ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 17 ໜ້າ 92-96
  • ວິທີ​ທີ່​ຈະ​ມີ​ຄວາມ​ສຸກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີ​ທີ່​ຈະ​ມີ​ຄວາມ​ສຸກ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ຄົນ​ທີ່​ມີ​ຄວາມ​ສຸກ​ຄື​ຄົນ​ທີ່​ຮັບໃຊ້ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ບຸກຄົນ​ທີ່​ຄວນ​ຮຽນ​ແບບ—ລີເດຍ
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 17 ໜ້າ 92-96

ບົດ​ທີ 17

ວິທີ​ທີ່​ຈະ​ມີ​ຄວາມ​ສຸກ

The sun shines on a corn field and a rainbow is in the sky

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເປັນ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”?

ເຮົາ​ທຸກ​ຄົນ​ຢາກ​ມີ​ຄວາມ​ສຸກ​ແມ່ນ​ບໍ?— ແຕ່​ມີ​ບໍ່​ຫຼາຍ​ຄົນ​ທີ່​ມີ​ຄວາມ​ສຸກ​ແທ້ໆ. ລູກ​ຮູ້​ບໍ​ວ່າ​ເປັນ​ຫຍັງ?— ນັ້ນ​ເປັນ​ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ຮຽນ​ຮູ້​ເຄັດ​ລັບ​ຂອງ​ຄວາມ​ສຸກ. ເຂົາ​ເຈົ້າ​ຄິດ​ວ່າ​ການ​ມີ​ສິ່ງ​ຂອງ​ຫຼາຍໆ​ເປັນ​ວິທີ​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ. ແຕ່​ເມື່ອ​ເຂົາ​ເຈົ້າ​ໄດ້​ສິ່ງ​ເຫຼົ່າ​ນີ້​ແລ້ວ ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ຍືນຍົງ.

ນີ້​ແມ່ນ​ເຄັດ​ລັບ​ທີ່​ສຳຄັນ. ຄູ​ຜູ້​ຍິ່ງໃຫຍ່​ບອກ​ວ່າ: “ການ . . . ໃຫ້​ກໍ​ເປັນ​ເຫດ​ໃຫ້​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ຮັບ​ເອົາ.” (ກິດຈະການ 20:35) ດັ່ງ​ນັ້ນ ແມ່ນ​ຫຍັງ​ເປັນ​ວິທີ​ທີ່​ຈະ​ເຮັດ​ໃຫ້​ມີ​ຄວາມ​ສຸກ?— ຖືກ​ແລ້ວ ແມ່ນ​ການ​ໃຫ້​ສິ່ງ​ຕ່າງໆ​ແກ່​ຄົນ​ອື່ນ​ແລະ​ການ​ເຮັດ​ສິ່ງ​ຕ່າງໆ​ເພື່ອ​ເຂົາ​ເຈົ້າ. ລູກ​ຮູ້​ເລື່ອງ​ນີ້​ແລ້ວ​ບໍ?—

ລອງ​ຄິດ​ເຖິງ​ເລື່ອງ​ນີ້​ຕື່ມ​ອີກ. ພະ​ເຍຊູ​ບອກ​ບໍ​ວ່າ​ຄົນ​ທີ່​ຮັບ​ຂອງ​ຂວັນ​ຈະ​ບໍ່​ມີ​ຄວາມ​ສຸກ?— ບໍ່ ພະອົງ​ບໍ່​ໄດ້​ບອກ​ແນວ​ນັ້ນ. ລູກ​ມັກ​ທີ່​ໄດ້​ຂອງ​ຂວັນ​ແມ່ນ​ບໍ?— ທຸກ​ຄົນ​ກໍ​ມັກ. ເຮົາ​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຮັບ​ສິ່ງ​ຂອງ​ດີໆ.

ແຕ່​ພະ​ເຍຊູ​ບອກ​ວ່າ​ເມື່ອ​ເຮົາ​ເປັນ​ຜູ້​ໃຫ້ ເຮົາ​ຈະ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ອີກ. ດັ່ງ​ນັ້ນ ລູກ​ບອກ​ໄດ້​ບໍ​ວ່າ​ໃຜ​ໃຫ້​ສິ່ງ​ຕ່າງໆ​ແກ່​ຄົນ​ອື່ນ​ຫຼາຍ​ກວ່າ​ທຸກ​ຄົນ?— ຖືກ​ແລ້ວ ແມ່ນ​ພະເຈົ້າ​ເຢໂຫວາ​ນັ້ນ​ເອງ.

ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ “ໂຜດ​ປະທານ​ຊີວິດ​ແລະ​ລົມຫັນໃຈ​ແລະ​ສັບພະ​ທຸກ​ສິ່ງ​ໃຫ້​ແກ່​ຄົນ​ທັງ​ປວງ.” ພະອົງ​ໃຫ້​ຝົນ​ແລະ​ແສງ​ແດດ​ຈາກ​ຟ້າ​ນຳ ເພື່ອ​ຕົ້ນ​ໄມ້​ຈະ​ໄດ້​ເຕີບໂຕ​ເພື່ອ​ເປັນ​ອາຫານ​ໃຫ້​ເຮົາ​ກິນ. (ກິດຈະການ 14:17; 17:25) ດັ່ງ​ນັ້ນ​ເປັນ​ການ​ສົມຄວນ​ທີ່​ຄຳພີ​ໄບເບິນ​ເອີ້ນ​ພະ​ເຢໂຫວາ​ວ່າ “ພະເຈົ້າ​ຜູ້​ມີ​ຄວາມ​ສຸກ”! (1 ຕີໂມເຕ 1:11) ການ​ໃຫ້​ເປັນ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ສຸກ. ແລະ​ເມື່ອ​ເຮົາ​ໃຫ້ ກໍ​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ຄື​ກັນ.

A girl gives a boy and his mother some cookies

ແມ່ນ​ຫຍັງ​ເຮັດ​ໃຫ້​ລູກ​ມີ​ຄວາມ​ສຸກ​ຫຼາຍ​ກວ່າ​ການ​ກິນ​ເຂົ້າໜົມ​ຄົນ​ດຽວ​ຈົນ​ໝົດ?

ແລ້ວ​ມີ​ສິ່ງ​ໃດ​ແດ່​ທີ່​ເຮົາ​ຈະ​ໃຫ້​ກັບ​ຄົນ​ອື່ນ​ໄດ້? ລູກ​ຈະ​ວ່າ​ແນວ​ໃດ?— ລາງ​ເທື່ອ​ຂອງ​ຂວັນ​ຕ້ອງ​ໃຊ້​ເງິນ. ຖ້າ​ຂອງ​ຂວັນ​ນັ້ນ​ລູກ​ໄດ້​ມາ​ຈາກ​ຮ້ານ​ລູກ​ກໍ​ຕ້ອງ​ຊື້. ດັ່ງ​ນັ້ນ ຖ້າ​ລູກ​ຢາກ​ໃຫ້​ຂອງ​ຂວັນ​ແນວ​ນັ້ນ ລູກ​ຕ້ອງ​ທ້ອນ​ເງິນ​ໃຫ້​ພໍ​ເພື່ອ​ຈະ​ຊື້​ຂອງ​ຂວັນ​ນັ້ນ​ໄດ້.

ແຕ່​ບໍ່​ແມ່ນ​ຂອງ​ຂວັນ​ໝົດ​ທຸກ​ຢ່າງ​ຕ້ອງ​ຊື້​ມາ. ຕົວຢ່າງ​ເຊັ່ນ ໃນ​ມື້​ທີ່​ອາກາດ​ຮ້ອນ ນ້ຳ​ເຢັນ​ຈັກ​ຈອກ​ໜຶ່ງ​ກໍ​ຈະ​ເຮັດ​ໃຫ້​ຮູ້ສຶກ​ສົດ​ຊື່ນ. ດັ່ງ​ນັ້ນ ເມື່ອ​ລູກ​ເອົາ​ຂອງ​ຂວັນ​ແບບ​ນີ້​ໃຫ້​ຜູ້​ທີ່​ຫິວ​ນ້ຳ​ຢູ່ ລູກ​ກໍ​ຈະ​ມີ​ຄວາມ​ສຸກ​ທີ່​ເກີດ​ຈາກ​ການ​ໃຫ້.

