ເພງທີ 32
ຂໍໃຫ້ຢູ່ຝ່າຍພະເຢໂຫວາ
1. ແຕ່ກ່ອນເຮົາເຄີຍເກີດສັບສົນໂສກເສົ້າໃຈ
ເພາະຄຳສອນບໍ່ຈິງຂອງສາສະໜາປອມ
ແຕ່ເຮົາມີສຸກຂຶ້ນໃນໃຈເມື່ອໄດ້ຍິນ
ເລື່ອງການປົກຄອງຂອງພະເຈົ້າ
(ທ່ອນຊ້ຳ)
ຈົ່ງຢູ່ຝ່າຍເຢໂຫວາ ໃຫ້ພະອົງສຸກໃຈ
ເດີນຕາມແສງພະອົງໄປ ຈະບໍ່ຖິ້ມພວກເຮົາ
ເຮົາປະກາດເລື່ອງເສລີ ບອກຂ່າວດີໃຫ້ຮູ້
ການປົກຄອງຂອງເຍຊູ ນຳຄວາມສຸກເຂົ້າມາ
2. ພວກເຮົາຢູ່ຝ່າຍພະເຢໂຫວາພະເຈົ້າ
ປະກາດຂ່າວເລື່ອງການປົກຄອງຂອງພະອົງ
ນີ້ເປັນເວລາທີ່ຕ້ອງໄດ້ຕັດສິນໃຈ
ຕ້ອງຢູ່ຝ່າຍພະເຈົ້າຂອງເຮົາ
(ທ່ອນຊ້ຳ)
ຈົ່ງຢູ່ຝ່າຍເຢໂຫວາ ໃຫ້ພະອົງສຸກໃຈ
ເດີນຕາມແສງພະອົງໄປ ຈະບໍ່ຖິ້ມພວກເຮົາ
ເຮົາປະກາດເລື່ອງເສລີ ບອກຂ່າວດີໃຫ້ຮູ້
ການປົກຄອງຂອງເຍຊູ ນຳຄວາມສຸກເຂົ້າມາ
3. ເຮົາບໍ່ຕ້ອງຢ້ານສິ່ງທີ່ພວກມານຈະທຳ
ເຮົາໝັ້ນໃຈການຊ່ວຍເຫຼືອຈາກເຢໂຫວາ
ເຖິງພວກມັນມີຫຼາຍກວ່າພວກເຮົາກໍຕາມ
ພະເຈົ້າເປັນທີ່ເພິ່ງຂອງເຮົາ
(ທ່ອນຊ້ຳ)
ຈົ່ງຢູ່ຝ່າຍເຢໂຫວາ ໃຫ້ພະອົງສຸກໃຈ
ເດີນຕາມແສງພະອົງໄປ ຈະບໍ່ຖິ້ມພວກເຮົາ
ເຮົາປະກາດເລື່ອງເສລີ ບອກຂ່າວດີໃຫ້ຮູ້
ການປົກຄອງຂອງເຍຊູ ນຳຄວາມສຸກເຂົ້າມາ
(ເບິ່ງຕື່ມ ເພງ. 94:14; ສຸພາ. 3:5, 6; ເຫບ. 13:5)