ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮບບ ບົດທີ 3 ໜ້າ 29-39
  • ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?
  • ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ອ່ານໃນ ໄບເບິນສອນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສັດຕູ​ຂອງ​ພະເຈົ້າ​ເປັນ​ຕົ້ນ​ເຫດ
  • ໃຜ​ປົກຄອງ​ໂລກ​ນີ້?
  • ໂລກ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ​ແນວ​ໃດ?
  • ໂລກ​ໃໝ່​ໃກ້​ເຂົ້າ​ມາ​ແລ້ວ!
  • ຈຸດປະສົງຂອງພະເຢໂຫວາຈະສຳເລັດ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ທຸກ​ຫຼາຍ​ແທ້?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຜູ້​ອື່ນ​ທີ່​ສູງ​ສົ່ງ​ກວ່າ​ພວກ​ເຮົາ
    ຮຽນຈາກຄູຜູ້ຍິ່ງໃຫຍ່
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
ເບິ່ງຕື່ມ
ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
ຮບບ ບົດທີ 3 ໜ້າ 29-39

ບົດ​ທີ 3

ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

1. ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

ພະເຈົ້າ​ມີ​ຈຸດ​ປະສົງ​ທີ່​ດີ​ເລີດ​ສຳລັບ​ມະນຸດ. ພະອົງ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ທີ່​ດີ​ສົມບູນ​ແບບ​ແລະ​ມີ​ຄວາມ​ສຸກ ບໍ່​ເຈັບ​ປ່ວຍ ບໍ່​ເຖົ້າ ແລະ​ບໍ່​ຕາຍ. ພະອົງ​ສ້າງ​ຜູ້​ຊາຍ​ຄົນ​ທຳອິດ​ຊື່​ອາດາມ​ແລະ​ຜູ້​ຍິງ​ຄົນ​ທຳອິດ​ຊື່​ເອວາ ແລ້ວ​ໃຫ້​ພວກ​ເຂົາ​ຢູ່​ໃນ​ສວນ​ທີ່​ສວຍ​ງາມ​ຊື່​ເອເດນ. ພະອົງ​ຢາກ​ໃຫ້​ພວກ​ເຂົາ​ມີ​ລູກ​ມີ​ຫຼານ​ເພື່ອ​ຈະ​ຊ່ວຍ​ກັນ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ສວນ​ອຸທິຍານ ລວມ​ທັງ​ເບິ່ງ​ແຍງ​ສັດ​ຕ່າງໆນຳ.—ຕົ້ນເດີມ 1:28; 2:8, 9, 15; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 6

2. (ກ) ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ພະເຈົ້າ​ຈະ​ເຮັດ​ຕາມ​ທີ່​ພະອົງ​ຕັ້ງ​ໃຈ​ໄວ້? (ຂ) ຄົນ​ແບບ​ໃດ​ທີ່​ພະເຈົ້າ​ຢາກ​ໃຫ້​ຢູ່​ໃນ​ໂລກ ແລະ​ຈະ​ຢູ່​ດົນ​ປານ​ໃດ?

2 ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ມີ​ໂອກາດ​ໄດ້​ຢູ່​ໃນ​ໂລກ​ທີ່​ເປັນ​ສວນ​ອຸທິຍານ​ແບບ​ທີ່​ພະເຈົ້າ​ຕັ້ງ​ໃຈ​ໄວ້​ບໍ? ພະ​ເຢໂຫວາ​ບອກ​ວ່າ: “ທຸກ​ຢ່າງ​ຈະ​ຕ້ອງ​ເກີດ​ຂຶ້ນ​ຕາມ​ທີ່​ເຮົາ​ຕ້ອງການ ເຮົາ​ເວົ້າ​ໄວ້​ຢ່າງ​ໃດ​ກໍ​ຈະ​ເກີດ​ຂຶ້ນ​ຢ່າງ​ນັ້ນ.” (ເອຊາອີ 46:9-11; 55:11, ລ.ມ.) ພະ​ເຢໂຫວາ​ເປັນ​ພະເຈົ້າ​ທີ່​ເວົ້າ​ແນວ​ໃດ​ກໍ​ເຮັດ​ຕາມ​ນັ້ນ. ເມື່ອ​ພະອົງ​ຕັ້ງ​ໃຈ​ຈະ​ເຮັດ​ຫຍັງ ທຸກ​ຢ່າງ​ກໍ​ຕ້ອງ​ເປັນ​ໄປ​ຕາມ​ນັ້ນ ບໍ່​ມີ​ສິ່ງ​ໃດ​ມາ​ຂັດ​ຂວາງ​ພະອົງ​ໄດ້. ພະ​ເຢໂຫວາ​ບອກ​ວ່າ ພະອົງ​ສ້າງ​ໂລກ​ແບບ​ມີ​ຈຸດ​ປະສົງ ພະອົງ “ບໍ່​ໄດ້​ສ້າງ​ໂລກ​ໄວ້​ເສີຍໆ ໂດຍ​ບໍ່​ມີ​ຈຸດ​ປະສົງ​ອັນ​ໃດ ແຕ່​ພະອົງ​ສ້າງ​ໄວ້​ເພື່ອ​ໃຫ້​ຄົນ​ຢູ່​ອາໄສ.” (ເອຊາອີ 45:18, ລ.ມ.) ຄົນ​ແບບ​ໃດ​ທີ່​ພະອົງ​ຢາກ​ໃຫ້​ຢູ່​ໃນ​ໂລກ ແລະ​ຈະ​ຢູ່​ດົນ​ປານ​ໃດ? ຄຳພີ​ໄບເບິນ​ບອກ​ວ່າ: “ຄົນ​ຊອບທຳ [ຫຼື​ຄົນ​ທີ່​ເຊື່ອ​ຟັງ] ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.”—ຄຳເພງ 37:29; ພະນິມິດ 21:3, 4

3. ເມື່ອ​ເຫັນ​ສະພາບ​ທີ່​ເກີດ​ຂຶ້ນ​ກັບ​ມະນຸດ ເຮົາ​ອາດ​ສົງໄສ​ໃນ​ເລື່ອງ​ໃດ?

