ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/6 ໜ້າ 14-18
  • ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • “ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ”
  • “ຈົ່ງ​ຂັບ​ຕາມ​ພະ​ຄຳ​ນັ້ນ”
  • ເຊີນ “​ພວກ​ຜູ້​ເຖົ້າ​ແກ່​ມາ”
  • ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເປັນ​ຄົນ​ບໍລິສຸດ!
  • “ຈົ່ງ​ຫລີກ​ຫນີ​ຈາກ​ການ​ຜິດ​ປະເວນີ”
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຄຳພີ​ໄບເບິນ​ບອກ​ຫຍັງ​ກ່ຽວກັບ​ເລື່ອງ​ເພດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ວິທີ​ປົກ​ປ້ອງ​ຕົວ​ເອງ​ຈາກ​ກັບດັກ​ຢ່າງ​ໜຶ່ງ​ຂອງ​ຊາຕານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ເຈົ້າ​ສາມາດ​ຕໍ່ສູ້​ກັບ​ຄວາມ​ຕ້ອງການ​ທີ່​ຜິດໆ​ໄດ້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/6 ໜ້າ 14-18
ຜົວ​ເມຍ​ສອງ​ຄູ່​ກຳລັງ​ກິນ​ເຂົ້າ​ຢູ່​ຮ້ານ​ອາຫານ

ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ໄດ້

“ຈົ່ງ​ຊຳຮະ​ລ້າງ​ມື​ແຫ່ງ​ຕົນ ແລະ . . . ຈົ່ງ​ຊຳຮະ​ໃຈ​ໃຫ້​ເປັນ​ບໍລິສຸດ.”—ຢາໂກໂບ 4:8

ຂໍ້​ພະ​ຄຳພີ​ຕໍ່​ໄປ​ນີ້​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເປັນ​ຄົນ​ບໍລິສຸດ?

  • ຢາໂກໂບ 1:14, 15

  • ຢາໂກໂບ 4:8

  • ຢາໂກໂບ 5:13-15

1. ຫຼາຍ​ຄົນ​ຄິດ​ວ່າ​ສິ່ງ​ໃດ​ເປັນ​ເລື່ອງ​ທຳມະດາ?

ເຮົາ​ມີ​ຊີວິດ​ຢູ່​ໃນ​ໂລກ​ທີ່​ສິນລະທຳ​ເສື່ອມຊາມ​ຫຼາຍ. ຕົວຢ່າງ​ເຊັ່ນ: ຫຼາຍ​ຄົນ​ຄິດ​ວ່າ​ເປັນ​ເລື່ອງ​ທຳມະດາ​ທີ່​ຈະ​ເປັນ​ຄົນ​ຮັກ​ຮ່ວມ​ເພດ ຫຼື​ມີ​ເພດ​ສຳພັນ​ກັບ​ຄົນ​ທີ່​ບໍ່​ແມ່ນ​ຜົວ​ບໍ່​ແມ່ນ​ເມຍ​ຂອງ​ເຂົາ​ເຈົ້າ. ໃນ​ທຸກ​ມື້​ນີ້ ໜັງ ປຶ້ມ​ເລື່ອງ ເພງ ແລະ​ການ​ໂຄສະນາ​ຕ່າງໆ​ເຕັມ​ໄປ​ດ້ວຍ​ການ​ເຮັດ​ຜິດ​ສິນລະທຳ. (ຄຳເພງ 12:8) ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ໃຊ້​ຊີວິດ​ໃນ​ແນວ​ທາງ​ທີ່​ພະອົງ​ພໍ​ໃຈ. ເຮົາ​ສາມາດ​ເປັນ​ຄົນ​ບໍລິສຸດ​ຫຼື​ຄົນ​ທີ່​ສະອາດ​ໄດ້​ໃນ​ໂລກ​ທີ່​ສິນລະທຳ​ເສື່ອມຊາມ​ຫຼາຍ.—ອ່ານ 1 ເທຊະໂລນີກ 4:3-5

2, 3. (ກ) ເປັນ​ຫຍັງ​ເຮົາ​ຕ້ອງ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຜິດໆ? (ຂ) ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

2 ເພື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ ເຮົາ​ຕ້ອງ​ປະຕິເສດ​ທຸກ​ສິ່ງ​ທີ່​ພະອົງ​ກຽດ​ຊັງ. ແຕ່​ເນື່ອງ​ຈາກ​ວ່າ​ເຮົາ​ບໍ່​ສົມບູນ​ແບບ ເຮົາ​ອາດ​ຖືກ​ລໍ້​ໃຈ​ດ້ວຍ​ສິ່ງ​ທີ່​ຜິດ​ສິນລະທຳ ຄື​ກັບ​ປາ​ທີ່​ຖືກ​ລໍ້​ໃຈ​ດ້ວຍ​ເຫຍື່ອ. ຖ້າ​ເຮົາ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ບໍ່​ດີ ເຮົາ​ຕ້ອງ​ຟ້າວ​ກຳຈັດ​ມັນ​ທັນທີ. ຖ້າ​ຫາກ​ບໍ່​ເຮັດ​ແນວ​ນັ້ນ ຄວາມ​ປາຖະໜາ​ທີ່​ຜິດໆ​ກໍ​ຈະ​ຮຸນແຮງ​ຂຶ້ນ​ແລະ​ເມື່ອ​ມີ​ໂອກາດ​ທີ່​ຈະ​ເຮັດ​ຜິດ ເຮົາ​ອາດ​ຈະ​ລົງ​ມື​ເຮັດ​ໂລດ. ນັ້ນ​ເປັນ​ຄື​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ທີ່​ວ່າ: “ເມື່ອ​ໄດ້​ປະຕິສົນທິ​ແລ້ວ ຄວາມ​ຄຶດ​ຢາກ​ໄດ້​ນັ້ນ​ບັງເກີດ​ການ​ຜິດ.”—ອ່ານ ຢາໂກໂບ 1:14, 15

