ບົດທີ 2
ການຢູ່ຮ່ວມກັນລະຫວ່າງສອງວັດທະນະທຳຂ້ອຍຈະເຮັດແນວໃດ?
ພໍ່ຫຼືແມ່ເຈົ້າເປັນຄົນຍ້າຍຖິ່ນຖານບໍ?
◻ ແມ່ນ ◻ ບໍ່ແມ່ນ
ເມື່ອເຈົ້າໄປໂຮງຮຽນ ພາສາແລະວັດທະນະທຳຢູ່ຫັ້ນແຕກຕ່າງຈາກຢູ່ເຮືອນບໍ?
◻ ແມ່ນ ◻ ບໍ່ແມ່ນ
“ຄອບຄົວຂອງຂ້ອຍເປັນຄົນອີຕາລີເຊິ່ງມັກສະແດງຄວາມຮັກແລະຄວາມອົບອຸ່ນຢ່າງເປີດເຜີຍ. ຕອນນີ້ເຮົາຢູ່ປະເທດອັງກິດ ຄົນຢູ່ນີ້ປາກົດວ່າມີລະບຽບແລະສຸພາບຫຼາຍ. ຂ້ອຍຮູ້ວ່າວາງໂຕບໍ່ຖືກບໍ່ວ່າຈະຢູ່ໃນວັດທະນະທຳໃດ ເພາະຈະເປັນຄົນອີຕາລີກໍບໍ່ແມ່ນແລະຈະເປັນອັງກິດກໍບໍ່ແມ່ນ”—ທ້າວ ຈີໂອຊູແອະ ຈາກປະເທດອັງກິດ.
“ຢູ່ໂຮງຮຽນນາຍຄູບອກໃຫ້ຂ້ອຍເບິ່ງໜ້າເພິ່ນເວລາທີ່ເພິ່ນເວົ້າ. ແຕ່ເມື່ອຂ້ອຍສົບສາຍຕາກັບພໍ່ຕອນທີ່ເພິ່ນເວົ້າ ພໍ່ບອກວ່າຂ້ອຍບໍ່ມີມາລະຍາດ. ຂ້ອຍຮູ້ສຶກອຶດອັດທີ່ຢູ່ລະຫວ່າງກາງສອງວັດທະນະທຳ.”—ທ້າວ ແພັດທິກ ເປັນຄົນອານເຊຣີທີ່ເກີດຢູ່ປະເທດຝຣັ່ງ.
ເມື່ອພໍ່ແມ່ຂອງເຈົ້າຍົກຍ້າຍຖິ່ນຖານ ພວກເພິ່ນປະເຊີນກັບສິ່ງທ້າທາຍຕ່າງໆອັນໃຫຍ່ຫຼວງ. ຢູ່ບໍ່ຢູ່ພວກເພິ່ນກໍຕ້ອງຢູ່ຮ່ວມກັບຄົນທີ່ມີພາສາ ວັດທະນະທຳ ແລະການນຸ່ງຖືທີ່ແຕກຕ່າງຈາກຕົນ. ຕອນນີ້ພວກເພິ່ນແຕກຕ່າງຢ່າງເຫັນໄດ້ແຈ້ງຈາກຜູ້ຄົນທີ່ຢູ່ອ້ອມຂ້າງຕົນ. ຜົນກໍຄື ພວກເພິ່ນອາດໄດ້ຮັບການປະຕິບັດແບບທີ່ຂາດຄວາມນັບຖື ແລະອາດຕົກເປັນເຫຍື່ອຂອງເລື່ອງອະຄະຕິ.
ເລື່ອງແບບນີ້ເກີດຂຶ້ນກັບເຈົ້າເຊັ່ນກັນບໍ? ສິ່ງທີ່ກ່າວທາງລຸ່ມນີ້ແມ່ນຂໍ້ທ້າທາຍບາງຢ່າງທີ່ໜຸ່ມສາວຄົນອື່ນໆທີ່ຢູ່ໃນສະຖານະການແບບນີ້ໄດ້ປະເຊີນ. ໃຫ້ໝາຍ ✔ ໃສ່ໃນປ່ອງທີ່ເຈົ້າຮູ້ສຶກວ່າຍາກທີ່ສຸດທີ່ຈະຮັບມືໄດ້.
