-
ເພດສຳພັນຈະເສີມສ້າງສາຍສຳພັນໃຫ້ດີຂຶ້ນບໍ?ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
-
-
ບົດທີ 24
ເພດສຳພັນຈະເສີມສ້າງສາຍສຳພັນໃຫ້ດີຂຶ້ນບໍ?
ນາງເຮເຕີຫາກໍຄົບຫາກັບທ້າວໄມໄດ້ສອງເດືອນ ແຕ່ລາວຮູ້ສຶກວ່າຮູ້ຈັກກັບໄມມາດົນນານແລ້ວ. ທັງສອງສົ່ງຂໍ້ຄວາມຫາກັນທາງໂທລະສັບເປັນປະຈຳ ໂທລົມກັນແຕ່ລະເທື່ອດົນເປັນຊົ່ວໂມງ ແລະເຖິງຂັ້ນວ່າຮູ້ໃຈອີກຝ່າຍໜຶ່ງວ່າຈະເວົ້າຫຍັງອອກມາ! ແຕ່ຕອນນີ້ ເມື່ອທັງສອງນັ່ງຢູ່ໃນລົດໃຫຍ່ທີ່ຈອດຢູ່ພາຍໃຕ້ແສງເດືອນ ໄມຕ້ອງການຫຼາຍກວ່າການເວົ້າລົມກັນ.
ໃນໄລຍະສອງເດືອນທີ່ຜ່ານມາ ໄມກັບເຮເຕີບໍ່ໄດ້ເຮັດຫຍັງເກີນຂອບເຂດ ນອກຈາກຈັບມືກັນເທົ່ານັ້ນແລະຈູບກັນບຶດໜຶ່ງ. ເຮເຕີບໍ່ຕ້ອງການເຮັດຫຍັງທີ່ເກີນຂອບເຂດໄປກວ່ານັ້ນ. ແຕ່ໃນຂະນະດຽວກັນລາວກໍບໍ່ຕ້ອງການທີ່ຈະເສຍໄມໄປ. ບໍ່ເຄີຍມີໃຜເຮັດໃຫ້ລາວຮູ້ສຶກມີຄວາມສຸກ ຫຼືເປັນຄົນພິເສດແບບນີ້ມາກ່ອນ. ລາວບອກກັບຕົວເອງວ່າ ‘ອີກຢ່າງໜຶ່ງ ຂ້ອຍກັບໄມກໍຮັກກັນ . . .’
ເຈົ້າອາດເດົາໄດ້ວ່າເລື່ອງນີ້ຈະລົງທ້າຍແນວໃດ? ແຕ່ສິ່ງທີ່ເຈົ້າອາດບໍ່ຮູ້ກໍຄື ການມີເພດສຳພັນຈະປ່ຽນແປງສິ່ງຕ່າງໆຢ່າງໃຫຍ່ຫຼວງສຳລັບໄມແລະເຮເຕີ ແລະບໍ່ແມ່ນໃນທາງທີ່ດີຂຶ້ນ. ຂໍໃຫ້ພິຈາລະນາສິ່ງຕໍ່ໄປນີ້
ຖ້າເຈົ້າຝືນກົດທຳມະຊາດ ເຊັ່ນ ກົດເລື່ອງແຮງດຶງດູດ ເຈົ້າກໍຈະໄດ້ຮັບຜົນເສຍຫາຍ. ເປັນຈິງເຊັ່ນນັ້ນດ້ວຍຖ້າຝ່າຝືນກົດສິລະທຳ ດັ່ງຂໍ້ໜຶ່ງທີ່ກ່າວໄວ້ວ່າ: “ຈົ່ງອົດກັ້ນໄວ້ຈາກການຜິດຊາຍຍິງ.” (1 ເທຊະໂລນີກ 4:3) ອັນໃດຄືຜົນຈາກການບໍ່ເຊື່ອຟັງຄຳສັ່ງນັ້ນ? ຄຳພີໄບເບິນກ່າວວ່າ: “ຄົນທີ່ລ່ວງຜິດຊາຍຍິງກໍຜິດຕໍ່ກາຍຂອງຕົນເອງ.” (1 ໂກລິນໂທ 6:18) ຂໍ້ນີ້ເປັນຈິງແນວໃດ? ລອງເບິ່ງດູວ່າຢູ່ທາງລຸ່ມນີ້ເຈົ້າຈະສາມາດຂຽນເຖິງຜົນເສຍຫາຍສາມຢ່າງທີ່ອາດເກີດຂຶ້ນກັບຄົນທີ່ມີເພດສຳພັນກັນກ່ອນການແຕ່ງດອງ.
1 ․․․․․
2 ․․․․․
3 ․․․․․
ບັດນີ້ຂໍໃຫ້ເບິ່ງສິ່ງທີ່ຂຽນ. ເຈົ້າໄດ້ຂຽນພະຍາດທີ່ຕິດຕໍ່ກັນທາງເພດສຳພັນ ການຖືພາໂດຍທີ່ບໍ່ຕ້ອງການ ຫຼືການສູນເສຍຄວາມໂປດປານຈາກພະເຈົ້າບໍ? ສິ່ງເຫຼົ່ານີ້ເປັນຜົນເສຍຫາຍຮ້າຍແຮງເຊິ່ງເກີດຂຶ້ນໄດ້ກັບໃຜກໍຕາມທີ່ຝ່າຝືນກົດທາງສິລະທຳຂອງພະເຈົ້າໃນເລື່ອງການຜິດປະເວນີ.
ເຖິງຢ່າງນັ້ນ ເຈົ້າກໍອາດຖືກລໍ້ໃຈ. ເຈົ້າອາດຄິດວ່າ ‘ບໍ່ມີຫຍັງຈະເກີດຂຶ້ນກັບຂ້ອຍ ດອກ.’ ຖ້າຈະເວົ້າແລ້ວ ທຸກໆຄົນ ກໍມີເພດສຳພັນກັນໝົດບໍ່ແມ່ນບໍ? ໝູ່ຢູ່ໂຮງຮຽນໂອ້ອວດເລື່ອງປະສົບການທາງເພດ ແລະເຂົາເຈົ້າ ບໍ່ໄດ້ຮັບຄວາມເສຍຫາຍຫຍັງເລີຍ. ບາງເທື່ອເຈົ້າອາດຮູ້ສຶກຄືເຮເຕີໃນສາກເຫດການຂ້າງເທິງ ຄືຄິດວ່າເພດສຳພັນຈະເຮັດໃຫ້ສະໜິດກັບແຟນຫຼາຍຂຶ້ນ. ນອກຈາກນັ້ນ ມີໃຜແດ່ທີ່ຢາກຈະຖືກຢອກລໍ້ວ່າຍັງບໍລິສຸດ ຢູ່? ການມີເພດສຳພັນຄົງຈະດີກວ່າບໍ່ແມ່ນບໍ?
ຢ່າຟ້າວສະຫລຸບແນວນັ້ນ! ທຳອິດ ບໍ່ແມ່ນທຸກຄົນ ກຳລັງເຮັດແບບນັ້ນ. ແມ່ນຢູ່ ເຈົ້າອາດເຄີຍອ່ານສະຖິຕິທີ່ຊີ້ບອກວ່າໜຸ່ມສາວຈຳນວນຫຼວງຫຼາຍກຳລັງມີເພດສຳພັນ. ຕົວຢ່າງເຊັ່ນ ການສຶກສາຄົ້ນຄວ້າໃນສະຫະລັດອາເມລິກາສະແດງໃຫ້ເຫັນວ່າເມື່ອຮຽນຈົບຊັ້ນມໍປາຍມີໜຸ່ມສາວຂອງປະເທດນັ້ນເຖິງ 2 ໃນ 3 ມີເພດສຳພັນເປັນປະຈຳ. ແຕ່ນັ້ນກໍໝາຍຄວາມດ້ວຍວ່າ 1 ໃນ 3 ບໍ່ໄດ້ເຮັດແນວນັ້ນ ເຊິ່ງເປັນຈຳນວນຫຼາຍສົມຄວນ. ແລ້ວຄົນທີ່ມີ ເພດສຳພັນເດ? ນັກຄົ້ນຄວ້າພົບວ່າຄົນໜຸ່ມສາວເຫຼົ່ານັ້ນຈຳນວນຫຼາຍມັກປະເຊີນກັບຄວາມເປັນຈິງອັນໂຫດຮ້າຍຢ່າງໜຶ່ງຫຼືຫຼາຍກວ່ານັ້ນດັ່ງຕໍ່ໄປນີ້.