3 ຄວາມ​ປາຖະໜາ​ທີ່​ຜິດໆ​ສາມາດ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຫົວໃຈ​ຂອງ​ເຮົາ. ຍ້ອນ​ແນວ​ນັ້ນ​ເຮົາ​ຄວນ​ລະ​ມັດ​ລະວັງ​ເປັນ​ພິເສດ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເລີ່ມ​ຕົ້ນ​ມີ​ຄວາມ​ປາຖະໜາ. ຖ້າ​ເຮົາ​ກຳຈັດ​ຄວາມ​ປາຖະໜາ​ທີ່​ຜິດໆ ເຮົາ​ກໍ​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ແລະ​ຜົນ​ໄດ້​ຮັບ​ທີ່​ບໍ່​ດີ​ຈາກ​ການ​ກະທຳ​ນັ້ນ. (ຄາລາຊີ 5:16) ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ສາມ​ສິ່ງ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆ ນັ້ນ​ຄື ສາຍ​ສຳພັນ​ຂອງ​ເຮົາ​ກັບ​ພະ​ເຢໂຫວາ ຄຳ​ແນະນຳ​ຈາກ​ຄຳພີ​ໄບເບິນ ແລະ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄລິດສະຕຽນ​ທີ່​ອາວຸໂສ.

“ຈົ່ງ​ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ”

4. ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ເຮົາ​ຈະ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ?

4 ຄຳພີ​ໄບເບິນ​ບອກ​ຜູ້​ທີ່​ຕ້ອງການ “ຫຍັບ​ເຂົ້າ​ມາ​ໃກ້​ພະເຈົ້າ” ວ່າ: “ຈົ່ງ​ຊຳຮະ​ລ້າງ​ມື​ແຫ່ງ​ຕົນ” ແລະ “ຈົ່ງ​ຊຳຮະ​ໃຈ​ໃຫ້​ເປັນ​ບໍລິສຸດ.” (ຢາໂກໂບ 4:8) ເມື່ອ​ພະ​ເຢໂຫວາ​ເປັນ​ໝູ່​ທີ່​ດີ​ທີ່​ສຸດ​ຂອງ​ເຮົາ ເຮົາ​ຢາກ​ເຮັດ​ໃຫ້​ທັງ​ການ​ກະທຳ​ແລະ​ຄວາມ​ຄິດ​ຂອງ​ເຮົາ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. ຖ້າ​ຄວາມ​ຄິດ​ຂອງ​ເຮົາ​ບໍລິສຸດ​ແລະ​ສະອາດ ຫົວໃຈ​ຂອງ​ເຮົາ​ກໍ​ຈະ​ສະອາດ​ເຊັ່ນ​ກັນ. (ຄຳເພງ 24:3, 4; 51:6; ຟີລິບ 4:8) ພະ​ເຢໂຫວາ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ຄົນ​ບໍ່​ສົມບູນ​ແບບ​ແລະ​ເຮົາ​ອາດ​ເລີ່ມ​ຕົ້ນ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ບໍ່​ດີ. ເນື່ອງ​ຈາກ​ບໍ່​ຢາກ​ເຮັດ​ໃຫ້​ພະ​ເຢໂຫວາ​ເສຍໃຈ ເຮົາ​ຕ້ອງ​ເຮັດ​ທຸກ​ສິ່ງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ກຳຈັດ​ຄວາມ​ຄິດ​ທີ່​ບໍ່​ດີ​ນັ້ນ​ອອກ​ໄປ. (ຕົ້ນເດີມ 6:5, 6) ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ສາມາດ​ເຮັດ​ໄດ້​ເພື່ອ​ຮັກສາ​ຄວາມ​ຄິດ​ຂອງ​ເຮົາ​ໃຫ້​ບໍລິສຸດ​ສະອາດ.

5, 6. ການ​ອະທິດຖານ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ

5 ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່​ສູ້​ກັບ​ຄວາມ​ຄິດ​ທີ່​ບໍ່​ດີ​ເມື່ອ​ເຮົາ​ອະທິດຖານ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພະອົງ​ຕໍ່ໆ​ໄປ. ພະອົງ​ໃຫ້​ພະລັງ​ບໍລິສຸດ​ແກ່​ເຮົາ​ເພື່ອ​ເຮົາ​ຈະ​ມີ​ກຳລັງ​ທີ່​ຈະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ. ໃນ​ຄຳ​ອະທິດຖານ ເຮົາ​ສາມາດ​ບອກ​ພະ​ເຢໂຫວາ​ວ່າ​ເຮົາ​ຕ້ອງການ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ເຮັດ​ໃຫ້​ພະອົງ​ພໍ​ໃຈ. (ຄຳເພງ 19:14) ເຮົາ​ຂໍ​ພະ​ເຢໂຫວາ​ດ້ວຍ​ຄວາມ​ຖ່ອມ​ໃຈ​ເພື່ອ​ໃຫ້​ພະອົງ​ກວດ​ເບິ່ງ​ວ່າ​ມີ​ຄວາມ​ປາຖະໜາ​ໃດໆ​ທີ່​ເປັນ​ອັນຕະລາຍ​ໃນ​ຫົວໃຈ​ຂອງ​ເຮົາ​ຫຼື​ບໍ່ ເຊິ່ງ​ອາດ​ພາ​ໃຫ້​ເຮົາ​ເຮັດ​ຜິດ​ໄດ້. (ຄຳເພງ 139:23, 24) ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ສິ່ງ​ທີ່​ບໍ່​ດີ​ແລະ​ພະຍາຍາມ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ເຖິງ​ວ່າ​ຈະ​ບໍ່​ງ່າຍ​ກໍ​ຕາມ.—ມັດທາຍ 6:13