◻ ການເຍາະເຍີ້ຍ. ນາງນູຍັງເປັນເດັກນ້ອຍເມື່ອລາວກັບຄອບຄົວໄດ້ຍ້າຍຖິ່ນຖານຈາກປະເທດຈໍເດນໄປເຂດອາເມລິກາເໜືອ. ລາວເລົ່າວ່າ: “ເຄື່ອງນຸ່ງຂອງເຮົາບໍ່ຄືກັບຂອງຄົນອື່ນ ດັ່ງນັ້ນຜູ້ຄົນຈຶ່ງຫົວຂວັນໃສ່ເຮົາ. ແລະເຮົາບໍ່ເຂົ້າໃຈເລື່ອງຕະຫຼົກຂອງຄົນອາເມລິກາ.”
◻ ການບໍ່ຮູ້ວ່າຕົວເອງເປັນຊາດໃດແທ້ໆ. ຍິງສາວຊື່ນາເດຍເລົ່າວ່າ: “ຂ້ອຍເກີດຢູ່ປະເທດເຢຍລະມັນ. ເນື່ອງຈາກພໍ່ແມ່ເປັນຄົນອີຕາລີ ຂ້ອຍຈຶ່ງເວົ້າພາສາເຢຍລະມັນດ້ວຍສຳນຽງແປກໆ ພວກເດັກນ້ອຍຢູ່ໂຮງຮຽນຈຶ່ງເອີ້ນຂ້ອຍວ່າ ‘ຄົນຕ່າງຊາດທີ່ໂງ່ຈ້າ.’ ແຕ່ເມື່ອໄປປະເທດອີຕາລີ ຂ້ອຍພັດເຫັນວ່າຕົວເອງເວົ້າພາສາອີຕາລີດ້ວຍສຳນຽງເຢຍລະມັນ. ດັ່ງນັ້ນ ຂ້ອຍບໍ່ຮູ້ວ່າຕົວເອງເປັນຄົນຊາດໃດແທ້. ທຸກໆບ່ອນທີ່ໄປ ຂ້ອຍກາຍເປັນຄົນຕ່າງຊາດ.”
◻ ຊ່ອງຫວ່າງທາງວັດທະນະທຳຢູ່ເຮືອນ. ນາງແອນນາຍ້າຍມາຢູ່ປະເທດອັງກິດກັບຄອບຄົວຕອນອາຍຸໄດ້ແປດປີ. ລາວເລົ່າວ່າ: “ຂ້ອຍແລະນ້ອງຊາຍປັບຕົວເຂົ້າກັບເມືອງລອນດອນໄດ້ເກືອບຢ່າງອັດຕະໂນມັດ. ແຕ່ບໍ່ງ່າຍສຳລັບພໍ່ແມ່ເຊິ່ງເຄີຍໃຊ້ຊີວິດຢູ່ເກາະນ້ອຍໆຂອງປະເທດປອກຕຸຍການຊື່ມາເດຣາ ເປັນເວລາດົນນານແລ້ວ.”
ນາງເວີນອາຍຸໄດ້ສາມປີຕອນທີ່ພໍ່ແມ່ຂອງລາວເຊິ່ງເປັນຄົນກຳປູເຈຍຍ້າຍໄປປະເທດອົດສະຕຣາລີ. ລາວເລົ່າວ່າ: “ພໍ່ແມ່ຂອງຂ້ອຍປັບຕົວບໍ່ໄດ້ດີປານໃດ. ທີ່ຈິງແລ້ວ ພໍ່ມັກອາລົມບໍ່ດີແລະໃຈຮ້າຍເພາະຂ້ອຍບໍ່ເຂົ້າໃຈທັດສະນະແລະວິທີຄຶດຂອງເພິ່ນ.”
