ອຸກໃຈ
ເຈົ້າຮູ້ສຶກອຸກໃຈຍ້ອນບັນຫາຕ່າງໆເຊັ່ນ ຄວາມທຸກຍາກ ຄວາມອຶດຢາກ ຫຼືບໍ່ມີບ່ອນຢູ່ອາໄສບໍ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
ສສ 3:19—ຜູ້ພະຍາກອນເຢເຣມີຢາກໍຄືກັບຄົນອື່ນໆອີກຫຼາຍຄົນ ລາວບໍ່ມີບ່ອນຢູ່ອາໄສຫຼັງຈາກເມືອງເຢຣູຊາເລັມຖືກທຳລາຍ
2ກຣ 8:1, 2; 11:27—ຄວາມທຸກຍາກຂາດເຂີນເຮັດໃຫ້ຄລິດສະຕຽນໃນແຂວງມາເກໂດເນຍຕ້ອງທົນທຸກທໍລະມານ ແລະອັກຄະສາວົກໂປໂລມັກຈະຂາດແຄນອາຫານ ເຄື່ອງນຸ່ງຫົ່ມ ແລະບ່ອນນອນຢູ່ເລື້ອຍໆ
ຂໍ້ຄຳພີທີ່ໃຫ້ກຳລັງໃຈ:
ເບິ່ງ ພບຍ 24:19 ນຳ
ເຈົ້າຮູ້ສຶກອຸກໃຈຍ້ອນຢ້ານວ່າຈະບໍ່ມີໝູ່ ໂດດດ່ຽວ ຫຼືບໍ່ມີໃຜຮັກບໍ?
ຕົວຢ່າງໃນຄຳພີໄບເບິນທີ່ສາມາດຊ່ວຍເຮົາໄດ້:
1ກສ 18:22; 19:9, 10—ຜູ້ພະຍາກອນເອລີຢາຮູ້ສຶກວ່າລາວເປັນຜູ້ຮັບໃຊ້ທີ່ສັດຊື່ພຽງຄົນດຽວຂອງພະເຢໂຫວາ
ຢຣມ 15:16-21—ຜູ້ພະຍາກອນເຢເຣມີຢາຮູ້ສຶກໂດດດ່ຽວເພາະຜູ້ຄົນສົນໃຈເລື່ອງຄວາມມ່ວນຊື່ນຫຼາຍກວ່າຂ່າວສານຈາກພະເຢໂຫວາ
ຂໍ້ຄຳພີທີ່ໃຫ້ກຳລັງໃຈ:
ເລື່ອງລາວໃນຄຳພີໄບເບິນທີ່ໃຫ້ກຳລັງໃຈ:
1ກສ 19:1-19—ພະເຢໂຫວາໃຫ້ອາຫານແລະນ້ຳກັບຜູ້ພະຍາກອນເອລີຢາ ເພິ່ນຟັງຄວາມອຸກໃຈຂອງລາວຢ່າງອົດທົນ ແລະສະແດງໃຫ້ລາວເຫັນວ່າເພິ່ນມີພະລັງອຳນາດທີ່ຈະຊ່ວຍລາວ
ຢຮ 16:32, 33—ພະເຢຊູຮູ້ວ່າໝູ່ຄູ່ຈະຖິ້ມເພິ່ນ ແຕ່ເພິ່ນບໍ່ອຸກໃຈຍ້ອນເພິ່ນຮູ້ວ່າພະເຢໂຫວາຈະຢູ່ກັບເພິ່ນສະເໝີ