6 ກ່ອນ​ມາ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ ເຮົາ​ອາດ​ມັກ​ເຮັດ​ສິ່ງ​ທີ່​ພະອົງ​ບໍ່​ຍອມ​ຮັບ ແລະ​ເຮົາ​ອາດ​ກຳລັງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ຜິດໆ​ເຫຼົ່າ​ນັ້ນ. ແຕ່​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ປ່ຽນ​ແປງ​ແລະ​ເຮັດ​ໃນ​ສິ່ງ​ທີ່​ພະອົງ​ພໍ​ໃຈ. ຕົວຢ່າງ​ເຊັ່ນ: ຫຼັງ​ຈາກ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ຜິດ​ປະເວນີ​ກັບ​ນາງ​ບາດເຊບາ ດາວິດ​ໄດ້​ສຳນຶກ​ຜິດ​ແລະ​ອະທິດຖານ​ຂໍ​ກັບ​ພະ​ເຢໂຫວາ​ທີ່​ຈະ​ໃຫ້​ລາວ​ມີ “ໃຈ​ບໍລິສຸດ” ແລະ​ຊ່ວຍ​ລາວ​ໃຫ້​ມີ​ໃຈ​ທີ່​ເຊື່ອ​ຟັງ. (ຄຳເພງ 51:10, 12) ດັ່ງ​ນັ້ນ ຖ້າ​ໃນ​ອະດີດ​ເຮົາ​ເຄີຍ​ມີ​ຄວາມ​ປາຖະໜາ​ທີ່​ຮຸນແຮງ​ໃນ​ເລື່ອງ​ການ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແລະ​ຍັງ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ນັ້ນ​ຢູ່ ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ປາຖະໜາ​ຫຼາຍ​ຂຶ້ນ​ທີ່​ຈະ​ເຊື່ອ​ຟັງ​ພະອົງ​ແລະ​ພະຍາຍາມ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ຄວບຄຸມ​ຄວາມ​ຄິດ​ທີ່​ບໍ່​ດີ​ໄດ້.—ຄຳເພງ 119:133

1. 1. ຄລິດສະຕຽນ​ສອງ​ຄົນ​ທີ່​ເປັນ​ເພດ​ກົງ​ກັນ​ຂ້າມ​ກັນ ກຳລັງ​ລົມ​ກັນ; 2. ຄລິດສະຕຽນ​ສອງ​ຄົນ​ສົ່ງ​ຂໍ້​ຄວາມ​ຫາ​ກັນ​ໃນ​ຂະນະ​ທີ່​ຜົວ​ແລະ​ເມຍ​ຂອງ​ເຂົາ​ເຈົ້າ​ຢືນ​ຢູ່​ໃກ້ໆ; 3. ໃນ​ຂະນະ​ທີ່​ພີ່​ນ້ອງ​ຊາຍ​ຄລິດສະຕຽນ​ອ່ານ​ຄຳພີ​ໄບເບິນ ລາວ​ສຳນຶກ​ວ່າ​ຈຳເປັນ​ຕ້ອງ​ຖອນ​ຮາກ​ຖອນ​ເຫງົ້າ​ຄວາມ​ປາຖະໜາ​ທີ່​ບໍ່​ສະອາດ​ໃຫ້​ໝົດ​ໄປ

ຖ້າ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ເລີ່ມ​ເກີດ​ຂຶ້ນ​ໃນ​ຫົວໃຈ ເຮົາ​ຕ້ອງ​ຟ້າວ​ກຳຈັດ​ທັນທີ (ເບິ່ງ​ຂໍ້ 6)

“ຈົ່ງ​ຂັບ​ຕາມ​ພະ​ຄຳ​ນັ້ນ”

7. ຄຳພີ​ໄບເບິນ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ດີ?

7 ພະ​ເຢໂຫວາ​ສາມາດ​ຕອບ​ຄຳ​ອະທິດຖານ​ຂອງ​ເຮົາ​ໂດຍ​ທາງ​ຄຳພີ​ໄບເບິນ. ໃນ​ຄຳພີ​ໄບເບິນ​ເຮົາ​ພົບ​ສະຕິ​ປັນຍາ​ຂອງ​ພະ​ເຢໂຫວາ​ທີ່​ບໍລິສຸດ​ສະອາດ. (ຢາໂກໂບ 3:17) ເມື່ອ​ເຮົາ​ອ່ານ​ຄຳພີ​ໄບເບິນ​ທຸກໆ​ມື້ ຄວາມ​ຄິດ​ຂອງ​ເຮົາ​ກໍ​ຈະ​ສະອາດ. (ຄຳເພງ 19:7, 11; 119:9, 11) ນອກ​ຈາກ​ນັ້ນ ໃນ​ຄຳພີ​ໄບເບິນ​ຍັງ​ມີ​ຕົວຢ່າງ​ແລະ​ຂໍ້​ເຕືອນ​ໃຈ​ຕ່າງໆ​ທີ່​ຊ່ວຍ​ເຮົາ​ໃຫ້​ປະຕິເສດ​ຄວາມ​ຄິດ​ແລະ​ຄວາມ​ປາຖະໜາ​ທີ່​ບໍ່​ດີ.