◻ ອຸປະສັກທາງດ້ານພາສາຢູ່ເຮືອນ. ທ້າວອຽນອາຍຸແປດປີເມື່ອລາວກັບຄອບຄົວຍ້າຍຈາກປະເທດເອກົວດໍໄປເມືອງນິວຢອກ. ຫຼັງຈາກທີ່ຢູ່ປະເທດສະຫະລັດອາເມລິກາໄດ້ຫົກປີ ລາວເວົ້າວ່າ: “ຕອນນີ້ຂ້ອຍເວົ້າພາສາອັງກິດຫຼາຍກວ່າພາສາແອັດສະປາຍ. ນາຍຄູຢູ່ໂຮງຮຽນເວົ້າພາສາອັງກິດ ໝູ່ເພື່ອນເວົ້າພາສາອັງກິດ ແລະຂ້ອຍເອງກໍເວົ້າພາສາອັງກິດກັບນ້ອງຊາຍ. ຫົວຂອງຂ້ອຍເຕັມໄປດ້ວຍພາສາອັງກິດເຊິ່ງເຂົ້າມາແທນບ່ອນພາສາແອັດສະປາຍ.”
ນາງລີເຊິ່ງເກີດຢູ່ປະເທດອົດສະຕຣາລີທີ່ມີພໍ່ແມ່ເປັນຄົນກຳປູເຈຍເລົ່າວ່າ: “ເມື່ອຂ້ອຍເວົ້າກັບພໍ່ແມ່ແລະຕ້ອງການອະທິບາຍລາຍລະອຽດວ່າຂ້ອຍຮູ້ສຶກແນວໃດໃນບາງເລື່ອງ ຂ້ອຍຮູ້ສຶກວ່າຕົວເອງເວົ້າພາສາຂອງພວກເພິ່ນບໍ່ໄດ້ດີປານໃດ.”
ນາງນູທີ່ໄດ້ອ້າງເຖິງເບື້ອງຕົ້ນເວົ້າວ່າ: “ພໍ່ພະຍາຍາມຢ່າງໜັກໃຫ້ເຮົາໃຊ້ພາສາທີ່ເພິ່ນເວົ້າເມື່ອຢູ່ເຮືອນ ແຕ່ເຮົາບໍ່ຕ້ອງການເວົ້າພາສາອາຣັບ. ສຳລັບພວກເຮົາ ການຮຽນພາສາອາຣັບເປັນຄືພາລະໜັກທີ່ບໍ່ຈຳເປັນ. ໝູ່ຂອງເຮົາເວົ້າພາສາອັງກິດ. ລາຍການໂທລະພາບທັງໝົດທີ່ເຮົາເບິ່ງກໍເປັນລາຍການພາສາອັງກິດ. ເປັນຫຍັງເຮົາຕ້ອງເວົ້າພາສາອາຣັບ?”
ເຈົ້າສາມາດເຮັດຫຍັງໄດ້?
