ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ຄອບຄົວ​ຂອງ​ດາວິດ​ເຂັ້ມແຂງ​ຂຶ້ນ​ເລື້ອຍ​​ໆ​ (1)

      • ພວກ​ລູກ​ຊາຍ​ຂອງ​ດາວິດ (2-​5)

      • ອັບເນ​ມາ​ຢູ່​ຝ່າຍ​ດາວິດ (6-​21)

      • ໂຢອາບ​ຂ້າ​ອັບເນ (22-​30)

      • ດາວິດ​ຮ້ອງໄຫ້​ໄວ້​ອາໄລ​ໃຫ້​ອັບເນ (31-​39)

2 ຊາມູເອນ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:27, 28; 24:17, 20; 26:25
  • +2ຊມ 2:17

2 ຊາມູເອນ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 3:1-4
  • +2ຊມ 13:1
  • +1ຊມ 25:43

2 ຊາມູເອນ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 25:42
  • +2ຊມ 15:12
  • +2ຊມ 13:37

2 ຊາມູເອນ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:5

2 ຊາມູເອນ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:8

2 ຊາມູເອນ 3:7

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 21:8-11
  • +2ຊມ 2:10
  • +2ຊມ 16:21; 1ກສ 2:22

2 ຊາມູເອນ 3:8

ໄຂເງື່ອນ

  • *

    ຫຼື “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ”

2 ຊາມູເອນ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:27, 28; ພສ 78:70; 89:20

2 ຊາມູເອນ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:1; 2ຊມ 24:2

2 ຊາມູເອນ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:39

2 ຊາມູເອນ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 5:3

2 ຊາມູເອນ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:20; 19:11; 1ຂຄ 15:29

2 ຊາມູເອນ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:10
  • +1ຊມ 18:25, 27

2 ຊາມູເອນ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 25:44

2 ຊາມູເອນ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:5; 1ກສ 2:8

2 ຊາມູເອນ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 13:14; 15:27, 28; 16:1, 13; ພສ 89:3, 20; 132:17; ກຈກ 13:22

2 ຊາມູເອນ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:20, 21; 1ຂຄ 12:29

2 ຊາມູເອນ 3:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:16
  • +1ຊມ 14:50; 2ຊມ 2:8, 22
  • +1ຊມ 14:51

2 ຊາມູເອນ 3:25

ໄຂເງື່ອນ

  • *

    ລູກ​ຊາຍ​ຂອງ​ເນ

2 ຊາມູເອນ 3:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:20
  • +1ກສ 2:5
  • +2ຊມ 2:22, 23

2 ຊາມູເອນ 3:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 9:6; ອພຍ 21:12; ຈຊບ 35:33; ພບຍ 21:9

2 ຊາມູເອນ 3:29

ໄຂເງື່ອນ

  • *

    ໝາຍເຖິງ​ຜູ້​ຊາຍ​ທີ່​ພິການ​ຈົນ​ຕ້ອງ​ໄປ​ເຮັດ​ວຽກ​ຂອງ​ຜູ້ຍິງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 7:16; 55:23; ສພສ 5:22
  • +ລລວ 15:2
  • +ລລວ 13:44; ຈຊບ 5:2
  • +ພບຍ 27:24; ພສ 109:2, 10

2 ຊາມູເອນ 3:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:24
  • +2ຊມ 2:8
  • +2ຊມ 2:23

2 ຊາມູເອນ 3:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:31, 32

2 ຊາມູເອນ 3:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:26

2 ຊາມູເອນ 3:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:28; 1ກສ 2:5

2 ຊາມູເອນ 3:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:50; 2ຊມ 2:8; 3:12

2 ຊາມູເອນ 3:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:4
  • +1ຂຄ 2:15, 16
  • +2ຊມ 19:13; 20:10
  • +2ຊມ 3:29; 1ກສ 2:5, 34

