ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ກະສັດ

      • ເຢຮູ​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ (1-​17)

        • ເຢໂຮນາດາບ​ໄປ​ກັບ​ເຢຮູ (15-​17)

      • ເຢຮູ​ຂ້າ​ຜູ້​ນະມັດສະການ​ພະ​ບາອານ (18-​27)

      • ສະຫຼຸບ​ເຫດການ​ຕອນ​ທີ່​ເຢຮູ​ປົກຄອງ (28-​36)

2 ກະສັດ 10:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກ​ທີ່​ເບິ່ງແຍງ​ອາຮາບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:29
  • +1ກສ 21:8

2 ກະສັດ 10:3

ໄຂເງື່ອນ

  • *

    ຫຼື “ສັດຊື່”

2 ກະສັດ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:24, 27

2 ກະສັດ 10:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 21:21

2 ກະສັດ 10:9

ໄຂເງື່ອນ

  • *

    ຫຼື “ເປັນ​ຄົນ​ດີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:14, 24

2 ກະສັດ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 15:29; ອຊຢ 14:27
  • +1ກສ 21:19-24; 2ກສ 9:7, 36

2 ກະສັດ 10:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 18:19; 2ກສ 23:19, 20
  • +1ກສ 21:21

2 ກະສັດ 10:13

ໄຂເງື່ອນ

  • *

    ໝາຍເຖິງ​ລາຊີນີ​ເຢເຊເບນ ແມ່​ຂອງ​ກະສັດ​ເຢໂຮຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:29; 9:21, 27; 2ຂຄ 22:1

2 ກະສັດ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 22:8

2 ກະສັດ 10:15

ໄຂເງື່ອນ

  • *

    ຫຼື “ອວຍພອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 35:6, 19
  • +1ຂຄ 2:55

2 ກະສັດ 10:16

ໄຂເງື່ອນ

  • *

    ຫຼື “ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ຄວາມ​ກະຕືລືລົ້ນ​ຂອງ​ຂ້ອຍ​ເພື່ອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 25:11; 1ກສ 19:10

2 ກະສັດ 10:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:8; 2ຂຄ 22:7
  • +1ກສ 21:20, 21; 2ກສ 9:26

2 ກະສັດ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:32, 33; 18:22

2 ກະສັດ 10:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 3:13
  • +2ກສ 10:11

2 ກະສັດ 10:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:30, 32

2 ກະສັດ 10:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 10:15; ຢຣມ 35:6, 19

2 ກະສັດ 10:25

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເມືອງ.” ອາດ​ມີ​ລັກສະນະ​ຄ້າຍຄື​ກັບ​ປ້ອມ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 32:26, 27; ພບຍ 13:6-9; ອຊກ 9:5

2 ກະສັດ 10:26

ໄຂເງື່ອນ

  • *

    ຫຼື “ເສົາ​ຫີນ​ສັກສິດ.” ເບິ່ງ​ຄຳ​ວ່າ “ເສົາ​ໄມ້​ສັກສິດ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:1
  • +ພບຍ 7:25

2 ກະສັດ 10:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:30; ພບຍ 7:5
  • +1ກສ 16:30, 32

2 ກະສັດ 10:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30; 13:33; ຮຊອ 8:6

2 ກະສັດ 10:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 21:21
  • +2ກສ 13:1, 10; 14:23; 15:8, 12

2 ກະສັດ 10:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 10:12; ຮຊອ 1:4
  • +1ກສ 12:28-30; 13:34; 14:16

2 ກະສັດ 10:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:17; 2ກສ 8:12; 13:22

2 ກະສັດ 10:33

ໄຂເງື່ອນ

  • *

    ຫຼື “ວາດີ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:33; ຢຊ 22:9
  • +ພບຍ 3:13-16; 28:63; ຢຊ 13:8-12