ຄວາມເປັນຈິງອັນໂຫດຮ້າຍທີ 1 ຄວາມທຸກໃຈ. ໜຸ່ມສາວສ່ວນຫຼາຍທີ່ມີເພດສຳພັນກ່ອນແຕ່ງດອງບອກວ່າເສຍໃຈທີ່ໄດ້ເຮັດແບບນັ້ນ.
ຄວາມເປັນຈິງອັນໂຫດຮ້າຍທີ 2 ການບໍ່ໄວ້ວາງໃຈກັນ. ຫຼັງຈາກມີເພດສຳພັນກັນແລ້ວ ແຕ່ລະຝ່າຍຈະເລີ່ມສົງໄສກັນວ່າ ‘ມີໃຜອີກບໍທີ່ລາວເຄີຍມີເພດສຳພັນນຳ?’
ຄວາມເປັນຈິງອັນໂຫດຮ້າຍທີ 3 ຄວາມຜິດຫວັງ. ໃນສ່ວນເລິກໆແລ້ວ ຍິງສາວຫຼາຍຄົນຢາກຈະມີຜູ້ໃດຜູ້ໜຶ່ງທີ່ປົກປ້ອງ ຕົນ ບໍ່ແມ່ນສວຍໃຊ້ປະໂຫຍດ ຈາກເຂົາເຈົ້າ. ແລະຊາຍໜຸ່ມຫຼາຍຄົນຮູ້ສຶກວ່າເຂົາເຈົ້າມີຄວາມສົນໃຈໜ້ອຍລົງຕໍ່ກັບຍິງສາວທີ່ຍອມມີເພດສຳພັນນຳ.
ນອກຈາກທີ່ກ່າວມາຂ້າງເທິງນັ້ນແລ້ວ ຊາຍໜຸ່ມຫຼາຍຄົນເວົ້າວ່າຈະບໍ່ມີວັນແຕ່ງດອງກັບຍິງສາວທີ່ພວກຕົນເຄີຍມີເພດສຳພັນນຳ. ຍ້ອນຫຍັງ? ຍ້ອນວ່າເຂົາເຈົ້າຢາກແຕ່ງດອງກັບຄົນທີ່ບໍລິສຸດ!
ຖ້າເຈົ້າເປັນຜູ້ຍິງ ເລື່ອງນີ້ເຮັດໃຫ້ເຈົ້າແປກໃຈຫຼືແມ່ນແຕ່ໃຈຮ້າຍບໍ? ຂໍໃຫ້ຈື່ໄວ້ວ່າ ຜົນຂອງການມີເພດສຳພັນກ່ອນແຕ່ງດອງນັ້ນຕ່າງຈາກທີ່ເຫັນໃນພາບພະຍົນແລະໃນໂທລະພາບ. ອຸດສາຫະກຳຄວາມບັນເທີງເຮັດໃຫ້ການມີເພດສຳພັນຂອງໄວຮຸ່ນເປັນເລື່ອງທີ່ຄັກຈັບໃຈ ແລະສ້າງໃຫ້ເບິ່ງຄືວ່າເປັນເລື່ອງມ່ວນທີ່ບໍ່ມີພິດມີໄພຫຍັງຫຼືແມ່ນແຕ່ເປັນຮັກແທ້. ແຕ່ຢ່າຖືກຫຼອກລວງ! ຄົນທີ່ພະຍາຍາມລໍ້ລວງເຈົ້າໃຫ້ມີເພດສຳພັນກ່ອນການແຕ່ງດອງກຳລັງສະແຫວງຫາຜົນປະໂຫຍດສ່ວນຕົວເທົ່ານັ້ນ. (1 ໂກລິນໂທ 13:4, 5) ອີກຢ່າງໜຶ່ງ ຄົນທີ່ຮັກເຈົ້າແທ້ໆ ຈະເຮັດສິ່ງໃດສິ່ງໜຶ່ງທີ່ອາດເປັນອັນຕະລາຍຕໍ່ຮ່າງກາຍແລະອາລົມຂອງເຈົ້າບໍ? (ສຸພາສິດ 5:3, 4) ແລະຄົນທີ່ເປັນຫ່ວງເຈົ້າແທ້ໆ ຈະພະຍາຍາມລໍ້ລວງເຈົ້າໃຫ້ເຮັດສິ່ງທີ່ມີຜົນເສຍຫາຍຕໍ່ສາຍສຳພັນຂອງເຈົ້າກັບພະເຈົ້າບໍ?—ເຫບເລີ 13:4.
ຖ້າເຈົ້າເປັນຊາຍໜຸ່ມແລະກຳລັງຕິດຕໍ່ຝາກຮັກ ສິ່ງທີ່ກ່າວໃນບົດນີ້ຄວນເຕືອນສະຕິເຈົ້າທີ່ຈະຄຳນຶງເຖິງສາຍສຳພັນທີ່ເຈົ້າກ່ຽວຂ້ອງຢູ່ນຳ. ຂໍໃຫ້ຖາມຕົວເອງວ່າ ‘ຂ້ອຍຫ່ວງໃຍແຟນຂອງຂ້ອຍແທ້ໆບໍ?’ ຖ້າເຈົ້າຕອບວ່າແມ່ນ ວິທີດີທີ່ສຸດທີ່ເຈົ້າຈະສະແດງອອກແມ່ນໂດຍທາງໃດ? ໂດຍການມີຄວາມເຂັ້ມແຂງ ທີ່ຈະຍຶດໝັ້ນກັບກົດໝາຍຂອງພະເຈົ້າ ມີສະຕິປັນຍາ ທີ່ຈະຫຼີກລ່ຽງຈາກສະພາບການຕ່າງໆທີ່ລໍ້ໃຈ ແລະຄວາມຮັກ ທີ່ຈະຫ່ວງໃຍສະຫວັດດີພາບຂອງແຟນ. ຖ້າເຈົ້າມີຄຸນສົມບັດແບບນີ້ ແຟນຂອງເຈົ້າກໍຄົງຮູ້ສຶກຄືກັບຍິງສາວຊາວຊຶລາມີດຜູ້ທີ່ຍຶດໝັ້ນກັບຫຼັກການດ້ານສິລະທຳເຊິ່ງເວົ້າວ່າ: “ທ່ານທີ່ຂ້ານ້ອຍຮັກຫຼາຍກໍເປັນຂອງຂ້ານ້ອຍ. ແລະຂ້ານ້ອຍເປັນຂອງທ່ານ.” (ບົດລຳເພງ 2:16) ເວົ້າສັ້ນໆກໍຄື ເຈົ້າຈະເປັນວິລະບຸລຸດຂອງລາວ!