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 3:11ຊມ 15:27, 28; 24:17, 20; 26:25
2ຊມ. 3:12ຊມ 2:17
2ຊມ. 3:21ຂຄ 3:1-4
2ຊມ. 3:22ຊມ 13:1
2ຊມ. 3:21ຊມ 25:43
2ຊມ. 3:31ຊມ 25:42
2ຊມ. 3:32ຊມ 15:12
2ຊມ. 3:32ຊມ 13:37
2ຊມ. 3:41ກສ 1:5
2ຊມ. 3:62ຊມ 2:8
2ຊມ. 3:72ຊມ 21:8-11
2ຊມ. 3:72ຊມ 2:10
2ຊມ. 3:72ຊມ 16:21; 1ກສ 2:22
2ຊມ. 3:91ຊມ 15:27, 28; ພສ 78:70; 89:20
2ຊມ. 3:10ຜຕສ 20:1; 2ຊມ 24:2
2ຊມ. 3:112ຊມ 3:39
2ຊມ. 3:122ຊມ 5:3
2ຊມ. 3:131ຊມ 18:20; 19:11; 1ຂຄ 15:29
2ຊມ. 3:142ຊມ 2:10
2ຊມ. 3:141ຊມ 18:25, 27
2ຊມ. 3:151ຊມ 25:44
2ຊມ. 3:162ຊມ 16:5; 1ກສ 2:8
2ຊມ. 3:181ຊມ 13:14; 15:27, 28; 16:1, 13; ພສ 89:3, 20; 132:17; ກຈກ 13:22
2ຊມ. 3:191ຊມ 10:20, 21; 1ຂຄ 12:29
2ຊມ. 3:232ຊມ 8:16
2ຊມ. 3:231ຊມ 14:50; 2ຊມ 2:8, 22
2ຊມ. 3:231ຊມ 14:51
2ຊມ. 3:272ຊມ 3:20
2ຊມ. 3:271ກສ 2:5
2ຊມ. 3:272ຊມ 2:22, 23
2ຊມ. 3:28ປຖກ 9:6; ອພຍ 21:12; ຈຊບ 35:33; ພບຍ 21:9
2ຊມ. 3:29ພສ 7:16; 55:23; ສພສ 5:22
2ຊມ. 3:29ລລວ 15:2
2ຊມ. 3:29ລລວ 13:44; ຈຊບ 5:2
2ຊມ. 3:29ພບຍ 27:24; ພສ 109:2, 10
2ຊມ. 3:302ຊມ 2:24
2ຊມ. 3:302ຊມ 2:8
2ຊມ. 3:302ຊມ 2:23
2ຊມ. 3:341ກສ 2:31, 32
2ຊມ. 3:35ຜຕສ 20:26
2ຊມ. 3:372ຊມ 3:28; 1ກສ 2:5
2ຊມ. 3:381ຊມ 14:50; 2ຊມ 2:8; 3:12
2ຊມ. 3:392ຊມ 19:13; 20:10
2ຊມ. 3:392ຊມ 3:29; 1ກສ 2:5, 34
2ຊມ. 3:392ຊມ 2:4
2ຊມ. 3:391ຂຄ 2:15, 16
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 3:1-39

ຊາມູເອນ​ສະບັບ​ທີ​ສອງ

3 ຄອບຄົວ​ຂອງ​ຊາອູນ​ກັບ​ຄອບຄົວ​ຂອງ​ດາວິດ​ຕໍ່ສູ້​ກັນ​ບໍ່​ຈົບ​ບໍ່​ສິ້ນ. ດາວິດ​ເຂັ້ມແຂງ​ຂຶ້ນ​ເລື້ອຍ​ໆ​+ ແຕ່​ຄອບຄົວ​ຂອງ​ຊາອູນ​ພັດ​ອ່ອນແອ​ລົງ.+

