ປະຖົມມະການ
41 ເມື່ອ 2 ປີຜ່ານໄປຟາໂຣ*ໄດ້ຝັນ+ວ່າໂຕເອງຢືນຢູ່ແຄມແມ່ນ້ຳນິນ. 2 ລາວເຫັນງົວຕຸ້ຍພີ 7 ໂຕຂຶ້ນມາແຕ່ນ້ຳ ແລ້ວພວກມັນກໍກິນຫຍ້າຢູ່ແຄມແມ່ນ້ຳນິນ.+ 3 ຫຼັງຈາກນັ້ນ ມີງົວຈ່ອຍຂີ້ຮ້າຍ 7 ໂຕຂຶ້ນມາແຕ່ແມ່ນ້ຳນິນຄືກັນ. ພວກມັນມາຢືນຢູ່ທາງຂ້າງງົວຕຸ້ຍພີ 7 ໂຕທີ່ຢູ່ແຄມແມ່ນ້ຳນິນນັ້ນ. 4 ແລ້ວງົວຈ່ອຍຂີ້ຮ້າຍ 7 ໂຕກໍກືນງົວຕຸ້ຍພີ 7 ໂຕນັ້ນ. ຫຼັງຈາກນັ້ນ ກະສັດກໍຕື່ນຂຶ້ນ.
5 ກະສັດກັບໄປນອນຕໍ່ອີກ ແລະຝັນເປັນເທື່ອທີ 2. ລາວເຫັນຕົ້ນເຂົ້າຕົ້ນໜຶ່ງທີ່ມີ 7 ຮວງ ແລະມີເມັດຕຶ່ງໆງາມໆ.+ 6 ຈາກນັ້ນ ກໍມີເຂົ້າອີກຕົ້ນໜຶ່ງທີ່ມີ 7 ຮວງ ແຕ່ເມັດຂອງມັນລີບເພາະຖືກລົມຮ້ອນຈາກທິດຕາເວັນອອກ. 7 ຮວງເຂົ້າລີບໄດ້ກືນຮວງເຂົ້າຕຶ່ງໆງາມໆນັ້ນ. ແລ້ວຟາໂຣກໍຕື່ນ ລາວຈຶ່ງຮູ້ວ່ານັ້ນແມ່ນຄວາມຝັນ.
8 ເມື່ອຮອດຕອນເຊົ້າຟາໂຣກໍອຸກໃຈຫຼາຍ. ລາວຈຶ່ງເອີ້ນພວກໝໍຄາຖາອາຄົມແລະທີ່ປຶກສາມາຈາກທົ່ວເອຢິບ. ຟາໂຣເລົ່າຄວາມຝັນໃຫ້ເຂົາເຈົ້າຟັງ ແຕ່ກໍບໍ່ມີໃຜຮູ້ຄວາມໝາຍຂອງຄວາມຝັນນັ້ນ.
9 ແລ້ວຫົວໜ້າຄົນເຫຍັ້ນເຄື່ອງດື່ມໄດ້ເວົ້າກັບຟາໂຣວ່າ: “ຂ້ອຍຈື່ໄດ້ແລ້ວວ່າຂ້ອຍໄດ້ເຮັດຜິດ*ຫຍັງ. 10 ຕອນທີ່ທ່ານໃຈຮ້າຍໃຫ້ຄົນຮັບໃຊ້ຂອງທ່ານ. ຂ້ອຍກັບຫົວໜ້າຄົນເຮັດເຂົ້າຈີ່ຖືກຈັບໄປຂັງຢູ່ເຮືອນຂອງຫົວໜ້າທະຫານປ້ອງກັນໂຕກະສັດ.+ 11 ມີຄືນໜຶ່ງຂ້ອຍກັບຫົວໜ້າຄົນເຮັດເຂົ້າຈີ່ໄດ້ຝັນ ແລະເລື່ອງທີ່ຂ້ອຍກັບລາວຝັນນັ້ນກໍມີຄວາມໝາຍບໍ່ຄືກັນ.