ມື້​ໜຶ່ງ​ລູກ​ກັບ​ແມ່​ອາດ​ຈະ​ພາ​ກັນ​ເຮັດ​ເຂົ້າໜົມ​ຄົກ​ນຳ​ກັນ. ນັ້ນ​ຄົງ​ຈະ​ມ່ວນ​ຫຼາຍ. ແຕ່​ລູກ​ສາມາດ​ເຮັດ​ແນວ​ໃດ​ກັບ​ເຂົ້າໜົມ​ສ່ວນ​ໜຶ່ງ​ເຊິ່ງ​ຈະ​ເຮັດ​ໃຫ້​ລູກ​ມີ​ຄວາມ​ສຸກ​ຍິ່ງ​ກວ່າ​ທີ່​ລູກ​ຈະ​ກິນ​ຄົນ​ດຽວ​ໝົດ?— ແມ່ນ​ແລ້ວ ລູກ​ສາມາດ​ແບ່ງ​ເຂົ້າໜົມ​ນັ້ນ​ໃຫ້​ຫມູ່​ຜູ້​ໜຶ່ງ. ໃນ​ບາງ​ຄັ້ງ​ລູກ​ຢາກ​ເຮັດ​ແນວ​ນີ້​ແດ່​ບໍ?—

ຄູ​ຜູ້​ຍິ່ງໃຫຍ່​ແລະ​ອັກຄະສາວົກ​ຂອງ​ພະອົງ​ທຸກ​ຄົນ​ຮູ້​ເຖິງ​ຄວາມ​ສຸກ​ໃນ​ການ​ໃຫ້. ລູກ​ຮູ້​ບໍ​ວ່າ​ເຂົາ​ເຈົ້າ​ໃຫ້​ສິ່ງ​ໃດ​ແກ່​ຄົນ​ອື່ນ?— ນັ້ນ​ເປັນ​ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ໂລກ! ເຂົາ​ເຈົ້າ​ຮູ້​ຄວາມ​ຈິງ​ເລື່ອງ​ພະເຈົ້າ​ແລະ​ຍິນດີ​ແບ່ງ​ປັນ​ຂ່າວ​ດີ​ນີ້​ກັບ​ຄົນ​ອື່ນໆ. ເຂົາ​ເຈົ້າ​ເຮັດ​ແບບ​ນີ້​ໂດຍ​ບໍ່​ຍອມ​ຮັບ​ເງິນ​ຈາກ​ສິ່ງ​ທີ່​ເຮັດ.

ມື້​ໜຶ່ງ​ອັກຄະສາວົກ​ໂປໂລ​ແລະ​ລືກາ​ເພື່ອນ​ທີ່​ດີ​ຂອງ​ລາວ​ໄດ້​ພົບ​ຍິງ​ຄົນ​ໜຶ່ງ​ເຊິ່ງ​ຢາກ​ມີ​ຄວາມ​ສຸກ​ໃນ​ການ​ໃຫ້​ຄື​ກັນ. ເຂົາ​ເຈົ້າ​ພົບ​ລາວ​ຢູ່​ແຄມ​ແມ່ນ້ຳ. ໂປໂລ​ແລະ​ລືກາ​ໄປ​ທີ່​ນັ້ນ​ເພາະ​ໄດ້​ຍິນ​ວ່າ​ບ່ອນ​ນັ້ນ​ເປັນ​ສະຖານ​ທີ່​ອະທິດຖານ. ເປັນ​ແບບ​ນັ້ນ​ແທ້ ເມື່ອ​ເຂົາ​ເຈົ້າ​ໄປ​ເຖິງ​ທີ່​ນັ້ນ​ກໍ​ພົບ​ຜູ້​ຍິງ​ບາງ​ຄົນ​ພວມ​ອະທິດຖານ​ຢູ່.

ໂປໂລ​ເລີ່ມ​ບອກ​ເລື່ອງ​ຂ່າວ​ດີ​ກ່ຽວ​ກັບ​ພະເຈົ້າ​ເຢໂຫວາ​ແລະ​ລາຊະອານາຈັກ​ຂອງ​ພະອົງ​ໃຫ້​ຜູ້​ຍິງ​ເຫຼົ່າ​ນີ້​ຟັງ. ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ກຸ່ມ​ນີ້​ຊື່​ລີດີ ລາວ​ຕັ້ງ​ໃຈ​ຟັງ. ຫຼັງ​ຈາກ​ນັ້ນ​ລີດີ​ຢາກ​ເຮັດ​ບາງ​ສິ່ງ​ເພື່ອ​ສະແດງ​ວ່າ​ລາວ​ມັກ​ຂ່າວ​ດີ​ທີ່​ລາວ​ໄດ້​ຍິນ​ຢ່າງ​ແທ້​ຈິງ. ດັ່ງ​ນັ້ນ ລາວ​ຈຶ່ງ​ຂໍຮ້ອງ​ໂປໂລ​ແລະ​ລືກາ​ວ່າ: “ຖ້າ​ທ່ານ​ທັງ​ຫຼາຍ​ໄດ້​ຖື​ວ່າ​ຂ້າພະເຈົ້າ​ເປັນ​ຜູ້​ເຊື່ອ​ແທ້​ໃນ​ພະອົງ​ເຈົ້າ ຂໍ​ໃຫ້​ເຂົ້າ​ມາ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ.” ແລະ​ລາວ​ໄດ້​ວິ່ງວອນ​ຈົນ​ເຂົາ​ເຈົ້າ​ໄປ​ເຮືອນ​ຂອງ​ລາວ.—ກິດຈະການ 16:13-15.