2 ກະສັດ 10:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 13:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກສ. 10:11ກສ 16:29
2ກສ. 10:11ກສ 21:8
2ກສ. 10:42ກສ 9:24, 27
2ກສ. 10:71ກສ 21:21
2ກສ. 10:92ກສ 9:14, 24
2ກສ. 10:101ຊມ 15:29; ອຊຢ 14:27
2ກສ. 10:101ກສ 21:19-24; 2ກສ 9:7, 36
2ກສ. 10:111ກສ 18:19; 2ກສ 23:19, 20
2ກສ. 10:111ກສ 21:21
2ກສ. 10:132ກສ 8:29; 9:21, 27; 2ຂຄ 22:1
2ກສ. 10:142ຂຄ 22:8
2ກສ. 10:15ຢຣມ 35:6, 19
2ກສ. 10:151ຂຄ 2:55
2ກສ. 10:16ຈຊບ 25:11; 1ກສ 19:10
2ກສ. 10:172ກສ 9:8; 2ຂຄ 22:7
2ກສ. 10:171ກສ 21:20, 21; 2ກສ 9:26
2ກສ. 10:181ກສ 16:32, 33; 18:22
2ກສ. 10:192ກສ 3:13
2ກສ. 10:192ກສ 10:11
2ກສ. 10:211ກສ 16:30, 32
2ກສ. 10:232ກສ 10:15; ຢຣມ 35:6, 19
2ກສ. 10:25ອພຍ 32:26, 27; ພບຍ 13:6-9; ອຊກ 9:5
2ກສ. 10:26ລລວ 26:1
2ກສ. 10:26ພບຍ 7:25
2ກສ. 10:27ລລວ 26:30; ພບຍ 7:5
2ກສ. 10:271ກສ 16:30, 32
2ກສ. 10:291ກສ 12:28-30; 13:33; ຮຊອ 8:6
2ກສ. 10:301ກສ 21:21
2ກສ. 10:302ກສ 13:1, 10; 14:23; 15:8, 12
2ກສ. 10:31ພບຍ 10:12; ຮຊອ 1:4
2ກສ. 10:311ກສ 12:28-30; 13:34; 14:16
2ກສ. 10:321ກສ 19:17; 2ກສ 8:12; 13:22
2ກສ. 10:33ຈຊບ 32:33; ຢຊ 22:9
2ກສ. 10:33ພບຍ 3:13-16; 28:63; ຢຊ 13:8-12
2ກສ. 10:352ກສ 13:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
2 ກະສັດ 10:1-36

ກະສັດ​ສະບັບ​ທີ​ສອງ

10 ອາຮາບ​+ມີ​ລູກ​ຊາຍ 70 ຄົນ​ຢູ່​ເມືອງ​ຊາມາເຣຍ. ເຢຮູ​ຈຶ່ງ​ຂຽນ​ຈົດ​ໝາຍ​ສົ່ງ​ໄປ​ເມືອງ​ຊາມາເຣຍ​ໃຫ້​ພວກ​ເຈົ້າ​ເມືອງ​ຂອງ​ເຢດຊະເຣເອນ ພວກ​ຜູ້​ນຳ+ ແລະ​ພວກ​ທີ່​ເບິ່ງ​ແຍງ​ລູກ​ຂອງ​ອາຮາບ.* ໃນ​ຈົດ​ໝາຍ​ຂຽນ​ວ່າ: 2 “ເມື່ອ​ພວກ​ເຈົ້າ​ໄດ້​ຮັບ​ຈົດ​ໝາຍ​ສະບັບ​ນີ້ ພວກ​ເຈົ້າ​ຈະ​ຢູ່​ນຳ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຍັງ​ມີ​ລົດ​ຮົບ ມ້າ ອາວຸດ ແລະ​ຢູ່​ໃນ​ເມືອງ​ທີ່​ມີກຳແພງອ້ອມ. 3 ໃຫ້​ເລືອກ​ລູກ​ຊາຍ​ຜູ້​ໜຶ່ງ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ​ທີ່​ດີ​ກ່ອນ​ໝູ່​ແລະ​ເໝາະສົມ*ທີ່​ສຸດ ແລະ​ຕັ້ງ​ລາວ​ໃຫ້​ເປັນ​ກະສັດ​ແທນ​ພໍ່. ແລ້ວ​ໃຫ້​ພວກ​ເຈົ້າ​ຕໍ່ສູ້​ເພື່ອ​ປົກ​ປ້ອງ​ຕະກູນ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ.”