3 ແຕ່​ຕອນ​ນີ້ ເຮົາ​ທຸກ​ຄົນ​ເກີດ​ມາ​ກໍ​ຕ້ອງ​ເຈັບ​ປ່ວຍ​ແລະ​ຕາຍ. ເຮົາ​ເຫັນ​ຄົນ​ຈຳນວນ​ຫຼາຍ​ຜິດ​ຖຽງ​ກັນ ຕໍ່​ສູ້​ກັນ ຂ້າ​ກັນ ເຊິ່ງ​ບໍ່​ແມ່ນ​ສິ່ງ​ທີ່​ພະເຈົ້າ​ຢາກ​ໃຫ້​ເປັນ​ຕັ້ງ​ແຕ່​ຕອນ​ທຳອິດ. ດັ່ງ​ນັ້ນ ຫຼາຍ​ຄົນ​ຈຶ່ງ​ສົງໄສ​ວ່າ ເປັນ​ຫຍັງ​ໂລກ​ຈຶ່ງ​ເປັນ​ແນວ​ນີ້ ຄື​ບໍ່​ເປັນ​ແບບ​ທີ່​ພະເຈົ້າ​ບອກ​ໄວ້? ຄຳພີ​ໄບເບິນ​ເທົ່າ​ນັ້ນ​ທີ່​ມີ​ຄຳຕອບ.

ສັດຕູ​ຂອງ​ພະເຈົ້າ​ເປັນ​ຕົ້ນ​ເຫດ

4, 5. (ກ) ທີ່​ຈິງ​ແລ້ວ​ໃຜ​ເວົ້າ​ກັບ​ເອວາ​ໃນ​ສວນ​ເອເດນ? (ຂ) ຄົນ​ຜູ້​ໜຶ່ງ​ທີ່​ເຄີຍ​ສັດ​ຊື່​ກາຍ​ເປັນ​ຄົນ​ຂີ້​ລັກ​ໄດ້​ແນວ​ໃດ?

4 ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ​ພະເຈົ້າ​ມີ​ສັດຕູ ມັນ​ເປັນ​ທູດ​ສະຫວັນ​ທີ່ “ຖືກ​ເອີ້ນ​ວ່າ​ມານ​ຮ້າຍ​ແລະ​ຊາຕານ.” ຊາຕານ​ເວົ້າ​ກັບ​ເອວາ​ໃນ​ສວນ​ເອເດນ​ໂດຍ​ໃຊ້​ງູ ມັນ​ເຮັດ​ໃຫ້​ເອວາ​ຄິດ​ວ່າ​ແມ່ນ​ງູ​ທີ່​ກຳລັງ​ເວົ້າ​ກັບ​ລາວ.—ພະນິມິດ 12:9; ຕົ້ນເດີມ 3:1; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 7

5 ມານ​ຊາຕານ​ທີ່​ຊົ່ວ​ຮ້າຍ​ນີ້​ມາ​ຈາກ​ໃສ? ພະເຈົ້າ​ສ້າງ​ມັນ​ຂຶ້ນ​ມາ​ບໍ? ບໍ່​ແມ່ນ! ເຖິງ​ວ່າ​ພະເຈົ້າ​ສ້າງ​ທຸກ​ສິ່ງ​ດີ​ໝົດ ລວມ​ທັງ​ທູດ​ສະຫວັນ​ນຳ ແຕ່​ພະອົງ​ບໍ່​ໄດ້​ສ້າງ​ຊາຕານ. ຊາຕານ​ເປັນ​ທູດ​ສະຫວັນ​ອົງ​ໜຶ່ງ​ທີ່​ຖືກ​ສ້າງ​ກ່ອນ​ທີ່​ພະເຈົ້າ​ກຽມ​ໂລກ​ໃຫ້​ອາດາມ​ກັບ​ເອວາ ແຕ່​ຕໍ່​ມາ​ມັນ​ໄດ້​ເຮັດ​ໃຫ້​ຕົວ​ເອງ​ກາຍ​ເປັນ​ຊາຕານ. (ໂຢບ 38:4, 7) ເລື່ອງ​ແບບ​ນີ້​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ລອງ​ຄິດ​ເບິ່ງ ຄົນ​ຜູ້​ໜຶ່ງ​ທີ່​ເຄີຍ​ສັດ​ຊື່​ກາຍ​ເປັນ​ຄົນ​ຂີ້​ລັກ​ໄດ້​ແນວ​ໃດ? ລາວ​ບໍ່​ໄດ້​ເປັນ​ຂີ້​ລັກ​ມາ​ຕັ້ງ​ແຕ່​ເກີດ ແຕ່​ລາວ​ຢາກ​ໄດ້​ເຄື່ອງ​ຂອງ​ຄົນ​ອື່ນ ແລະ​ຄິດ​ເຖິງ​ແຕ່​ເລື່ອງ​ນັ້ນ​ຢູ່​ເລື້ອຍໆຈົນ​ຢາກ​ໄດ້​ເຄື່ອງ​ນັ້ນ​ຫຼາຍ​ຂຶ້ນໆ ເມື່ອ​ໄດ້​ໂອກາດ​ກໍ​ລົງ​ມື​ເຮັດ. ສຸດ​ທ້າຍ​ຄົນ​ທີ່​ສັດ​ຊື່​ຜູ້​ນີ້​ກໍ​ກາຍ​ເປັນ​ຄົນ​ຂີ້​ລັກ.—ອ່ານ​ຢາໂກໂບ 1:14-15; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 8

6. ທູດ​ສະຫວັນ​ອົງ​ໜຶ່ງ​ກາຍ​ເປັນ​ສັດຕູ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?

6 ນີ້​ແມ່ນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ທູດ​ສະຫວັນ​ອົງ​ນັ້ນ​ຄື​ກັນ. ຫຼັງ​ຈາກ​ພະ​ເຢໂຫວາ​ສ້າງ​ອາດາມ​ກັບ​ເອວາ ພະອົງ​ບອກ​ໃຫ້​ພວກ​ເຂົາ​ມີ​ລູກ​ຫຼານ “[ເຕັມ] ແຜ່ນດິນ.” (ຕົ້ນເດີມ 1:27, 28) ທູດ​ສະຫວັນ​ອົງ​ນັ້ນ​ອາດ​ຄິດ​ວ່າ ‘ຖ້າ​ຄົນ​ໝົດ​ໂລກ​ຂາບ​ໄຫວ້​ນະມັດສະການ​ຂ້ອຍ​ແທນ​ທີ່​ຈະ​ນະມັດສະການ​ພະ​ເຢໂຫວາ​ກໍ​ຄື​ຊິ​ດີ.’ ເມື່ອ​ຄິດ​ເຖິງ​ເລື່ອງ​ນີ້​ຫຼາຍ​ເທົ່າ​ໃດ ມັນ​ກໍ​ແຮ່ງ​ຢາກ​ໃຫ້​ມະນຸດ​ທຸກ​ຄົນ​ນະມັດສະການ​ມັນ​ຫຼາຍ​ເທົ່າ​ນັ້ນ. ດັ່ງ​ນັ້ນ ມັນ​ຈຶ່ງ​ຕົວະ​ແລະ​ລໍ້​ລວງ​ເອວາ​ໃຫ້​ເຂົ້າ​ໃຈ​ພະເຈົ້າ​ຜິດ. (ອ່ານ​ຕົ້ນເດີມ 3:1-5) ການ​ເຮັດ​ແບບ​ນີ້​ເຮັດ​ໃຫ້​ມັນ​ກາຍ​ເປັນ​ຊາຕານ ສັດຕູ​ຂອງ​ພະເຈົ້າ.

