ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ໜ້າ 212
  • ເຊໂອນ​ແລະ​ຮາເດສ​ແມ່ນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຊໂອນ​ແລະ​ຮາເດສ​ແມ່ນ​ຫຍັງ?
  • ຄຳພີໄບເບິນສອນແນວໃດແທ້ໆ?
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ໜ້າ 212

ພາກ​ຜະໜວກ

ເຊໂອນ​ແລະ​ຮາເດສ​ແມ່ນ​ຫຍັງ?

ໃນ​ຄຳພີ​ໄບເບິນ​ສະບັບ​ພາສາ​ດັ້ງເດີມ ມີ​ການ​ໃຊ້​ຄຳ​ພາສາ​ເຫບເລີ​ເຊໂອນ ແລະ​ຄຳ​ພາສາ​ກະເລັກ​ຮາເດສ ທີ່​ມີ​ຄວາມ​ໝາຍ​ຄື​ກັນ​ຫຼາຍ​ກວ່າ 70 ເທື່ອ. ທັງ​ສອງ​ຄຳ​ນີ້​ກ່ຽວ​ຂ້ອງ​ກັບ​ຄວາມ​ຕາຍ. ຄຳພີ​ໄບເບິນ​ບາງ​ສະບັບ​ແປ​ສອງ​ຄຳ​ນີ້​ວ່າ “ນາລົກ.” ການ​ແປ​ແບບ​ນີ້​ບໍ່​ຖືກຕ້ອງ. ຄຳ​ເຫຼົ່າ​ນີ້​ມີ​ຄວາມ​ໝາຍ​ແທ້ໆວ່າ​ແນວ​ໃດ? ຂໍ​ໃຫ້​ສັງເກດ​ວ່າ​ມີ​ການ​ກ່າວ​ເຖິງ​ສອງ​ຄຳ​ນີ້​ແນວ​ໃດ​ໃນ​ຂໍ້​ຄວາມ​ຕ່າງໆຂອງ​ຄຳພີ​ໄບເບິນ.

ຜູ້​ເທສະໜາ​ປ່າວ​ປະກາດ 9:10 ກ່າວ​ວ່າ “ເຫດ​ວ່າ​ໃນ​ບ່ອນ​ທີ່​ຕາ​ບໍ່​ເຫັນ [ເຊໂອນ] ທີ່​ເຈົ້າ​ໄປ​ນັ້ນ​ບໍ່​ມີ​ກິດຈະການ ບໍ່​ມີ​ຄວາມ​ຄຶດ ບໍ່​ມີ​ວິຊາ​ຄວາມ​ຮູ້ ບໍ່​ມີ​ຄວາມ​ປັນຍາ.” ນີ້​ໝາຍ​ຄວາມ​ວ່າ​ເຊໂອນ ໝາຍ​ເຖິງ​ບ່ອນ​ຝັງ​ສົບ​ບ່ອນ​ໃດ​ບ່ອນ​ໜຶ່ງ​ສະເພາະ​ທີ່​ເຮົາ​ຝັງ​ສົບ​ຂອງ​ຄົນ​ທີ່​ເຮົາ​ຮັກ​ບໍ? ບໍ່​ແມ່ນ. ເມື່ອ​ກ່າວ​ເຖິງ​ບ່ອນ​ຝັງ​ສົບ​ແບບ​ນັ້ນ ຄຳພີ​ໄບເບິນ​ມັກ​ໃຊ້​ຄຳ​ພາສາ​ເຫບເລີ​ແລະ​ພາສາ​ກະເລັກ​ຄຳ​ອື່ນ ບໍ່​ແມ່ນ​ຄຳ​ເຊໂອນ ແລະ​ຮາເດສ. (ຕົ້ນເດີມ 23:7-9; ມັດທາຍ 28:1) ນອກ​ຈາກ​ນັ້ນ ຄຳພີ​ໄບເບິນ​ບໍ່​ໄດ້​ໃຊ້​ຄຳ​ເຊໂອນ ສຳລັບ​ບ່ອນ​ຝັງ​ສົບ​ທີ່​ມີ​ຫຼາຍ​ສົບ​ຝັງ​ໄວ້​ນຳ​ກັນ​ເຊັ່ນ ບ່ອນ​ຝັງ​ສົບ​ຂອງ​ວົງ​ຕະກູນ ຫຼື​ບ່ອນ​ຝັງ​ຫຼາຍ​ສົບ​ນຳ​ກັນ.—ຕົ້ນເດີມ 49:30, 31.