+ 12 ຕອນນັ້ນມີຊາຍໜຸ່ມຄົນເຮັບເຣີຜູ້ໜຶ່ງຢູ່ກັບພວກເຮົາ. ລາວເປັນຄົນຮັບໃຊ້ຂອງຫົວໜ້າທະຫານປ້ອງກັນໂຕກະສັດ.+ ເມື່ອພວກເຮົາເລົ່າຄວາມຝັນໃຫ້ລາວຟັງ+ ລາວກໍຮູ້ວ່າຄວາມຝັນຂອງພວກເຮົາໝາຍຄວາມວ່າແນວໃດ. 13 ແລ້ວທຸກຢ່າງກໍເກີດຂຶ້ນແທ້ໆຄືກັບທີ່ລາວບອກພວກເຮົາ. ຂ້ອຍໄດ້ກັບມາຮັບໃຊ້ທ່ານຄືເກົ່າ ແລະຫົວໜ້າຄົນເຮັດເຂົ້າຈີ່ຖືກແຂວນໄວ້ເທິງຫຼັກ.”+
14 ຟາໂຣເລີຍຟ້າວໃຫ້ຄົນໄປເອົາໂຢເຊັບອອກມາຈາກຄຸກ.+ ໂຢເຊັບຈຶ່ງແຖຫົວ ແຖໜວດ ປ່ຽນເຄື່ອງນຸ່ງ ແລະເຂົ້າໄປຫາຟາໂຣ. 15 ຟາໂຣເວົ້າກັບໂຢເຊັບວ່າ: “ຂ້ອຍຝັນ ແຕ່ບໍ່ມີໃຜບອກໄດ້ວ່າຄວາມຝັນນັ້ນໝາຍຄວາມວ່າແນວໃດ. ມີຄົນບອກຂ້ອຍວ່າເຈົ້າແປຄວາມຝັນໄດ້.”+ 16 ໂຢເຊັບຕອບຟາໂຣວ່າ: “ບໍ່ແມ່ນຂ້ອຍດອກ ແຕ່ແມ່ນພະເຈົ້າທີ່ບອກຄວາມໝາຍຂອງເລື່ອງທີ່ທ່ານຝັນໄດ້.”+
17 ຟາໂຣເລົ່າຄວາມຝັນໃຫ້ໂຢເຊັບຟັງວ່າ: “ຂ້ອຍຝັນວ່າ ຂ້ອຍຢືນຢູ່ແຄມແມ່ນ້ຳນິນ. 18 ແລ້ວງົວຕຸ້ຍພີ 7 ໂຕກໍຂຶ້ນມາແຕ່ແມ່ນ້ຳນິນ ແລະກິນຫຍ້າຢູ່ແຖວແມ່ນ້ຳນັ້ນ.+ 19 ແລ້ວກໍມີງົວອີກ 7 ໂຕທີ່ຈ່ອຍຂີ້ຮ້າຍ ຂຶ້ນມາແຕ່ແມ່ນ້ຳນິນຄືກັນ. ທົ່ວແຜ່ນດິນເອຢິບຂ້ອຍບໍ່ເຄີຍເຫັນງົວຈ່ອຍທີ່ຂີ້ຮ້າຍປານນີ້. 20 ຈາກນັ້ນ ງົວຈ່ອຍກໍເລີ່ມກືນງົວຕຸ້ຍພີ 7 ໂຕນັ້ນ. 21 ເມື່ອພວກມັນກືນໝົດແລ້ວກໍບໍ່ມີໃຜເບິ່ງອອກວ່າມັນກືນງົວຕຸ້ຍພີເຂົ້າໄປ ຍ້ອນພວກມັນຍັງຈ່ອຍຄືເກົ່າ. ແລ້ວຂ້ອຍກໍຮູ້ເມື່ອ.
