ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 219-ໜ້າ 220
  • ການ​ລະບຸ​ໂຕ “ບາບີໂລນ​ໃຫຍ່”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ລະບຸ​ໂຕ “ບາບີໂລນ​ໃຫຍ່”
  • ຄຳພີໄບເບິນສອນແນວໃດແທ້ໆ?
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 219-ໜ້າ 220

ພາກ​ຜະໜວກ

ການ​ລະບຸ​ໂຕ “ບາບີໂລນ​ໃຫຍ່”

ບໍ່​ຄວນ​ເຂົ້າ​ໃຈ​ຂໍ້​ຄວາມ​ບາງ​ຕອນ​ໃນ​ພະທຳ​ຄຳປາກົດ​ຕາມ​ໂຕ. (ຄຳປາກົດ 1:1) ຕົວຢ່າງ ພະທຳ​ນີ້​ກ່າວ​ເຖິງ​ຜູ້​ຍິງ​ຄົນ​ໜຶ່ງ​ທີ່​ມີ​ຊື່​ວ່າ “ບາບີໂລນ​ໃຫຍ່” ຂຽນ​ໄວ້​ທີ່​ໜ້າ​ຜາກ​ຂອງ​ລາວ. ມີ​ການ​ກ່າວ​ເຖິງ​ຜູ້​ຍິງ​ຄົນ​ນີ້​ວ່າ​ນັ່ງ​ຢູ່​ເທິງ “ຊາດ​ແລະ​ຝູງ​ຄົນ​ເປັນ​ອັນ​ມາກ.” (ຄຳປາກົດ 17:1, 5, 15) ເນື່ອງ​ຈາກ​ວ່າ​ຖ້າ​ຕາມ​ໂຕ​ແລ້ວ​ຈະ​ບໍ່​ມີ​ຜູ້​ຍິງ​ແທ້ໆຄົນ​ໃດ​ເຮັດ​ແບບ​ນັ້ນ​ໄດ້ ບາບີໂລນ​ໃຫຍ່​ຈຶ່ງ​ຕ້ອງ​ມີ​ຄວາມ​ໝາຍ​ເປັນ​ໄນ. ດັ່ງ​ນັ້ນ ຍິງ​ແມ່​ຈ້າງ​ທີ່​ມີ​ຄວາມ​ໝາຍ​ເປັນ​ໄນ​ໝາຍ​ເຖິງ​ຫຍັງ?

ຢູ່​ຄຳປາກົດ 17:18 ມີ​ການ​ພັນລະນາ​ເຖິງ​ຜູ້​ຍິງ​ທີ່​ມີ​ຄວາມ​ໝາຍ​ເປັນ​ໄນ​ຄົນ​ດຽວ​ກັນ​ນີ້​ວ່າ “ເປັນ​ເມືອງ​ໃຫຍ່​ທີ່​ຄຸ້ມຄອງ​ກະສັດ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ໂລກ.” ຄຳ​ວ່າ “ເມືອງ” ຊີ້​ບອກ​ເຖິງ​ກຸ່ມ​ຄົນ​ທີ່​ຖືກ​ຈັດ​ໃຫ້​ເປັນ​ອົງການ. ເນື່ອງ​ຈາກ “ເມືອງ​ໃຫຍ່” ນີ້​ມີ​ອຳນາດ​ບັງຄັບ​ບັນຊາ “ກະສັດ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ໂລກ” ຜູ້​ຍິງ​ທີ່​ຊື່​ບາບີໂລນ​ໃຫຍ່​ຈຶ່ງ​ຕ້ອງ​ເປັນ​ອົງການ​ທີ່​ມີ​ອຳນາດ​ລະດັບ​ໂລກ. ເຮົາ​ເອີ້ນ​ອົງການ​ນີ້​ຢ່າງ​ຖືກຕ້ອງ​ວ່າ​ຈັກກະພັດ​ໂລກ. ເປັນ​ຈັກກະພັດ​ແບບ​ໃດ? ເປັນ​ຈັກກະພັດ​ທາງ​ສາສະໜາ. ຂໍ​ໃຫ້​ສັງເກດ​ວ່າ​ຂໍ້​ຄວາມ​ບາງ​ຕອນ​ທີ່​ກ່ຽວ​ຂ້ອງ​ກັນ​ໃນ​ພະທຳ​ຄຳປາກົດ​ຊ່ວຍ​ເຮົາ​ໃຫ້​ລົງ​ຄວາມ​ເຫັນ​ໃນ​ເລື່ອງ​ນີ້​ໄດ້.

