ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ21 ພະຈິກ ໜ້າ 31
  • ເຈົ້າ​ຮູ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າ​ຮູ້​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ເລື່ອງທີ່ຄ້າຍກັນ
  • ໃຈຄວາມສຳຄັນຂອງປຶ້ມນາຮູມ
    ຄຳພີໄບເບິນສະບັບແປໂລກໃໝ່
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ຫ21 ພະຈິກ ໜ້າ 31
ຮູບ​ແຕ້ມ​ທີ່​ສະແດງ​ເຖິງ​ຕຶກ​ອາຄານ​ແລະ​ຮູບ​ປັ້ນ​ຕ່າງໆຂອງ​ເມືອງ​ນີນີເວ​ສະໄໝ​ບູຮານ.

ນີນີເວ​ເປັນ​ເມືອງ​ທີ່​ມີ​ຕຶກ​ອາຄານ​ແລະ​ຮູບ​ປັ້ນ​ທີ່​ງາມ​ຫຼາຍ

ເຈົ້າ​ຮູ້​ບໍ?

ເກີດ​ຫຍັງ​ຂຶ້ນ​ກັບ​ເມືອງ​ນີນີເວ​ຫຼັງ​ຈາກ​ສະໄໝ​ຂອງ​ໂຢນາ?

ເວັບໄຊ​ຫໍ​ພິພິທະພັນ​ຂອງ​ອັງກິດ​ບອກ​ວ່າ: “ປະມານ​ປີ 670 ກ່ອນ ຄ.ສ ອັດຊີເຣຍ​ເປັນ​ຈັກກະພັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ເຊິ່ງ​ມີ​ເຂດ​ແດນ​ກວມ​ເອົາ​ຕັ້ງ​ແຕ່​ເກາະ​ໄຊປຣັດ​ຕາເວັນ​ຕົກ​ຈົນ​ຮອດ​ອີຣານ​ຕາເວັນ​ອອກ.” ແລະ​ແມ່ນ​ແຕ່​ເອຢິບ​ກໍ​ຍັງ​ເຄີຍ​ເປັນ​ເມືອງ​ຂຶ້ນ​ຂອງ​ຈັກກະພັດ​ນີ້. ເມືອງ​ຫຼວງ​ຂອງ​ອັດຊີເຣຍ​ແມ່ນ​ນີນີເວ​ເຊິ່ງ​ເປັນ​ເມືອງ​ຫຼວງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໃນ​ຕອນ​ນັ້ນ. ເມືອງ​ນີ້​ມີ​ຮູບ​ປັ້ນ ມີ​ສວນ​ທີ່​ງາມໆ ມີ​ພະ​ລາຊະ​ວັງ​ຫຼາຍ​ບ່ອນ ແລະ​ມີ​ຫໍ​ສະໝຸດ​ທີ່​ໃຫຍ່. ຢູ່​ກຳແພງ​ເມືອງ​ນີນີເວ​ບູຮານ​ມີ​ຄຳ​ທີ່​ແກະ​ສະ​ຫຼັກ​ວ່າ ກະສັດ​ອາເຊີບານີປານ​ເປັນ “ກະສັດ​ຂອງ​ໂລກ.” ເບິ່ງ​ຄື​ວ່າ​ໃນ​ຕອນ​ນັ້ນ​ບໍ່​ມີ​ໃຜ​ຈະ​ຕີ​ຊະນະ​ອັດຊີເຣຍ​ແລະ​ນີນີເວ​ໄດ້​ເລີຍ.

ແຜນທີ່​ທີ່​ສະແດງ​ເຂດ​ແດນ​ຂອງ​ຈັກກະພັດ​ອັດ​ຊີເຣຍ​ໃນ​ສະຕະວັດ 7 ກ່ອນ ຄ.ສ ຈຸດ​ເດັ່ນ​ໃນ​ແຜນທີ່​ແມ່ນ​ເອຢິບ, ເກາະ​ໄຊປຣັດ​ແລະ​ນີນີເວ.

ມະຫາ​ອຳນາດ​ອັດຊີເຣຍ​ເປັນ​ຈັກກະພັດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ໃນ​ສະໄໝ​ນັ້ນ

