ເພງທີ 4
“ພະເຢໂຫວາເປັນຜູ້ລ້ຽງຂ້ອຍ”
(ຄຳເພງ 23)
1. ເຢໂຫວາເປັນຜູ້ທີ່ລ້ຽງແກະ
ຮູ້ເຖິງຄວາມຈຳເປັນທຸກຢ່າງ
ພະອົງຮູ້ສິ່ງໃດທີ່ຂ້ອຍຕ້ອງການ
ຂ້ອຍຂໍຕິດຕາມພະອົງໄປ
ພາໄປທົ່ງຫຍ້າມີນ້ຳໄຫຼລິນ
ບ່ອນທີ່ສຸກສະຫງົບປອດໄພ
ພະອົງນຳທາງຂ້ອຍດ້ວຍຄວາມຮັກໝັ້ນຄົງ
ໃຫ້ພົບບ່ອນທີ່ສະຫງົບໃຈ
ພະອົງນຳທາງຂ້ອຍດ້ວຍຮັກໝັ້ນຄົງ
ໃຫ້ພົບບ່ອນທີ່ສະຫງົບໃຈ
2. ເດີນຕາມທາງທີ່ພະອົງຊີ້ນຳ
ຂ້ອຍຈະເດີນດ້ວຍຄວາມຍິນດີ
ຂໍຊ່ວຍຂ້ອຍບໍ່ໃຫ້ຫຼົງຈາກທາງນີ້
ເພື່ອເຫັນແກ່ຊື່ຂອງພະອົງ
ເຖິງວ່າທາງຮ່ອມພູເລິກແລະມືດ
ໄມ້ຂອງພະອົງຄອຍປ້ອງກັນ
ຈະໜ້າຢ້ານພຽງໃດແຕ່ຂ້ອຍກໍບໍ່ຫວັ່ນ
ພະອົງຈະຢູ່ຄຽງຂ້າງຂ້ອຍ
ເຖິງໜ້າຢ້ານພຽງໃດຂ້ອຍກໍບໍ່ຫວັ່ນ
ພະອົງຈະຢູ່ຄຽງຂ້າງຂ້ອຍ
3. ເຢໂຫວາເປັນຜູ້ລ້ຽງດູຂ້ອຍ
ຂ້ອຍຂໍຕິດຕາມພະອົງໄປ
ພະອົງຊ່ວຍຂ້ອຍໃຫ້ສົດຊື່ນເຂັ້ມແຂງ
ຊ່ວຍຂ້ອຍມີສິ່ງທີ່ຈຳເປັນ
ພະອົງຜູ້ດຳລົງຢູ່ນິລັນ
ສິ່ງທີ່ຂ້ອຍຫວັງນັ້ນແນ່ນອນ
ຂໍລ້ຽງດູຂ້ອຍດ້ວຍຄວາມຮັກທີ່ໝັ້ນຄົງ
ແລະຮັກຂ້ອຍແບບນີ້ຕໍ່ໄປ
ຂໍລ້ຽງດູຂ້ອຍດ້ວຍຄວາມຮັກໝັ້ນຄົງ
ແລະຮັກຢູ່ແບບນີ້ຕໍ່ໄປ
(ເບິ່ງຕື່ມ ເພງ. 28:9; 80:1)