7. (ກ) ເປັນ​ຫຍັງ​ອາດາມ​ກັບ​ເອວາ​ຈຶ່ງ​ຕາຍ? (ຂ) ເປັນ​ຫຍັງ​ເຮົາ​ຕ້ອງ​ເຖົ້າ​ລົງ​ແລະ​ຕາຍ?

7 ອາດາມ​ແລະ​ເອວາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ​ແລະ​ກິນ​ໝາກ​ໄມ້​ທີ່​ພະອົງ​ຫ້າມ. (ຕົ້ນເດີມ 2:17; 3:6) ການ​ບໍ່​ເຊື່ອ​ຟັງ​ນີ້​ແຫຼະ​ເປັນ​ການ​ເຮັດ​ບາບ​ຕໍ່​ພະ​ເຢໂຫວາ ພວກ​ເຂົາ​ຈຶ່ງ​ເຖົ້າ​ລົງ​ແລະ​ຕາຍ​ຄື​ກັບ​ທີ່​ພະອົງ​ບອກ​ໄວ້. (ຕົ້ນເດີມ 3:17-19) ບາບ​ທີ່​ອາດາມ​ກັບ​ເອວາ​ເຮັດ​ກໍ​ຕົກ​ທອດ​ມາ​ເຖິງ​ລູກ​ຫຼານ​ນຳ ນີ້​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ຕາຍ​ຄື​ກັນ. (ອ່ານ​ໂຣມ 5:12) ເພື່ອ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ວ່າ​ເປັນ​ຫຍັງ​ລູກ​ຫຼານ​ຂອງ​ອາດາມ​ກັບ​ເອວາ​ຈຶ່ງ​ເກີດ​ມາ​ເປັນ​ຄົນ​ບາບ ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ນີ້. ສົມມຸດ​ວ່າ​ເຈົ້າ​ເຮັດ​ເຂົ້າ​ໜົມ​ຄົກ​ໂດຍ​ໃຊ້​ໝໍ້​ເຂົ້າ​ໜົມ​ທີ່​ບຸ້ມ ເຂົ້າ​ໜົມ​ຄົກ​ແຕ່​ລະ​ອັນ​ກໍ​ຈະ​ມີ​ຮອຍ​ບຸ້ມ​ຫຼື​ມີ​ຕຳໜິ. ຄ້າຍ​ຄື​ກັນ ເມື່ອ​ອາດາມ​ບໍ່​ເຊື່ອ​ຟັງ​ພະເຈົ້າ ລາວ​ກາຍ​ເປັນ​ຄົນ​ບາບ​ຫຼື​ມີ​ຮອຍ​ຕຳໜິ. ເຮົາ​ທຸກ​ຄົນ​ເປັນ​ລູກ​ຫຼານ​ຂອງ​ອາດາມ ເຮົາ​ຈຶ່ງ​ມີ​ຮອຍ​ຕຳໜິ​ຫຼື​ມີ​ບາບ​ທີ່​ຕິດ​ຕົວ​ມາ​ຕັ້ງ​ແຕ່​ເກີດ ແລະ​ຍ້ອນ​ບາບ​ນີ້​ເອງ​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ເຖົ້າ​ລົງ​ແລະ​ຕາຍ.—ໂຣມ 3:23; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 9

8, 9. (ກ) ຊາຕານ​ຢາກ​ໃຫ້​ອາດາມ​ກັບ​ເອວາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເປັນ​ພະເຈົ້າ​ແບບ​ໃດ? (ຂ) ເປັນ​ຫຍັງ​ພະ​ເຢໂຫວາ​ບໍ່​ຂ້າ​ພວກ​ກະບົດ​ທັນທີ?

8 ນອກ​ຈາກ​ນັ້ນ ເມື່ອ​ຊາຕານ​ຊັກ​ຈູງ​ອາດາມ​ກັບ​ເອວາ​ບໍ່​ໃຫ້​ເຊື່ອ​ຟັງ​ພະເຈົ້າ ມັນ​ກຳລັງ​ກໍ່​ກະບົດ. ມັນ​ຢາກ​ໃຫ້​ອາດາມ​ກັບ​ເອວາ​ເຊື່ອ​ວ່າ​ພະ​ເຢໂຫວາ​ເວົ້າ​ຕົວະ​ແລະ​ເປັນ​ຜູ້​ປົກຄອງ​ທີ່​ບໍ່​ດີ ເພາະ​ບໍ່​ຍອມ​ໃຫ້​ມະນຸດ​ໄດ້​ຮັບ​ສິ່ງ​ດີໆ. ຊາຕານ​ຍັງ​ບອກ​ວ່າ​ມະນຸດ​ບໍ່​ຕ້ອງ​ໃຫ້​ພະເຈົ້າ​ມາ​ບອກ​ວ່າ​ຄວນ​ເຮັດ​ຫຍັງ ແລະ​ອາດາມ​ກັບ​ເອວາ​ຕັດສິນ​ໃຈ​ເອງ​ໄດ້​ວ່າ​ສິ່ງ​ໃດ​ຖືກ​ສິ່ງ​ໃດ​ຜິດ. ຖ້າ​ເປັນ​ແນວ​ນັ້ນ ພະ​ເຢໂຫວາ​ຈະ​ເຮັດ​ແນວ​ໃດ​ກັບ​ເລື່ອງ​ນີ້? ພະອົງ​ຈະ​ຂ້າ​ພວກ​ກະບົດ​ແລະ​ເຮັດ​ໃຫ້​ເລື່ອງ​ນີ້​ຈົບ​ໄປ​ເລີຍ​ກໍ​ໄດ້ ແຕ່​ການ​ເຮັດ​ແບບ​ນັ້ນ​ຈະ​ພິສູດ​ໄດ້​ບໍ​ວ່າ​ຊາຕານ​ເວົ້າ​ຕົວະ? ບໍ່​ໄດ້​ດອກ.