4 ແຕ່​ເຂົາ​ເຈົ້າ​ຢ້ານ​ຫຼາຍ​ແລະ​ເວົ້າ​ວ່າ: “ຂະໜາດ​ກະສັດ 2 ອົງ​ຍັງ​ສູ້​ລາວ​ບໍ່​ໄດ້+ ແລ້ວ​ພວກ​ເຮົາ​ຈະ​ສູ້​ລາວ​ໄດ້​ບໍ?” 5 ຜູ້​ທີ່​ເບິ່ງ​ແຍງ​ວັງ ເຈົ້າ​ເມືອງ ພວກ​ຜູ້​ນຳ ແລະ​ພວກ​ທີ່​ເບິ່ງ​ແຍງ​ລູກ​ຂອງ​ອາຮາບ​ຈຶ່ງ​ສົ່ງ​ຂ່າວ​ໄປ​ຫາ​ເຢຮູ​ວ່າ: “ພວກ​ເຮົາ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ ພວກ​ເຮົາ​ຈະ​ເຮັດ​ທຸກ​ສິ່ງ​ຕາມ​ທີ່​ທ່ານ​ບອກ. ພວກ​ເຮົາ​ຈະ​ບໍ່​ຕັ້ງ​ໃຜ​ໃຫ້​ເປັນ​ກະສັດ. ໃຫ້​ທ່ານ​ເຮັດ​ຕາມ​ທີ່​ທ່ານ​ຕ້ອງການ​ໂລດ.”

6 ເຢຮູ​ຈຶ່ງ​ຂຽນ​ຈົດ​ໝາຍ​ສະບັບ​ທີ 2 ໄປ​ຫາ​ເຂົາ​ເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຢູ່​ຝ່າຍ​ຂ້ອຍ​ແລະ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ສິ່ງ​ທີ່​ຂ້ອຍ​ບອກ. ໃຫ້​ພວກ​ເຈົ້າ​ຕັດ​ຫົວ​ພວກ​ລູກ​ຊາຍ​ຂອງ​ເຈົ້າ​ນາຍ​ພວກ​ເຈົ້າ ແລ້ວ​ເອົາ​ມາ​ໃຫ້​ຂ້ອຍ​ມື້​ອື່ນ​ໃນ​ໂມງ​ນີ້​ຢູ່​ເມືອງ​ເຢດຊະເຣເອນ.”

ຕອນ​ນັ້ນ ລູກ​ຊາຍ 70 ຄົນ​ຂອງ​ກະສັດ​ຢູ່​ນຳ​ພວກ​ຄົນ​ສຳຄັນ​ໃນ​ເມືອງ​ທີ່​ລ້ຽງ​ເຂົາ​ເຈົ້າ. 7 ເມື່ອ​ໄດ້​ຮັບ​ຈົດ​ໝາຍ ເຂົາ​ເຈົ້າ​ກໍ​ຂ້າ​ລູກ​ຊາຍ 70 ຄົນ​ຂອງ​ກະສັດ+ ແລ້ວ​ເອົາ​ຫົວ​ໃສ່​ກະຕ່າ​ສົ່ງ​ໄປ​ໃຫ້​ເຢຮູ​ຢູ່​ເມືອງ​ເຢດຊະເຣເອນ. 8 ຜູ້​ສົ່ງ​ຂ່າວ​ເຂົ້າ​ໄປ​ບອກ​ເຢຮູ​ວ່າ: “ເຂົາ​ເຈົ້າ​ເອົາ​ຫົວ​ຂອງ​ພວກ​ລູກ​ຊາຍ​ກະສັດ​ມາ​ແລ້ວ.” ເຢຮູ​ຈຶ່ງ​ບອກ​ວ່າ: “ເອົາ​ໄປ​ກອງ​ໄວ້​ເປັນ 2 ກອງ​ຢູ່​ປະຕູ​ທາງເຂົ້າ​ເມືອງ​ຈົນ​ຮອດ​ມື້​ອື່ນ​ເຊົ້າ.” 9 ເມື່ອ​ເຢຮູ​ອອກ​ໄປ​ຕອນ​ເຊົ້າ ລາວ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ປະຊາຊົນ​ແລະ​ເວົ້າ​ວ່າ: “ພວກ​ເຈົ້າ​ບໍ່​ມີ​ຄວາມ​ຜິດ.* ຂ້ອຍ​ພີ້​ທີ່​ເປັນ​ຄົນ​ວາງ​ແຜນ​ແລະ​ຂ້າເຈົ້າ​ນາຍ​ຂອງ​ຂ້ອຍ.+ ແຕ່​ແມ່ນ​ໃຜ​ທີ່​ຂ້າ​ຄົນ​ເຫຼົ່ານີ້? 10 ຂໍ​ໃຫ້​ຮູ້​ວ່າ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ທີ່​ພະ​ເຢໂຫວາ​ເວົ້າ​ກ່ຽວ​ກັບ​ຄອບຄົວ​ຂອງ​ອາຮາບຈະ​ເກີດ​ຂຶ້ນ​ແທ້.+ ພະ​ເຢໂຫວາ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ເພິ່ນ​ເວົ້າ​ຜ່ານ​ທາງ​ເອລີຢາ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.”+ 11 ເຢຮູ​ຍັງ​ໄດ້​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ​ທີ່​ຍັງ​ເຫຼືອ​ຢູ່​ເມືອງ​ເຢດຊະເຣເອນ ລວມ​ທັງ​ພວກ​ຄົນ​ສຳຄັນ ໝູ່ ແລະ​ພວກ​ປະໂລຫິດ​+ຂອງ​ອາຮາບ. ລາວ​ບໍ່​ໃຫ້​ໃຜ​ລອດ​ຈັກ​ຄົນ.+