2 ຕອນ​ທີ່​ຢູ່​ເຮັບໂຣນ+ດາວິດ​ໄດ້​ລູກ​ຊາຍ​ຫຼາຍ​ຄົນ. ຜູ້​ທຳອິດ​ຊື່​ອຳໂນນ.+ ດາວິດ​ໄດ້​ລູກ​ຜູ້​ນີ້​ກັບອາຮີໂນອາມ+ຄົນເຢດຊະເຣເອນ. 3 ຜູ້​ທີ 2 ຊື່​ກີເລອາບ. ດາວິດໄດ້​ລູກ​ຜູ້​ນີ້​ກັບອາບີກາຍ+ທີ່​ເຄີຍ​ເປັນ​ເມຍ​ຂອງ​ນາບານ​ຄົນ​ກາເມນ. ຜູ້​ທີ 3 ຊື່​ອັບຊາໂລມ.+ ດາວິດ​ໄດ້​ລູກ​ຜູ້​ນີ້​ກັບ​ມາອາກາ​ລູກສາວ​ຂອງ​ຕານມາຍ+ທີ່​ເປັນ​ກະສັດ​ຂອງ​ເກຊູ. 4 ຜູ້​ທີ 4 ຊື່​ອາໂດນີຢາ.+ ດາວິດ​ໄດ້​ລູກ​ຜູ້​ນີ້​ກັບ​ຮັກກິດ. ຜູ້​ທີ 5 ຊື່​ເຊຟາຕີຢາ. ດາວິດ​ໄດ້​ລູກ​ຜູ້​ນີ້​ກັບ​ອາບີຕານ. 5 ຜູ້​ທີ 6 ຊື່​ອິດເຣອາມ. ດາວິດ​ໄດ້​ລູກ​ຜູ້​ນີ້​ກັບ​ເອັກລາ. ລູກ​ຊາຍ​ຂອງ​ດາວິດ​ທັງ​ຫົກ​ຄົນ​ເກີດ​ຢູ່​ເມືອງ​ເຮັບໂຣນ.

6 ຕອນ​ທີ່​ຄອບຄົວ​ຂອງ​ຊາອູນ​ກັບ​ຄອບຄົວ​ຂອງ​ດາວິດ​ຍັງ​ຕໍ່ສູ້​ກັນ ອັບເນ+ມີ​ອຳນາດຫຼາຍຂຶ້ນ​ເລື້ອຍ​ໆ​ໃນ​ຄອບຄົວ​ຂອງ​ຊາອູນ. 7 ຊາອູນ​ມີ​ເມຍ​ນ້ອຍ*​ຜູ້​ໜຶ່ງ​ຊື່​ຣິດຊະປາ+ທີ່​ເປັນ​ລູກສາວ​ຂອງ​ອາອີຢາ. ຕໍ່ມາ ອິດໂບເຊດ+ເວົ້າ​ກັບ​ອັບເນ​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໄປ​ນອນ​ກັບ​ເມຍນ້ອຍຂອງ​ພໍ່​ຂ້ອຍ?”+ 8 ອັບເນ​ໃຈ​ຮ້າຍ​ຫຼາຍ​ທີ່​ອິດໂບເຊດ​ເວົ້າ​ແບບ​ນັ້ນ ລາວ​ຈຶ່ງ​ເວົ້າ​ວ່າ: “ຂ້ອຍ​ເປັນ​ໝາ​ທີ່ບໍ່ມີ​ຄ່າ​ຫຍັງ​ໃນ​ຢູດາ​ຫວະ? ຂ້ອຍ​ສັດຊື່​ພັກດີ*​ຕໍ່​ຄອບຄົວ​ຂອງ​ຊາອູນ​ກັບ​ອ້າຍ​ນ້ອງ​ແລະ​ໝູ່​ຂອງ​ລາວ​ຈົນ​ຮອດ​ທຸກ​ມື້​ນີ້ ແລະ​ຂ້ອຍ​ບໍ່​ເຄີຍ​ທໍລະຍົດ​ທ່ານ​ຫຼື​ຈັບ​ທ່ານ​ສົ່ງ​ໃຫ້​ດາວິດ ແຕ່​ມື້​ນີ້​ທ່ານ​ເວົ້າ​ໃຫ້​ຂ້ອຍ​ວ່າເຮັດຜິດ​ຍ້ອນ​ເລື່ອງ​ຂອງ​ຜູ້​ຍິງຄົນ​ດຽວຫວະ? 9 ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ ຖ້າ​ຂ້ອຍ​ບໍ່​ຊ່ວຍ​ດາວິດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສາບານ​ກັບ​ລາວ.+ 10 ເພິ່ນເຄີຍ​ສາບານ​ໄວ້​ວ່າ​ຈະ​ເອົາ​ການ​ປົກຄອງ​ໄປ​ຈາກ​ຄອບຄົວ​ຂອງ​ຊາອູນ ແລະ​ຈະ​ຕັ້ງ​ດາວິດ​ໃຫ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ​ແລະ​ຢູດາ​ຕັ້ງ​ແຕ່​ເມືອງ​ດານ​ຈົນ​ຮອດ​ເມືອງ​ເບເອເຊບາ.”+ 11 ອິດໂບເຊດ​ຈຶ່ງ​ບໍ່​ກ້າ​ເວົ້າ​ຫຍັງ​ໃຫ້​ອັບເນ​ຈັກ​ຄຳ ຍ້ອນ​ລາວ​ຢ້ານ​ອັບເນ.+