9 ດັ່ງ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ບໍ່​ຂ້າ​ພວກ​ກະບົດ​ທັນທີ. ແຕ່​ພະອົງ​ໃຫ້​ໂອກາດ​ມະນຸດ​ໄດ້​ປົກຄອງ​ຕົວ​ເອງ​ເພື່ອ​ໃຫ້​ເຫັນ​ແຈ້ງ​ໄປ​ເລີຍ​ວ່າ​ຊາຕານ​ເວົ້າ​ຕົວະ ແລະ​ເຮັດ​ໃຫ້​ເຫັນ​ວ່າ​ພະ​ເຢໂຫວາ​ເທົ່າ​ນັ້ນ​ທີ່​ຮູ້​ວ່າ​ສິ່ງ​ໃດ​ດີ​ທີ່​ສຸດ​ສຳລັບ​ມະນຸດ. ເຮົາ​ຈະ​ຮູ້​ເລື່ອງ​ນີ້​ຫຼາຍ​ຂຶ້ນ​ໃນ​ບົດ​ທີ 11. ແຕ່​ເຈົ້າ​ຄິດ​ແນວ​ໃດ​ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ອາດາມ​ກັບ​ເອວາ? ເຈົ້າ​ຄິດ​ວ່າ​ຖືກ​ບໍ​ທີ່​ພວກ​ເຂົາ​ໄປ​ເຊື່ອ​ຊາຕານ​ແທນ​ທີ່​ຈະ​ເຊື່ອ​ພະ​ເຢໂຫວາ? ພະອົງ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ​ແກ່​ພວກ​ເຂົາ. ພະອົງ​ໃຫ້​ພວກ​ເຂົາ​ມີ​ຊີວິດ​ທີ່​ດີ​ພ້ອມ​ທຸກ​ຢ່າງ ຢູ່​ໃນ​ສວນ​ທີ່​ສວຍ​ງາມ ແລະ​ມີ​ວຽກ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ສຸກ. ແຕ່​ຊາຕານ​ບໍ່​ເຄີຍ​ເຮັດ​ສິ່ງ​ດີໆໃຫ້​ພວກ​ເຂົາ​ເລີຍ. ຖ້າ​ເປັນ​ເຈົ້າ ເຈົ້າ​ຈະ​ເຊື່ອ​ໃຜ?

10. ເຮົາ​ແຕ່​ລະ​ຄົນ​ມີ​ເລື່ອງ​ສຳຄັນ​ຫຍັງ​ທີ່​ຕ້ອງ​ຕັດສິນ​ໃຈ?

10 ທຸກ​ມື້​ນີ້ ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ຄື​ກັນ​ວ່າ​ຈະ​ເຊື່ອ​ຟັງ​ຜູ້​ໃດ ພະເຈົ້າ​ຫຼື​ຊາຕານ ແລະ​ການ​ຕັດສິນ​ໃຈ​ນັ້ນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ. ຖ້າ​ເຮົາ​ເລືອກ​ເຊື່ອ​ຟັງ​ພະ​ເຢໂຫວາ​ທັງໆທີ່​ບໍ່​ມີ​ຫຼາຍ​ຄົນ​ທີ່​ເຮັດ​ແບບ​ນັ້ນ ກໍ​ເທົ່າ​ກັບ​ວ່າ​ເຮົາ​ໃຫ້​ພະອົງ​ເປັນ​ຜູ້​ປົກຄອງ​ເຮົາ​ແລະ​ພິສູດ​ວ່າ​ຊາຕານ​ເວົ້າ​ຕົວະ. ແຕ່​ຖ້າ​ເຮົາ​ບໍ່​ເຊື່ອ​ຟັງ​ພະເຈົ້າ​ກໍ​ເທົ່າ​ກັບ​ວ່າ​ເຮົາ​ໃຫ້​ຊາຕານ​ເປັນ​ຜູ້​ປົກຄອງ​ເຮົາ. (ຄຳເພງ 73:28; ອ່ານ​ສຸພາສິດ 27:11) ແຕ່​ເຈົ້າ​ຮູ້​ບໍ​ວ່າ​ພະ​ເຢໂຫວາ​ບໍ່​ໄດ້​ປົກຄອງ​ໂລກ​ໃນ​ຕອນ​ນີ້. ຄັນ​ຊັ້ນ​ໃຜ​ປົກຄອງ​ໂລກ​ນີ້?

ໃຜ​ປົກຄອງ​ໂລກ​ນີ້?

ຊາຕານ​ສະເໜີ​ລັດຖະບານ​ຫຼື​ອານາຈັກ​ຕ່າງໆ​ໃນ​ໂລກ​ໃຫ້​ພະ​ເຢຊູ

ຖ້າ​ປະເທດ​ທັງ​ໝົດ​ໃນ​ໂລກ​ບໍ່​ໄດ້​ເປັນ​ຂອງ​ຊາຕານ ມັນ​ຈະ​ມີ​ສິດ​ເອົາ​ມາ​ສະເໜີ​ໃຫ້​ພະ​ເຢຊູ​ບໍ?

11, 12. (ກ) ການ​ທີ່​ຊາຕານ​ກ້າ​ສະເໜີ​ປະເທດ​ທັງ​ໝົດ​ໃນ​ໂລກ​ນີ້​ໃຫ້​ພະ​ເຢຊູ​ເຮັດ​ໃຫ້​ເຮົາ​ຮູ້​ຫຍັງ? (ຂ) ພະ​ຄຳພີ​ຂໍ້​ໃດ​ແດ່​ທີ່​ບອກ​ວ່າ​ຊາຕານ​ເປັນ​ຜູ້​ປົກຄອງ​ໂລກ?

11 ພະ​ເຢຊູ​ຮູ້​ວ່າ​ແທ້ໆແລ້ວ​ໃຜ​ປົກຄອງ​ໂລກ​ນີ້. ມີ​ຢູ່​ເທື່ອ​ໜຶ່ງ ຊາຕານ “ໃຫ້​ເພິ່ນ​ເຫັນ​ປະເທດ​ທັງ​ໝົດ​ໃນ​ໂລກ​ແລະ​ຄວາມ​ຍິ່ງໃຫຍ່​ຂອງ​ປະເທດ​ເຫຼົ່າ​ນັ້ນ.” ແລ້ວ​ຊາຕານ​ກໍ​ສັນຍາ​ກັບ​ພະ​ເຢຊູ​ວ່າ: “ຂ້ອຍ​ຈະ​ຍົກ​ທັງ​ໝົດ​ນີ້​ໃຫ້​ເຈົ້າ ຖ້າ​ເຈົ້າ​ໝອບ​ລົງ​ຂາບ​ໄຫວ້​ຂ້ອຍ​ພຽງ​ເທື່ອ​ດຽວ.” (ມັດທາຍ 4:8, 9; ລູກາ 4:5, 6) ລອງ​ຄິດ​ເບິ່ງ​ແມ້ ‘ຖ້າ​ປະເທດ​ທັງ​ໝົດ​ໃນ​ໂລກ​ບໍ່​ໄດ້​ເປັນ​ຂອງ​ຊາຕານ ມັນ​ຈະ​ມີ​ສິດ​ເອົາ​ມາ​ສະເໜີ​ໃຫ້​ພະ​ເຢຊູ​ບໍ?’ ແນ່ນອນ​ວ່າ​ມັນ​ບໍ່​ມີ​ສິດ​ເຮັດ​ແບບ​ນັ້ນ. ການ​ທີ່​ຊາຕານ​ກ້າ​ສະເໜີ​ໃຫ້​ພະ​ເຢຊູ​ແບບ​ນີ້​ກໍ​ສະແດງ​ວ່າ​ປະເທດ​ທັງ​ໝົດ​ໃນ​ໂລກ​ເປັນ​ຂອງ​ມັນ.