12 ຈາກ​ນັ້ນ ເຢຮູ​ກໍ​ໄປ​ເມືອງ​ຊາມາເຣຍ ແລະ​ທາງ​ທີ່​ລາວ​ໄປ​ນັ້ນ​ມີ​ບ່ອນ​ຕັດ​ຂົນ​ແກະ. 13 ຢູ່​ຫັ້ນ​ເຢຮູ​ໄດ້​ເຈິ​ກັບ​ພີ່ນ້ອງ​ຂອງ​ອາຮາຊີຢາ+ກະສັດ​ຂອງ​ຢູດາ. ເຢຮູ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ແມ່ນ​ໃຜ?” ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ເປັນ​ພີ່ນ້ອງ​ຂອງ​ອາຮາຊີຢາ. ພວກ​ເຮົາ​ກຳລັງ​ຈະ​ໄປ​ຢາມ​ພວກ​ລູກ​ຊາຍ​ຂອງ​ກະສັດ​ແລະ​ພວກ​ລູກ​ຊາຍ​ຂອງລາຊີນີ.”* 14 ເຢຮູ​ຈຶ່ງ​ສັ່ງ​ທັນທີ​ວ່າ: “ຈັບ​ເຂົາ​ເຈົ້າ!” ແລ້ວ​ຄົນ​ຂອງ​ລາວ​ກໍ​ຈັບ 42 ຄົນ​ນັ້ນ ແລະ​ເອົາ​ໄປ​ຂ້າ​ຢູ່​ນ້ຳ​ສ້າງ​ຂອງ​ບ່ອນ​ທີ່​ຕັດ​ຂົນ​ແກະ. ເຢຮູ​ບໍ່​ໃຫ້​ເຂົາ​ເຈົ້າ​ລອດ​ຈັກ​ຄົນ.+

15 ເມື່ອ​ອອກ​ຈາກ​ຫັ້ນ ເຢຮູ​ເຈິ​ກັບ​ເຢໂຮນາດາບ​+ລູກ​ຊາຍ​ຂອງ​ເຣກາບ+​ທີ່​ມາ​ຫາ​ລາວ. ເຢຮູ​ທັກທາຍ*ລາວ ແລ້ວ​ກໍ​ຖາມ​ວ່າ: “ໃຈ​ເຈົ້າ​ພັກດີ​ຕໍ່​ຂ້ອຍ ຄື​ກັບ​ທີ່​ໃຈ​ຂ້ອຍ​ພັກດີ​ຕໍ່​ເຈົ້າ​ບໍ?”