ບໍ່ວ່າເຈົ້າຈະເປັນຍິງສາວຫຼືຊາຍໜຸ່ມ ຖ້າເຈົ້າມີເພດສຳພັນກ່ອນແຕ່ງດອງເຈົ້າຈະເຮັດໃຫ້ຕົວເອງເສຍກຽດດ້ວຍການຖິ້ມສິ່ງໜຶ່ງທີ່ມີຄ່າໃຫ້ເສຍໄປລ້າໆ. (ໂລມ 1:24) ບໍ່ເປັນຕາໜ້າແປກໃຈທີ່ຫຼາຍຄົນຮູ້ສຶກຫວ່າງເປົ່າແລະໄຮ້ຄ່າພາຍຫຼັງການມີເພດສຳພັນ ມັນເປັນຄືກັບວ່າຍອມໃຫ້ສ່ວນທີ່ມີຄ່າຂອງຕົນເອງຖືກລັກເອົາໄປໂດຍທີ່ບໍ່ໄດ້ລະວັງຮັກສາໄວ້! ຢ່າຍອມໃຫ້ສິ່ງແບບນີ້ເກີດຂຶ້ນກັບເຈົ້າ. ຖ້າຜູ້ໜຶ່ງພະຍາຍາມລໍ້ລວງເຈົ້າໃຫ້ຕົກເຂົ້າສູ່ການມີເພດສຳພັນໂດຍເວົ້າວ່າ: “ຖ້າເຈົ້າຮັກຂ້ອຍ ເຈົ້າຈະເຮັດສິ່ງນີ້” ຂໍໃຫ້ຕອບຄືນຢ່າງໜັກແໜ້ນວ່າ: “ຖ້າເຈົ້າຮັກຂ້ອຍ ເຈົ້າຈະບໍ່ຂໍແບບນີ້!”
ຮ່າງກາຍຂອງເຈົ້າມີຄ່າຢ່າງຍິ່ງ ຈຶ່ງບໍ່ຄວນຍອມສະລະຄືກັບວ່າມັນບໍ່ມີຄ່າ. ຈົ່ງສະແດງວ່າເຈົ້າເຂັ້ມແຂງພຽງພໍທີ່ຈະເຊື່ອຟັງຄຳສັ່ງຂອງພະເຈົ້າທີ່ໃຫ້ຫຼີກໜີຈາກການຜິດປະເວນີ. ແລ້ວມື້ໜຶ່ງຖ້າເຈົ້າແຕ່ງດອງ ເຈົ້າກໍມີເພດສຳພັນໄດ້. ແລະເຈົ້າຈະຊື່ນຊົມໄດ້ເຕັມທີ ໂດຍບໍ່ຕ້ອງກັງວົນ ເສຍໃຈ ແລະຮູ້ສຶກບໍ່ໝັ້ນຄົງປອດໄພເຊິ່ງມັກເກີດຫຼັງຈາກການມີເພດສຳພັນກ່ອນແຕ່ງດອງ.—ສຸພາສິດ 7:22, 23; 1 ໂກລິນໂທ 7:3.
ສາມາດອ່ານເພີ່ມເຕີມກ່ຽວກັບຫົວເລື່ອງນີ້ໃນບົດທີ 4 ແລະບົດທີ 5 ຂອງເຫຼັ້ມທີ 2
ການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງເປັນເລື່ອງຮ້າຍແຮງພຽງໃດ?
ຂໍ້ພະຄຳພີຫຼັກ
“ຈົ່ງປົບໜີຈາກການຜິດຊາຍຍິງເສຍເຖີ້ນ . . . ຄົນທີ່ລ່ວງຜິດຊາຍຍິງກໍຜິດຕໍ່ກາຍຂອງຕົນເອງ.”—1 ໂກລິນໂທ 6:18.
ຄຳແນະນຳ
ເມື່ອມາເຖິງເລື່ອງການປະພຶດຕໍ່ເພດກົງກັນຂ້າມ ຫຼັກການທີ່ດີທີ່ຈະຕິດຕາມແມ່ນດັ່ງນີ້ ຖ້າມັນແມ່ນສິ່ງທີ່ເຈົ້າບໍ່ຢາກໃຫ້ພໍ່ແມ່ເຫັນເຈົ້າເຮັດ ດັ່ງນັ້ນ ເຈົ້າກໍບໍ່ຄວນເຮັດ.
ເຈົ້າຮູ້ບໍ . . .?
ຫຼັງຈາກທີ່ມີເພດສຳພັນ ໂດຍທົ່ວໄປຊາຍໜຸ່ມມັກຈະເຊົາຄົບຫາກັບແຟນແລະໄປຊອກຫາແຟນໃໝ່.
ແຜນພາກປະຕິບັດ!
ເມື່ອຢູ່ຕາມລຳພັງກັບຜູ້ທີ່ເປັນເພດກົງກັນຂ້າມ ສະພາບການທີ່ຂ້ອຍຕ້ອງຫຼີກລ່ຽງແມ່ນ ․․․․․
ຖ້າຄົນໜຶ່ງທີ່ເປັນເພດກົງກັນຂ້າມຢາກພົບກັບຂ້ອຍຢູ່ບ່ອນທີ່ລັບຕາຄົນ ຂ້ອຍຈະເວົ້າວ່າ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຖິງແມ່ນວ່າການມີເພດສຳພັນກ່ອນແຕ່ງດອງອາດເປັນຕາດຶງດູດໃຈສຳລັບມະນຸດທີ່ບໍ່ສົມບູນແບບ ແຕ່ເປັນຫຍັງເປັນສິ່ງທີ່ຜິດສຳລັບເຈົ້າ?
• ເຈົ້າຈະເຮັດແນວໃດຖ້າມີຄົນຊວນໃຫ້ມີເພດສຳພັນນຳ?
[ຈຸດເດັ່ນໜ້າ 176]
“ເນື່ອງຈາກເປັນຄລິດສະຕຽນ ເຈົ້າມີຄຸນລັກສະນະຕ່າງໆທີ່ຄົນອື່ນນິຍົມຊົມຊອບ. ດັ່ງນັ້ນ ເຈົ້າຕ້ອງຕື່ນຕົວແລະປະຕິເສດເມື່ອຖືກຊັກຊວນໃຫ້ໄປເຮັດໃນສິ່ງທີ່ຜິດສິລະທຳ. ຈົ່ງເຫັນຄຸນຄ່າຄຸນລັກສະນະເຫຼົ່ານັ້ນ. ຢ່າຍອມເສຍມັນໄປ.”—ທ້າວ ໂຢຊວຍ
[ຮູບພາບໜ້າ 176, 177]
ການມີເພດສຳພັນກ່ອນແຕ່ງດອງເປັນຄືກັບການເອົາຮູບແຕ້ມທີ່ສວຍງາມໃຊ້ເປັນຜ້າເຊັດຕີນຢູ່ໜ້າປະຕູ
-
-
ຂ້ອຍຈະຊະນະການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງໄດ້ແນວໃດ?ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
-
-
ບົດທີ 25
ຂ້ອຍຈະຊະນະການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງໄດ້ແນວໃດ?
“ຂ້ອຍເລີ່ມສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງຕອນອາຍຸໄດ້ແປດປີ. ຕໍ່ມາກໍໄດ້ຮຽນຮູ້ເຖິງທັດສະນະຂອງພະເຈົ້າຕໍ່ກັບເລື່ອງນີ້. ທຸກຄັ້ງທີ່ຍອມແພ້ໃຫ້ກັບນິດໄສນີ້ຂ້ອຍຮູ້ສຶກບໍ່ດີແທ້ໆ. ຂ້ອຍຖາມຕົວເອງວ່າ: ‘ຈະເປັນໄປໄດ້ແນວໃດທີ່ພະເຈົ້າຈະຮັກຄົນແບບຂ້ອຍ?’”—ທ້າວ ລູອິ.