ຈັກກະພັດ​ສາມາດ​ໝາຍ​ເຖິງ​ອານາຈັກ​ທາງ​ການ​ເມືອງ ທາງ​ການ​ຄ້າ ຫຼື​ທາງ​ສາສະໜາ​ກໍ​ໄດ້. ຜູ້​ຍິງ​ທີ່​ຊື່​ບາບີໂລນ​ໃຫຍ່​ບໍ່​ແມ່ນ​ຈັກກະພັດ​ທາງ​ການ​ເມືອງ​ເພາະ​ພະ​ຄຳ​ຂອງ​ພະເຈົ້າ​ກ່າວ​ວ່າ “ກະສັດ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ໂລກ” ຫຼື​ສ່ວນ​ສຳຄັນ​ທາງ​ການ​ເມືອງ​ຂອງ​ໂລກ​ນີ້ “ໄດ້​ກະທຳ​ຜິດ​ຊາຍ​ຍິງ” ກັບ​ມັນ. ການ​ຜິດ​ຊາຍ​ຍິງ​ຂອງ​ມັນ​ໝາຍ​ເຖິງ​ການ​ທີ່​ມັນ​ມີ​ຄວາມ​ສຳພັນ​ກັບ​ຜູ້​ປົກຄອງ​ຂອງ​ໂລກ​ນີ້​ແລະ​ເລື່ອງ​ນີ້​ອະທິບາຍ​ເຖິງ​ສາເຫດ​ທີ່​ມີ​ການ​ເອີ້ນ​ມັນ​ວ່າ​ເປັນ “ຍິງ​ແມ່​ຈ້າງ​ຜູ້​ໃຫຍ່.”—ຄຳປາກົດ 17:1, 2; ຢາໂກໂບ 4:4.

ບາບີໂລນ​ໃຫຍ່​ຈະ​ເປັນ​ຈັກກະພັດ​ໃຫຍ່​ທາງ​ການ​ຄ້າ​ກໍ​ບໍ່​ໄດ້ ເພາະ​ວ່າ “ພໍ່​ຄ້າ​ທັງ​ຫຼາຍ​ແຫ່ງ​ແຜ່ນດິນ​ໂລກ” ເຊິ່ງ​ໝາຍ​ເຖິງ​ສ່ວນ​ສຳຄັນ​ທາງ​ການ​ຄ້າ​ຈະ​ໂສກ​ເສົ້າ​ອາໄລ​ຕໍ່​ບາບີໂລນ​ໃຫຍ່​ຕອນ​ທີ່​ເມືອງ​ນີ້​ຖືກ​ທຳລາຍ. ທີ່​ຈິງ ມີ​ການ​ພັນລະນາ​ວ່າ​ທັງ​ກະສັດ​ແລະ​ພໍ່​ຄ້າ​ພາ​ກັນ​ເບິ່ງ​ເມືອງ​ບາບີໂລນ​ໃຫຍ່​ແຕ່​ທາງ “ໄກ.” (ຄຳປາກົດ 18:3, 9, 10, 15-17) ດັ່ງ​ນັ້ນ ຈຶ່ງ​ມີ​ເຫດຜົນ​ທີ່​ຈະ​ລົງ​ຄວາມ​ເຫັນ​ວ່າ​ບາບີໂລນ​ໃຫຍ່​ບໍ່​ແມ່ນ​ຈັກກະພັດ​ທາງ​ການ​ເມືອງ​ຫຼື​ທາງ​ການ​ຄ້າ ແຕ່​ເປັນ​ຈັກກະພັດ​ທາງ​ສາສະໜາ.

