ບົດທີ 24
ທູດສະຫວັນແມ່ນໃຜແລະເຂົາເຈົ້າເຮັດຫຍັງແດ່?
ພະເຢໂຫວາຢາກໃຫ້ເຮົາຮູ້ຈັກຄອບຄົວໃນສະຫວັນຂອງເພິ່ນ. ທູດສະຫວັນຫຼາຍອົງຢູ່ໃນຄອບຄົວນີ້. ຄຳພີໄບເບິນເອີ້ນເຂົາເຈົ້າວ່າ “ລູກຂອງພະເຈົ້າ.” (ໂຢບ 38:7) ຄຳພີໄບເບິນບອກຫຍັງກ່ຽວກັບທູດສະຫວັນ? ສິ່ງທີ່ເຂົາເຈົ້າເຮັດມີຜົນຕໍ່ພວກເຮົາແນວໃດ? ແລະທູດສະຫວັນທຸກອົງຢູ່ໃນຄອບຄົວຂອງພະເຈົ້າບໍ?
1. ທູດສະຫວັນແມ່ນໃຜ?
ພະເຢໂຫວາສ້າງທູດສະຫວັນກ່ອນທີ່ຈະສ້າງໂລກ. ເຂົາເຈົ້າຢູ່ໃນສະຫວັນແລະມີຮ່າງກາຍແບບດຽວກັບທີ່ພະເຢໂຫວາມີ ເຮົາຈຶ່ງເບິ່ງບໍ່ເຫັນເຂົາເຈົ້າ. (ເຮັບເຣີ 1:14) ທູດສະຫວັນມີຫຼາຍລ້ານອົງ ແຕ່ລະອົງກໍມີບຸກຄະລິກແລະລັກສະນະນິດໄສທີ່ບໍ່ຄືກັນ. (ພະນິມິດ 5:11) ເຂົາເຈົ້າ ‘ເຮັດຕາມຄຳສັ່ງຂອງພະເຢໂຫວາ.’ (ເພງສັນລະເສີນ 103:20) ໃນສະໄໝກ່ອນ ມີບາງເທື່ອທີ່ພະເຢໂຫວາສົ່ງທູດສະຫວັນໃຫ້ໄປບອກຂ່າວສານ ໄປຊ່ວຍເຫຼືອແລະຊ່ວຍຊີວິດຄົນຂອງເພິ່ນ. ໃນທຸກມື້ນີ້ ທູດສະຫວັນກໍຊ່ວຍຄົນຂອງພະເຢໂຫວາໃຫ້ໄດ້ເຈິກັບຄົນທີ່ຢາກຮຽນຮູ້ເລື່ອງຂອງເພິ່ນ.
2. ຊາຕານແລະພວກປີສາດແມ່ນໃຜ?
ທູດສະຫວັນບາງອົງບໍ່ສັດຊື່ຕໍ່ພະເຢໂຫວາ. ທູດສະຫວັນອົງທຳອິດທີ່ເຮັດແບບນັ້ນ “ຖືກເອີ້ນວ່າມານຮ້າຍແລະຊາຕານທີ່ກຳລັງລໍ້ລວງທົ່ວໂລກໃຫ້ຫຼົງຜິດ.” (ພະນິມິດ 12:9) ຊາຕານຢາກມີອຳນາດເໜືອຄົນອື່ນ ມັນເລີຍລໍ້ລວງອາດາມກັບເອວາບໍ່ໃຫ້ເຊື່ອຟັງພະເຈົ້າ ແລ້ວຫຼັງຈາກນັ້ນກໍມີທູດສະຫວັນບາງອົງບໍ່ເຊື່ອຟັງພະເຈົ້າແລະໄປເປັນພວກດຽວກັນກັບຊາຕານ. ທູດສະຫວັນທີ່ບໍ່ສັດຊື່ເຫຼົ່ານີ້ຖືກເອີ້ນວ່າປີສາດ. ພວກມັນຖືກໄລ່ອອກຈາກສະຫວັນເລີຍຕ້ອງມາຢູ່ໃນໂລກ ແລະໃນທີ່ສຸດພວກມັນຈະຖືກທຳລາຍ.—ອ່ານພະນິມິດ 12:9, 12
3. ຊາຕານແລະພວກປີສາດພະຍາຍາມລໍ້ລວງເຮົາແນວໃດ?