ດັ່ງທີ່ຄວາມຄິດເຫັນຂ້າງເທິງນັ້ນສະແດງໃຫ້ເຫັນ ເຈົ້າບໍ່ໄດ້ເປັນຄົນດຽວເທົ່ານັ້ນທີ່ປະເຊີນກັບສິ່ງທ້າທາຍທີ່ຫຍຸ້ງຍາກເຫຼົ່ານີ້. ແທນທີ່ຈະຮັບມືກັບຂໍ້ຫຍຸ້ງຍາກເຫຼົ່ານັ້ນ ເຈົ້າອາດພະຍາຍາມທີ່ຈະລຶບລ້າງຮ່ອງຮອຍທັງໝົດກ່ຽວກັບພູມຫຼັງທາງວັດທະນະທຳແລະປັບຕົວໃຫ້ເຂົ້າກັບສະພາບແວດລ້ອມໃໝ່. ແຕ່ວິທີການແບບນີ້ອາດຈະເຮັດໃຫ້ພໍ່ແມ່ບໍ່ພໍໃຈແລະອາດພາໃຫ້ເຈົ້າຂັດຂ້ອງໃຈ. ແທນທີ່ຈະເຮັດແນວນັ້ນເປັນຫຍັງບໍ່ຮຽນຮູ້ທີ່ຈະຮັບມືກັບສິ່ງທ້າທາຍຕ່າງໆແລະພະຍາຍາມຮັບປະໂຫຍດຈາກສະພາບການຕ່າງໆຂອງຕົວເອງ? ຂໍໃຫ້ພິຈາລະນາຄຳແນະນຳຕໍ່ໄປນີ້
ການມີທັດສະນະຕໍ່ກັບການເຍາະເຍີ້ຍ. ບໍ່ວ່າຈະເຮັດສິ່ງໃດ ເຈົ້າຈະບໍ່ເຄີຍເປັນທີ່ນິຍົມຊົມຊອບຂອງທຸກຄົນ. ຄົນທີ່ມັກເຍາະເຍີ້ຍຄົນອື່ນຈະມີຂໍ້ອ້າງເຮັດແນວນັ້ນຕະຫຼອດ. (ສຸພາສິດ 18:24) ດັ່ງນັ້ນ ບໍ່ມີຄວາມໝາຍຫຍັງທີ່ຈະພະຍາຍາມແກ້ໄຂທັດສະນະທີ່ມີອະຄະຕິຂອງເຂົາເຈົ້າ. ກະສັດຊາໂລໂມນທີ່ສະຫຼາດຫຼັກແຫຼມໃຫ້ຂໍ້ສັງເກດວ່າ: “ຄົນຫົວຂວັນ [ທີ່ເຍາະເຍີ້ຍຄົນອື່ນ] ບໍ່ມັກຜູ້ທີ່ຕິຕຽນຕົວ.” (ສຸພາສິດ 15:12) ຄຳວິພາກວິຈານທີ່ມີອະຄະຕິມີແຕ່ສະແດງໃຫ້ເຫັນຄວາມໂງ່ຂອງຜູ້ເວົ້າ ບໍ່ແມ່ນຖືວ່າເປັນຄວາມຜິດຂອງຜູ້ຕົກເປັນເຫຍື່ອຂອງການເວົ້າໃສ່.
ວິທີຮັບມືກັບການບໍ່ຮູ້ວ່າຕົວເອງເປັນຊາດໃດແທ້ໆ. ເປັນເລື່ອງທຳມະດາທີ່ຄົນເຮົາຢາກເປັນສ່ວນໜຶ່ງຂອງໝວດໃດໜຶ່ງເຊັ່ນ ເປັນສ່ວນໜຶ່ງຂອງຄອບຄົວໜຶ່ງຫຼືວັດທະນະທຳໃດໜຶ່ງ. ແຕ່ມັນເປັນຄວາມຄິດທີ່ຜິດທີ່ວ່າ ຄຸນຄ່າຂອງເຈົ້າຖືກກຳນົດດ້ວຍວັດທະນະທຳແລະພູມຫຼັງຂອງຄອບຄົວ. ຜູ້ຄົນອາດຈະຕັດສິນເຈົ້າໂດຍອາໄສພື້ນຖານເຫຼົ່ານັ້ນ ແຕ່ພະເຈົ້າບໍ່ໄດ້ຕັດສິນແບບນັ້ນ. ອັກຄະສາວົກເປໂຕກ່າວວ່າ: “ພະເຈົ້າບໍ່ເລືອກໜ້າຄົນ ແຕ່ວ່າໃນທຸກປະເທດຜູ້ໜຶ່ງຜູ້ໃດທີ່ຢ້ານຢຳພະເຈົ້າແລະກະທຳການຊອບທຳກໍເປັນທີ່ຊອບໃຈແກ່ພະອົງ.” (ກິດຈະການ 10:34, 35) ຖ້າເຈົ້າພະຍາຍາມຈົນສຸດຄວາມສາມາດຂອງເຈົ້າເພື່ອເຮັດໃຫ້ພະເຢໂຫວາພະເຈົ້າພໍໃຈ ພະອົງຈະຖືວ່າເຈົ້າເປັນສ່ວນໜຶ່ງຂອງຄອບຄົວພະອົງ. (ເອຊາອີ 43:10; ມາລະໂກ 10:29, 30) ເອກະລັກອັນໃດທີ່ດີກວ່ານີ້ທີ່ເຈົ້າອາດມີໄດ້?