12 ອັບເນ​ຈຶ່ງ​ຟ້າວ​ໃຫ້​ຄົນ​ໄປ​ຫາ​ດາວິດ​ແລະ​ຖາມ​ວ່າ: “ແຜ່ນດິນ​ນີ້​ເປັນ​ຂອງ​ໃຜ?” ລາວ​ຍັງ​ເວົ້າ​ອີກ​ວ່າ: “ຂໍ​ໃຫ້​ທ່ານ​ເຮັດ​ສັນຍາ​ກັບ​ຂ້ອຍ ແລ້ວ​ຂ້ອຍ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ພວກ​ອິດສະຣາເອນ​ທຸກ​ຄົນ​ມາ​ຢູ່​ຝ່າຍ​ທ່ານ.”+ 13 ດາວິດ​ຕອບ​ວ່າ: “ກະ​ໄດ້! ຂ້ອຍ​ຈະ​ເຮັດ​ສັນຍາ​ກັບ​ເຈົ້າ. ແຕ່​ມີ​ເງື່ອນ​ໄຂ​ຢ່າງ​ໜຶ່ງ ຂ້ອຍ​ຈະ​ພົບ​ເຈົ້າ ຖ້າ​ເຈົ້າ​ພາ​ມີການ+ລູກສາວ​ຂອງ​ຊາອູນ​ມາ​ນຳ.” 14 ແລ້ວ​ດາວິດ​ກໍ​ໃຫ້​ຄົນ​ໄປ​ບອກ​ອິດໂບເຊດ+ລູກ​ຊາຍ​ຂອງ​ຊາອູນ​ວ່າ: “ເອົາ​ມີການ​ເມຍ​ຂອງ​ຂ້ອຍ​ຄືນ​ມາ​ໃຫ້​ຂ້ອຍ ເພາະ​ຂ້ອຍ​ໄດ້​ໝັ້ນ​ລາວ​ໄວ້​ແລ້ວ​ດ້ວຍ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ​ຂອງ​ພວກ​ຟີລິດສະຕີນ 100 ຄົນ.”+ 15 ອິດໂບເຊດ​ຈຶ່ງ​ໃຫ້​ຄົນ​ໄປ​ເອົາ​ມີການ​ມາ​ຈາກ​ປັນ​ຕີ​ເອນ+ຜົວ​ຂອງ​ລາວ​ທີ່​ເປັນ​ລູກ​ຊາຍ​ຂອງ​ລາອິດ. 16 ຜົວ​ຂອງ​ມີການ​ທັງ​ຍ່າງ​ທັງ​ໄຫ້​ໄປ​ສົ່ງ​ລາວ​ຈົນ​ຮອດ​ບາຮູຣີມ.+ ແລ້ວ​ອັບເນ​ກໍ​ບອກ​ລາວ​ວ່າ: “ກັບ​ເມືອ​ສະ!” ລາວ​ຈຶ່ງ​ກັບ​ເມືອ.

17 ຕອນ​ນັ້ນ ອັບເນ​ໃຫ້​ຄົນ​ໄປ​ບອກ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ວ່າ: “ພວກ​ເຈົ້າ​ຢາກ​ໃຫ້​ດາວິດ​ເປັນ​ກະສັດ​ປົກຄອງ​ພວກ​ເຈົ້າ​ແຕ່​ດົນ​ແລ້ວ. 18 ຕອນ​ນີ້​ຮອດ​ເວລາ​ທີ່​ພວກ​ເຈົ້າ​ຕ້ອງ​ລົງມື ເພາະ​ພະ​ເຢໂຫວາ​ໄດ້​ບອກ​ດາວິດ​ວ່າ ‘ໂດຍ​ທາງ​ດາວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ+ ເຮົາ​ຈະ​ຊ່ວຍ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ໃຫ້​ລອດ​ຈາກ​ພວກ​ຟີລິດສະຕີນ​ແລະ​ຈາກ​ພວກ​ສັດຕູ​ທັງ​ໝົດ.’” 19 ແລ້ວ​ອັບເນ​ກໍ​ໄປ​ເວົ້າ​ກັບ​ຄົນ​ໃນ​ຕະກູນ​ເບັນຢາມິນ​ນຳ.+ ນອກ​ຈາກ​ນັ້ນ ອັບເນ​ຍັງ​ໄປ​ເວົ້າ​ກັບ​ດາວິດ​ເປັນສ່ວນ​ໂຕຢູ່​ເມືອງ​ເຮັບໂຣນ​ເພື່ອ​ບອກ​ໃຫ້​ດາວິດ​ຮູ້​ວ່າ​ພວກ​ອິດສະຣາເອນ​ແລະ​ທຸກ​ຄົນ​ໃນ​ຕະກູນ​ເບັນຢາມິນ​ເຫັນ​ດີ.

