ເພງທີ 119
ພວກເຮົາຕ້ອງມີຄວາມເຊື່ອ
1. ແຕ່ກ່ອນພະເຈົ້າເຄີຍບອກກັບມະນຸດເຮົາ
ທາງຜູ້ພະຍາກອນຂອງພະອົງ
ຕອນນີ້ພະອົງບອກໃຫ້ທຸກຄົນກັບໃຈ
ໂດຍທາງລູກຊາຍຂອງພະອົງ
(ທ່ອນຊ້ຳ)
ເຮົາມີຄວາມເຊື່ອທີ່ເຂັ້ມແຂງບໍ?
ເຮົາຕ້ອງສ້າງຄວາມເຊື່ອເພື່ອຈະລອດ
ເຮົາສະແດງຄວາມເຊື່ອແລ້ວແມ່ນບໍ?
ຄວາມເຊື່ອເທົ່ານັ້ນຈະໃຫ້ຊີວິດນິລັນ
2. ເຕັມໃຈຈະເຊື່ອຟັງຄຳສັ່ງເຍຊູຄລິດ
ປະກາດການປົກຄອງຂອງພະເຈົ້າ
ກ້າຫານບອກຂ່າວສານພະເຈົ້າເລື່ອງຄວາມຫວັງ
ສັນຍາພະອົງບໍ່ປິດບັງ
(ທ່ອນຊ້ຳ)
ເຮົາມີຄວາມເຊື່ອທີ່ເຂັ້ມແຂງບໍ?
ເຮົາຕ້ອງສ້າງຄວາມເຊື່ອເພື່ອຈະລອດ
ເຮົາສະແດງຄວາມເຊື່ອແລ້ວແມ່ນບໍ?
ຄວາມເຊື່ອເທົ່ານັ້ນຈະໃຫ້ຊີວິດນິລັນ
3. ຄວາມເຊື່ອເຮົາເປັນດັ່ງສະໝໍທີ່ໝັ້ນຄົງ
ເຮົາບໍ່ຢ້ານແລະຖອຍຫຼັງກັບໄປ
ວາງໃຈເຢໂຫວາຈະຊ່ວຍເຮົາອົດທົນ
ເຮົາຮູ້ຄວາມລອດມາໃກ້ແລ້ວ
(ທ່ອນຊ້ຳ)
ເຮົາມີຄວາມເຊື່ອທີ່ເຂັ້ມແຂງບໍ?
ເຮົາຕ້ອງສ້າງຄວາມເຊື່ອເພື່ອຈະລອດ
ເຮົາສະແດງຄວາມເຊື່ອແລ້ວແມ່ນບໍ?
ຄວາມເຊື່ອເທົ່ານັ້ນຈະໃຫ້ຊີວິດນິລັນ
(ເບິ່ງຕື່ມ ໂລມ 10:10; ເອເຟ. 3:12; ເຫບ. 11:6; 1 ໂຢ. 5:4)