ວິທີເຊື່ອມຕໍ່ຊ່ອງຫວ່າງທາງວັດທະນະທຳຢູ່ເຮືອນ. ພໍ່ແມ່ແລະລູກໃນເກືອບທຸກຄອບຄົວຈະມີທັດສະນະທີ່ແຕກຕ່າງກັນ. ໃນກໍລະນີຂອງເຈົ້າ ຄວາມແຕກຕ່າງນັ້ນອາດມີຫຼາຍກວ່າ ນັ້ນຄືພໍ່ແມ່ຢາກໃຫ້ເຈົ້າໃຊ້ຊີວິດຕາມປະເພນີຕ່າງໆຂອງປະເທດທີ່ເຄີຍອາໄສຢູ່ ແຕ່ເຈົ້າຢາກປັບຕົວໃຫ້ເຂົ້າກັບປະເພນີຕ່າງໆຂອງປະເທດໃໝ່. ເຖິງຈະເປັນແນວນັ້ນ ຖ້າຢາກໃຫ້ສິ່ງຕ່າງໆໃນຊີວິດດຳເນີນໄປໄດ້ດ້ວຍດີ ເຈົ້າຕ້ອງ “ນັບຖືພໍ່ແມ່.”—ເອເຟດ 6:2, 3.
ແທນທີ່ຈະດື້ດຶງຕໍ່ຕ້ານກັບປະເພນີຂອງພໍ່ແມ່ຍ້ອນວ່າມັນບໍ່ເໝາະສົມກັບເຈົ້າ ພະຍາຍາມເຂົ້າໃຈເຫດຜົນທີ່ວ່າເປັນຫຍັງພໍ່ແມ່ຈຶ່ງໃຫ້ຄວາມນັບຖືຕໍ່ປະເພນີເຫຼົ່ານັ້ນ. (ສຸພາສິດ 2:10, 11) ຂໍໃຫ້ຖາມຕົວເອງດ້ວຍຄຳຖາມຕໍ່ໄປນີ້ ‘ປະເພນີນັ້ນຂັດກັບຫຼັກການໃນຄຳພີໄບເບິນບໍ? ຖ້າບໍ່ຂັດ ມີຫຍັງສະເພາະເຈາະຈົງກ່ຽວກັບປະເພນີນັ້ນທີ່ຂ້ອຍບໍ່ມັກ? ຂ້ອຍຈະໃຫ້ພໍ່ແມ່ຮັບຮູ້ເຖິງຄວາມຮູ້ສຶກຂອງຂ້ອຍຢ່າງເປັນຕາໜ້ານັບຖືໄດ້ແນວໃດ?’ (ກິດຈະການ 5:29) ແນ່ນອນວ່າມັນຈະງ່າຍຂຶ້ນຫຼາຍທີ່ຈະນັບຖືພໍ່ແມ່ຂອງເຈົ້າ ເຂົ້າໃຈຄວາມຄິດຂອງພວກເພິ່ນແລະສະແດງຄວາມຮູ້ສຶກຂອງເຈົ້າອອກມາ ຖ້າເຈົ້າຮູ້ວິທີເວົ້າພາສາຂອງພວກເພິ່ນໄດ້ດີ.