Lydia invites Paul, Luke, and others to her house

ລີດີ​ພວມ​ເວົ້າ​ຫຍັງ​ກັບ​ໂປໂລ​ແລະ​ລືກາ?

ລີດີ​ດີ​ໃຈ​ທີ່​ຜູ້​ຮັບໃຊ້​ຂອງ​ພະເຈົ້າ​ເຫຼົ່າ​ນີ້​ພັກ​ຢູ່​ເຮືອນ​ຂອງ​ລາວ. ລາວ​ຮັກ​ເຂົາ​ເຈົ້າ ເພາະ​ວ່າ​ເຂົາ​ເຈົ້າ​ຊ່ອຍ​ລາວ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ພະ​ເຍຊູ ແລະ​ກ່ຽວ​ກັບ​ວິທີ​ທີ່​ຄົນ​ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໄດ້. ລາວ​ມີ​ຄວາມ​ສຸກ​ທີ່​ໄດ້​ຈັດ​ຫາ​ອາຫານ​ແລະ​ໃຫ້​ບ່ອນ​ພັກ​ເຊົາ​ແກ່​ໂປໂລ​ແລະ​ລືກາ. ດັ່ງ​ນັ້ນ ການ​ໃຫ້​ຂອງ​ລີດີ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ເພາະ​ວ່າ​ລາວ​ຢາກ​ໃຫ້​ແທ້ໆ. ນັ້ນ​ແມ່ນ​ສິ່ງ​ທີ່​ເຮົາ​ຄວນ​ຈະ​ຈື່​ເອົາ​ໄວ້. ບາງ​ຄົນ​ອາດ​ຈະ​ບອກ​ເຮົາ​ວ່າ​ເຮົາ​ຕ້ອງ​ໃຫ້​ຂອງ​ຂວັນ. ແຕ່​ຖ້າ​ເຮົາ​ຕ້ອງ​ຝືນ​ໃຈ​ໃຫ້ ການ​ໃຫ້​ນັ້ນ​ຈະ​ບໍ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ.

Lydia is happy to give Paul, Luke, and others food to eat and a place to rest

ເປັນ​ຫຍັງ​ລີດີ​ຈຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ຊ່ອຍ​ເຫຼືອ​ໂປໂລ​ແລະ​ລືກາ?

ຕົວຢ່າງ​ເຊັ່ນ ຈະ​ວ່າ​ແນວ​ໃດ​ຖ້າ​ລູກ​ມີ​ເຂົ້າໜົມ​ທີ່​ລູກ​ຢາກ​ກິນ? ແລ້ວ​ພໍ່ (ແມ່) ບອກ​ລູກ​ວ່າ​ໃຫ້​ແບ່ງ​ເຂົ້າໜົມ​ກັບ​ເດັກ​ນ້ອຍ​ຄົນ​ອື່ນ​ແດ່ ລູກ​ຈະ​ເຕັມ​ໃຈ​ເອົາ​ໃຫ້​ເຂົາ​ເຈົ້າ​ບໍ?— ແຕ່​ຈະ​ເປັນ​ແນວ​ໃດ​ຖ້າ​ລູກ​ມີ​ເຂົ້າໜົມ​ຢູ່​ຕອນ​ທີ່​ພົບ​ເພື່ອນ​ຜູ້​ທີ່​ລູກ​ມັກ​ຫຼາຍ? ຖ້າ​ລູກ​ຄິດ​ໄດ້​ເອງ​ວ່າ​ຢາກ​ແບ່ງ​ເຂົ້າໜົມ​ໃຫ້​ຫມູ່ ນັ້ນ​ຈະ​ເຮັດ​ໃຫ້​ລູກ​ມີ​ຄວາມ​ສຸກ​ແມ່ນ​ບໍ?—

ບາງ​ຄັ້ງ ເຮົາ​ຮັກ​ຄົນ​ໜຶ່ງ​ຫຼາຍ​ຈົນ​ຢາກ​ໃຫ້​ທຸກ​ສິ່ງ​ແກ່​ລາວ​ແລະ​ບໍ່​ເກັບ​ສິ່ງ​ໃດ​ໄວ້​ສຳລັບ​ຕົວ​ເອງ​ເລີຍ. ເມື່ອ​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ເພີ່ມ​ພູນ​ຂຶ້ນ ເຮົາ​ຄວນ​ຈະ​ມີ​ຄວາມ​ຮູ້ສຶກ​ແບບ​ນັ້ນ​ຕໍ່​ພະອົງ.

