ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ກຸມພາ ໜ້າ 30
  • ເຈົ້າ​ຮູ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຮູ້​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ເລື່ອງທີ່ຄ້າຍກັນ
  • ການ​ກຽມ​ຕົວ​ສຳລັບ​ຊີວິດ​ສົມລົດ​ທີ່​ປະສົບ​ຜົນ​ສຳເລັດ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ກຸມພາ ໜ້າ 30
ຜູ້​ຊາຍ​ຄົນ​ອິດສະຣາເອນ​ເອົາ​ງົວ​ໃຫ້​ພໍ່​ເຖົ້າ​ເປັນ​ຄ່າ​ສິນສອດ.

ສິນສອດ​ຫຼື​ຄ່າດອງ​ອາດ​ຈະ​ໃຫ້​ເປັນ​ສັດ​ກໍ​ໄດ້

ເຈົ້າ​ຮູ້​ບໍ?

ເປັນ​ຫຍັງ​ຄົນ​ອິດສະຣາເອນ​ບູຮານ​ຈຶ່ງ​ຈ່າຍ​ຄ່າ​ສິນສອດ​ຫຼື​ຄ່າດອງ?

ໃນ​ສະໄໝ​ທີ່​ຂຽນ​ຄຳ​ພີ​ໄບເບິນ ສິນສອດ​ເປັນ​ສິ່ງ​ທີ່​ຕ້ອງ​ຈ່າຍ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ສາວ. ສິນສອດ​ອາດ​ຈະ​ລວມ​ເຖິງ​ເງິນ​ຕາ ສັດ ຫຼື​ສິ່ງ​ອື່ນໆ​ທີ່​ມີ​ຄ່າ. ບາງເທື່ອ​ອາດ​ຈະ​ຈ່າຍ​ສິນສອດ​ເປັນ​ແຮງ​ງານ​ກໍ​ໄດ້ ເຊັ່ນ ກໍລະນີ​ຂອງ​ຢາໂຄບ. ລາວ​ຕ້ອງ​ເຮັດ​ວຽກ​ໃຫ້​ພໍ່​ຂອງ​ຣາເຊັນ 7 ປີ​ເພື່ອ​ຈະ​ໄດ້​ແຕ່ງ​ດອງ​ກັບ​ຣາເຊັນ. (ຕົ້ນ. 29:17, 18, 20) ແລ້ວ​ຈຸດ​ປະສົງ​ຂອງ​ການ​ຈ່າຍ​ຄ່າ​ສິນສອດ​ແມ່ນ​ຫຍັງ​ແທ້ໆ?

ແຄຣໍເມເຢີ​ຜູ້​ຊ່ຽວຊານ​ດ້ານ​ຄຳ​ພີ​ໄບເບິນ​ບອກ​ວ່າ: “ສິນສອດ​ອາດ​ເປັນ​ສິ່ງ​ທົດ​ແທນ​ແຮງ​ງານ​ທີ່​ຕ້ອງ​ຈ່າຍ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ສາວ ເພາະ​ແຮງ​ງານ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ສຳລັບ​ຄອບຄົວ​ທີ່​ເຮັດ​ໄຮ່​ເຮັດ​ນາ.” ແລະ​ສິນສອດ​ອາດ​ຍັງ​ຈະ​ເຮັດ​ໃຫ້​ສອງ​ຄອບຄົວ​ໃກ້​ຊິດ​ກັນ​ຫຼາຍ​ຂຶ້ນ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ກັນ​ເມື່ອ​ຄອບຄົວ​ໃດ​ຄອບຄົວ​ໜຶ່ງ​ລຳບາກ. ນອກ​ຈາກ​ນັ້ນ ສິນສອດ​ຍັງ​ເປັນ​ຫຼັກ​ຖານ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ຜູ້ຍິງ​ຄົນ​ນີ້​ໝັ້ນ​ໝາຍ​ແລ້ວ​ແລະ​ພ້ອມ​ທີ່​ຈະ​ອອກ​ຈາກ​ການ​ດູ​ແລ​ຂອງ​ພໍ່ ແລ້ວ​ໄປ​ຢູ່​ພາຍ​ໃຕ້​ການ​ດູ​ແລ​ຂອງ​ຜົວ.