ວິທີເອົາຊະນະອຸປະສັກທາງດ້ານພາສາຢູ່ເຮືອນ. ຫຼາຍຄອບຄົວພົບວ່າເດັກນ້ອຍຈະຮຽນສອງພາສາໄດ້ດີຖ້າເຂົາເຈົ້າຕັ້ງໃຈແທ້ໆທີ່ຈະເວົ້າແຕ່ພາສາແມ່ຂອງຕົນເທົ່ານັ້ນ ເມື່ອຢູ່ເຮືອນ. ເປັນຫຍັງບໍ່ລອງເຮັດແບບນັ້ນໃນຄອບຄົວຂອງເຈົ້າເດ? ນອກຈາກນັ້ນ ເຈົ້າອາດຂໍໃຫ້ພໍ່ແມ່ຊ່ວຍສອນວິທີຂຽນໃຫ້ນຳ. ທ້າວສະເຕລິດສເຊິ່ງເຕີບໃຫຍ່ໃນປະເທດເຢຍລະມັນແຕ່ພາສາແມ່ແມ່ນພາສາກະເລັກ ເວົ້າວ່າ: “ພໍ່ແມ່ເຄີຍພິຈາລະນາຂໍ້ພະຄຳພີກັບຂ້ອຍທຸກໆມື້. ພວກເພິ່ນຈະອ່ານອອກສຽງ ແລະຂ້ອຍຈະຂຽນຂໍ້ພະຄຳພີນັ້ນ. ຕອນນີ້ຂ້ອຍສາມາດອ່ານແລະຂຽນໄດ້ທັງພາສາກະເລັກແລະພາສາເຢຍລະມັນ.”
ມີຜົນປະໂຫຍດຫຍັງອີກແດ່? ທ້າວຈີໂອຊູແອະທີ່ກ່າວເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍຮຽນພາສາຂອງພໍ່ແມ່ເພາະຂ້ອຍຕ້ອງການໃກ້ຊິດກັບພວກເພິ່ນທາງດ້ານອາລົມແລະສິ່ງທີ່ສຳຄັນຄືຕ້ອງການຮັບໃຊ້ພະເຈົ້ານຳກັນກັບພວກເພິ່ນ. ການຮຽນພາສາຂອງພວກເພິ່ນຊ່ວຍໃຫ້ເຂົ້າໃຈວ່າພວກເພິ່ນຮູ້ສຶກແນວໃດ. ແລະມັນກໍຊ່ວຍໃຫ້ພວກເພິ່ນເຂົ້າໃຈຂ້ອຍ.”
ຂົວຕໍ່ ບໍ່ແມ່ນອຸປະສັກ
ເຈົ້າຈະຖືວ່າພູມຫຼັງທາງດ້ານວັດທະນະທຳເປັນຄືອຸປະສັກທີ່ແບ່ງແຍກເຈົ້າຈາກຄົນອື່ນຫຼືວ່າເປັນຄືກັບຂົວທີ່ເຊື່ອມຕໍ່ລະຫວ່າງເຈົ້າກັບເຂົາເຈົ້າ? ໜຸ່ມສາວຄລິດສະຕຽນຫຼາຍຄົນສຳນຶກວ່າເຂົາເຈົ້າມີເຫດຜົນເພີ່ມເຕີມທີ່ຈະເຊື່ອມຕໍ່ຊ່ອງຫວ່າງລະຫວ່າງວັດທະນະທຳ. ເຂົາເຈົ້າຕ້ອງການບອກຄົນອື່ນໆທີ່ຍ້າຍມາຈາກຖິ່ນຖານດຽວກັນໃຫ້ຮູ້ກ່ຽວກັບຂ່າວດີເລື່ອງລາຊະອານາຈັກຂອງພະເຈົ້າ. (ມັດທາຍ 24:14; 28:19, 20) ທ້າວຊາໂລມາວທີ່ຍ້າຍມາຢູ່ເມືອງລອນດອນຕອນອາຍຸໄດ້ຫ້າປີເວົ້າວ່າ: “ການທີ່ສາມາດອະທິບາຍຂໍ້ພະຄຳພີໄດ້ໃນສອງພາສາເປັນປະໂຫຍດຢ່າງຍິ່ງ! ຂ້ອຍເກືອບລືມພາສາແມ່ຂອງຕົນ ແຕ່ຕອນນີ້ຂ້ອຍຮັບໃຊ້ໃນປະຊາຄົມທີ່ໃຊ້ພາສາປອກຕຸຍການ ຂ້ອຍເວົ້າທັງພາສາອັງກິດແລະພາສາປອກຕຸຍການໄດ້ຢ່າງຄ່ອງແຄ່ວ.”