ລັກສະນະ​ສະເພາະ​ທາງ​ສາສະໜາ​ຂອງ​ບາບີໂລນ​ໃຫຍ່​ໄດ້​ຮັບ​ການ​ຢືນຢັນ​ຕໍ່​ໄປ​ອີກ​ຈາກ​ຖ້ອຍຄຳ​ທີ່​ວ່າ ເມືອງ​ນີ້​ໄດ້​ຊັກ​ນຳ​ຊາດ​ທັງ​ປວງ​ໃຫ້​ຫຼົງ​ໄປ​ດ້ວຍ “ການ​ໝໍ​ຜີ.” (ຄຳປາກົດ 18:23) ເນື່ອງ​ຈາກ​ລັດທິ​ພູດ​ຜີ​ປີ​ສາດ​ທຸກ​ຮູບ​ແບບ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ສາສະໜາ​ແລະ​ພວກ​ຜີ​ປີ​ສາດ ຈຶ່ງ​ບໍ່​ແປກ​ທີ່​ຄຳພີ​ໄບເບິນ​ເອີ້ນ​ບາບີໂລນ​ໃຫຍ່​ວ່າ “ເປັນ​ທີ່​ອາໄສ​ແຫ່ງ​ຜີ​ຮ້າຍ​ຕ່າງໆ.” (ຄຳປາກົດ 18:2; ພະບັນຍັດ 18:10-12) ນອກ​ຈາກ​ນີ້ ມີ​ການ​ພັນລະນາ​ວ່າ​ຈັກກະພັດ​ນີ້​ໄດ້​ຕໍ່​ຕ້ານ​ສາສະໜາ​ແທ້​ເອົາ​ແທ້​ເອົາ​ວ່າ ແລະ​ໄດ້​ຂົ່ມເຫງ “ພວກ​ຜູ້​ທຳນວາຍ” ແລະ “ພວກ​ຜູ້​ບໍລິສຸດ.” (ຄຳປາກົດ 18:24) ທີ່​ຈິງ ບາບີໂລນ​ໃຫຍ່​ມີ​ຄວາມ​ກຽດ​ຊັງ​ທີ່​ຝັງ​ຮາກ​ເລິກ​ຕໍ່​ສາສະໜາ​ແທ້​ຈົນ​ເຖິງ​ກັບ​ຂົ່ມເຫງ “ຄົນ​ພິຍານ​ທັງ​ຫຼາຍ​ຂອງ​ພະ​ເຍຊູ” ຢ່າງ​ຮຸນແຮງ​ແລະ​ເຖິງ​ກັບ​ຂ້າ​ເຂົາ​ເຈົ້າ​ດ້ວຍ​ຊ້ຳ. (ຄຳປາກົດ 17:6) ດັ່ງ​ນັ້ນ ຜູ້​ຍິງ​ທີ່​ຊື່​ບາບີໂລນ​ໃຫຍ່​ນີ້​ຈຶ່ງ​ເປັນ​ເຄື່ອງ​ໝາຍ​ທີ່​ສະແດງ​ໃຫ້​ເຫັນ​ຢ່າງ​ຊັດເຈນ​ເຖິງ​ຈັກກະພັດ​ໂລກ​ທີ່​ປະກອບ​ດ້ວຍ​ສາສະໜາ​ປອມ ເຊິ່ງ​ລວມ​ເອົາ​ທຸກ​ສາສະໜາ​ທີ່​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກັບ​ພະ​ເຢໂຫວາ​ພະເຈົ້າ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