12 ເຈົ້າ​ອາດ​ສົງໄສ​ວ່າ: ‘ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຊາຕານ​ປົກຄອງ​ໂລກ? ພະ​ເຢໂຫວາ​ມີ​ລິດເດດ​ສູງ​ສຸດ​ແລະ​ເປັນ​ຜູ້​ສ້າງ​ເອກະພົບ ພະອົງ​ຄວນ​ຈະ​ເປັນ​ຜູ້​ປົກຄອງ​ໂລກ​ບໍ່​ແມ່ນ​ບໍ?’ (ພະນິມິດ 4:11) ກໍ​ແມ່ນ ພະອົງ​ເປັນ​ຜູ້​ສ້າງ ແຕ່​ພະ​ເຢຊູ​ເອີ້ນ​ຊາຕານ​ວ່າ “ຜູ້​ປົກຄອງ​ໂລກ.” (ໂຢຮັນ 12:31; 14:30; 16:11) ໂປໂລ​ກໍ​ເອີ້ນ​ມັນ​ວ່າ “ພະເຈົ້າ​ຂອງ​ໂລກ​ນີ້.” (2 ໂກຣິນໂທ 4:3, 4) ແລະ​ໂຢຮັນ​ຍັງ​ຂຽນ​ວ່າ “ໂລກ​ທັງ​ໝົດ​ຢູ່​ໃນ​ອຳນາດ​ຊາຕານ​ຕົວ​ຊົ່ວ​ຮ້າຍ.”—1 ໂຢຮັນ 5:19

ໂລກ​ຂອງ​ຊາຕານ​ຈະ​ຖືກ​ທຳລາຍ​ແນວ​ໃດ?

13. ເປັນ​ຫຍັງ​ເຮົາ​ຢາກ​ໃຫ້​ມີ​ໂລກ​ໃໝ່?

13 ໂລກ​ນີ້​ອັນຕະລາຍ​ຫຼາຍ​ຂຶ້ນ​ເລື້ອຍໆ. ບໍ່​ວ່າ​ຢູ່​ບ່ອນ​ໃດ​ກໍ​ມີ​ແຕ່​ສົງຄາມ ການ​ສໍ້​ໂກງ ການ​ຕົ້ມ​ຕຸນ​ຫຼອກ​ລວງ ແລະ​ຄວາມ​ຮຸນແຮງ. ມະນຸດ​ບໍ່​ສາມາດ​ເຮັດ​ໃຫ້​ບັນຫາ​ເຫຼົ່າ​ນີ້​ໝົດ​ໄປ​ໄດ້​ເຖິງ​ວ່າ​ພວກ​ເຂົາ​ຈະ​ພະຍາຍາມ​ຫຼາຍ​ສ່ຳ​ໃດ​ກໍ​ຕາມ. ແຕ່​ພະ​ເຢໂຫວາ​ເຮັດ​ໄດ້ ພະອົງ​ຈະ​ທຳລາຍ​ໂລກ​ຊົ່ວ​ໃນ​ສົງຄາມ​ອາມາເຄໂດນ ແລ້ວ​ຈະ​ໃຫ້​ມີ​ໂລກ​ໃໝ່​ມາ​ແທນ.—ພະນິມິດ 16:14-16; ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 10

14. ພະເຈົ້າ​ເລືອກ​ໃຜ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະອົງ? ແລະ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ແນວ​ໃດ​ກ່ຽວ​ກັບ​ພະ​ເຢຊູ?

14 ພະ​ເຢໂຫວາ​ເລືອກ​ພະ​ເຢຊູ​ຄລິດ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ມາ​ດົນ​ຫຼາຍ​ພັນ​ປີ​ແລ້ວ​ວ່າ ພະ​ເຢຊູ​ຈະ​ປົກຄອງ​ເປັນ “ເຈົ້າ​ຊາຍ​ແຫ່ງ​ສັນຕິສຸກ” ແລະ​ລັດຖະບານ​ຂອງ​ເພິ່ນ​ຈະ​ຢູ່​ຕະຫຼອດ​ໄປ. (ເອຊາອີ 9:6, 7, ລ.ມ.) ພະ​ເຢຊູ​ສອນ​ພວກ​ລູກສິດ​ຂອງ​ເພິ່ນ​ໃຫ້​ອະທິດຖານ​ວ່າ: “ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະອົງ​ມາ​ທີ່​ໂລກ​ນີ້ ແລະ​ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ​ແລະ​ໃນ​ສະຫວັນ​ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ.” (ມັດທາຍ 6:10) ໃນ​ບົດ​ທີ 8 ເຮົາ​ຈະ​ຮຽນ​ຮູ້​ວ່າ​ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແທນ​ລັດຖະບານ​ຕ່າງໆໃນ​ໂລກ​ນີ້​ແນວ​ໃດ. (ອ່ານ​ດານຽນ 2:44) ພະເຈົ້າ​ຈະ​ໃຊ້​ການ​ປົກຄອງ​ນີ້​ຂອງ​ພະອົງ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ສວນ​ທີ່​ສວຍ​ງາມ.—ເບິ່ງ​ຄຳ​ອະທິບາຍ​ເພີ່ມ​ເຕີມ 11

ໂລກ​ໃໝ່​ໃກ້​ເຂົ້າ​ມາ​ແລ້ວ!

ຄົນ​ຮ້ອງ​ເພງ ຫຼິ້ນ​ດົນຕີ ແລະ​ມ່ວນ​ຊື່ນ​ກັບ​ຊີວິດ​ໃນ​ໂລກ​ໃໝ່

15. “ໂລກ​ໃໝ່” ໝາຍ​ເຖິງ​ຫຍັງ?