22 ໃນຄວາມຝັນອີກເລື່ອງໜຶ່ງ ຂ້ອຍເຫັນເຂົ້າຕົ້ນໜຶ່ງມີ 7 ຮວງ ແລະມີເມັດເຂົ້າຕຶ່ງໆງາມໆ.+ 23 ຈາກນັ້ນ ກໍມີເຂົ້າຕົ້ນໜຶ່ງທີ່ມີ 7 ຮວງຂຶ້ນມາອີກ ແຕ່ເມັດຂອງມັນລີບຍ້ອນຖືກລົມຮ້ອນຈາກທິດຕາເວັນອອກ. 24 ແລ້ວຮວງເຂົ້າເມັດລີບກໍກືນຮວງເຂົ້າເມັດຕຶ່ງໆງາມໆເຂົ້າໄປ. ຂ້ອຍເລົ່າຄວາມຝັນນີ້ໃຫ້ພວກໝໍຄາຖາອາຄົມຟັງ+ ແຕ່ກໍບໍ່ມີໃຜອະທິບາຍຄວາມໝາຍໄດ້.”+
25 ໂຢເຊັບບອກຟາໂຣວ່າ: “ຄວາມຝັນ 2 ເລື່ອງນີ້ຂອງທ່ານມີຄວາມໝາຍຄືກັນ. ພະເຈົ້າທ່ຽງແທ້ບອກທ່ານວ່າເພິ່ນຈະເຮັດຫຍັງແດ່.+ 26 ງົວຕຸ້ຍພີ 7 ໂຕໝາຍເຖິງ 7 ປີ. ຕົ້ນເຂົ້າ 7 ຮວງທີ່ມີເມັດຕຶ່ງໆງາມໆກໍໝາຍເຖິງ 7 ປີ. ຄວາມຝັນທັງສອງເລື່ອງນີ້ມີຄວາມໝາຍຄືກັນ. 27 ງົວຈ່ອຍຂີ້ຮ້າຍ 7 ໂຕທີ່ຂຶ້ນມານຳຫຼັງກໍໝາຍເຖິງ 7 ປີ ແລະຮວງເຂົ້າ 7 ຮວງທີ່ມີເມັດລີບໆຍ້ອນຖືກລົມຮ້ອນຈາກທິດຕາເວັນອອກໝາຍເຖິງຈະມີຄວາມອຶດຢາກ 7 ປີ. 28 ຄືກັບທີ່ຂ້ອຍໄດ້ບອກທ່ານໄປແລ້ວ ພະເຈົ້າທ່ຽງແທ້ເຮັດໃຫ້ທ່ານຮູ້ວ່າເພິ່ນຈະເຮັດຫຍັງ.
29 ຢູ່ທົ່ວເອຢິບຈະມີອາຫານອຸດົມສົມບູນຕະຫຼອດ 7 ປີນີ້. 30 ແຕ່ຫຼັງຈາກນັ້ນຈະເກີດຄວາມອຶດຢາກອີກ 7 ປີ. ຜູ້ຄົນຈະລືມໄປເລີຍວ່າແຜ່ນດິນເອຢິບເຄີຍອຸດົມສົມບູນສ່ຳໃດ ເພາະຄວາມອຶດຢາກຈະເຮັດໃຫ້ແຜ່ນດິນບໍ່ມີອາຫານຈັກໜ້ອຍ.+ 31 ຄວາມອຶດຢາກນີ້ຈະຮຸນແຮງຫຼາຍຈົນບໍ່ມີຜູ້ໃດຈື່ໄດ້ວ່າແຜ່ນດິນນີ້ເຄີຍອຸດົມສົມບູນ. 32 ຄວາມຝັນຂອງກະສັດທັງສອງເລື່ອງມີຄວາມໝາຍຄືກັນກໍຍ້ອນວ່າ ພະເຈົ້າທ່ຽງແທ້ຕັດສິນໃຈແລ້ວວ່າຄວາມອຶດຢາກຈະເກີດຂຶ້ນແນ່ນອນ ແລະເພິ່ນຈະເຮັດໃຫ້ເກີດຂຶ້ນໄວໆນີ້.