ເຢໂຮນາດາບ​ຕອບ​ວ່າ: “ແມ່ນ​ແລ້ວ.”

ເຢຮູ​ບອກ​ວ່າ: “ຄັນຊັ້ນ​ເດ່​ມື​ມາ.”

ເຢໂຮນາດາບ​ເດ່​ມື​ໄປ ແລ້ວ​ເຢຮູ​ກໍ​ດຶງ​ລາວ​ຂຶ້ນ​ລົດ​ມ້າ. 16 ເຢຮູ​ເວົ້າ​ວ່າ: “ໄປ​ນຳ​ຂ້ອຍ. ຂ້ອຍ​ຈະ​ໃຫ້​ເຈົ້າ​ເຫັນ​ວ່າ​ຂ້ອຍ​ຈະ​ບໍ່​ຍອມ​ໃຫ້​ໃຜ​ເປັນ​ຄູ່​ແຂ່ງ​ຂອງ*ພະ​ເຢໂຫວາ.”+ ເຢໂຮນາດາບ​ຈຶ່ງ​ຂີ່​ລົດ​ມ້າ​ໄປ​ກັບ​ເຂົາ​ເຈົ້າ. 17 ຈາກ​ນັ້ນ ເຢຮູ​ກໍ​ໄປ​ເມືອງ​ຊາມາເຣຍ. ລາວ​ຂ້າ​ທຸກ​ຄົນ​ໃນ​ຕະກູນ​ຂອງ​ອາຮາບ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ເມືອງ​ຊາມາເຣຍ ລວມ​ທັງຄົນ​ທີ່​ສະໜັບສະໜູນອາຮາບ.+ ສິ່ງ​ເຫຼົ່ານີ້​ເກີດ​ຂຶ້ນ​ຕາມ​ທີ່​ພະ​ເຢໂຫວາ​ບອກ​ຜ່ານ​ທາງ​ເອລີຢາ.+

18 ເຢຮູ​ໄດ້​ລວບລວມ​ປະຊາຊົນ​ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ອາຮາບ​ນະມັດສະການ​ພະ​ບາອານ​ໜ້ອຍ​ດຽວ+ ແຕ່​ຂ້ອຍ​ຈະ​ນະມັດສະການ​ພະ​ບາອານ​ຫຼາຍ​ກວ່າ​ອີກ. 19 ດັ່ງນັ້ນ ໃຫ້​ໄປ​ເອີ້ນ​ພວກ​ຜູ້ພະຍາກອນ+ ຜູ້​ທີ່​ນະມັດສະການ​ພະ​ບາອານ ແລະ​ພວກ​ປະໂລຫິດ​ຂອງ​ພະ​ບາອານ​ທັງ​ໝົດ+ມາ​ຫາ​ຂ້ອຍ. ໃຫ້​ເຂົາ​ເຈົ້າ​ມາ​ໝົດ​ທຸກ​ຄົນ ເພາະ​ຂ້ອຍ​ຈະ​ເຜົາ​ເຄື່ອງ​ບູຊາ​ຄັ້ງ​ໃຫຍ່​ໃຫ້​ພະ​ບາອານ. ຖ້າ​ໃຜ​ບໍ່​ມາ ຜູ້​ນັ້ນ​ຕ້ອງ​ຕາຍ.” ແຕ່​ທີ່​ຈິງ​ແລ້ວ ເຢຮູ​ວາງ​ແຜນ​ຂ້າ​ຜູ້​ນະມັດສະການ​ພະ​ບາອານ​ທັງ​ໝົດ.