15 ມີ​ຄຳ​ສັນຍາ​ໃນ​ຄຳພີ​ໄບເບິນ​ວ່າ: “ມີ​ຟ້າ​ສະຫວັນ​ໃໝ່​ແລະ​ໂລກ​ໃໝ່​ທີ່​ພວກ​ເຮົາ​ລໍ​ຖ້າ” ແລະ “ຢູ່​ຫັ້ນ​ຈະ​ມີ​ຄວາມ​ຍຸຕິທຳ​ຕະຫຼອດ​ໄປ.” (2 ເປໂຕ 3:13; ເອຊາອີ 65:17) ຫຼາຍ​ຄັ້ງ​ຄຳ​ວ່າ “ໂລກ” ໃນ​ຄຳພີ​ໄບເບິນ​ບໍ່​ໄດ້​ໝາຍ​ເຖິງ​ໜ່ວຍ​ໂລກ ແຕ່​ໝາຍ​ເຖິງ​ຄົນ​ທີ່​ຢູ່​ໃນ​ໂລກ. (1 ຂ່າວຄາວ 16:31) ດັ່ງ​ນັ້ນ “ໂລກ​ໃໝ່” ຈຶ່ງ​ໝາຍ​ເຖິງ​ຜູ້​ຄົນ​ທັງ​ໝົດ​ທີ່​ເຊື່ອ​ຟັງ​ພະເຈົ້າ​ແລະ​ໄດ້​ຮັບ​ພອນ​ຈາກ​ພະອົງ.

16. ພະເຈົ້າ​ຈະ​ໃຫ້​ຄົນ​ທີ່​ຢູ່​ໃນ​ໂລກ​ໃໝ່​ໄດ້​ຂອງ​ຂວັນ​ທີ່​ດີ​ເລີດ​ຫຍັງ? ແລະ​ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ຢາກ​ໄດ້​ຂອງ​ຂວັນ​ນີ້?

16 ພະ​ເຢຊູ​ສັນຍາ​ວ່າ​ຄົນ​ທີ່​ຢູ່​ໃນ​ໂລກ​ໃໝ່​ຈະ​ໄດ້ “ຊີວິດ​ຕະຫຼອດ​ໄປ” ເປັນ​ຂອງ​ຂວັນ. (ມາຣະໂກ 10:30) ເຮົາ​ຕ້ອງ​ເຮັດ​ຫຍັງ​ຈຶ່ງ​ຈະ​ໄດ້​ຂອງ​ຂວັນ​ນີ້? ເພື່ອ​ຈະ​ໄດ້​ຄຳຕອບ​ຂໍ​ໃຫ້​ອ່ານ​ໂຢຮັນ 3:16 ແລະ 17:3. ຕອນ​ນີ້​ໃຫ້​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ແນວ​ໃດ​ກ່ຽວ​ກັບ​ຊີວິດ​ໃນ​ສວນ​ອຸທິຍານ​ເທິງ​ໂລກ.

17, 18. ເປັນ​ຫຍັງ​ໂລກ​ໃໝ່​ຈະ​ສະຫງົບ​ສຸກ​ແລະ​ປອດໄພ?

17 ຄວາມ​ຊົ່ວ ສົງຄາມ ອາດຊະຍາກຳ ແລະ​ຄວາມ​ຮຸນແຮງ​ຈະ​ໝົດ​ໄປ. ຈະ​ບໍ່​ມີ​ຄົນ​ຊົ່ວ​ແມ່ນ​ແຕ່​ຄົນ​ດຽວ​ເຫຼືອ​ຢູ່​ໃນ​ໂລກ. (ຄຳເພງ 37:10, 11) ພະເຈົ້າ​ຈະ “ເຮັດ​ໃຫ້​ທົ່ວ​ໂລກ​ບໍ່​ມີ​ສົງຄາມ​ອີກ​ເລີຍ.” (ຄຳເພງ 46:9, ລ.ມ.; ເອຊາອີ 2:4) ໃນ​ຕອນ​ນັ້ນ ໂລກ​ໃໝ່​ຈະ​ມີ​ແຕ່​ຄົນ​ທີ່​ຮັກ​ພະເຈົ້າ​ແລະ​ເຊື່ອ​ຟັງ​ພະອົງ​ເທົ່າ​ນັ້ນ ແລະ​ຈະ​ມີ​ຄວາມ​ສະຫງົບ​ສຸກ​ຕະຫຼອດ​ໄປ.—ຄຳເພງ 72:7

18 ປະຊາຊົນ​ຂອງ​ພະ​ເຢໂຫວາ​ຮູ້ສຶກ​ປອດໄພ. ໃນ​ສະໄໝ​ບູຮານ ເມື່ອ​ພວກ​ອິດສະຣາເອນ​ທີ່​ເປັນ​ປະຊາຊົນ​ຂອງ​ພະເຈົ້າ​ເຊື່ອ​ຟັງ​ພະອົງ ພວກ​ເຂົາ​ກໍ​ຢູ່​ຢ່າງ​ປອດໄພ​ຍ້ອນ​ມີ​ພະເຈົ້າ​ປົກ​ປ້ອງ​ດູ​ແລ​ສະເໝີ. (ພວກເລວີ 25:18, 19) ໃນ​ສວນ​ອຸທິຍານ​ຈະ​ບໍ່​ມີ​ສິ່ງ​ໃດ​ຫຼື​ຜູ້​ໃດ​ເຮັດ​ໃຫ້​ເຮົາ​ຢ້ານ. ເຮົາ​ຈະ​ຮູ້ສຶກ​ປອດໄພ​ແທ້ໆ!—ອ່ານ​ເອຊາອີ 32:18; ມີເກ 4:4

19. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ໃນ​ໂລກ​ໃໝ່​ຈະ​ມີ​ອາຫານ​ອຸດົມ​ສົມບູນ?

19 ຈະ​ມີ​ອາຫານ​ອຸດົມ​ສົມບູນ. ພະ​ເຢໂຫວາ “ພະເຈົ້າ​ຂອງ​ພວກ​ເຮົາ​ຈະ​ອວຍ​ພອນ​ໃຫ້​ພວກ​ເຮົາ” ແລະ “ແຜ່ນດິນ​ຈະ​ເກີດ​ຜົນລະປູກ.” (ຄຳເພງ 67:6) ໃນ​ໂລກ​ໃໝ່ “ຈະ​ມີ​ເຂົ້າ​ມາກ​ມາຍ​ໃນ​ແຜ່ນດິນ ເທິງ​ຍອດ​ພູ​ທັງ​ຫຼາຍ​ຈະ​ມີ​ເຂົ້າ​ອຸດົມ​ສົມບູນ.”—ຄຳເພງ 72:16, ລ.ມ.