8, 9. (ກ) ເປັນ​ຫຍັງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ຈຶ່ງ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຜູ້​ຍິງ​ທີ່​ບໍ່​ດີ? (ຂ) ຕົວຢ່າງ​ທີ່​ຢູ່​ໃນ​ສຸພາສິດ⁠ບົດ​ທີ 7 ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ່ຽງ​ສະຖານະການ​ແບບ​ໃດ?

8 ໃນ​ສຸພາສິດ 5:8 ເຕືອນ​ເຮົາ​ໃຫ້​ຫຼີກ​ໜີ​ຈາກ​ການ​ເຮັດ​ຜິດ​ສິນລະທຳ. ໃນ​ສຸພາສິດ​ບົດ​ທີ 7 ເຮົາ​ອ່ານ​ເລື່ອງ​ຂອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຍ່າງ​ອອກ​ໄປ​ຫຼິ້ນ​ໃນ​ຕອນ​ກາງຄືນ​ຢູ່​ໃກ້​ເຮືອນ​ຂອງ​ຜູ້​ຍິງ​ທີ່​ບໍ່​ດີ. ຜູ້​ຍິງ​ນັ້ນ​ຢືນ​ຢູ່​ແຈ​ຫົນ​ທາງ ‘ແຕ່ງ​ຕົວ​ຄື​ຍິງ​ແມ່​ຈ້າງ.’ ລາວ​ຍ່າງ​ໄປ​ຫາ​ຊາຍ​ໜຸ່ມ​ຄົນ​ນັ້ນ ແລ້ວ​ກໍ​ຈັບ ຈູບ ແລະ​ເວົ້າ​ໃນ​ສິ່ງ​ທີ່​ເຮັດ​ໃຫ້​ຊາຍ​ໜຸ່ມ​ຄົນ​ນັ້ນ​ເກີດ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ຊາຍ​ໜຸ່ມ​ຄົນ​ນັ້ນ​ບໍ່​ໄດ້​ປະຕິເສດ​ຄວາມ​ປາຖະໜາ​ເຫຼົ່າ​ນັ້ນ​ແລະ​ຜົນ​ກໍ​ຄື​ລາວ​ໄດ້​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ຍິງ​ຄົນ​ນັ້ນ. ເຖິງ​ວ່າ​ຊາຍ​ໜຸ່ມ​ຄົນ​ນັ້ນ​ບໍ່​ໄດ້​ວາງ​ແຜນ​ໄວ້​ວ່າ​ຈະ​ເຮັດ​ຜິດ ແຕ່​ໃນ​ທີ່​ສຸດ​ລາວ​ກໍ​ໄດ້​ເຮັດ​ຜິດ. ຈາກ​ນັ້ນ​ລາວ​ຕ້ອງ​ໃຊ້​ຊີວິດ​ຢູ່​ກັບ​ຜົນ​ໄດ້​ຮັບ​ທີ່​ຮ້າຍແຮງ​ຂອງ​ການ​ກະທຳ​ນັ້ນ. ຖ້າ​ລາວ​ເຂົ້າ​ໃຈ​ເຖິງ​ອັນຕະລາຍ​ນີ້ ລາວ​ກໍ​ຈະ​ຫຼີກ​ໜີ​ຈາກ​ຜູ້​ຍິງ​ຄົນ​ນັ້ນ!—ສຸພາສິດ 7:6-27

9 ຄ້າຍ​ກັບ​ຊາຍ​ໜຸ່ມ​ຄົນ​ນັ້ນ ເຮົາ​ອາດ​ຕັດສິນ​ໃຈ​ແບບ​ບໍ່​ສະຫຼາດ​ຍ້ອນ​ບໍ່​ເຂົ້າ​ໃຈ​ເຖິງ​ອັນຕະລາຍ. ຕົວຢ່າງ​ເຊັ່ນ: ໃນ​ຕອນ​ເດິກ ໂທລະພາບ​ບາງ​ຊ່ອງ​ມີ​ລາຍການ​ກ່ຽວ​ກັບ​ເລື່ອງ​ຜິດ​ສິນລະທຳ ສະນັ້ນ​ຈຶ່ງ​ເປັນ​ອັນຕະລາຍ​ທີ່​ຈະ​ກົດ​ປ່ຽນ​ຊ່ອງ​ໄປ​ເລື້ອຍໆ​ເພື່ອ​ເບິ່ງ​ວ່າ​ມີ​ລາຍການ​ຫຍັງ​ແດ່. ນອກ​ຈາກ​ນັ້ນ ອາດ​ເປັນ​ອັນຕະລາຍ​ຄື​ກັນ​ທີ່​ຈະ​ກົດ​ລິ້ງ​ເຊື່ອມ​ຕໍ່​ໃນ​ອິນເຕີເນັດ​ໂດຍ​ບໍ່​ຮູ້​ວ່າ​ມັນ​ຈະ​ພາ​ເຮົາ​ໄປ​ໃສ ລວມ​ທັງ​ການ​ເຂົ້າ​ໄປ​ເບິ່ງ​ຫ້ອງ​ສົນທະນາ​ໃນ​ອິນເຕີເນັດ​ຫຼື​ເວັບໄຊ​ທີ່​ມີ​ການ​ໂຄສະນາ​ເລື່ອງ​ຜິດ​ສິນລະທຳ​ຫຼື​ລິ້ງ​ເຊື່ອມ​ຕໍ່​ໃນ​ອິນເຕີເນັດ​ທີ່​ພາ​ເຮົາ​ເຂົ້າ​ໄປ​ຫາ​ພາບ​ລາມົກ. ໃນ​ສະຖານະການ​ແບບ​ນີ້ ສິ່ງ​ທີ່​ເຮົາ​ເບິ່ງ​ສາມາດ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ແລະ​ເຮັດ​ໃຫ້​ເຮົາ​ບໍ່​ເຊື່ອ​ຟັງ​ພະ​ເຢໂຫວາ.