ເມື່ອກ້າວເຂົ້າສູ່ໄວທີ່ເປັນບ່າວເປັນສາວ ຄວາມປາຖະໜາທາງເພດມີຢ່າງຮຸນແຮງ. ຜົນກໍຄືເຈົ້າອາດຕົກເຂົ້າສູ່ນິດໄສຂອງການຕອບສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງ.a ຫຼາຍຄົນອາດເວົ້າວ່ານັ້ນບໍ່ເປັນບັນຫາໃຫຍ່. ເຂົາເຈົ້າໃຫ້ເຫດຜົນວ່າ: “ບໍ່ມີໃຜໄດ້ຮັບຄວາມເສຍຫາຍຈາກເລື່ອງນີ້.” ແຕ່ມີເຫດຜົນທີ່ດີທີ່ຈະຫຼີກລ່ຽງການປະພຶດແບບນີ້. ອັກຄະສາວົກໂປໂລຂຽນວ່າ: “ເຫດສັນນີ້ສ່ວນອາການຂອງທ່ານທັງຫຼາຍ . . . ຈົ່ງກະທຳໃຫ້ຕາຍເຖີ້ນ ຄືວ່າ . . . ຄວາມຕັນຫາ.” (ໂກໂລດ 3:5) ການສະໜອງຄວາມຕ້ອງການທາງເພດບໍ່ໄດ້ເຮັດໃຫ້ຄວາມຕັນຫາຕາຍໄປ ແຕ່ເປັນເຊື້ອໄຟ. ນອກຈາກນັ້ນແລ້ວ ຂໍໃຫ້ພິຈາລະນາສ່ວນຕໍ່ໄປນີ້
• ການສະໜອງຄວາມຕ້ອງການທາງເພດປູກຝັງທັດສະນະທີ່ມຸ່ງຄວາມສົນໃຈແຕ່ຕົວເອງ. ຕົວຢ່າງ ໃນຂະນະທີ່ສະໜອງຄວາມປາຖະໜາທາງເພດດ້ວຍຕົວເອງ ຄົນເຮົາໝົກມຸ້ນຢູ່ກັບການເຮົ້າຄວາມຮູ້ສຶກທາງກາຍຂອງຕົນເອງ.
• ຜູ້ທີ່ສະໜອງຄວາມປາຖະໜາທາງເພດດ້ວຍຕົວເອງຖືວ່າຜູ້ທີ່ເປັນເພດກົງກັນຂ້າມເປັນພຽງວັດຖຸທາງເພດ ຫຼືເປັນເຄື່ອງມືເຮັດໃຫ້ຕົນເອງພໍໃຈ.
• ຄວາມຄິດທີ່ເຫັນແກ່ຕົວເຊິ່ງຖືກປູກຝັງຜ່ານທາງການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງສາມາດເຮັດໃຫ້ຄວາມພໍໃຈຍິນດີກ່ຽວກັບເພດສຳພັນໃນຊີວິດແຕ່ງດອງເປັນເລື່ອງທີ່ຍາກຈະບັນລຸໄດ້.
ແທນທີ່ຈະເພິ່ງການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງເພື່ອປົດປ່ອຍແຮງກະຕຸ້ນທາງເພດທີ່ອັ່ງອໍຢູ່ ຈົ່ງພະຍາຍາມທີ່ຈະປູກຝັງການຄວບຄຸມຕົວເອງ. (1 ເທຊະໂລນີກ 4:4, 5) ເພື່ອຊ່ວຍເຈົ້າໃຫ້ເຮັດເຊັ່ນນັ້ນ ຄຳພີໄບເບິນແນະນຳວ່າຄວນຫຼີກລ່ຽງສະພາບການຕ່າງໆທີ່ອາດພາໃຫ້ເຈົ້າເກີດມີຄວາມຮູ້ສຶກທາງເພດ. (ສຸພາສິດ 5:8, 9) ແນວໃດກໍຕາມ ຈະວ່າແນວໃດຖ້າເຈົ້າໄດ້ຕົກເປັນທາດຂອງນິດໄສທີ່ສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງ? ບາງເທື່ອເຈົ້າໄດ້ພະຍາຍາມທີ່ຈະເຊົາແຕ່ພັດບໍ່ປະສົບຜົນສຳເລັດ. ອາດງ່າຍທີ່ຈະສະຫລຸບວ່າເຈົ້າບໍ່ສາມາດປ່ຽນແປງໄດ້ ເຈົ້າບໍ່ສາມາດດຳເນີນຊີວິດຕາມມາດຕະຖານຂອງພະເຈົ້າ. ຊາຍໜຸ່ມຊື່ເປໂດກໍຖືວ່າຕົວເອງເປັນແບບນັ້ນ. ລາວເວົ້າວ່າ: “ເມື່ອກັບໄປເຮັດແບບນັ້ນອີກ ຂ້ອຍຮູ້ສຶກບໍ່ດີແທ້ໆ. ຂ້ອຍຄິດວ່າຄົງຈະບໍ່ມີວັນລົບລ້າງສິ່ງທີ່ໄດ້ເຮັດລົງໄປ. ຂ້ອຍຮູ້ສຶກວ່າເປັນເລື່ອງຍາກທີ່ຈະອະທິດຖານເຖິງພະເຈົ້າ.”
ຖ້ານັ້ນເປັນສິ່ງທີ່ເຈົ້າຮູ້ສຶກ ຈົ່ງມີຄວາມກ້າຫານ. ບັນຫາຂອງເຈົ້າບໍ່ແມ່ນເລື່ອງທີ່ເປັນຕາສິ້ນຫວັງ. ຄົນໜຸ່ມສາວແລະຜູ້ໃຫຍ່ຫຼາຍຄົນສາມາດເອົາຊະນະນິດໄສເລື່ອງການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງ. ເຈົ້າກໍສາມາດເຮັດໄດ້ເຊັ່ນກັນ!
ຮັບມືກັບຄວາມຮູ້ສຶກຜິດ
ດັ່ງທີ່ກ່າວໄປແລ້ວ ຄົນທີ່ຕິດນິດໄສສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງມັກຮູ້ສຶກຜິດຫຼາຍ. ແນ່ນອນວ່າການມີ “ຄວາມເສຍໃຈແບບທີ່ພະເຈົ້າພໍໃຈ” ອາດເປັນແຮງຊຸກດັນສຳຄັນໃຫ້ເຈົ້າເອົາຊະນະນິດໄສນີ້ໄດ້. (2 ໂກລິນໂທ 7:11, ລ.ມ.) ແຕ່ການຮູ້ສຶກຜິດຫຼາຍເກີນໄປກໍອາດສົ່ງຜົນໃນທາງທີ່ເສື່ອມເສຍ. ມັນອາດເຮັດໃຫ້ເຈົ້າຮູ້ສຶກທໍ້ໃຈຫຼາຍຈົນຢາກເຊົາຕໍ່ສູ້ແລ້ວກໍຍອມແພ້ໄປເລີຍ.—ສຸພາສິດ 24:10.
ດັ່ງນັ້ນ ຈົ່ງພະຍາຍາມເບິ່ງເລື່ອງນີ້ຕາມຄວາມເປັນຈິງ. ການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງເປັນຄວາມປະພຶດທີ່ບໍ່ສະອາດຮູບແບບໜຶ່ງ. ມັນອາດເຮັດໃຫ້ເຈົ້າຕົກ “ເປັນທາດແຫ່ງຄວາມຄຶດຢາກໄດ້ແລະການສະໜຸກສະໜານຕ່າງໆ” ແລະປູກຝັງທັດສະນະຄະຕິທີ່ບໍ່ດີ. (ຕິໂຕ 3:3) ແຕ່ການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງກໍບໍ່ແມ່ນການຜິດສິລະທຳທາງເພດຂັ້ນຮ້າຍແຮງຄືກັບການຜິດປະເວນີ. (ຢູເດ 7) ຖ້າເຈົ້າມີບັນຫາເລື່ອງນີ້ ເຈົ້າກໍບໍ່ຈຳເປັນຕ້ອງລົງຄວາມເຫັນວ່າໄດ້ເຮັດບາບທີ່ໃຫ້ອະໄພບໍ່ໄດ້. ເຄັດລັບກໍຄືຕ້ອງຕ້ານທານແຮງກະຕຸ້ນແລະຢ່າຍອມແພ້ຢ່າງເດັດຂາດ!