20. ເປັນ​ຫຍັງ​ເຮົາ​ຈຶ່ງ​ບອກ​ໄດ້​ວ່າ​ທົ່ວ​ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ?

20 ທົ່ວ​ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ. ເຮົາ​ຈະ​ມີ​ເຮືອນ​ທີ່​ເປັນ​ຕາ​ຢູ່​ແລະ​ມີ​ສວນ​ທີ່​ສວຍ​ງາມ. (ອ່ານ​ເອຊາອີ 65:21-24; ພະນິມິດ 11:18) ທົ່ວ​ໂລກ​ຈະ​ກາຍ​ເປັນ​ສວນ​ອຸທິຍານ​ຄື​ກັບ​ສວນ​ເອເດນ. ພະ​ເຢໂຫວາ​ຈະ​ໃຫ້​ທຸກ​ຢ່າງ​ທີ່​ເຮົາ​ຈຳເປັນ​ຕ້ອງ​ມີ. ຄຳພີ​ໄບເບິນ​ບອກ​ວ່າ: “ພະອົງ​ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ຄຳເພງ 145:16

21. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ໃນ​ໂລກ​ໃໝ່​ຄົນ​ກັບ​ສັດ​ຈະ​ບໍ່​ທຳ​ຮ້າຍ​ກັນ?

21 ຄົນ​ກັບ​ສັດ​ຈະ​ບໍ່​ທຳ​ຮ້າຍ​ກັນ. ສັດ​ຈະ​ບໍ່​ເຮັດ​ອັນຕະລາຍ​ໃຫ້​ຄົນ​ອີກ​ຕໍ່​ໄປ. ເດັກ​ນ້ອຍ​ກໍ​ບໍ່​ຕ້ອງ​ຢ້ານ​ເຖິງ​ວ່າ​ຈະ​ຢູ່​ໃກ້ໆສັດ​ທີ່​ຕອນ​ນີ້​ເປັນ​ສັດ​ຮ້າຍ.—ອ່ານ​ເອຊາອີ 11:6-9; 65:25

22. ພະ​ເຢຊູ​ຈະ​ເຮັດ​ຫຍັງ​ໃຫ້​ຄົນ​ເຈັບ​ປ່ວຍ?

22 ຈະ​ບໍ່​ມີ​ຜູ້​ໃດ​ເຈັບ​ປ່ວຍ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ປິ່ນປົວ​ຄົນ​ເຈັບ​ປ່ວຍ​ຫຼາຍ​ຄົນ. (ມັດທາຍ 9:35; ມາຣະໂກ 1:40-42; ໂຢຮັນ 5:5-9) ແຕ່​ໃນ​ໂລກ​ໃໝ່ ພະ​ເຢຊູ​ເຊິ່ງ​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ ເພິ່ນ​ຈະ​ປິ່ນປົວ​ທຸກ​ຄົນ. ຢູ່​ທີ່​ນັ້ນ​ຈະ​ບໍ່​ມີ​ຜູ້​ໃດ​ເວົ້າ​ວ່າ: “ຂ້ອຍ​ບໍ່​ສຳບາຍ.”—ເອຊາອີ 33:24; 35:5, 6

23. ພະເຈົ້າ​ສັນຍາ​ຫຍັງ​ກ່ຽວ​ກັບ​ຄົນ​ທີ່​ຕາຍ​ໄປ​ແລ້ວ?

23 ຄົນ​ຕາຍ​ຈະ​ມີ​ຊີວິດ​ອີກ. ພະເຈົ້າ​ສັນຍາ​ວ່າ​ພະອົງ​ຈະ​ເຮັດ​ໃຫ້​ຫຼາຍ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ຟື້ນ​ຄືນ​ມາ​ອີກ. ຄຳພີ​ໄບເບິນ​ບອກ​ວ່າ “ຄົນ​ດີ​ແລະ​ຄົນ​ຊົ່ວ​ຈະ​ຄືນ​ມາ​ຈາກ​ຕາຍ.”—ອ່ານ​ໂຢຮັນ 5:28, 29; ກິດຈະການ 24:15

24. ເຈົ້າ​ຮູ້ສຶກ​ແນວ​ໃດ​ຖ້າ​ໄດ້​ຢູ່​ໃນ​ໂລກ​ໃໝ່​ທີ່​ເປັນ​ອຸທິຍານ? ແລະ​ເຈົ້າ​ຢາກ​ເຮັດ​ຫຍັງ​ໃນ​ໂລກ​ໃໝ່?

24 ພວກ​ເຮົາ​ທຸກ​ຄົນ​ມີ​ທາງ​ເລືອກ. ເຮົາ​ເລືອກ​ໄດ້​ວ່າ​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ສິ່ງ​ທີ່​ພະອົງ​ບອກ ຫຼື​ເຮົາ​ຈະ​ບໍ່​ສົນ​ໃຈ​ພະເຈົ້າ​ແລະ​ເລືອກ​ເຮັດ​ແຕ່​ສິ່ງ​ທີ່​ຕົວ​ເອງ​ຢາກ​ເຮັດ. ຖ້າ​ເຮົາ​ເຮັດ​ຕາມ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຮົາ​ກໍ​ຈະ​ມີ​ອະນາຄົດ​ທີ່​ສົດ​ໃສ. ພະ​ເຢຊູ​ເຄີຍ​ສັນຍາ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ກຳລັງ​ຈະ​ຕາຍ​ວ່າ: “ເຈົ້າ​ຈະ​ໄດ້​ຢູ່​ກັບ​ຂ້ອຍ​ໃນ​ອຸທິຍານ​ແນ່ນອນ.” (ລູກາ 23:43) ດັ່ງ​ນັ້ນ ຂໍ​ໃຫ້​ຮຽນ​ເລື່ອງ​ພະ​ເຢຊູ​ຄລິດ​ຫຼາຍ​ຂຶ້ນ ແລ້ວ​ເຮົາ​ຈະ​ຮູ້​ວ່າ​ເພິ່ນ​ຈະ​ເຮັດ​ໃຫ້​ຄຳ​ສັນຍາ​ທີ່​ດີ​ເລີດ​ຂອງ​ພະເຈົ້າ​ເປັນ​ຈິງ​ໄດ້​ແນວ​ໃດ.

ສະຫຼຸບ

ຄວາມ​ຈິງ​ເລື່ອງ​ທີ 1 ພະເຈົ້າ​ສ້າງ​ເຮົາ​ແບບ​ມີ​ຈຸດ​ປະສົງ

“ຄົນ​ຊອບທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆໄປ​ເປັນ​ນິດ.”—ຄຳເພງ 37:29

ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ຊີວິດ​ແບບ​ໃດ?