10. ເປັນ​ຫຍັງ​ການ​ຈີບ​ຫຼິ້ນໆ​ຈຶ່ງ​ເປັນ​ເລື່ອງ​ອັນຕະລາຍ? (ເບິ່ງ​ຮູບ​ທຳອິດ)

10 ຄຳພີ​ໄບເບິນ​ຍັງ​ບອກ​ວິທີ​ທີ່​ຜູ້​ຊາຍ​ແລະ​ຜູ້​ຍິງ​ຄວນ​ປະຕິບັດ​ຕໍ່​ກັນ. (ອ່ານ 1 ຕີໂມເຕ 5:2) ຄລິດສະຕຽນ​ຄວນ​ສະແດງ​ຄວາມ​ຮັກ​ແບບ​ຫວານ​ຊື່ນ​ຕໍ່​ກັບ​ຜົວ​ຫຼື​ເມຍ​ຂອງ​ຕົນ​ເອງ​ເທົ່າ​ນັ້ນ ຫຼື​ກັບ​ຜູ້​ທີ່​ເຂົາ​ເຈົ້າ​ຈະ​ແຕ່ງ​ດອງ​ນຳ. ຄລິດສະຕຽນ​ບໍ່​ຈີບ​ຫຼິ້ນໆ. ບາງ​ຄົນ​ອາດ​ຄິດ​ວ່າ​ການ​ສະແດງ​ອອກ​ໃນ​ທາງ​ທີ່​ຫວານ​ຊື່ນ​ກັບ​ບາງ​ຄົນ ເຊັ່ນ: ການ​ໃຊ້​ທ່າ​ທາງ ຫຼື​ການ​ສົ່ງ​ສາຍ​ຕາ​ບໍ່​ແມ່ນ​ເລື່ອງ​ຜິດ​ຖ້າ​ບໍ່​ໄດ້​ຈັບ​ບາຍ​ກັນ. ແຕ່​ເມື່ອ​ສອງ​ຄົນ​ຈີບ​ກັນ​ຫຼິ້ນໆ ເຂົາ​ເຈົ້າ​ອາດ​ເລີ່ມ​ມີ​ຄວາມ​ຄິດ​ທີ່​ຜິດໆ​ແລະ​ອາດ​ນຳ​ໄປ​ສູ່​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ເລື່ອງ​ນີ້​ເຄີຍ​ເກີດ​ຂຶ້ນ​ມາ​ແລ້ວ ແລະ​ສາມາດ​ເກີດ​ຂຶ້ນ​ໄດ້​ອີກ.

11. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂຢເຊບ?

11 ໂຢເຊບ​ເປັນ​ຕົວຢ່າງ​ທີ່​ດີ​ສຳລັບ​ເຮົາ. ເມຍ​ຂອງ​ໂຟຕີຟາ​ໄດ້​ພະຍາຍາມ​ຍົວະ​ເຍົ້າ​ໂຢເຊບ​ໃຫ້​ນອນ​ນຳ. ໂຢເຊບ​ປະຕິເສດ ແຕ່​ລາວ​ກໍ​ບໍ່​ເຊົາ​ຍົວະ​ເຍົ້າ​ໂຢເຊບ. ລາວ​ຊວນ​ໂຢເຊບ​ທຸກໆ​ມື້​ໃຫ້ “ຢູ່​ນຳ” ລາວ. (ຕົ້ນເດີມ 39:7, 8, 10) ຜູ້​ຊ່ຽວຊານ​ດ້ານ​ຄຳພີ​ໄບເບິນ​ຄົນ​ໜຶ່ງ​ອະທິບາຍ​ວ່າ: ເມຍ​ຂອງ​ໂຟຕີຟາ​ອາດ​ຈະ​ຄາດ​ຫວັງ​ວ່າ​ຖ້າ​ມີ​ແຕ່​ເຂົາ​ເຈົ້າ​ຢູ່​ນຳ​ກັນ​ສອງ​ຄົນ ໂຢເຊບ​ກໍ​ຈະ​ຍອມ​ນອນ​ນຳ. ແຕ່​ໂຢເຊບ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ບໍ່​ຍອມ​ໃຫ້​ກັບ​ການ​ຍົວະ​ເຍົ້າ​ນັ້ນ ແລະ​ໂຢເຊບ​ເອງ​ກໍ​ບໍ່​ໄດ້​ສະແດງ​ທ່າທີ​ວ່າ​ຢາກ​ມີ​ຫຍັງ​ກັບ​ເມຍ​ຂອງ​ໂຟຕີຟາ. ໂຢເຊບ​ບໍ່​ໄດ້​ປ່ອຍ​ໃຫ້​ຄວາມ​ປາຖະໜາ​ທີ່​ຜິດ​ເກີດ​ຂຶ້ນ​ໃນ​ຫົວໃຈ​ຂອງ​ລາວ. ເມື່ອ​ເມຍ​ຂອງ​ໂຟຕີຟາ​ດຶງ​ເຄື່ອງ​ນຸ່ງ​ຂອງ​ໂຢເຊບ​ແລະ​ພະຍາຍາມ​ບັງຄັບ​ລາວ​ໃຫ້​ນອນ​ນຳ ໂຢເຊບ​ໄດ້ “ປະ​ເຄື່ອງ​ນຸ່ງ​ແຫ່ງ​ຕົນ​ໄວ້​ໃນ​ມື​ນາງ ແລະ​ປົບ​ໜີ​ໄປ​ທາງ​ນອກ” ທັນທີ.—ຕົ້ນເດີມ 39:12

12. ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ສິ່ງ​ທີ່​ເຮົາ​ເບິ່ງ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ?

12 ພະ​ເຍຊູ​ເຕືອນ​ວ່າ​ສິ່ງ​ທີ່​ເຮົາ​ເບິ່ງ​ສາມາດ​ມີ​ຜົນ​ກະທົບ​ຕໍ່​ຫົວໃຈ​ຂອງ​ເຮົາ​ແລະ​ເຮັດ​ໃຫ້​ເກີດ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ພະອົງ​ບອກ​ວ່າ: “ຄົນ​ທຸກ​ຄົນ​ທີ່​ເບິ່ງ​ຍິງ​ຜູ້​ໜຶ່ງ​ດ້ວຍ​ໃຈ​ຄຶດ​ຢາກ​ໄດ້​ໃນ​ຍິງ​ນັ້ນ ຜູ້​ນັ້ນ​ໄດ້​ຫຼິ້ນ​ຊູ້​ສູ່​ໃນ​ໃຈ​ເອງ​ກັບ​ຍິງ​ນັ້ນ​ແລ້ວ.” (ມັດທາຍ 5:28) ນີ້​ເປັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ກະສັດ​ດາວິດ ຕອນ​ທີ່​ຢູ່​ເທິງ “ຫຼັງ [ຄາ] ນັ້ນ​ກະສັດ​ໄດ້​ເຫັນ​ຍິງ​ຜູ້​ໜຶ່ງ​ພວມ​ອາບ​ນ້ຳ” ແຕ່​ດາວິດ​ບໍ່​ໄດ້​ເຊົາ​ແນມ​ເບິ່ງ​ຜູ້​ຍິງ​ຄົນ​ນັ້ນ​ແລະ​ບໍ່​ເຊົາ​ຄິດ​ກ່ຽວ​ກັບ​ລາວ. (2 ຊາເມືອນ 11:2) ເຖິງ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ເປັນ​ເມຍ​ຂອງ​ຄົນ​ອື່ນ​ກໍ​ຕາມ ແຕ່​ດາວິດ​ເລີ່ມ​ມີ​ຄວາມ​ຢາກ​ໄດ້​ຜູ້​ຍິງ​ຄົນ​ນັ້ນ​ແລະ​ໃນ​ທີ່​ສຸດ​ດາວິດ​ກໍ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ກັບ​ລາວ.

13. ເປັນ​ຫຍັງ​ເຮົາ​ຕ້ອງ​ເຮັດ “ສັນຍາ” ກັບ​ຕາ​ຂອງ​ຕົວ​ເອງ ແລະ​ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

13 ຖ້າ​ເຮົາ​ຕ້ອງການ​ທີ່​ຈະ​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ດີ ເຮົາ​ຕ້ອງ​ເຮັດ​ຕາມ​ຕົວຢ່າງ​ຂອງ​ໂຢບ. ລາວ​ເວົ້າ​ວ່າ: “ຂ້ອຍ​ໄດ້​ທຳ​ສັນຍາ​ກັບ​ຕາ​ເອງ.” (ໂຢບ 31:1, 7, 9) ເຮົາ​ສາມາດ​ຕັ້ງ​ໃຈ​ແນ່ວ​ແນ່​ຄື​ກັບ​ໂຢບ​ທີ່​ຈະ​ບໍ່​ເບິ່ງ​ຄົນ​ອື່ນ​ແລະ​ຄິດ​ກັບ​ເຂົາ​ເຈົ້າ​ໃນ​ທາງ​ທີ່​ຜິດ​ສິນລະທຳ. ເມື່ອ​ເຮົາ​ເຫັນ​ຮູບ​ພາບ​ທີ່​ຜິດ​ສິນລະທຳ​ບໍ່​ວ່າ​ຈະ​ຢູ່​ໜ້າ​ຈໍ​ຄອມພິວເຕີ ປ້າຍ​ໂຄສະນາ ໃນ​ວາລະສານ ຫຼື​ຢູ່​ບ່ອນ​ອື່ນໆ ເຮົາ​ຈະ​ປິ່ນ​ໜ້າ​ໄປ​ທາງ​ອື່ນ​ທັນທີ.

14. ເຮົາ​ຕ້ອງ​ເຮັດ​ຫຍັງ​ເພື່ອ​ຈະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ?