ບາງຄັ້ງເປັນເລື່ອງງ່າຍທີ່ຈະທໍ້ໃຈຫຼັງຈາກທີ່ໄດ້ລົ້ມພາດຫວນກັບຄືນໄປເຮັດຜິດອີກ. ເມື່ອເກີດແບບນັ້ນ ຂໍໃຫ້ຈື່ຖ້ອຍຄຳໃນສຸພາສິດ 24:16 ໄວ້ທີ່ວ່າ: “ເຫດວ່າຄົນຊອບທຳລົ້ມລົງ 7 ເທື່ອແລະລຸກຂຶ້ນອີກ ແຕ່ວ່າພວກຄົນຮ້າຍຊູນສະດຸດຈຶ່ງຕົກໃນການອັນຕະລາຍ.” ການພາດພັ້ງເປັນບາງຄັ້ງບາງຄາວບໍ່ໄດ້ເຮັດໃຫ້ເຈົ້າກາຍເປັນຄົນຊົ່ວ. ດັ່ງນັ້ນ ຢ່າຍອມແພ້. ແທນທີ່ຈະຍອມແພ້ ຈົ່ງວິເຄາະວ່າອັນໃດເຮັດໃຫ້ພາດພັ້ງ ແລະພະຍາຍາມຫຼີກລ່ຽງການກະທຳທີ່ພາໄປສູ່ການພາດພັ້ງຊ້ຳອີກ.
ຈົ່ງໃຊ້ເວລາຄຶດຕຶກຕອງເຖິງຄວາມຮັກແລະຄວາມເມດຕາຂອງພະເຈົ້າ. ດາວິດຜູ້ປະພັນຄຳເພງເຊິ່ງເຄີຍມີຄວາມອ່ອນແອເຊັ່ນກັນ ໄດ້ກ່າວໄວ້ວ່າ: “ພໍ່ອີ່ດູລູກທັງຫຼາຍແຫ່ງຕົນສັນໃດ ພະເຢໂຫວາອີ່ດູຄົນທັງຫຼາຍທີ່ຢ້ານຢຳພະອົງສັນນັ້ນ. ເຫດວ່າພະອົງຮູ້ຈັກວ່າພວກເຮົາເປັນທີ່ແຕ່ງໄວ້ດ້ວຍສິ່ງໃດ ພະອົງຈື່ວ່າພວກເຮົາເປັນຂີ້ຝຸ່ນດິນ.” (ຄຳເພງ 103:13, 14) ແມ່ນແລ້ວພະເຢໂຫວາຄຳນຶງເຖິງຄວາມບໍ່ສົມບູນແບບຂອງເຮົາ ແລະ “ພ້ອມຈະຍົກຜິດ.” (ຄຳເພງ 86:5) ເຖິງຢ່າງນັ້ນ ພະອົງກໍຕ້ອງການໃຫ້ເຮົາອອກແຮງພະຍາຍາມຢ່າງເຕັມທີເພື່ອປັບປຸງຕົວເອງໃຫ້ດີຂຶ້ນ. ດັ່ງນັ້ນ ມີຂັ້ນຕອນທີ່ໃຊ້ໄດ້ຈິງອັນໃດແດ່ທີ່ສາມາດເຮັດເພື່ອເອົາຊະນະນິດໄສນີ້?
ກວດສອບເບິ່ງຄວາມບັນເທີງ. ເຈົ້າເບິ່ງພາບພະຍົນຫຼືລາຍການໂທລະພາບຫຼືໄປເບິ່ງເວັບໄຊທີ່ກະຕຸ້ນທາງເພດບໍ? ຜູ້ປະພັນຄຳເພງອະທິດຖານເຖິງພະເຈົ້າຢ່າງສະຫຼາດສຸຂຸມວ່າ: “ຂໍໂຜດໃຫ້ຕາຂ້ານ້ອຍຫຼຽວຈາກເບິ່ງຄວາມເປົ່າໆ.”b—ຄຳເພງ 119:37.
ບັງຄັບຈິດໃຈໃຫ້ສຸມໃສ່ເລື່ອງອື່ນ. ຄລິດສະຕຽນຄົນໜຶ່ງທີ່ຊື່ວິນລຽມແນະນຳວ່າ: “ກ່ອນຈະໄປນອນ ໃຫ້ອ່ານບາງຢ່າງທີ່ກ່ຽວຂ້ອງກັບຄຳພີໄບເບິນ. ເປັນເລື່ອງສຳຄັນຫຼາຍທີ່ວ່າຄວາມຄິດສຸດທ້າຍຂອງມື້ເປັນສິ່ງຝ່າຍວິນຍານ.”—ຟີລິບ 4:8.
ເວົ້າລົມກັບຄົນໜຶ່ງກ່ຽວກັບບັນຫານີ້. ຄວາມອາຍອາດເຮັດໃຫ້ຍາກທີ່ຈະຍົກເລື່ອງນີ້ຂຶ້ນມາເວົ້າກັບຜູ້ທີ່ເຈົ້າໄວ້ວາງໃຈ. ແຕ່ການເຮັດເຊັ່ນນັ້ນຊ່ວຍເຈົ້າໃຫ້ເອົາຊະນະນິດໄສນີ້ໄດ້! ຄລິດສະຕຽນຊື່ເດວິດຮູ້ສຶກແບບນັ້ນ. ລາວເວົ້າວ່າ: “ຂ້ອຍເວົ້າແບບເປັນສ່ວນຕົວກັບພໍ່. ຂ້ອຍຈະບໍ່ມີວັນລືມຄຳເວົ້າຂອງພໍ່. ດ້ວຍຮອຍຍິ້ມທີ່ເປັນຕາອົບອຸ່ນໃຈໃນໃບໜ້າຂອງພໍ່ ເພິ່ນເວົ້າວ່າ: ‘ລູກເຮັດໃຫ້ພໍ່ພູມໃຈໃນຕົວລູກຫຼາຍ.’ ພໍ່ຮູ້ວ່າຂ້ອຍຕ້ອງລຳບາກໃຈສ່ຳໃດທີ່ຈະເວົ້າອອກມາ. ບໍ່ມີຄຳເວົ້າໃດໆອີກແລ້ວທີ່ຈະໃຫ້ການຊູໃຈແລະຄວາມຕັ້ງໃຈແນ່ວແນ່ຂອງຂ້ອຍໄດ້ຫຼາຍໄປກວ່ານີ້.”
“ຈາກນັ້ນ ພໍ່ຍົກເອົາຂໍ້ພະຄຳພີສອງສາມຂໍ້ໃຫ້ຂ້ອຍເບິ່ງເພື່ອຊ່ວຍໃຫ້ເຫັນວ່າຂ້ອຍຍັງບໍ່ ‘ຖະຫລຳລົງເລິກເກີນໄປ’ ຈາກນັ້ນພໍ່ກໍໃຫ້ເບິ່ງພະຄຳພີບາງຂໍ້ຕື່ມອີກເພື່ອໃຫ້ເຂົ້າໃຈເຖິງຄວາມຮ້າຍແຮງຂອງການປະພຶດທີ່ຜິດຂອງຂ້ອຍ. ພໍ່ເວົ້າວ່າ: ‘ຮັກສາຕົວໃຫ້ສະອາດ’ ຈັກໄລຍະໜຶ່ງແລ້ວເຮົາຈະລົມເລື່ອງນີ້ອີກເທື່ອໜຶ່ງ. ພໍ່ບອກວ່າຢ່າຮູ້ສຶກໝົດຫວັງຖ້າຫວນກັບຄືນໄປເຮັດອີກ ພຽງແຕ່ພະຍາຍາມເອົາຊະນະໃຫ້ດົນກວ່າເກົ່າໃນເທື່ອຕໍ່ໄປ.” ຂໍ້ສະຫລຸບຂອງເດວິດເປັນແນວໃດ? ລາວເວົ້າວ່າ: “ການທີ່ມີຄົນອື່ນຮູ້ບັນຫາຂອງຂ້ອຍແລະຊ່ວຍຂ້ອຍຖືວ່າເປັນປະໂຫຍດຢ່າງຍິ່ງ.”c
ການມີເພດສຳພັນແບບຫຼິ້ນໆບໍ່ແມ່ນເລື່ອງທີ່ຫຼິ້ນໆ. ຂໍໃຫ້ພິຈາລະນາເຖິງເຫດຜົນ.