  • ຕົ້ນເດີມ 1:28

    ພະເຈົ້າ​ຢາກ​ໃຫ້​ມະນຸດ​ມີ​ລູກ​ມີ​ຫຼານ​ເພື່ອ​ຈະ​ຊ່ວຍ​ກັນ​ເຮັດ​ໃຫ້​ທົ່ວ​ໂລກ​ເປັນ​ສວນ​ອຸທິຍານ ລວມ​ທັງ​ເບິ່ງ​ແຍງ​ສັດ​ຕ່າງໆນຳ.

  • ເອຊາອີ 46:9-11; 55:11

    ເມື່ອ​ພະເຈົ້າ​ຕັ້ງ​ໃຈ​ເຮັດ​ຫຍັງ ທຸກ​ຢ່າງ​ກໍ​ຕ້ອງ​ເປັນ​ໄປ​ຕາມ​ນັ້ນ ບໍ່​ມີ​ສິ່ງ​ໃດ​ມາ​ຂັດ​ຂວາງ​ພະອົງ​ໄດ້.

ຄວາມ​ຈິງ​ເລື່ອງ​ທີ 2 ສາເຫດ​ທີ່​ຊີວິດ​ມີ​ແຕ່​ຄວາມ​ຫຍຸ້ງຍາກ​ລຳບາກ

“ໂລກ​ທັງ​ໝົດ​ຢູ່​ໃນ​ອຳນາດ​ຊາຕານ​ຕົວ​ຊົ່ວ​ຮ້າຍ.”—1 ໂຢຮັນ 5:19

ໃຜ​ປົກຄອງ​ໂລກ​ນີ້?

  • ໂຢຮັນ 12:31

    ພະ​ເຢຊູ​ເອີ້ນ​ຊາຕານ​ວ່າ​ຜູ້​ປົກຄອງ​ໂລກ.

  • ຢາໂກໂບ 1:14-15

    ຊາຕານ​ຢາກ​ໄດ້​ສິ່ງ​ທີ່​ບໍ່​ແມ່ນ​ຂອງ​ມັນ.

  • ຕົ້ນເດີມ 2:17; 3:1-6

    ຊາຕານ​ລໍ້​ລວງ​ເອວາ ມັນ​ເຮັດ​ໃຫ້​ອາດາມ​ກັບ​ເອວາ​ບໍ່​ເຊື່ອ​ຟັງ​ພະເຈົ້າ ພວກ​ເຂົາ​ຈຶ່ງ​ເຖົ້າ​ລົງ​ແລະ​ຕາຍ.

  • ໂຣມ 3:23; 5:12

    ເຮົາ​ຕາຍ​ຍ້ອນ​ເຮົາ​ໄດ້​ຮັບ​ບາບ​ຈາກ​ອາດາມ.

  • 2 ໂກຣິນໂທ 4:3, 4

    ຊາຕານ​ລໍ້​ລວງ​ຜູ້​ຄົນ.

ຄວາມ​ຈິງ​ເລື່ອງ​ທີ 3 ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ແກ້ໄຂ​ບັນຫາ​ທັງ​ໝົດ

“ຂໍ​ໃຫ້​ການ​ປົກຄອງ​ຂອງ​ພະອົງ​ມາ ແລະ​ຂໍ​ໃຫ້​ທຸກ​ຢ່າງ​ໃນ​ໂລກ . . . ເປັນ​ໄປ​ຕາມ​ທີ່​ພະອົງ​ຕ້ອງການ​ໃຫ້​ເປັນ.”—ມັດທາຍ 6:10

ພະ​ເຢໂຫວາ​ຈະ​ເຮັດ​ຫຍັງ?

  • ດານຽນ 2:44

    ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ມາ​ແທນ​ລັດຖະບານ​ຕ່າງໆໃນ​ໂລກ.

  • ພະນິມິດ 16:14-16

    ພະເຈົ້າ​ຈະ​ທຳລາຍ​ໂລກ​ຊົ່ວ​ນີ້​ໃນ​ສົງຄາມ​ອາມາເຄໂດນ.

  • ເອຊາອີ 9:6, 7

    ພະ​ເຢໂຫວາ​ໄດ້​ເລືອກ​ພະ​ເຢຊູ​ໃຫ້​ເປັນ​ກະສັດ​ໃນ​ການ​ປົກຄອງ​ຂອງ​ພະອົງ​ທີ່​ຢູ່​ໃນ​ສະຫວັນ ແລະ​ພະ​ເຢຊູ​ຈະ​ປົກຄອງ​ທົ່ວ​ໂລກ.

ຄວາມ​ຈິງ​ເລື່ອງ​ທີ 4 ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ໃຫ້​ໂລກ​ເປັນ​ສວນ​ອຸທິຍານ

“ພະອົງ​ແບ​ມື​ອອກ​ແລະ​ໃຫ້​ສິ່ງ​ທັງ​ປວງ​ທີ່​ມີ​ຊີວິດ​ຢູ່​ກິນ​ອີ່ມ​ບໍລິບູນ.”—ຄຳເພງ 145:16

ການ​ປົກຄອງ​ຂອງ​ພະເຈົ້າ​ຈະ​ເຮັດ​ຫຍັງ​ເພື່ອ​ເຮົາ?

  • ຄຳເພງ 46:9

    ສົງຄາມ ອາດຊະຍາກຳ ແລະ​ຄວາມ​ຮຸນແຮງ​ຈະ​ໝົດ​ໄປ.

  • ເອຊາອີ 32:18; 65:21-24

    ໃນ​ໂລກ​ໃໝ່​ເຮົາ​ທຸກ​ຄົນ​ຈະ​ມີ​ເຮືອນ​ທີ່​ເປັນ​ຕາ​ຢູ່ ມີ​ສວນ​ທີ່​ສວຍ​ງາມ ແລະ​ເຮົາ​ຈະ​ໄດ້​ຢູ່​ຢ່າງ​ສະຫງົບ​ສຸກ.

  • ຄຳເພງ 72:16

    ຈະ​ມີ​ອາຫານ​ອຸດົມ​ສົມບູນ.

  • ເອຊາອີ 11:6-9

    ຄົນ​ກັບ​ສັດ​ຈະ​ບໍ່​ທຳ​ຮ້າຍ​ກັນ.

  • ເອຊາອີ 33:24; ກິດຈະການ 24:15

    ຈະ​ບໍ່​ມີ​ຜູ້​ໃດ​ເຈັບ​ປ່ວຍ ແລະ​ຄົນ​ຕາຍ​ຈະ​ກັບ​ຄືນ​ມາ​ມີ​ຊີວິດ​ອີກ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