ເຖິງ​ວ່າ​ອັດ​ຊີເຣຍ​ຈະ​ມີ​ອຳນາດ​ຫຼາຍ​ທີ່​ສຸດ​ໃນ​ໂລກ ແຕ່​ໂຊໂຟນີ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໄດ້​ບອກ​ວ່າ: “[ພະ​ເຢໂຫວາ] ຈະ . . . ທຳລາຍ​ອັດ​ຊີເຣຍ ແລະ​ພະອົງ​ຈະ​ເຮັດ​ໃຫ້​ນີນີເວ​ເປັນ​ເມືອງ​ຮ້າງ​ແລະ​ແຫ້ງ​ແລ້ງ​ຄື​ກັບ​ທະເລ​ຊາຍ.” ແລະ​ຜູ້​ພະຍາກອນ​ນາຫູມ​ກໍ​ຍັງ​ໄດ້​ບອກ​ອີກ​ວ່າ: ເມືອງ​ນີ້​ຈະ​ຖືກ “ປຸ້ນ​ເອົາ​ເງິນ ປຸ້ນ​ເອົາ​ຄຳ . . . ເມືອງ​ນີ້​ຮ້າງ​ເປົ່າ ບໍ່​ມີ​ຄົນ ແລະ​ພັງ​ພິນາດ​ໄປ​ແລ້ວ . . . ທຸກ​ຄົນ​ທີ່​ເຫັນ​ເມືອງ​ນີ້​ກໍ​ຈະ​ຮີບ​ໜີ​ແລະ​ເວົ້າ​ວ່າ ‘ນີນີເວ​ຖືກ​ທຳລາຍ​ບໍ່​ເຫຼືອ​ແລ້ວ!’” (ຊໂຟ. 2:13; ນາຫູມ 2:9, 10; 3:7, ລ.ມ.) ຄົນ​ທີ່​ໄດ້​ຍິນ​ກ່ຽວ​ກັບ​ຄຳ​ພະຍາກອນ​ນີ້​ອາດ​ຮູ້ສຶກ​ສົງໄສ​ວ່າ: ‘ຊິ​ເປັນ​ໄປ​ໄດ້​ແນວ​ໃດ? ໃຜ​ຊິ​ຕີ​ຊະນະ​ໄດ້? ເມືອງ​ໃຫຍ່​ປານ​ນີ້​ຊິ​ຫາຍ​ໄປ​ໄດ້​ແນວ​ໃດ?’ ມັນ​ເຫຼືອ​ເຊື່ອ​ແທ້ໆ!

ນີນີເວ​ກາຍ​ເປັນ​ດິນ​ທີ່​ແຫ້ງ​ແລ້ງ​ແລະ​ຮ້າງ​ເປົ່າ

ເຖິງ​ວ່າ​ມັນ​ຈະ​ເປັນ​ເລື່ອງ​ທີ່​ໜ້າ​ເຫຼືອ​ເຊື່ອ ແຕ່​ມັນ​ກໍ​ເກີດຂຶ້ນ​ແທ້! ໃນ​ປີ 600 ກ່ອນ ຄ.ສ ບາບີໂລນ​ແລະ​ເມເດຍ​ໄດ້​ຕີ​ຊະນະ​ອັດຊີເຣຍ. ໃນ​ທີ່​ສຸດ​ກໍ​ບໍ່​ມີ​ຄົນ​ອາໄສ​ຢູ່​ເມືອງ​ນີນີເວ​ແລະ​ເມືອງ​ນີ້​ກໍ​ຖືກ​ລືມ. ຫໍ​ພິພິທະພັນ​ສິລະປະ​ເມໂຕຣປໍລິຕັນ​ຂອງ​ເມືອງ​ນິວຢອກ​ບອກ​ວ່າ: “ເຂດ​ທີ່​ເມືອງ​ນີນີເວ​ເຄີຍ​ຢູ່​ບໍ່​ມີ​ແລ້ວ. ມີ​ແຕ່​ຄົນ​ທີ່​ອ່ານ​ພະ​ຄຳພີ​ເທົ່າ​ນັ້ນ​ທີ່​ຮູ້ຈັກ​ເມືອງ​ນີ້.” ແລະ​ແຫຼ່ງ​ຂໍ້​ມູນ​ຈາກ​ສະມາຄົມ​ບູຮານຄະດີ​ຄຳພີ​ໄບເບິນ​ບອກ​ວ່າ ປະມານ​ປີ 1800 “ບໍ່​ມີ​ໃຜ​ຮູ້​ວ່າ​ເມືອງ​ຫຼວງ​ຂອງ​ອັດ​ຊີເຣຍ​ເຄີຍ​ມີ​ຢູ່​ແທ້.” ແຕ່​ໃນ​ປີ 1845 ນັກ​ບູຮານຄະດີ​ທີ່​ຊື່​ອໍ​ຊະ​ເຕັນ ເຮັນຣີ ເລ​ຢາດ​ໄດ້​ຂຸດ​ຄົ້ນ​ເຂດ​ທີ່​ເມືອງ​ນີນີເວ​ເຄີຍ​ຢູ່ ແລະ​ໄດ້​ເຫັນ​ຊາກ​ຫັກ​ພັງ​ເຊິ່ງ​ເຮັດ​ໃຫ້​ຮູ້​ວ່າ​ເມືອງ​ນີນີເວ​ເຊິ່ງ​ເປັນ​ເມືອງ​ທີ່​ຈະເລີນ​ຮຸ່ງເຮືອງ​ເຄີຍ​ມີ​ຢູ່​ແທ້.

ຄຳ​ພະຍາກອນ​ທີ່​ສຳເລັດ​ເປັນ​ຈິງ​ກ່ຽວ​ກັບ​ເມືອງ​ນີນີເວ​ເຮັດ​ໃຫ້​ເຮົາ​ໝັ້ນ​ໃຈ​ວ່າ ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ກ່ຽວ​ກັບ​ຈຸດ​ຈົບ​ຂອງ​ອຳນາດ​ການ​ປົກຄອງ​ໃນ​ທຸກ​ມື້​ນີ້​ຈະ​ສຳເລັດ​ເປັນ​ຈິງ​ຄື​ກັນ.—ດາ. 2:44; ພນມ. 19:15, 19-21

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