[ຂໍ້ຄວາມໄຂເງື່ອນ]
a ຢ່າຫຼົງເລື່ອງການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງກັບການເກີດຄວາມຮູ້ສຶກທາງເພດແບບບໍ່ໄດ້ຕັ້ງໃຈ. ຕົວຢ່າງເຊັ່ນ ຊາຍໜຸ່ມອາດຕື່ນຂຶ້ນມາພ້ອມກັບມີຄວາມຮູ້ສຶກທາງເພດຫຼືມີນ້ຳອະສຸຈິຫຼັ່ງອອກມາໃນຕອນກາງຄືນ. ຄ້າຍໆກັນ ຍິງສາວບາງຄົນເກີດຄວາມຮູ້ສຶກທາງເພດໂດຍບໍ່ໄດ້ຕັ້ງໃຈ ໂດຍສະເພາະກ່ອນຫຼືພາຍຫຼັງການເປັນປະຈຳເດືອນ. ກົງກັນຂ້າມ ການສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງກ່ຽວຂ້ອງກັບການກະຕຸ້ນຕົວເອງໂດຍຈົງໃຈໃຫ້ເກີດຄວາມຮູ້ສຶກທາງເພດ ເຊິ່ງໝາຍເຖິງການກະຕຸ້ນຕົນເອງ.
b ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງບົດທີ 33 ຂອງເຫຼັ້ມທີ 2.
c ສຳລັບຂໍ້ມູນເພີ່ມເຕີມຂໍໃຫ້ເບິ່ງໃນໜ້າ 239-241 ຂອງເຫຼັ້ມທີ 2
ຂໍ້ພະຄຳພີຫຼັກ
“ຈົ່ງປົບໜີຈາກຄວາມຄຶດຢາກໄດ້ແຫ່ງຄົນໜຸ່ມ ແລະຈົ່ງຕິດຕາມຄວາມຊອບທຳກໍດີ ຄວາມເຊື່ອກໍດີ ຄວາມຮັກກໍດີ ຄວາມສຸກສຳລານດ້ວຍກັນກັບຄົນທັງປວງທີ່ອ້ອນວອນພະອົງເຈົ້າດ້ວຍໃຈບໍລິສຸດກໍດີ.”—2 ຕີໂມເຕ 2:22.
ຄຳແນະນຳ
ໃຫ້ອະທິດຖານກ່ອນທີ່ແຮງກະຕຸ້ນຈະຮຸນແຮງຂຶ້ນ. ຂໍກັບພະເຢໂຫວາພະເຈົ້າໃຫ້ເຈົ້າມີ “ກຳລັງທີ່ຫຼາຍກວ່າປົກກະຕິ” ເພື່ອຮັບມືກັບການລໍ້ໃຈ.—2 ໂກລິນໂທ 4:7, ລ.ມ.
ເຈົ້າຮູ້ບໍ . . .?
ຜູ້ໃດກໍຕາມທີ່ອ່ອນແອອາດຍອມແພ້ໃຫ້ກັບແຮງກະຕຸ້ນທາງເພດຂອງຕົນເອງ. ແຕ່ຜູ້ທີ່ເຂັ້ມແຂງຈະສະແດງການຄວບຄຸມຕົນເອງແມ່ນແຕ່ເມື່ອຢູ່ຕາມລຳພັງ.
ແຜນພາກປະຕິບັດ!
ຂ້ອຍສາມາດຮັກສາແນວຄິດຈິດໃຈໃຫ້ສະອາດ ຖ້າຂ້ອຍ ․․․․․
ແທນທີ່ຈະຍອມແພ້ຕໍ່ກັບຄວາມປາຖະໜາ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເປັນຫຍັງຈຶ່ງເປັນເລື່ອງສຳຄັນທີ່ຈະຈື່ໄວ້ວ່າພະເຢໂຫວາ “ພ້ອມຈະຍົກຜິດ”?—ຄຳເພງ 86:5.
• ເນື່ອງຈາກພະເຈົ້າທີ່ເປັນຜູ້ສ້າງໃຫ້ມີຄວາມປາຖະໜາທາງເພດ ຍັງເວົ້າວ່າເຈົ້າຄວນປູກຝັງການຄວບຄຸມຕົວເອງ ພະອົງຕ້ອງມີຄວາມໝັ້ນໃຈອັນໃດໃນຕົວເຈົ້າ?
[ຈຸດເດັ່ນໜ້າ 182]
“ນັບຕັ້ງແຕ່ເອົາຊະນະບັນຫາໄດ້ ຂ້ອຍມີສະຕິຮູ້ສຶກຜິດຊອບທີ່ດີຕໍ່ໜ້າພະເຢໂຫວາ ແລະນັ້ນເປັນສິ່ງທີ່ຂ້ອຍຈະບໍ່ຍອມແລກປ່ຽນກັບສິ່ງໃດເລີຍ!”—ນາງ ເຊຣາ
[ຮູບພາບໜ້າ 180]
ຖ້າລົ້ມໃນຂະນະທີ່ກຳລັງແລ່ນບໍ່ຈຳເປັນຕ້ອງໄປເລີ່ມຕົ້ນໃໝ່ ການຫວນກັບຄືນໄປສະໜອງຄວາມຕ້ອງການທາງເພດດ້ວຍຕົວເອງກໍບໍ່ໄດ້ຍົກເລີກຄວາມກ້າວໜ້າທີ່ເຈົ້າໄດ້ເຮັດໄປແລ້ວ
-
-
ຈະວ່າແນວໃດກັບການມີເພດສຳພັນແບບຫຼິ້ນໆ?ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
-
-
ບົດທີ 26
ຈະວ່າແນວໃດກັບການມີເພດສຳພັນແບບຫຼິ້ນໆ?
“ເດັກໄວຮຸ່ນໄປນອນກັບໝູ່ພຽງແຕ່ຢາກຮູ້ວ່າເຂົາເຈົ້າຈະໄປນຳກັນໄດ້ຫຼາຍສ່ຳໃດແລະເຂົາເຈົ້າຈະມີເພດສຳພັນໄດ້ກັບຈັກຄົນ.”—ນາງ ເພັນນີ.
“ພວກເດັກຜູ້ຊາຍເວົ້າເຖິງການມີເພດສຳພັນອອກມາຢ່າງຈະແຈ້ງ. ເຂົາເຈົ້າອວດວ່າຕົນມີແຟນຢູ່ແລ້ວ ແລະຍັງໄດ້ນອນກັບຜູ້ຍິງອີກຫຼາຍຄົນ.”—ທ້າວ ເອັດເວີດ.
ໃນທຸກມື້ນີ້ໜຸ່ມສາວຫຼາຍຄົນໂອ້ອວດກ່ຽວກັບການມີເພດສຳພັນແບບຫຼິ້ນໆໂດຍບໍ່ມີຄວາມຜູກພັນຮັກໄຄ່ຫຼືຂໍ້ຜູກມັດໃດໆ. ໜຸ່ມສາວບາງຄົນແມ່ນແຕ່ມີຄົນທີ່ຮູ້ຈັກຄຸ້ນເຄີຍກັນດີເຊິ່ງສາມາດມີເພດສຳພັນນຳໄດ້ ໂດຍບໍ່ມີຄວາມ “ຜູກພັນ” ທາງອາລົມ.
ຢ່າປະຫຼາດໃຈຖ້າເຈົ້າຮູ້ສຶກວ່າຖືກລໍ້ໃຈດ້ວຍຄວາມຄິດເຊັ່ນນັ້ນ! (ເຢເຣມີ 17:9) ເອັດເວີດທີ່ກ່າວເຖິງກ່ອນໜ້ານີ້ເວົ້າວ່າ: “ຍິງສາວຫຼາຍຄົນສະເໜີຕົວທີ່ຈະມີເພດສຳພັນກັບຂ້ອຍ ແລະການຕ້ານທານເປັນການຕໍ່ສູ້ທີ່ຍາກທີ່ສຸດໃນຖານະທີ່ຂ້ອຍເປັນຄລິດສະຕຽນ. ມັນຍາກທີ່ຈະບອກວ່າ ບໍ່!” ເຈົ້າຄວນຄຳນຶງເຖິງຫຼັກການອັນໃດໃນພະຄຳພີຖ້າມີຄົນຊວນເຈົ້າໃຫ້ມີເພດສຳພັນແບບຫຼິ້ນໆ?