20 ເມື່ອ​ອັບເນ​ກັບ​ທະຫານ 20 ຄົນ​ມາ​ຫາ​ດາວິດ​ຢູ່​ເມືອງ​ເຮັບໂຣນ ດາວິດ​ໄດ້​ຈັດ​ງານ​ລ້ຽງ​ໃຫ້​ອັບເນ​ແລະ​ຄົນ​ຂອງ​ລາວ. 21 ອັບເນ​ເວົ້າ​ກັບ​ດາວິດ​ວ່າ: “ຂໍ​ໃຫ້​ຂ້ອຍ​ໄປ​ລວບລວມ​ພວກ​ອິດສະຣາເອນ​ທັງ​ໝົດ​ໃຫ້​ມາ​ຢູ່​ຝ່າຍ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ສັນຍາ​ກັບ​ທ່ານ​ແລະ​ທ່ານ​ຈະ​ໄດ້​ປົກຄອງ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ທ່ານ​ຕ້ອງການ.” ແລ້ວ​ດາວິດ​ກໍ​ໃຫ້​ລາວ​ເມືອ ອັບເນ​ຈຶ່ງ​ກັບ​ເມືອ​ຢ່າງປອດໄພ.

22 ຫຼັງ​ຈາກ​ນັ້ນ ໂຢອາບ​ກັບ​ຄົນ​ຂອງ​ດາວິດ​ກໍ​ກັບ​ມາ​ຈາກ​ການ​ຕໍ່ສູ້ ເຂົາ​ເຈົ້າ​ຍຶດ​ເຄື່ອງ​ຂອງ​ໄດ້​ຫຼາຍ​ແລະ​ເອົາ​ກັບ​ມາ​ນຳ. ຕອນ​ນັ້ນ ອັບເນ​ບໍ່​ໄດ້​ຢູ່​ກັບ​ດາວິດ​ໃນ​ເມືອງ​ເຮັບໂຣນ​ແລ້ວ ເພາະ​ດາວິດ​ໃຫ້​ລາວ​ກັບ​ເມືອ​ຢ່າງ​ປອດໄພ. 23 ເມື່ອ​ໂຢອາບ+ກັບ​ທະຫານ​ທຸກ​ຄົນ​ທີ່​ໄປ​ນຳ​ລາວ​ກັບ​ມາ​ແລ້ວ ມີ​ຄົນ​ບອກ​ໂຢອາບ​ວ່າ: “ອັບເນ+ລູກ​ຊາຍ​ຂອງ​ເນ+ໄດ້​ມາ​ຫາ​ກະສັດ ແຕ່​ກະສັດ​ໃຫ້​ລາວ​ກັບ​ເມືອ​ຢ່າງ​ປອດໄພ.” 24 ໂຢອາບ​ຈຶ່ງ​ໄປ​ຫາ​ດາວິດ​ແລະ​ຖາມ​ວ່າ: “ເປັນ​ຫຍັງ​ທ່ານ​ເຮັດ​ແບບ​ນີ້? ອັບເນ​ມາ​ຫາ​ທ່ານ​ຮອດນີ້ ເປັນ​ຫຍັງ​ທ່ານ​ຈຶ່ງ​ປ່ອຍ​ໃຫ້​ລາວ​ກັບ​ເມືອ? 25 ທ່ານ​ກໍ​ຮູ້​ຕົ໋ວ​ວ່າ​ອັບເນ*​ເປັນ​ຄົນ​ແນວ​ໃດ? ລາວ​ມາ​ນີ້​ເພື່ອ​ຕົວະ​ທ່ານ​ແລະ​ເພື່ອ​ຈະ​ຮູ້​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ແລະ​ທຸກ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ.”

