວ່າເປັນທີ່ຊອບໃຈແກ່ພະບິດາຂອງທ່ານທັງຫຼາຍຈະປະທານແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ໃຫ້ແກ່ທ່ານທັງຫຼາຍ.” (ລືກາ 12:32) “ຄົນຝູງນ້ອຍ” ເຊິ່ງຖືກປຸກໃຫ້ຟື້ນຄືນມາຈາກຕາຍເພື່ອຈະຢູ່ກັບພະເຍຊູໃນລາຊະອານາຈັກທາງພາກສະຫວັນນັ້ນມີຈຳນວນທີ່ແນ່ນອນ. ຄຳພີໄບເບິນບອກວ່າມີ “144.000 ຄົນ” ທີ່ຈະຖືກປຸກໃຫ້ຟື້ນຄືນມາຈາກຕາຍຈາກແຜ່ນດິນໂລກ.—ຄຳປາກົດ 14:1, 3.
ຄົນທີ່ຖືກປຸກໃຫ້ຟື້ນຄືນມາຈາກຕາຍຈະຢູ່ໃສ ແລະເຂົາເຈົ້າຈະເຮັດຫຍັງ?
ມີຈັກຄົນທີ່ຈະຢູ່ໃນອຸທິຍານເທິງແຜ່ນດິນໂລກ?— ຄຳພີໄບເບິນບໍ່ໄດ້ບອກ. ແຕ່ພະເຈົ້າບອກອາດາມແລະເອວາຂະນະທີ່ຢູ່ໃນສວນເອເດນວ່າໃຫ້ມີລູກຫຼານຈົນເຕັມແຜ່ນດິນໂລກ. ແມ່ນຢູ່ວ່າເຂົາເຈົ້າບໍ່ໄດ້ເຮັດເຊັ່ນນັ້ນ. ແຕ່ພະເຈົ້າຈະເຝົ້າເບິ່ງໃຫ້ຈຸດປະສົງຂອງພະອົງບັນລຸຜົນສຳເລັດໃນການທີ່ຈະໃຫ້ແຜ່ນດິນໂລກເຕັມໄປດ້ວຍຄົນດີ.—ຕົ້ນເດີມ 1:28; ເອຊາອີ 45:18; 55:11.
ລອງຄິດເບິ່ງດູວ່າການມີຊີວິດຢູ່ໃນອຸທິຍານຈະດີເລີດສ່ຳໃດ! ແຜ່ນດິນໂລກທັງໝົດຈະກາຍເປັນຄືກັບສວນທຳມະຊາດ. ມັນຈະເຕັມໄປດ້ວຍນົກແລະສັດຕ່າງໆ ແລະຈະມີຕົ້ນໄມ້ແລະດອກໄມ້ທີ່ສວຍງາມທຸກຊະນິດ. ຈະບໍ່ມີໃຜເຈັບປວດຍ້ອນວ່າບໍ່ສະບາຍ ແລະກໍບໍ່ຕ້ອງມີໃຜຕ້ອງຕາຍ. ທຸກຄົນຈະເປັນຫມູ່ເພື່ອນກັນ. ຖ້າເຮົາຢາກມີຊີວິດຕະຫຼອດໄປໃນອຸທິຍານ ບັດນີ້ເປັນເວລາທີ່ຕ້ອງຕຽມຕົວເພື່ອຈະຢູ່ທີ່ນັ້ນ.
ຂໍໃຫ້ອ່ານເລື່ອງໃຈປະສົງຂອງພະເຈົ້າສຳລັບແຜ່ນດິນໂລກເພີ່ມເຕີມໄດ້ອີກຢູ່ພະທຳສຸພາສິດ 2:21, 22; ຜູ້ເທສະໜາປ່າວປະກາດ 1:4; ເອຊາອີ 2:4; 11:6-9; 35:5, 6; 65:21-24.