ຈົ່ງຮູ້ວ່າເປັນຫຍັງການມີເພດສຳພັນແບບຫຼິ້ນໆຖືວ່າຜິດ
ການຜິດປະເວນີເປັນບາບຮ້າຍແຮງ ຄົນທີ່ປະພຶດແບບນັ້ນ “ຈະບໍ່ຮັບແຜ່ນດິນຂອງພະເຈົ້າເປັນມູນ.” (1 ໂກລິນໂທ 6:9, 10) ນັ້ນເປັນຈິງບໍ່ວ່າສອງຄົນຈະ “ມັກຮັກກັນ” ຫຼືພຽງແຕ່ມີເພດສຳພັນແບບຫຼິ້ນໆ. ເພື່ອທີ່ຈະຕ້ານທານການລໍ້ໃຈໃນທັງສອງກໍລະນີ ເຈົ້າຕ້ອງມີທັດສະນະຕໍ່ກັບການຜິດປະເວນີຄືກັບທີ່ພະເຢໂຫວາມີ.
“ຂ້ອຍເຊື່ອໝັ້ນແທ້ໆວ່າແນວທາງຂອງພະເຢໂຫວາເປັນແນວທາງທີ່ດີທີ່ສຸດໃນການດຳເນີນຊີວິດ.”—ນາງ ຄາເຣນ ຈາກປະເທດການາດາ.
“ຂໍໃຫ້ຈື່ໄວ້ວ່າເຈົ້າຄືລູກຊາຍຫຼືລູກສາວຂອງຜູ້ໃດຜູ້ໜຶ່ງ ເປັນໝູ່ຂອງຫຼາຍຄົນ ແລະເປັນສ່ວນຂອງປະຊາຄົມ. ເຈົ້າຄົງເຮັດໃຫ້ຄົນເຫຼົ່ານີ້ຜິດຫວັງແທ້ໆຖ້າເຈົ້າຍອມແພ້ຕໍ່ການລໍ້ໃຈ!”—ທ້າວ ປີເຕີ ຈາກປະເທດອັງກິດ.
ໂດຍມີທັດສະນະແບບພະເຢໂຫວາໃນເລື່ອງການຜິດປະເວນີ ເຈົ້າຈະສາມາດ “ກຽດຊັງການຊົ່ວຮ້າຍ” ແມ່ນວ່າສິ່ງນັ້ນອາດຍົວະເຍົ້າໃຈກໍຕາມ.—ຄຳເພງ 97:10.
ຂໍແນະນຳໃຫ້ອ່ານ ຕົ້ນເດີມ 39:7-9. ຂໍໃຫ້ສັງເກດຄວາມກ້າຫານຂອງໂຢເຊບທີ່ຢືນຢັດຕ້ານທານການລໍ້ໃຈໃຫ້ເຮັດຜິດທາງເພດ ແລະສິ່ງທີ່ຊ່ວຍລາວໃຫ້ສາມາດຕ້ານທານໄດ້.
ຈົ່ງພູມໃຈໃນຫຼັກການທີ່ເຈົ້າເຊື່ອ
ບໍ່ແມ່ນເລື່ອງແປກເລຍທີ່ໜຸ່ມສາວຈະຢືນຢັດຢ່າງພູມໃຈແລະປົກປ້ອງຫຼັກການທີ່ເຂົາເຈົ້າເຊື່ອ. ເຈົ້າມີສິດທິພິເສດທີ່ຈະສົ່ງເສີມມາດຕະຖານຂອງພະເຈົ້າດ້ວຍຄວາມປະພຶດຂອງເຈົ້າ. ຢ່າຮູ້ສຶກອາຍກ່ຽວກັບທັດສະນະຂອງເຈົ້າໃນເລື່ອງເພດສຳພັນກ່ອນແຕ່ງດອງ.
“ຈົ່ງເຮັດໃຫ້ເຫັນຢ່າງຊັດເຈນຕັ້ງແຕ່ທຳອິດວ່າເຈົ້າມີຫຼັກການດ້ານສິລະທຳ.”—ທ້າວ ແອເລນ ຈາກປະເທດເຢຍລະມັນ.
“ພວກຜູ້ຊາຍທີ່ຮຽນຊັ້ນມໍປາຍນຳກັນຮູ້ວ່າຂ້ອຍເປັນໃຜ ແລະເຂົາເຈົ້າທັງຮູ້ວ່າເຖິງແມ່ນຈະພະຍາຍາມແນວໃດກໍຈະບໍ່ມີວັນສຳເລັດ.”—ນາງ ວິກກີ ຈາກສະຫະລັດອາເມລິກາ.
ການຮັກສາຈຸດຢືນເພື່ອຄວາມເຊື່ອຂອງເຈົ້າເປັນສິ່ງຊີ້ບອກວ່າເຈົ້າກຳລັງເຕີບໂຕເປັນຄລິດສະຕຽນທີ່ອາວຸໂສ.—1 ໂກລິນໂທ 14:20.
ຂໍແນະນຳໃຫ້ອ່ານ ສຸພາສິດ 27:11. ໃຫ້ເບິ່ງວ່າການເຮັດໃນສິ່ງທີ່ຖືກຕ້ອງສາມາດກະທົບໃສ່ໃຈຂອງພະເຢໂຫວາ!
ຈົ່ງໜັກແໜ້ນ!
ການບອກວ່າບໍ່ ເປັນສິ່ງສຳຄັນ. ແຕ່ບາງຄົນອາດເຂົ້າໃຈວ່າການປະຕິເສດຂອງເຈົ້າເປັນ “ການທຳທ່າເຮັດບໍ່ສົນໃຈ.”
“ທຸກຢ່າງກ່ຽວກັບຕົວເຈົ້າ ນັ້ນລວມເຖິງວິທີທີ່ເຈົ້າແຕ່ງຕົວ ວິທີທີ່ເຈົ້າເວົ້າ ຄົນທີ່ເຈົ້າເວົ້າເຖິງ ແລະວິທີທີ່ເຈົ້າປະຕິບັດກັບຜູ້ຄົນ ທັງໝົດນີ້ຄວນສະແດງໃຫ້ເຫັນວ່າເຈົ້າປະຕິເສດການຮຸກເຮົ້າທາງເພດ.”—ນາງ ຈອຍ ຈາກປະເທດນີເຊເຣຍ.
“ເຈົ້າຕ້ອງເຮັດໃຫ້ເຫັນຊັດເຈນວ່າບໍ່ມີທາງທີ່ຈະຍອມໃຫ້ເລື່ອງນັ້ນເກີດຂຶ້ນ. ຢ່າຮັບເອົາຂອງຂວັນຈາກຜູ້ຊາຍທີ່ພະຍາຍາມຢາກໃຫ້ເຈົ້າຕົກເປັນຂອງເຂົາເຈົ້າ. ເຂົາເຈົ້າອາດໃຊ້ຂອງຂວັນລໍ້ເຈົ້າ ເຊິ່ງເປັນຄືກັບວ່າເຈົ້າຕິດໜີ້ແລ້ວກໍຕ້ອງໄຊ້ຄືນໃຫ້ເຂົາເຈົ້າ.”—ນາງ ລາຣາ ຈາກປະເທດອັງກິດ.
ພະເຢໂຫວາຈະຊ່ວຍເຈົ້າ ຖ້າເຈົ້າສະແດງໃຫ້ເຫັນວ່າເປັນຄົນໜັກແໜ້ນໝັ້ນຄົງ. ຈາກປະສົບການສ່ວນຕົວ ດາວິດຜູ້ປະພັນຄຳເພງສາມາດກ່າວເຖິງພະເຢໂຫວາໄດ້ວ່າ: “ພະອົງສຳແດງຕົວສັດຊື່ແກ່ຄົນສັດຊື່.”—ຄຳເພງ 18:25.