26 ຫຼັງ​ຈາກ​ທີ່​ໂຢອາບ​ໄປ​ລົມ​ກັບ​ດາວິດ​ແລ້ວ ລາວ​ໃຫ້​ຄົນ​ໄປ​ເອີ້ນ​ອັບເນ​ມາ. ເຂົາ​ເຈົ້າ​ກໍ​ພາ​ລາວ​ມາ​ຈາກ​ນ້ຳ​ສ້າງ​ສີຣາ​ໂດຍ​ທີ່​ດາວິດ​ບໍ່​ຮູ້​ເລື່ອງ​ນີ້​ເລີຍ. 27 ເມື່ອ​ອັບເນ​ກັບ​ມາ​ຮອດ​ເມືອງ​ເຮັບໂຣນ+ ໂຢອາບ​ພາ​ລາວ​ເຂົ້າ​ໄປ​ລົມ​ກັນ​ສອງ​ຕໍ່​ສອງ​ໃນ​ປະຕູ​ເມືອງ. ເມື່ອ​ເຂົ້າ​ໄປ​ຮອດ​ຫັ້ນ ໂຢອາບ​ກໍ​ແທງ​ທ້ອງ​ອັບເນ ແລ້ວ​ລາວ​ກໍ​ຕາຍ.+ ໂຢອາບ​ເຮັດ​ແບບ​ນີ້​ຍ້ອນ​ວ່າ​ອັບເນ​ຂ້າ​ອາສາເຮນ​ນ້ອງຊາຍ​ຂອງ​ລາວ.+ 28 ຕໍ່ມາ ເມື່ອ​ດາວິດ​ຮູ້​ເລື່ອງ​ນີ້​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ຮູ້​ວ່າ​ຂ້ອຍ​ກັບປະຊາຊົນໃນ​ປະເທດ​ນີ້​ບໍ່​ມີຄວາມ​ຜິດ​ຫຍັງເລີຍໃນການຂ້າ+ອັບເນ​ລູກ​ຊາຍ​ຂອງ​ເນ. 29 ຂໍ​ໃຫ້​ຄວາມ​ຜິດ​ນີ້​ຕົກ​ໃສ່​ໂຢອາບ+ແລະ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ລາວ. ຂໍ​ໃຫ້​ຜູ້​ຊາຍ​ໃນ​ຄອບຄົວ​ຂອງ​ໂຢອາບ​ເປັນ​ພະຍາດ​ທີ່​ເຮັດ​ໃຫ້​ມີ​ນ້ຳ​ເມືອກ​ໄຫຼ​ອອກ​ມາ​ຈາກ​ອະໄວຍະວະ​ເພດ+ ເປັນ​ຂີ້ທູດ+ ແລະ​ໃຫ້​ຜູ້​ຊາຍ​ໃນ​ຄອບຄົວ​ຂອງ​ລາວ​ເຮັດ​ວຽກ​ເຂັນ​ຝ້າຍ* ຖືກ​ຂ້າ ແລະ​ບໍ່​ມີ​ຫຍັງ​ກິນ​ຕະຫຼອດໄປ!”+ 30 ໂຢອາບ​ແລະ​ອາບີຊາຍ+ອ້າຍ​ຂອງ​ລາວ​ໄດ້​ຂ້າ​ອັບເນ+ ຍ້ອນ​ອັບເນ​ໄດ້​ຂ້າ​ອາສາເຮນນ້ອງຊາຍຂອງ​ເຂົາ​ເຈົ້າ​ຕອນ​ທີ່​ຕໍ່ສູ້​ກັນ+ຢູ່​ເມືອງ​ກິເບໂອນ.