14 ເມື່ອ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ພິຈາລະນາ ເຈົ້າ​ອາດ​ສຳນຶກ​ວ່າ​ຕົວ​ເອງ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ກວ່າ​ເກົ່າ​ເພື່ອ​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ຖ້າ​ເຈົ້າ​ຈຳເປັນ​ຕ້ອງ​ເຮັດ​ການ​ປ່ຽນ​ແປງ ກໍ​ຂໍ​ໃຫ້​ເຮັດ​ໂດຍ​ທັນທີ! ເມື່ອ​ເຊື່ອ​ຟັງ​ສິ່ງ​ທີ່​ພະ​ເຢໂຫວາ​ບອກ ເຈົ້າ​ກໍ​ຈະ​ຫຼີກ​ລ່ຽງ​ການ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ ແລະ​ຮັກສາ​ຕົວ​ໃຫ້​ເປັນ​ຄົນ​ບໍລິສຸດ​ໄດ້.—ອ່ານ ຢາໂກໂບ 1:21-25

ເຊີນ “​ພວກ​ຜູ້​ເຖົ້າ​ແກ່​ມາ”

15. ຖ້າ​ເຮົາ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ?

15 ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ ຂໍ​ໃຫ້​ລົມ​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ເຊິ່ງ​ຮັບໃຊ້​ພະ​ເຢໂຫວາ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລະ​ເປັນ​ຜູ້​ທີ່​ສາມາດ​ໃຫ້​ຄຳ​ແນະນຳ​ທີ່​ດີ​ຈາກ​ພະ​ຄຳພີ​ໄບເບິນ. ອາດ​ບໍ່​ງ່າຍ​ສຳລັບ​ເຈົ້າ​ທີ່​ຈະ​ເວົ້າ​ບັນຫາ​ສ່ວນ​ຕົວ​ກັບ​ຄົນ​ອື່ນ ແຕ່​ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ. (ສຸພາສິດ 18:1; ເຫບເລີ 3:12, 13) ຄລິດສະຕຽນ​ທີ່​ອາວຸໂສ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ມີ​ສິ່ງ​ໃດ​ທີ່​ຈຳເປັນ​ຕ້ອງ​ປ່ຽນ​ແປງ. ແລ້ວ​ຈາກ​ນັ້ນ​ກໍ​ເຮັດ​ຕາມ​ເພື່ອ​ເຈົ້າ​ຈະ​ມີ​ສາຍ​ສຳພັນ​ທີ່​ດີ​ກັບ​ພະ​ເຢໂຫວາ​ຕໍ່ໆ​ໄປ.

16, 17. (ກ) ຜູ້​ເຖົ້າ​ແກ່​ຈະ​ຊ່ວຍ​ແນວ​ໃດ​ສຳລັບ​ຄົນ​ທີ່​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ? ຂໍ​ໃຫ້​ຍົກ​ຕົວຢ່າງ. (ຂ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ສຳລັບ​ຄົນ​ທີ່​ມັກ​ເບິ່ງ​ຮູບ​ໂປ້​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທັນທີ?

16 ຜູ້​ເຖົ້າ​ແກ່​ໃນ​ປະຊາຄົມ​ມີ​ຄຸນສົມບັດ​ເໝາະ​ສົມ​ເປັນ​ພິເສດ​ທີ່​ຈະ​ຊ່ວຍ​ເຮົາ. (ອ່ານ ຢາໂກໂບ 5:13-15) ເປັນ​ເວລາ​ຫຼາຍ​ປີ​ທີ່​ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໃນ​ປະເທດ​ເບຣຊີນ​ຮູ້ສຶກ​ວ່າ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ. ລາວ​ບອກ​ວ່າ: “ຂ້ອຍ​ຮູ້​ວ່າ​ຄວາມ​ຄິດ​ຂອງ​ຂ້ອຍ​ເຮັດ​ໃຫ້​ພະ​ເຢໂຫວາ​ບໍ່​ພໍ​ໃຈ ແຕ່​ຂ້ອຍ​ອາຍ​ແທ້ໆ​ທີ່​ຈະ​ບອກ​ໃຫ້​ຄົນ​ອື່ນ​ຮູ້​ວ່າ​ຂ້ອຍ​ຮູ້ສຶກ​ແນວ​ໃດ.” ຜູ້​ເຖົ້າ​ແກ່​ຄົນ​ໜຶ່ງ​ຮູ້​ວ່າ​ພີ່​ນ້ອງ​ຊາຍ​ໜຸ່ມ​ຄົນ​ນີ້​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ຈຶ່ງ​ໄດ້​ສະໜັບສະໜູນ​ລາວ​ໃຫ້​ຮັບ​ເອົາ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່. ພີ່​ນ້ອງ​ຊາຍ​ໜຸ່ມ​ເວົ້າ​ວ່າ: “ຂ້ອຍ​ແປກ​ໃຈ​ທີ່​ຜູ້​ເຖົ້າ​ແກ່​ດີ​ຕໍ່​ຂ້ອຍ​ຫຼາຍ ເຂົາ​ເຈົ້າ​ມີ​ຄວາມ​ກະລຸນາ​ແລະ​ເຂົ້າ​ໃຈ​ຂ້ອຍ​ຫຼາຍ​ກວ່າ​ທີ່​ຂ້ອຍ​ຄິດ​ໄວ້. ເຂົາ​ເຈົ້າ​ຕັ້ງ​ໃຈ​ຟັງ​ກ່ຽວ​ກັບ​ບັນຫາ​ຂອງ​ຂ້ອຍ. ເຂົາ​ເຈົ້າ​ໃຊ້​ຄຳພີ​ໄບເບິນ​ເພື່ອ​ຢືນຢັນ​ວ່າ​ພະ​ເຢໂຫວາ​ຍັງ​ຮັກ​ຂ້ອຍ​ຢູ່ ແລະ​ເຂົາ​ເຈົ້າ​ໄດ້​ອະທິດຖານ​ກັບ​ຂ້ອຍ. ສະນັ້ນ ຈຶ່ງ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ຂ້ອຍ​ຈະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ທີ່​ເຂົາ​ເຈົ້າ​ໃຫ້​ເຊິ່ງ​ມາ​ຈາກ​ຄຳພີ​ໄບເບິນ.” ຫຼັງ​ຈາກ​ທີ່​ສາຍ​ສຳພັນ​ຂອງ​ລາວ​ກັບ​ພະ​ເຢໂຫວາ​ເຂັ້ມແຂງ​ຂຶ້ນ ລາວ​ບອກ​ວ່າ: “ຕອນ​ນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ເປັນ​ເລື່ອງ​ສຳຄັນ​ແທ້ໆ​ທີ່​ຈະ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຄົນ​ອື່ນ ແທນ​ທີ່​ຈະ​ພະຍາຍາມ​ຕໍ່​ສູ້​ກັບ​ຄວາມ​ປາຖະໜາ​ທີ່​ບໍ່​ດີ​ນັ້ນ​ດ້ວຍ​ຕົວ​ເອງ.”