20 ເຢຮູ​ເວົ້າ​ຕໍ່​ວ່າ: “ໃຫ້​ປະກາດ​ວ່າ​ຈະ​ມີການ​ຊຸມນຸມ​ໃຫຍ່​ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ບາອານ.” ເຂົາ​ເຈົ້າ​ຈຶ່ງ​ປະກາດ​ຕາມ​ນັ້ນ. 21 ຫຼັງ​ຈາກ​ນັ້ນ ເຢຮູ​ກໍ​ສົ່ງ​ຂ່າວ​ໄປ​ທົ່ວ​ອິດສະຣາເອນ ແລະ​ຜູ້​ນະມັດສະການ​ພະ​ບາອານ​ທຸກ​ຄົນ​ກໍ​ມາ. ບໍ່​ມີ​ຈັກ​ຄົນ​ທີ່​ບໍ່​ມາ. ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ບາອານ​+ຈົນ​ເຕັມ. 22 ເຢຮູ​ຈຶ່ງ​ບອກ​ຄົນ​ທີ່​ເບິ່ງ​ແຍງຫ້ອງມ້ຽນ​ເຄື່ອງນຸ່ງ​ວ່າ: “ເອົາ​ເຄື່ອງນຸ່ງ​ມາ​ໃຫ້​ຜູ້​ນະມັດສະການ​ພະ​ບາອານ​ທຸກ​ຄົນ.” ລາວ​ກໍ​ເອົາ​ເຄື່ອງນຸ່ງ​ໄປ​ໃຫ້​ເຂົາ​ເຈົ້າ. 23 ແລ້ວ​ເຢຮູ​ກັບ​ເຢໂຮນາດາບ+ລູກ​ຊາຍ​ຂອງ​ເຣກາບ​ກໍ​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພະ​ບາອານ. ເຢຮູ​ເວົ້າ​ກັບ​ຜູ້​ນະມັດສະການ​ພະ​ບາອານ​ວ່າ: “ກວດເບິ່ງ​ຄັກ​ໆ​ເດີ້. ຢ່າ​ໃຫ້​ມີ​ຜູ້​ນະມັດສະການ​ຂອງ​ພະ​ເຢໂຫວາ​ຢູ່​ນີ້ ໃຫ້​ມີ​ແຕ່​ຜູ້​ນະມັດສະການ​ພະ​ບາອານ​ເທົ່າ​ນັ້ນ.” 24 ໃນ​ທີ່​ສຸດ ເຂົາ​ເຈົ້າ​ກໍ​ເຂົ້າ​ໄປ​ເຜົາ​ເຄື່ອງ​ບູຊາ. ເຢຮູ​ໃຫ້​ຄົນ​ຂອງ​ລາວ 80 ຄົນ​ຍາມ​ຢູ່​ທາງ​ນອກ​ແລະ​ສັ່ງ​ວ່າ: “ຖ້າ​ພວກ​ເຈົ້າ​ປ່ອຍ​ໃຫ້​ຜູ້​ໃດ​ໜີ​ໄປ​ໄດ້ ພວກ​ເຈົ້າຕ້ອງ​ຕາຍ​ແທນຜູ້​ນັ້ນ.”

25 ທັນທີ​ທີ່​ເຢຮູ​ເຜົາ​ເຄື່ອງ​ບູຊາ​ແລ້ວ​ໆ​ ລາວ​ກໍ​ສັ່ງ​ພວກ​ທະຫານ​ປ້ອງກັນ​ໂຕ​ກະສັດ​ກັບ​ຫົວ​ໜ້າ​ທະຫານ​ວ່າ: “ເຂົ້າ​ມາ​ຂ້າ​ພວກ​ນີ້! ຢ່າ​ໃຫ້​ໃຜ​ໜີ​ລອດ​ໄປ​ໄດ້!”+ ພວກ​ທະຫານ​ກັບ​ພວກ​ຫົວ​ໜ້າ​ທະຫານ​ກໍ​ຂ້າ​ພວກ​ນັ້ນ ແລ້ວ​ໂຍນ​ສົບ​ອອກ​ມາ​ທາງ​ນອກ. ເຂົາ​ເຈົ້າ​ໄລ່​ຂ້າ​ພວກ​ນັ້ນ​ຈົນ​ຮອດຫ້ອງ​ທາງ​ໃນວິຫານ*​ຂອງ​ພະ​ບາອານ. 26 ເຂົາ​ເຈົ້າ​ເອົາເສົາ​ໄມ້ສັກສິດ*+ທັງ​ໝົດ​ໃນ​ວິຫານ​ຂອງ​ພະ​ບາອານອອກ​ໄປ​ຈູດ​ຖິ້ມ.+ 27 ເຂົາ​ເຈົ້າ​ໄດ້​ທຳລາຍ​ເສົາ​ຫີນ​ສັກສິດ+ຂອງ​ພະ​ບາອານ​ແລະ​ທຸບ​ວິຫານ​ຂອງ​ພະ​ບາອານ+ ແລ້ວ​ເຮັດ​ເປັນຫ້ອງ​ນ້ຳສາທາລະນະ​ຈົນ​ຮອດ​ທຸກ​ມື້​ນີ້.