31 ແລ້ວ​ດາວິດ​ກໍ​ບອກ​ໂຢອາບ​ແລະ​ທຸກ​ຄົນ​ທີ່​ຢູ່​ນຳ​ລາວ​ວ່າ: “ໃຫ້​ພວກ​ເຈົ້າ​ຈີກ​ເສື້ອ​ຂອງ​ໂຕເອງ ນຸ່ງ​ເຄື່ອງ​ທີ່​ເປັນ​ຜ້າເນື້ອ​ຫຍາບ ແລະ​ຮ້ອງ​ໄຫ້​ໄວ້​ອາໄລ​ໃຫ້​ອັບເນ.” ດາວິດ​ຍ່າງ​ຢູ່ທາງຫຼັງ​ສົບ​ໃນ​ຂະບວນສົ່ງ​ສະການ. 32 ເຂົາ​ເຈົ້າ​ຝັງ​ສົບ​ອັບເນ​ຢູ່​ເມືອງ​ເຮັບໂຣນ. ກະສັດ​ດາວິດ​ຮ້ອງ​ໄຫ້​ສຽງ​ດັງ​ຢູ່​ຕໍ່​ໜ້າ​ບ່ອນ​ຝັງ​ສົບ​ຂອງ​ອັບເນ ແລະ​ທຸກ​ຄົນ​ກໍ​ຮ້ອງ​ໄຫ້​ຄື​ກັນ. 33 ກະສັດ​ດາວິດ​ຮ້ອງ​ເພງ​ໄວ້​ອາໄລ​ໃຫ້​ອັບເນ​ວ່າ:

“ເປັນ​ຫຍັງ​ອັບເນ​ຈຶ່ງ​ຕາຍ​ແບບ​ບໍ່ມີກຽດ?

34 ມື​ຂອງ​ເຈົ້າ​ບໍ່​ໄດ້​ຖືກ​ມັດ​ໄວ້

ແລະ​ຕີນ​ຂອງ​ເຈົ້າ​ບໍ່​ໄດ້​ຖືກ​ລ່າມ​ໂສ້.

ເຈົ້າ​ຕາຍ​ຄື​ກັບ​ຄົນຊົ່ວ.”+

ແລ້ວ​ທຸກ​ຄົນ​ກໍ​ຮ້ອງ​ໄຫ້​ໃຫ້​ອັບເນ​ອີກ.

35 ຕອນ​ກາງເວັນ ຄົນ​ຂອງ​ດາວິດ​ເອົາ​ເຂົ້າ​ມາ​ໃຫ້​ລາວ​ກິນ​ເພື່ອ​ໃຫ້​ລາວ​ດີ​ຂຶ້ນ ແຕ່​ດາວິດ​ສາບານ​ວ່າ: “ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ ຖ້າ​ຂ້ອຍ​ກິນ​ຫຍັງ​ກ່ອນ​ຕາເວັນ​ຕົກ​ດິນ!”+ 36 ເມື່ອ​ທຸກ​ຄົນ​ເຫັນ​ແບບ​ນັ້ນ​ກໍ​ດີ​ໃຈ ທຸກ​ສິ່ງ​ທີ່​ດາວິດ​ເຮັດ​ຖືກ​ໃຈ​ທຸກ​ຄົນ. 37 ມື້​ນັ້ນ ຄົນ​ຂອງ​ດາວິດທຸກຄົນ​ແລະ​ພວກ​ອິດສະຣາເອນ​ທັງ​ໝົດ​ຈຶ່ງ​ຮູ້​ວ່າ​ກະສັດ​ດາວິດ​ບໍ່​ມີ​ສ່ວນ​ກ່ຽວຂ້ອງ​ໃນ​ການ​ຂ້າ​ອັບເນ​ລູກ​ຊາຍ​ຂອງ​ເນ.+ 38 ແລ້ວ​ດາວິດ​ກໍ​ເວົ້າ​ກັບ​ຄົນ​ຂອງ​ລາວ​ວ່າ: “ພວກ​ເຈົ້າ​ຮູ້​ບໍ​ວ່າ​ມື້​ນີ້​ອິດສະຣາເອນ​ສູນ​ເສຍ​ເຈົ້ານາຍແລະ​ຄົນ​ທີ່​ສຳຄັນ​ຄົນ​ໜຶ່ງ​ໄປ​ແລ້ວ?+ 39 ເຖິງ​ວ່າ​ຂ້ອຍ​ຖືກ​ເລືອກ​ໃຫ້​ເປັນ​ກະສັດ+ ແຕ່​ມື້​ນີ້​ຂ້ອຍ​ໝົດ​ແຮງ ແລະ​ພວກ​ລູກ​ຊາຍ​ຂອງ​ເຊຣູຢາ+ໂຫດ​ຮ້າຍ​ຕໍ່​ຂ້ອຍ​ຫຼາຍ.+ ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ຄົນ​ຊົ່ວ​ຕາມ​ຄວາມ​ຊົ່ວ​ທີ່​ເຂົາ​ເຈົ້າ​ເຮັດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