17 ຖ້າ​ເຈົ້າ​ມີ​ນິດໄສ​ມັກ​ເບິ່ງ​ຮູບ​ໂປ້ ເຈົ້າ​ຄວນ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ທັນທີ. ຖ້າ​ປ່ອຍ​ເລື່ອງ​ນີ້​ໄວ້​ດົນ​ກໍ​ແຮ່ງ​ມີ​ຄວາມ​ສ່ຽງ​ຫຼາຍ​ຂຶ້ນ​ທີ່​ເຈົ້າ​ຈະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ. ຈາກ​ນັ້ນ​ເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ເຈັບ​ປວດ​ໃຈ ແລະ​ອາດ​ເຮັດ​ໃຫ້​ຄົນ​ເວົ້າ​ເຖິງ​ພະ​ເຢໂຫວາ​ໃນ​ທາງ​ທີ່​ບໍ່​ດີ. ຫຼາຍ​ຄົນ​ໄດ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເຖົ້າ​ແກ່​ແລະ​ຍອມ​ຮັບ​ເອົາ​ຄຳ​ແນະນຳ​ນັ້ນ ເພື່ອ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ​ແລະ​ເພື່ອ​ຢູ່​ໃນ​ປະຊາຄົມ​ຄລິດສະຕຽນ​ຕໍ່ໆ​ໄປ.—ຄຳເພງ 141:5; ເຫບເລີ 12:5, 6; ຢາໂກໂບ 1:15

ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເປັນ​ຄົນ​ບໍລິສຸດ!

18. ເຈົ້າ​ຕັ້ງ​ໃຈ​ແນ່ວ​ແນ່​ທີ່​ຈະ​ເຮັດ​ຫຍັງ?

18 ມີ​ການ​ເຮັດ​ຜິດ​ສິນລະທຳ​ຫຼາຍ​ຂຶ້ນ​ເລື້ອຍໆ​ໃນ​ໂລກ​ທີ່​ຊາຕານ​ປົກຄອງ. ແຕ່​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຢ່າງ​ໜັກ​ເພື່ອ​ຈະ​ຮັກສາ​ຄວາມ​ຄິດ​ໃຫ້​ສະອາດ​ແລະ​ເປັນ​ຄົນ​ບໍລິສຸດ​ຕໍ່ໆ​ໄປ. ພະ​ເຢໂຫວາ​ພູມ​ໃຈ​ຫຼາຍ​ຕໍ່​ກັບ​ຜູ້​ຮັບໃຊ້​ເຫຼົ່າ​ນີ້. ຂໍ​ໃຫ້​ເຮົາ​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ເຮັດ​ຕາມ​ຄຳ​ແນະນຳ​ທີ່​ໄດ້​ຮັບ​ຈາກ​ຄຳພີ​ໄບເບິນ​ແລະ​ຈາກ​ປະຊາຄົມ. ເມື່ອ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ຈະ​ມີ​ຄວາມ​ສຸກ​ແລະ​ມີ​ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ສະອາດ. (ຄຳເພງ 119:5, 6) ໃນ​ອະນາຄົດ ຫຼັງ​ຈາກ​ທີ່​ຊາຕານ​ຖືກ​ທຳລາຍ ເຮົາ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ຂອງ​ພະເຈົ້າ​ເຊິ່ງ​ເປັນ​ໂລກ​ທີ່​ສະອາດ.

ການ​ອະທິບາຍ​ບາງ​ສຳນວນ

  • ການ​ເປັນ​ຄົນ​ບໍລິສຸດ ໝາຍ​ເຖິງ​ການ​ປະຕິເສດ​ຄວາມ​ຄິດ​ທີ່​ບໍ່​ສະອາດ​ແລະ​ບໍ່​ຍອມ​ແພ້​ຕໍ່​ກັບ​ຄວາມ​ປາຖະໜາ​ທາງ​ເພດ​ທີ່​ຜິດໆ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