33 ດັ່ງນັ້ນ ຂໍໃຫ້ກະສັດຊອກຫາຄົນໜຶ່ງທີ່ສະຫຼາດແລະຕັດສິນໃຈໄດ້ດີ ແລ້ວແຕ່ງຕັ້ງລາວໃຫ້ເບິ່ງແຍງທົ່ວແຜ່ນດິນເອຢິບ. 34 ຂໍໃຫ້ທ່ານແຕ່ງຕັ້ງຜູ້ດູແລຄົນອື່ນໆໃນແຜ່ນດິນນີ້ນຳ. ເຂົາເຈົ້າຕ້ອງເກັບ 1 ສ່ວນ 5 ຂອງຜົນຜະລິດທີ່ເກັບໄດ້ໃນໄລຍະເວລາ 7 ປີທີ່ອຸດົມສົມບູນ.+ 35 ຕັ້ງແຕ່ນີ້ໄປ ໃຫ້ເຂົາເຈົ້າເກັບສະສົມອາຫານໄວ້. ເຂົາເຈົ້າຕ້ອງລວບລວມໄວ້ໃນສາງຂອງກະສັດ ໃນເມືອງຕ່າງໆ ແລະເບິ່ງແຍງຢ່າງດີ.+ 36 ອາຫານເຫຼົ່ານີ້ຈະເກັບໄວ້ເພື່ອກິນໃນໄລຍະເວລາ 7 ປີທີ່ມີຄວາມອຶດຢາກໃນເອຢິບ ເພື່ອຄົນແລະສັດຈະບໍ່ຕາຍຍ້ອນຄວາມອຶດຢາກ.”+
37 ຟາໂຣກັບຂ້າລາຊະການທຸກຄົນຂອງລາວກໍເຫັນດີນຳຄຳເວົ້າຂອງໂຢເຊັບ. 38 ຟາໂຣກໍເລີຍເວົ້າກັບຂ້າລາຊະການຂອງລາວວ່າ: “ຈະມີໃຜອີກບໍທີ່ເໝາະສົມກວ່າໂຢເຊັບຜູ້ທີ່ມີພະລັງຂອງພະເຈົ້າ?” 39 ຟາໂຣບອກໂຢເຊັບວ່າ: “ຍ້ອນພະເຈົ້າຊ່ວຍເຈົ້າໃຫ້ຮູ້ໝົດທຸກຢ່າງ ຄືຊິບໍ່ມີໃຜທີ່ຈະສະຫຼາດແລະຕັດສິນໃຈໄດ້ດີຄືເຈົ້າ. 40 ຂ້ອຍຈະແຕ່ງຕັ້ງໃຫ້ເຈົ້າປົກຄອງລາຊະວັງຂອງຂ້ອຍ ແລະຄົນຂອງຂ້ອຍທຸກຄົນຈະເຊື່ອຟັງຄຳສັ່ງຂອງເຈົ້າ.+ ມີແຕ່ຂ້ອຍທີ່ໃຫຍ່ກວ່າເຈົ້າຍ້ອນຂ້ອຍເປັນກະສັດ.” 41 ຟາໂຣເວົ້າຕື່ມອີກວ່າ: “ຂ້ອຍຈະແຕ່ງຕັ້ງເຈົ້າໃຫ້ປົກຄອງແຜ່ນດິນເອຢິບທັງໝົດ.”+ 42 ແລ້ວຟາໂຣກໍປົດແຫວນ*ອອກຈາກນິ້ວມືຂອງລາວໄປສຸບໃສ່ໃຫ້ໂຢເຊັບ ແລະເອົາເຄື່ອງນຸ່ງທີ່ເປັນຜ້າລີນິນຢ່າງດີກັບສາຍຄໍຄຳໃສ່ໃຫ້ລາວ. 43 ນອກຈາກນັ້ນ ກະສັດຍັງໃຫ້ໂຢເຊັບນັ່ງເທິງລົດມ້າອັນດັບທີ 2 ຂອງກະສັດ ແລະໃຫ້ມີຄົນອອກໜ້າໄປກ່ອນແລະຮ້ອງວ່າ “ກົ້ມລົງຄຳນັບລາວ!”* ເພື່ອສະແດງວ່າກະສັດໄດ້ແຕ່ງຕັ້ງໂຢເຊັບໃຫ້ປົກຄອງທົ່ວແຜ່ນດິນເອຢິບ.
44 ຟາໂຣເວົ້າກັບໂຢເຊັບອີກວ່າ: “ເຖິງວ່າຂ້ອຍເປັນກະສັດເອຢິບ ແຕ່ຖ້າຜູ້ໃດຢາກເຮັດອີ່ຫຍັງໃນແຜ່ນດິນນີ້ ເຂົາເຈົ້າຕ້ອງມາຂໍອະນຸຍາດນຳເຈົ້າກ່ອນ.”+ 45 ຫຼັງຈາກນັ້ນ ກະສັດຕັ້ງຊື່ໃຫ້ໂຢເຊັບວ່າຊາເຟນາດປາເນອາ ແລະໄດ້ຍົກອາເສນັດ+ໃຫ້ເປັນເມຍຂອງລາວ. ອາເສນັດເປັນລູກສາວຂອງໂປຕີເຟຣາເຊິ່ງເປັນປະໂລຫິດໃນເມືອງໂອນ.* ແລ້ວໂຢເຊັບກໍອອກໄປກວດເບິ່ງທົ່ວແຜ່ນດິນເອຢິບ.+ 46 ໂຢເຊັບອາຍຸ 30 ປີ+ຕອນທີ່ກະສັດເອຢິບເອີ້ນລາວໄປຫາ.