28 ເຢຮູ​ໄດ້​ກວາດ​ລ້າງ​ການ​ນະມັດສະການພະ​ບາອານໃຫ້​ໝົດ​ໄປ​ຈາກ​ອິດສະຣາເອນ. 29 ແຕ່​ເຢຮູ​ບໍ່​ໄດ້​ທຳລາຍ​ຮູບ​ງົວ​ນ້ອຍ​ທີ່​ເປັນ​ຄຳ​ຢູ່​ເມືອງ​ເບເທນ​ແລະ​ເມືອງ​ດານ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ​ທີ່ເປັນ​ຕົ້ນ​ເຫດ​ພາ​ໃຫ້ພວກ​ອິດສະຣາເອນ​ເຮັດ​ຜິດ.+ 30 ພະ​ເຢໂຫວາ​ເວົ້າ​ກັບ​ເຢຮູ​ວ່າ: “ຍ້ອນ​ເຈົ້າ​ເຮັດ​ດີ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເບິ່ງ​ວ່າ​ຖືກຕ້ອງ​ໂດຍ​ກວາດ​ລ້າງ​ຕະກູນ​ຂອງ​ອາຮາບ​ຕາມ​ທີ່​ເຮົາຕ້ອງການ+ ລູກ​ຫຼານ​ຂອງ​ເຈົ້າ 4 ລຸ້ນ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ.”+ 31 ແຕ່​ເຢຮູ​ບໍ່​ໄດ້​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ສຸດ​ຫົວໃຈ.+ ລາວ​ບໍ່​ເຊົາ​ເຮັດ​ຜິດ​ຄື​ກັບ​ເຢໂຣໂບອາມ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+

32 ໃນ​ຕອນ​ນັ້ນ ພະ​ເຢໂຫວາປ່ອຍ​ໃຫ້ອິດສະຣາເອນ​ສູນ​ເສຍ​ດິນແດນ​ໄປ​ເທື່ອ​ລະ​ໜ້ອຍ. ຮາຊາເອນ​ໄດ້​ໂຈມຕີ​ເຂດ​ຕ່າງ​ໆ​ຂອງ​ອິດສະຣາເອນ​ເລື້ອຍ​ໆ​.+ 33 ລາວ​ໂຈມຕີ​ແຜ່ນດິນ​ກິລຽດ​ທີ່​ຢູ່​ທາງ​ທິດ​ຕາເວັນ​ອອກ​ຂອງ​ແມ່​ນ້ຳຈໍແດນ ເຊິ່ງ​ລວມ​ເຖິງ​ເຂດ​ຂອງ​ຕະກູນ​ຄາດ ຕະກູນ​ຣູເບັນ ຕະກູນ​ມານາເຊ+ ຕັ້ງ​ແຕ່​ເມືອງ​ອາໂຣເອ​ທີ່​ຢູ່​ໃກ້​ຮ່ອມພູ*ອາໂນນ​ຈົນ​ຮອດ​ກິລຽດ​ແລະ​ບາຊານ.+

34 ເລື່ອງ​ຕ່າງ​ໆ​ຂອງ​ເຢຮູ ທຸກ​ສິ່ງ​ທີ່​ລາວ​ເຮັດ ແລະ​ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 35 ເມື່ອ​ເຢຮູ​ຕາຍ ເຂົາ​ເຈົ້າ​ໄດ້​ຝັງ​ລາວ​ໄວ້​ຢູ່​ເມືອງ​ຊາມາເຣຍ. ເຢໂຮອາຮາດ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 36 ເຢຮູ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຊາມາເຣຍ 28 ປີ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