ຂໍແນະນຳໃຫ້ອ່ານ 2 ຂ່າວຄາວ 16:9. ຂໍໃຫ້ສັງເກດວ່າພະເຢໂຫວາກະຕືລືລົ້ນສ່ຳໃດທີ່ຈະຊ່ວຍຄົນທີ່ຕ້ອງການເຮັດໃນສິ່ງທີ່ຖືກຕ້ອງ.
ການເບິ່ງການໄກ
ຄຳພີໄບເບິນກ່າວວ່າ: “ຄົນຮູ້ກໍເຫັນການຮ້າຍແລະໄປລີ້ຕົວ.” (ສຸພາສິດ 22:3) ເຈົ້າຈະທຳຕາມຄຳແນະນຳນີ້ໄດ້ແນວໃດ? ໂດຍການເປັນຄົນສຸຂຸມເບິ່ງການໄກ!
“ຈົ່ງແຍກຕົວຢູ່ຕ່າງຫາກໃຫ້ຫຼາຍເທົ່າທີ່ເປັນໄປໄດ້ຈາກຄົນທີ່ມັກເວົ້າລົມໃນເລື່ອງທຳນອງນີ້.”—ນາງ ນາໂອມິ ຈາກປະເທດຍີ່ປຸ່ນ.
“ຢ່າໃຫ້ຂໍ້ມູນສ່ວນຕົວເຊັ່ນ ທີ່ຢູ່ຫຼືເບີໂທລະສັບຂອງເຈົ້າ.”—ນາງ ໄດອານາ ຈາກປະເທດອັງກິດ.
ວິເຄາະຄຳເວົ້າ ຄວາມປະພຶດ ແລະການຄົບຫາສະມາຄົມຂອງເຈົ້າ ອີກທັງສະຖານທີ່ຕ່າງໆທີ່ເຈົ້າມັກໄປ. ຈາກນັ້ນ ໃຫ້ຖາມຕົວເອງວ່າ: ‘ຂ້ອຍກຳລັງສົ່ງສັນຍານເຊີນຊວນຄົນອື່ນໃຫ້ມີເພດສຳພັນໂດຍບໍ່ຕັ້ງໃຈບໍ?’
ຂໍແນະນຳໃຫ້ອ່ານ ຕົ້ນເດີມ 34:1, 2. ໃຫ້ສັງເກດເບິ່ງວ່າການຢູ່ໃນບ່ອນທີ່ບໍ່ເໝາະບໍ່ຄວນສົ່ງຜົນກະທົບອັນໜ້າເສົ້າຕໍ່ຍິງສາວຊື່ດີນາ.
ຂໍໃຫ້ຈື່ໄວ້ວ່າເພດສຳພັນແບບ “ຫຼິ້ນໆ” ໃນທັດສະນະຂອງພະເຢໂຫວາພະເຈົ້າບໍ່ແມ່ນເລື່ອງຫຼິ້ນໆ ແລະເຈົ້າກໍບໍ່ຄວນຄິດວ່າເປັນເລື່ອງຫຼິ້ນໆເຊັ່ນກັນ. ໂດຍການຢືນຢັດເພື່ອເຮັດສິ່ງທີ່ຖືກຕ້ອງ ເຈົ້າຈະສາມາດຮັກສາສະຕິຮູ້ສຶກຜິດຊອບທີ່ສະອາດຕໍ່ໜ້າພະເຢໂຫວາແລະຮັກສາຄວາມນັບຖືຕົວເອງເອົາໄວ້ໄດ້. ຍິງສາວຊື່ຄາລີບອກວ່າ: “ເປັນຫຍັງຈະຍອມໃຫ້ຕົວເອງ ‘ຖືກໃຊ້’ ເພື່ອສະໜອງຕັນຫາຂອງຄົນອື່ນ? ຈົ່ງໃສ່ໃຈປົກປ້ອງຖານະທີ່ສະອາດຕໍ່ໜ້າພະເຢໂຫວາເຊິ່ງເຈົ້າພຽນຮັກສາມາໂດຍຕະຫຼອດ!”
ຜູ້ຍິງແບບໃດທີ່ພວກຊາຍໜຸ່ມບອກວ່າເຂົາເຈົ້າສົນໃຈແທ້ໆ? ເຈົ້າອາດປະຫຼາດໃຈ!
ຂໍ້ພະຄຳພີຫຼັກ
“ຈົ່ງເອົາໃຈໃສ່ໃຫ້ເປັນທີ່ພົບຢູ່ໃນຄວາມສຸກສຳລານປາສະຈາກຜິດແລະປາສະຈາກຕິຕຽນໄດ້ຕໍ່ໜ້າ [ພະເຈົ້າ].”—2 ເປໂຕ 3:14.
ຄຳແນະນຳ
ພະຍາຍາມປັບປຸງແກ້ໄຂຄຸນລັກສະນະທາງໃນຂອງເຈົ້າ. (1 ເປໂຕ 3:3, 4) ແຮ່ງເຈົ້າດີງາມຫຼາຍສ່ຳໃດ ແຮ່ງຈະດຶງດູດໃຈຄົນທີ່ດີງາມຫຼາຍສ່ຳນັ້ນ.
ເຈົ້າຮູ້ບໍ . . .?
ພະເຢໂຫວາຕ້ອງການໃຫ້ເຈົ້າເພີດເພີນກັບການມີເພດສຳພັນ ເນື່ອງຈາກພະອົງສ້າງເພດສຳພັນໃຫ້ເປັນແຫຼ່ງທີ່ໃຫ້ຄວາມຍິນດີໃນຊີວິດແຕ່ງດອງ ນັ້ນຄືໂດຍບໍ່ຕ້ອງຮູ້ສຶກກັງວົນ ບໍ່ໝັ້ນຄົງ ແລະບໍ່ເສຍໃຈ ເຊິ່ງຫຼາຍຄັ້ງເປັນຜົນເກີດຈາກການຜິດປະເວນີ.
ແຜນພາກປະຕິບັດ!
ຂ້ອຍສາມາດຮຽນແບບຄວາມເດັດດ່ຽວຂອງໂຢເຊບເພື່ອທີ່ຈະຮັກສາຄວາມສະອາດທາງດ້ານສິລະທຳ ຖ້າຂ້ອຍ ․․․․․
ຂ້ອຍຈະຫຼີກລ່ຽງຄວາມຜິດພາດແບບທີ່ນາງດີນາເຮັດ ຖ້າຂ້ອຍ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ເຖິງແມ່ນວ່າການໄດ້ເສຍກັນກ່ອນອາດເປັນສິ່ງທີ່ໜ້າດຶງດູດໃຈສຳລັບຄົນທີ່ບໍ່ສົມບູນແບບ ແຕ່ເປັນຫຍັງຈຶ່ງຖືວ່າຜິດ?
• ເຈົ້າຈະເຮັດແນວໃດຖ້າມີຄົນຊວນໃຫ້ມີເພດສຳພັນນຳ?
[ຈຸດເດັ່ນໜ້າ 185]
“ຈົ່ງເຂັ້ມແຂງ! ເມື່ອໜຸ່ມຄົນໜຶ່ງພະຍາຍາມຍົວະເຍົ້າໃຫ້ຂ້ອຍໄປນອນກັບລາວ ຂ້ອຍບອກວ່າ: ‘ເອົາມືອອກຈາກບ່າຂ້ອຍດຽວນີ້!’ ແລ້ວຂ້ອຍກໍຍ່າງໜີດ້ວຍທ່າທາງເດັດດ່ຽວ.”—ນາງ ເອແລນ
[ຮູບພາບໜ້າ 187]
ຖ້າເຈົ້າມີເພດສຳພັນແບບຫຼິ້ນໆ ເຈົ້າເຮັດໃຫ້ຄ່າຂອງຕົວເອງຕົກຕ່ຳ
-