ນາງນູທີ່ກ່າວເຖິງກ່ອນໜ້ານີ້ ເຫັນຄວາມຈຳເປັນທີ່ຈະມີຜູ້ປະກາດໃນເຂດວຽກທີ່ໃຊ້ພາສາອາຮັບ. ລາວເວົ້າວ່າ: “ຕອນນີ້ຂ້ອຍກຳລັງຮຽນພາສາແລະພະຍາຍາມຮື້ຟື້ນສິ່ງທີ່ໄດ້ລືມ. ທັດສະນະຂອງຂ້ອຍປ່ຽນໄປ. ຕອນນີ້ຂ້ອຍຕ້ອງການ ທີ່ຈະໄດ້ຮັບການແກ້ໄຂເມື່ອເວົ້າຜິດ. ຂ້ອຍຕ້ອງການ ຮຽນ.”
ແນ່ນອນວ່າ ຖ້າເຈົ້າຄຸ້ນເຄີຍກັບສອງວັດທະນະທຳແລະສາມາດເວົ້າໄດ້ສອງພາສາຫຼືຫຼາຍກວ່ານັ້ນກໍຖືວ່າເປັນຂໍ້ໄດ້ປຽບແທ້ໆ. ຄວາມຮູ້ຂອງເຈົ້າທັງສອງວັດທະນະທຳຈະຊ່ວຍໃຫ້ເຈົ້າສາມາດເຂົ້າໃຈຄວາມຮູ້ສຶກຂອງຜູ້ຄົນໄດ້ດີຍິ່ງຂຶ້ນແລະສາມາດຕອບຄຳຖາມຂອງເຂົາເຈົ້າໃນເລື່ອງພະເຈົ້າ. (ສຸພາສິດ 15:23) ນາງປຣີຕີເຊິ່ງເປັນຄົນອິນເດຍທີ່ເກີດໃນປະເທດອັງກິດ ເວົ້າວ່າ: “ເນື່ອງຈາກຂ້ອຍເຂົ້າໃຈທັງສອງວັດທະນະທຳ ຂ້ອຍຈຶ່ງຮູ້ສຶກສະບາຍໃຈເມື່ອອອກໄປປະກາດ. ຂ້ອຍເຂົ້າໃຈຜູ້ຄົນຈາກທັງສອງວິຖີຊີວິດທັງໃນສິ່ງທີ່ເຂົາເຈົ້າເຊື່ອແລະທັດສະນະຂອງເຂົາເຈົ້າ.”