ແລ້ວໂຢເຊັບກໍອອກຈາກວັງຂອງຟາໂຣ ແລະເດີນທາງໄປທົ່ວແຜ່ນດິນເອຢິບ. 47 ໃນໄລຍະ 7 ປີທີ່ອຸດົມສົມບູນ ແຜ່ນດິນເອຢິບເກີດຜົນຜະລິດຫຼາຍແທ້ຫຼາຍວ່າ. 48 ໂຢເຊັບກໍລວບລວມອາຫານໃນແຜ່ນດິນເອຢິບໄປເລື້ອຍໆຕະຫຼອດ 7 ປີ. ລາວລວບລວມອາຫານໄວ້ໃນສາງຕາມເມືອງຕ່າງໆ. ຜົນຜະລິດຢູ່ໃກ້ເມືອງໃດລາວກໍເອົາໄວ້ໃນເມືອງນັ້ນ. 49 ໂຢເຊັບສະສົມອາຫານໄວ້ບັກຫຼາຍໆປານເມັດຊາຍໃນທະເລ. ໃນທີ່ສຸດກໍນັບບໍ່ໄດ້ຍ້ອນມັນຫຼາຍອີ່ຫຼີ.
50 ກ່ອນຈະມີຄວາມອຶດຢາກເກີດຂຶ້ນ ອາເສນັດລູກສາວຂອງໂປຕີເຟຣາເຊິ່ງເປັນປະໂລຫິດຈາກເມືອງໂອນກໍມີລູກຊາຍໃຫ້ໂຢເຊັບ 2 ຄົນ.+ 51 ໂຢເຊັບຕັ້ງຊື່ໃຫ້ລູກກົກວ່າມານາເຊ*+ ເພາະລາວບອກວ່າ: “ພະເຈົ້າຊ່ວຍໃຫ້ຂ້ອຍລືມບັນຫາທັງໝົດຂອງຂ້ອຍ ແລະຄວາມຄິດຮອດເຮືອນຂອງພໍ່ຂ້ອຍ.” 52 ຄົນທີ 2 ລາວຕັ້ງຊື່ໃຫ້ວ່າເອຟຣາຢິມ*+ ເພາະລາວບອກວ່າ: “ພະເຈົ້າເຮັດໃຫ້ຂ້ອຍມີລູກຫຼານຫຼາຍໃນແຜ່ນດິນທີ່ຂ້ອຍເຄີຍທຸກຍາກລຳບາກ.”+
53 ແລ້ວ 7 ປີທີ່ມີອາຫານອຸດົມສົມບູນໃນແຜ່ນດິນເອຢິບກໍຜ່ານໄປ+ 54 ແລະ 7 ປີທີ່ມີຄວາມອຶດຢາກກໍເລີ່ມຂຶ້ນຄືກັບທີ່ໂຢເຊັບບອກ.+ ຄວາມອຶດຢາກເກີດຂຶ້ນທົ່ວທຸກດິນແດນ ແຕ່ທົ່ວເອຢິບຍັງມີອາຫານຢູ່.+ 55 ເມື່ອຄວາມອຶດຢາກແພ່ໄປທົ່ວແຜ່ນດິນເອຢິບ ປະຊາຊົນກໍໄປຂໍອາຫານກັບຟາໂຣ.+ ແຕ່ຟາໂຣບອກພວກເອຢິບທຸກຄົນວ່າ: “ໃຫ້ໄປຫາໂຢເຊັບແລະເຮັດຕາມທີ່ລາວບອກ.”+ 56 ແລ້ວຄວາມອຶດຢາກກໍແພ່ລາມໄປທົ່ວໂລກ.+ ໂຢເຊັບຈຶ່ງເອົາອາຫານໃນສາງຂອງກະສັດມາຂາຍໃຫ້ຄົນເອຢິບ+ ຍ້ອນມີຄວາມອຶດຢາກຮຸນແຮງຫຼາຍໃນແຜ່ນດິນເອຢິບ. 57 ນອກຈາກຄົນເອຢິບແລ້ວ ຍັງມີຄົນຈາກທົ່ວໂລກມາຊື້ອາຫານນຳໂຢເຊັບ ຍ້ອນຄວາມອຶດຢາກທີ່ເກີດຂຶ້ນຢູ່ທົ່ວໂລກຮຸນແຮງຫຼາຍ.+