ເລີ່ມອ່ານຄຳພີໄບເບິນ
ເຈົ້າມ່ວນກັບການອ່ານຄຳພີໄບເບິນໄດ້! ນີ້ເປັນວິທີທີ່ຈະຊ່ວຍໃຫ້ເຈົ້າເລີ່ມອ່ານຄຳພີໄບເບິນ. ໃຫ້ເຈົ້າເລືອກເລື່ອງທີ່ສົນໃຈແລະອ່ານຂໍ້ຄຳພີທີ່ກ່ຽວກັບເລື່ອງນັ້ນ.
ຄົນແລະເຫດການທີ່ສຳຄັນໃນຄຳພີໄບເບິນ
ໂນອາແລະເລື່ອງນ້ຳຖ້ວມໂລກ: ປະຖົມມະການ 6:9–9:19
ໂມເຊເຮັດການອັດສະຈັນຢູ່ທະເລແດງ: ອົບພະຍົບ 13:17-14:31
ຣຸດແລະນາໂອມີ: ນາງຣຸດ ບົດ 1-4
ດາວິດແລະໂກລີອາດ: 1 ຊາມູເອນ ບົດ 17
ອາບີກາຍ: 1 ຊາມູເອນ 25:2-35
ດານີເອນຖືກໂຍນລົງໄປໃນຂຸມໂຕສິງ: ດານີເອນ ບົດ 6
ເອລີຊາເບັດແລະມາຣິອາ: ລູກາ ບົດ 1-2
ຄຳແນະນຳທີ່ໃຊ້ໄດ້ແທ້ໃນຊີວິດ
ຄອບຄົວ: ເອເຟໂຊ 5:28, 29, 33; 6:1-4
ໝູ່: ສຸພາສິດ 13:20; 17:17; 27:17
ການອະທິດຖານ: ເພງສັນລະເສີນ 55:22;62:8; 1 ໂຢຮັນ 5:14
ຄຳບັນລະຍາຍເທິງພູ: ມັດທາຍ ບົດ 5-7
ການເຮັດວຽກ: ສຸພາສິດ 14:23;ປັນຍາຈານ 3:12, 13; 4:6
ຂໍ້ຄຳພີທີ່ໃຫ້ກຳລັງໃຈຕອນທີ່ . . .
ຮູ້ສຶກທໍ້: ເພງສັນລະເສີນ ບົດ 23; ເອຊາຢາ 41:10
ຮູ້ສຶກເສົ້າ: 2 ໂກຣິນໂທ 1:3, 4; 1 ເປໂຕ 5:7
ຮູ້ສຶກຜິດ: ເພງສັນລະເສີນ 86:5; ເອເຊກຽນ 18:21, 22
ຄຳພີໄບເບິນບອກຫຍັງກ່ຽວກັບ . . .
ສະໄໝສຸດທ້າຍ: ມັດທາຍ 24:3-14; 2 ຕີໂມທຽວ 3:1-5
ຄວາມຫວັງໃນອະນາຄົດ: ເພງສັນລະເສີນ 37:10, 11, 29; ພະນິມິດ 21:3, 4
ເຄັດລັບທີ່ຊ່ວຍໄດ້: ເພື່ອຈະເຂົ້າໃຈພາບລວມຂອງຂໍ້ຄຳພີທີ່ອ່ານ ເຈົ້າອາດຈະຕ້ອງອ່ານຂໍ້ຄຳພີທຸກຂໍ້ທີ່ຢູ່ໃນບົດດຽວກັນນຳ. ຕອນທີ່ອ່ານຄຳພີໄບເບິນໃຫ້ເຮັດເຄື່ອງໝາຍວ່າເຈົ້າໄດ້ອ່ານບົດໃດໄປແດ່ແລ້ວໂດຍໃຊ້ “ຕາຕະລາງການອ່ານຄຳພີໄບເບິນຂອງເຈົ້າ” ທີ່ຢູ່ຕອນທ້າຍຂອງປຶ້ມຫົວນີ້. ຂໍໃຫ້ຕັ້ງໃຈອ່ານຄຳພີໄບເບິນຈັກສ່ວນໜຶ່ງໃຫ້ໄດ້ທຸກມື້.