ຊາຕານກັບພວກປີສາດໄດ້ລໍ້ລວງບັກຫຼາຍໆຄົນໃຫ້ໄປຫຍຸ້ງກ່ຽວກັບພວກມັນໂດຍໃຊ້ເລື່ອງໄສຍະສາດ. ຕົວຢ່າງເຊັ່ນ ການທຳນວາຍໂຊກຊະຕາ ໂຫລາສາດ ການດູດວງ ການໃຊ້ເວດມົນຄາຖາ ພໍ່ມົດໝໍຜີ ແລະພະລັງເລິກລັບເໜືອທຳມະຊາດ. ບາງຄົນກໍໄປປິ່ນປົວພະຍາດໂດຍໃຊ້ວິທີຕ່າງໆທີ່ກ່ຽວຂ້ອງກັບໄສຍະສາດ ແລະບາງຄົນກໍຖືກຕົວະໃຫ້ເຊື່ອວ່າເຂົາເຈົ້າຈະຕິດຕໍ່ແລະລົມກັບຄົນຕາຍໄດ້. ແຕ່ພະເຢໂຫວາເຕືອນເຮົາວ່າ “ຢ່າໄປຫາໝໍຜີ ແລະຢ່າໄປປຶກສາໝໍດູ.” (ລະບຽບພວກເລວີ 19:31) ທີ່ເພິ່ນເຕືອນເຮົາແບບນີ້ກໍຍ້ອນວ່າເພິ່ນຢາກປົກປ້ອງເຮົາຈາກຊາຕານແລະພວກປີສາດທີ່ຢາກທຳຮ້າຍເຮົາ. ພວກມັນເປັນສັດຕູຂອງພະເຈົ້າ.
ຮຽນຮູ້ຫຼາຍຂຶ້ນ
ທູດສະຫວັນທີ່ສັດຊື່ເຮັດສິ່ງທີ່ດີຫຍັງແດ່ ເປັນຫຍັງການເຂົ້າໄປຫຍຸ້ງກ່ຽວກັບເລື່ອງໄສຍະສາດຈຶ່ງອັນຕະລາຍ ແລະເຮົາຈະປົກປ້ອງໂຕເອງຈາກຊາຕານແລະພວກປີສາດໄດ້ແນວໃດ.
4. ທູດສະຫວັນທີ່ສັດຊື່ຊ່ວຍຜູ້ຄົນໃຫ້ມາຮູ້ຈັກພະເຢໂຫວາ
ທູດສະຫວັນຂອງພະເຈົ້າບໍ່ໄດ້ລົງມາປະກາດກັບຄົນໃນໂລກໂດຍກົງ. ແຕ່ເຂົາເຈົ້າຈະຊ່ວຍໃຫ້ຄົນຂອງພະເຈົ້າໄດ້ເຈິກັບຄົນທີ່ຢາກຮຽນຮູ້ເລື່ອງຂອງເພິ່ນ. ອ່ານພະນິມິດ 14:6, 7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຕ້ອງໃຫ້ທູດສະຫວັນຊ່ວຍເຮົາເມື່ອເຮັດວຽກປະກາດ?
ທູດສະຫວັນຈະຊ່ວຍໃຫ້ເຈົ້າໄດ້ເຈິກັບຄົນທີ່ຢາກຮູ້ເລື່ອງຂ່າວດີທີ່ພະເຈົ້າສັນຍາໄວ້ໃນຄຳພີໄບເບິນ ເມື່ອຮູ້ແບບນີ້ແລ້ວເຈົ້າຮູ້ສຶກມີກຳລັງໃຈບໍ? ຍ້ອນຫຍັງ?
5. ບໍ່ເຂົ້າໄປຫຍຸ້ງກ່ຽວກັບເລື່ອງໄສຍະສາດ
ຊາຕານແລະພວກປີສາດເປັນສັດຕູກັບພະເຢໂຫວາ ແລະພວກມັນກໍເປັນສັດຕູກັບເຮົາຄືກັນ. ອ່ານລູກາ 9:38-42 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພວກປີສາດທຳຮ້າຍຜູ້ຄົນແນວໃດ?
ເຮົາບໍ່ຢາກໃຫ້ພວກປີສາດມາລໍ້ລວງເຮົາ. ອ່ານພະບັນຍັດ 18:10-12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພວກປີສາດພະຍາຍາມລໍ້ລວງເຮົາແລະຕິດຕໍ່ກັບເຮົາໂດຍໃຊ້ວິທີໃດແດ່? ເຈົ້າເຫັນວ່າຄົນສ່ວນຫຼາຍເຮັດຫຍັງແດ່ທີ່ກ່ຽວຂ້ອງກັບໄສຍະສາດ?