ຄັນ​ຊັ້ນ​ເຊໂອນ ໝາຍ​ເຖິງ​ສະຖານ​ທີ່​ແບບ​ໃດ? ພະ​ຄຳ​ຂອງ​ພະເຈົ້າ​ຊີ້​ບອກ​ວ່າ​ເຊໂອນ ແລະ​ຮາເດສ ບໍ່​ໄດ້​ໝາຍ​ເຖິງ​ແຕ່​ບ່ອນ​ຝັງ​ສົບ​ຂະໜາດ​ໃຫຍ່​ທີ່​ຝັງ​ສົບ​ຄົນ​ຈຳນວນ​ຫຼາຍ​ໄວ້​ເທົ່າ​ນັ້ນ. ຕົວຢ່າງ ເອຊາອີ 5:14 ຊີ້​ບອກ​ວ່າ “ບ່ອນ​ທີ່​ຕາ​ບໍ່​ເຫັນ [ເຊໂອນ] ໂລບ​ມາກ​ຂຶ້ນ​ແລະ​ອ້າ​ປາກ​ເຫຼືອ​ກຳນົດ.” ເຖິງ​ແມ່ນ​ອາດ​ເວົ້າ​ໄດ້​ວ່າ​ເຊໂອນ ໄດ້​ກືນ​ຄົນ​ຕາຍ​ຈຳນວນ​ນັບ​ບໍ່​ຖ້ວນ​ໄປ​ແລ້ວ​ກໍ​ຕາມ ແຕ່​ເບິ່ງ​ຄື​ວ່າ​ເຊໂອນ ແຮ່ງ​ຫິວ​ຫຼາຍ​ຂຶ້ນ​ເລື້ອຍໆ. (ສຸພາສິດ 30:15, 16) ບໍ່​ຄື​ກັບ​ສະຖານ​ທີ່​ຝັງ​ສົບ​ຄົນ​ຕາຍ​ບ່ອນ​ໃດ​ບ່ອນ​ໜຶ່ງ​ແທ້ໆເຊິ່ງ​ອາດ​ຝັງ​ສົບ​ໄດ້​ຈຳນວນ​ຈຳກັດ​ເທົ່າ​ນັ້ນ ແຕ່ “ບ່ອນ​ທີ່​ຕາ​ບໍ່​ເຫັນ [ເຊໂອນ​] . . . ບໍ່​ຮູ້​ອີ່ມ.” (ສຸພາສິດ 27:20) ນັ້ນ​ຄື​ເຊໂອນ ບໍ່​ມີ​ວັນ​ເຕັມ ແລະ​ບໍ່​ມີ​ຂີດ​ຈຳກັດ. ດ້ວຍ​ເຫດ​ນີ້ ເຊໂອນ ຫຼື​ຮາເດສ ຈຶ່ງ​ບໍ່​ແມ່ນ​ສະຖານ​ທີ່​ແທ້​ຕາມ​ໂຕ​ທີ່​ຕັ້ງ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ​ສະເພາະ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ເຊໂອນ ແລະ​ຮາເດສ ເປັນ​ສະຖານ​ທີ່​ໃນ​ລັກສະນະ​ປຽບ​ທຽບ​ເຊິ່ງ​ເປັນ​ບ່ອນ​ທີ່​ມະນຸດ​ສ່ວນ​ຫຼາຍ​ຫຼັບ​ຢູ່​ໃນ​ຄວາມ​ຕາຍ.

ຄຳ​ສອນ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ການ​ຄືນ​ມາ​ຈາກ​ຕາຍ​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ເຂົ້າ​ໃຈ​ທີ່​ຈະ​ແຈ້ງ​ຫຼາຍ​ຂຶ້ນ​ອີກ​ໃນ​ເລື່ອງ​ຄວາມ​ໝາຍ​ຂອງ​ເຊໂອນ ແລະ​ຮາເດສ. ພະ​ຄຳ​ຂອງ​ພະເຈົ້າ​ລວມ​ເອົາ​ຄຳ​ເຊໂອນ ແລະ​ຮາເດສ ເຂົ້າ​ກັບ​ຄວາມ​ຕາຍ​ຊະນິດ​ທີ່​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ.a (ໂຢບ 14:13; ກິດຈະການ 2:31; ຄຳປາກົດ 20:13) ພະ​ຄຳ​ຂອງ​ພະເຈົ້າ​ຍັງ​ສະແດງ​ໃຫ້​ເຫັນ​ວ່າ​ຜູ້​ທີ່​ຢູ່​ໃນ​ເຊໂອນ ຫຼື​ຮາເດສ ນອກ​ຈາກ​ຈະ​ມີ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ແລ້ວ ຍັງ​ລວມ​ເອົາ​ຜູ້​ທີ່​ບໍ່​ໄດ້​ຮັບໃຊ້​ພະອົງ​ນຳ​ອີກ. (ຕົ້ນເດີມ 37:35; ຄຳເພງ 55:15) ດ້ວຍ​ເຫດ​ນັ້ນ​ຄຳພີ​ໄບເບິນ​ຈຶ່ງ​ສອນ​ວ່າ “ທັງ​ຜູ້​ຊອບທຳ​ແລະ​ຜູ້​ບໍ່​ຊອບທຳ​ຈະ​ຄືນ​ມາ​ຈາກ​ຕາຍ.”—ກິດຈະການ 24:15.

a ໃນ​ທາງ​ກົງ​ກັນ​ຂ້າມ ມີ​ການ​ອະທິບາຍ​ວ່າ​ຄົນ​ຕາຍ​ທີ່​ຈະ​ບໍ່​ໄດ້​ຮັບ​ການ​ປຸກ​ຂຶ້ນ​ມາ​ນັ້ນ ບໍ່​ໄດ້​ຢູ່​ໃນ​ເຊໂອນ ຫຼື​ຮາເດສ ແຕ່​ຢູ່​ໃນ “ເກເຮນນາ” (ພະ​ຄຳພີ​ພາສາ​ລາວ​ແປ​ຄຳ​ນີ້​ວ່າ “ນາລົກ” ໃນ​ມັດທາຍ 5:30; 10:28; 23:33). ເຊັ່ນ​ດຽວ​ກັບ​ເຊໂອນ ແລະ​ຮາເດສ ເກເຮນນາ​ບໍ່​ແມ່ນ​ສະຖານ​ແທ້​ຕາມ​ໂຕ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