ໃນທຳນອງດຽວກັນ ເຈົ້າຈະເບິ່ງສະພາບການຂອງຕົນເອງວ່າເປັນຂໍ້ໄດ້ປຽບແທນທີ່ຈະເປັນອຸປະສັກບໍ? ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາຮັກເຈົ້າເພາະສິ່ງທີ່ເຈົ້າເປັນ ບໍ່ແມ່ນຍ້ອນວ່າເຈົ້າແລະຄອບຄົວມາຈາກໃສ. ເຊັ່ນດຽວກັບໜຸ່ມສາວທີ່ອ້າງເຖິງໃນທີ່ນີ້ ເຈົ້າຈະໃຊ້ຄວາມຮູ້ແລະປະສົບການຂອງເຈົ້າເພື່ອຊ່ວຍຄົນອື່ນທີ່ມີພູມຫຼັງເປັນເຊື້ອຊາດດຽວກັບເຈົ້າໃຫ້ຮຽນຮູ້ກ່ຽວກັບພະເຢໂຫວາພະເຈົ້າຜູ້ປ່ຽມດ້ວຍຄວາມຮັກແລະບໍ່ລຳອຽງໄດ້ບໍ? ການເຮັດສິ່ງດັ່ງກ່າວນັ້ນຈະເຮັດໃຫ້ເຈົ້າພົບຄວາມສຸກທີ່ແທ້ຈິງ!—ກິດຈະການ 20:35.
ຂໍ້ພະຄຳພີຫຼັກ
“ພະເຈົ້າບໍ່ເລືອກໜ້າຄົນ.”—ກິດຈະການ 10:34.
ຄຳແນະນຳ
ຖ້າຄົນຮຸ່ນດຽວກັນເຍາະເຍີ້ຍກ່ຽວກັບພູມຫຼັງທາງດ້ານເຊື້ອຊາດຂອງເຈົ້າ ບໍ່ຕ້ອງສົນໃຈຕໍ່ກັບຄຳສຽດສີນັ້ນ ແຕ່ໃຫ້ມີອາລົມດີ. ຖ້າເຈົ້າເຮັດແບບນີ້ ເຂົາເຈົ້າຈະໝົດຄວາມສົນໃຈໃນການຢອກລໍ້ເຈົ້າ.
ເຈົ້າຮູ້ບໍ . . .?
ຖ້າເວົ້າໄດ້ສອງພາສາ ເຈົ້າອາດເຮັດໃຫ້ຕົນເອງມີໂອກາດທີ່ຈະຫາວຽກເຮັດໄດ້ງ່າຍຂຶ້ນ.
ແຜນພາກປະຕິບັດ!
ເພື່ອຈະປັບປຸງຄວາມເຂົ້າໃຈຕໍ່ກັບພາສາແມ່ຂອງຂ້ອຍ ຂ້ອຍຈະ ․․․․․
ສິ່ງທີ່ຂ້ອຍຢາກຖາມພໍ່ (ແມ່) ກ່ຽວກັບເລື່ອງນີ້ແມ່ນ ․․․․․
ເຈົ້າຄິດວ່າແນວໃດ?
• ການຮູ້ຈັກກ່ຽວກັບພູມຫຼັງທາງດ້ານວັດທະນະທຳຂອງພໍ່ແມ່ຊ່ວຍເຈົ້າແນວໃດໃຫ້ເຂົ້າໃຈຕົວເອງດີຂຶ້ນ?
• ເມື່ອສົມທຽບກັບໜຸ່ມສາວທີ່ບໍ່ມີພູມຫຼັງທາງດ້ານວັດທະນະທຳທີ່ຫຼາກຫຼາຍ ເຈົ້າມີຂໍ້ໄດ້ປຽບອັນໃດແດ່?
[ຈຸດເດັ່ນໜ້າ 160]
“ຂ້ອຍມີຄວາມສຸກທີ່ສາມາດຊ່ວຍຄົນອື່ນ. ຂ້ອຍສາມາດອະທິບາຍພະຄຳພີກັບຄົນທີ່ເວົ້າພາສາລັດເຊຍ ພາສາຝຣັ່ງ ຫຼືພາສາໂມນດາວີ.”—ທ້າວ ໂອເລກ
[ຮູບພາບໜ້າ 161]
ເຈົ້າສາມາດເລືອກທີ່ຈະຖືວ່າພູມຫຼັງທາງດ້ານວັດທະນະທຳເປັນຄືກັບຂົວທີ່ເຊື່ອມຕໍ່ເຈົ້າກັບຄົນອື່ນ