ເຈົ້າຄິດວ່າດີບໍທີ່ພະເຢໂຫວາຫ້າມເຮົາບໍ່ໃຫ້ເຮັດສິ່ງທີ່ກ່ຽວຂ້ອງກັບໄສຍະສາດ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຄິດວ່າເຄື່ອງລາງທີ່ມັດຢູ່ແຂນລູກສາວຂອງປາເລຊາເປັນສິ່ງຂອງທີ່ບໍ່ມີພິດມີໄພບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ປາເລຊາຕ້ອງເຮັດຫຍັງເພື່ອຈະປົກປ້ອງໂຕເອງຈາກພວກປີສາດ?
ຄົນທີ່ເປັນຄລິດສະຕຽນແທ້ບໍ່ຫຍຸ້ງກ່ຽວກັບພວກປີສາດ. ອ່ານກິດຈະການ 19:19 ແລະ 1 ໂກຣິນໂທ 10:21 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຈຶ່ງສຳຄັນທີ່ຈະທຳລາຍທຸກຢ່າງທີ່ກ່ຽວຂ້ອງກັບໄສຍະສາດ?
6. ເຮົາຊະນະຊາຕານແລະພວກປີສາດໄດ້
ພວກປີສາດມີຊາຕານເປັນຜູ້ນຳ. ແຕ່ທູດສະຫວັນທີ່ສັດຊື່ມີນາຍທູດສະຫວັນທີ່ຊື່ມີກາເອນເປັນຜູ້ນຳ ມີກາເອນເປັນອີກຊື່ໜຶ່ງຂອງພະເຢຊູ. ເພິ່ນມີພະລັງອຳນາດຫຼາຍສ່ຳໃດ? ອ່ານພະນິມິດ 12:7-9 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຝ່າຍໃດມີພະລັງອຳນາດຫຼາຍກວ່າກັນ ຝ່າຍມີກາເອນກັບພວກທູດສະຫວັນຂອງເພິ່ນ ຫຼືຝ່າຍຊາຕານກັບພວກປີສາດ?
ເຈົ້າຄິດວ່າຄລິດສະຕຽນຕ້ອງຢ້ານຊາຕານກັບພວກປີສາດບໍ?
ເຈົ້າຊະນະຊາຕານແລະພວກປີສາດໄດ້. ອ່ານຢາໂກໂບ 4:7 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຈະປົກປ້ອງໂຕເອງຈາກຊາຕານແລະພວກປີສາດໄດ້ແນວໃດ?
ບາງຄົນເວົ້າວ່າ: “ໜັງຫຼືເກມທີ່ມີເລື່ອງຜີ ອຳນາດເລິກລັບແລະໄສຍະສາດກໍເປັນພຽງແຕ່ເລື່ອງມ່ວນຊື່ໆ. ບໍ່ມີພິດມີໄພຫຍັງດອກ.”
ເປັນຫຍັງການຄິດແບບນັ້ນຈຶ່ງອັນຕະລາຍ?
ສະຫຼຸບ
ທູດສະຫວັນທີ່ສັດຊື່ຄອຍຊ່ວຍເຫຼືອເຮົາ.ຊາຕານກັບພວກປີສາດເປັນສັດຕູຂອງພະເຢໂຫວາ ແລະພວກມັນໃຊ້ເລື່ອງໄສຍະສາດເພື່ອລໍ້ລວງຜູ້ຄົນ.
ຄຳຖາມທົບທວນ
ທູດສະຫວັນຂອງພະເຢໂຫວາໄດ້ເຮັດຫຍັງເພື່ອຊ່ວຍຜູ້ຄົນໃຫ້ມາຮູ້ຈັກເພິ່ນ?
ຊາຕານແລະພວກປີສາດແມ່ນໃຜ?
ເປັນຫຍັງເຈົ້າຈຶ່ງບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບເລື່ອງໄສຍະສາດ?
ເບິ່ງເພີ່ມເຕີມ
ເປັນຫຍັງເຮົາຮູ້ວ່າພະເຢຊູແມ່ນນາຍທູດສະຫວັນມີກາເອນ?
ເຮົາຮູ້ໄດ້ແນວໃດວ່າມານຮ້າຍມີຢູ່ແທ້ແລະບໍ່ໄດ້ເປັນພຽງແຕ່ຄວາມຊົ່ວຮ້າຍທີ່ຢູ່ໃນໂຕຄົນ.
ຜູ້ຍິງຄົນໜຶ່ງຫຼຸດພົ້ນຈາກອຳນາດຂອງປີສາດໄດ້ແນວໃດ.
“ລາວຄົ້ນພົບຈຸດມຸ່ງໝາຍໃນຊີວິດ” (ຫໍສັງເກດການ 1 ກໍລະກົດ 1993)