ການ​ຈ່າຍ​ສິນສອດ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຜູ້ຍິງ​ເປັນ​ວັດຖຸ​ສິ່ງ​ຂອງ​ທີ່​ສາມາດ​ຊື້​ຂາຍ​ໄດ້. ປຶ້ມ​ຊີວິດ​ແລະ​ສະຖາບັນ​ຕ່າງໆ​ຂອງ​ອິດສະຣາເອນ​ບູຮານ (Ancient Israel—Its Life and Institutions) ບອກ​ວ່າ: “ການ​ຈ່າຍ​ສິນສອດ​ໃຫ້​ຄອບຄົວ​ຂອງ​ເຈົ້າ​ສາວ​ບໍ່​ວ່າ​ຈະ​ເປັນ​ເງິນ​ຫຼື​ວັດຖຸ​ສິ່ງ​ຂອງ​ອື່ນໆ​ທີ່​ມີ​ຄ່າ ອາດ​ເບິ່ງ​ຄື​ວ່າ​ການ​ແຕ່ງ​ດອງ​ຂອງ​ຊາວ​ອິດສະຣາເອນ​ເປັນ​ການ​ຊື້​ຂາຍ​ຜູ້ຍິງ ແຕ່​ຄວາມ​ຈິງ​ແລ້ວ​ບໍ່​ໄດ້​ເປັນ​ແບບ​ນັ້ນ. ເພາະ​ການ​ຈ່າຍ​ຄ່າ​ສິນສອດ​ເປັນ​ການ​ຈ່າຍ​ຄ່າ​ຊົດເຊີຍ​ໃຫ້​ຄອບຄົວ​ຂອງ​ຜູ້ຍິງ ບໍ່​ແມ່ນ​ການ​ຊື້​ຜູ້ຍິງ.”

ໃນ​ທຸກ​ມື້​ນີ້​ບາງ​ປະເທດ​ຍັງ​ເຮັດ​ຕາມ​ທຳນຽມ​ເລື່ອງ​ການ​ຈ່າຍ​ຄ່າດອງ​ຫຼື​ສິນສອດ​ຢູ່. ເມື່ອ​ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ເອີ້ນ​ເອົາ​ຄ່າດອງ​ຫຼື​ສິນສອດ ເຂົາເຈົ້າ​ຕ້ອງ​ເຮັດ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ “ເປັນ​ຄົນ​ມີ​ເຫດຜົນ” ໂດຍ​ບໍ່​ເອີ້ນ​ເອົາ​ຄ່າດອງ​ຫຼາຍ​ເກີນ​ໄປ. (ຟລປ. 4:5; 1 ກຣ. 10:32, 33) ເມື່ອ​ເຂົາເຈົ້າ​ເຮັດ​ແບບ​ນີ້ ກໍ​ສະແດງ​ໃຫ້​ເຫັນ​ວ່າ ເຂົາເຈົ້າ​ບໍ່​ໄດ້​ເປັນ​ຄົນ “ເຫັນ​ແກ່​ເງິນ” ຫຼື​ເປັນ​ຄົນ​ໂລບ. (2 ຕມ. 3:2) ນອກ​ຈາກ​ນັ້ນ ການ​ທີ່​ພໍ່​ແມ່​ຄລິດສະຕຽນ​ບໍ່​ໄດ້​ເອີ້ນ​ເອົາ​ຄ່າດອງ​ຫຼາຍ​ເກີນ​ໄປ​ຍັງ​ຈະ​ເຮັດ​ໃຫ້​ຝ່າຍ​ຊາຍ​ບໍ່​ຕ້ອງ​ເລື່ອນ​ການ​ແຕ່ງ​ດອງ​ອອກ​ໄປ​ຍ້ອນ​ວ່າ​ເງິນ​ຄ່າດອງ​ບໍ່​ພໍ. ຫຼື​ຝ່າຍ​ຊາຍ​ບໍ່​ຈຳເປັນ​ຕ້ອງ​ຢຸດ​ວຽກ​ໄພໂອເນຍ​ເພາະ​ຕ້ອງ​ເຮັດ​ວຽກ​ອາຊີບ​ຫຼາຍ​ຂຶ້ນ​ເພື່ອ​ຫາ​ເງິນ​ມາ​ຈ່າຍ​ຄ່າດອງ.

ໃນ​ບາງ​ປະເທດ ມີ​ກົດໝາຍ​ກຳນົດ​ວ່າ​ຕ້ອງ​ຈ່າຍ​ສິນສອດ​ຫຼື​ຄ່າດອງ. ໃນ​ກໍລະນີ​ນີ້ ພໍ່​ແມ່​ທີ່​ເປັນ​ຄລິດສະຕຽນ​ກໍ​ຕ້ອງ​ໄດ້​ເຮັດ​ຕາມ​ກົດໝາຍ​ນັ້ນ. ຍ້ອນ​ຫຍັງ? ຍ້ອນ​ຄຳ​ພີ​ໄບເບິນ​ບອກ​ໃຫ້​ຄລິດສະຕຽນ “ເຊື່ອ​ຟັງ​ຄົນ​ທີ່​ມີ​ອຳ​ນາດ​ປົກຄອງ” ແລະ​ເຊື່ອ​ຟັງ​ກົດໝາຍ​ຕ່າງໆ​ທີ່​ບໍ່​ໄດ້​ຂັດ​ກັບ​ຫຼັກ​ການ​ຂອງ​ພະເຈົ້າ.—ຣມ. 13:1; ກຈກ. 5:29

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