A poor woman contributes two small coins for the temple

ເປັນ​ຫຍັງ​ຍິງ​ທຸກ​ຍາກ​ຄົນ​ນີ້​ຈຶ່ງ​ມີ​ຄວາມ​ສຸກ​ທີ່​ໄດ້​ໃຫ້​ເງິນ​ທັງ​ໝົດ​ທີ່​ລາວ​ມີ​ຢູ່?

ຄູ​ຜູ້​ຍິ່ງໃຫຍ່​ຮູ້ຈັກ​ຍິງ​ທຸກ​ຍາກ​ຄົນ​ໜຶ່ງ​ເຊິ່ງ​ຮູ້ສຶກ​ແບບ​ນັ້ນ. ພະອົງ​ເຫັນ​ລາວ​ໃນ​ວິຫານ​ທີ່​ເມືອງ​ເຢຣຶຊາເລມ. ລາວ​ມີ​ເງິນ​ຫຼຽນ​ນ້ອຍໆ​ສອງ​ອັນ​ເທົ່າ​ນັ້ນ ນັ້ນ​ແມ່ນ​ເງິນ​ທັງ​ໝົດ​ທີ່​ລາວ​ມີ​ຢູ່. ແຕ່​ລາວ​ເອົາ​ເງິນ​ທັງ​ສອງ​ຫຼຽນ​ນັ້ນ​ໃສ່​ໃນ​ກ່ອງ​ເພື່ອ​ບໍລິຈາກ​ຫຼື​ໃຫ້​ສຳລັບ​ວິຫານ. ບໍ່​ມີ​ຜູ້​ໃດ​ບອກ​ລາວ​ໃຫ້​ເຮັດ​ແບບ​ນັ້ນ. ຄົນ​ສ່ວນ​ຫຼາຍ​ທີ່​ຢູ່​ຫັ້ນ​ຍັງ​ບໍ່​ຮູ້​ຊ້ຳ​ວ່າ​ລາວ​ເຮັດ​ຫຍັງ​ຢູ່. ລາວ​ເຮັດ​ແບບ​ນັ້ນ​ເພາະ​ວ່າ​ລາວ​ຢາກ​ເຮັດ ແລະ​ຍ້ອນ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ຢ່າງ​ແທ້​ຈິງ. ສິ່ງ​ນັ້ນ​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ​ທີ່​ສາມາດ​ໃຫ້​ໄດ້.—ລືກາ 21:1-4.

ມີ​ຫຼາຍ​ວິທີ​ທີ່​ເຮົາ​ສາມາດ​ໃຫ້​ໄດ້. ລູກ​ຄິດ​ເຖິງ​ວິທີ​ໃດ​ແດ່?— ຖ້າ​ເຮົາ​ໃຫ້​ເພາະ​ເຮົາ​ຢາກ​ໃຫ້​ແທ້ໆ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ. ນັ້ນ​ແມ່ນ​ເຫດຜົນ​ທີ່​ຄູ​ຜູ້​ຍິ່ງໃຫຍ່​ບອກ​ເຮົາ​ວ່າ “ຈົ່ງ​ປະທານ​ໃຫ້.” (ລືກາ 6:38) ຖ້າ​ເຮົາ​ເຮັດ​ເຊັ່ນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ສຸກ. ແລະ​ເຮົາ​ກໍ​ຈະ​ເປັນ​ຜູ້​ທີ່​ມີ​ຄວາມ​ສຸກ​ທີ່​ສຸດ!

ໃຫ້​ເຮົາ​ອ່ານ​ຂໍ້​ຄຳພີ​ຕື່ມ​ອີກ​ກ່ຽວ​ກັບ​ວິທີ​ທີ່​ການ​ໃຫ້​ເຮັດ​ໃຫ້​ມີ​ຄວາມ​ສຸກ ທີ່​ພະທຳ​ມັດທາຍ 6:1-4; ລືກາ 14:12-14; ແລະ 2 ໂກລິນໂທ 9:7.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