ກະສັດສະບັບທີສອງ
24 ໃນສະໄໝທີ່ເຢໂຮຢາກີມປົກຄອງ ເນບູກາດເນັດຊາ+ກະສັດຂອງບາບີໂລນໄດ້ຍົກກອງທັບມາຕໍ່ສູ້ລາວ. ເຢໂຮຢາກີມຮັບໃຊ້ເນບູກາດເນັດຊາ 3 ປີ ແລ້ວກໍກະບົດ. 2 ຕໍ່ມາ ພະເຢໂຫວາໄດ້ໃຫ້ພວກກຸ່ມໂຈນການເດອາ+ ຊີເຣຍ ໂມອາບ ແລະອຳໂມນມາໂຈມຕີຢູດາເລື້ອຍໆເພື່ອທຳລາຍຢູດາ. ເລື່ອງນີ້ເປັນໄປຕາມທີ່ພະເຢໂຫວາໄດ້ເວົ້າ+ຜ່ານທາງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເພິ່ນ. 3 ສິ່ງທີ່ເກີດຂຶ້ນກັບຢູດາເປັນໄປຕາມທີ່ພະເຢໂຫວາສັ່ງ ເພື່ອກຳຈັດເຂົາເຈົ້າອອກໄປຈາກຕໍ່ໜ້າເພິ່ນ+ ຍ້ອນຄວາມຜິດທຸກຢ່າງທີ່ມານາເຊໄດ້ເຮັດ+ 4 ແລະຍ້ອນລາວໄດ້ຂ້າຫຼາຍຄົນທີ່ບໍ່ມີຄວາມຜິດ+ຈົນເລືອດຂອງເຂົາເຈົ້າເຕັມເມືອງເຢຣູຊາເລັມ ພະເຢໂຫວາຈຶ່ງບໍ່ຍົກໂທດໃຫ້ຢູດາ.+
5 ເລື່ອງຕ່າງໆຂອງເຢໂຮຢາກີມແລະທຸກສິ່ງທີ່ລາວເຮັດກໍຂຽນໄວ້ໃນປຶ້ມປະຫວັດຂອງພວກກະສັດຢູດາ.+ 6 ເມື່ອເຢໂຮຢາກີມຕາຍ+ ເຢໂຮຢາກິນລູກຊາຍຂອງລາວກໍເປັນກະສັດແທນ.
7 ສ່ວນກະສັດເອຢິບກໍບໍ່ໄດ້ຍົກກອງທັບອອກຈາກປະເທດຂອງໂຕເອງອີກເລີຍ ຍ້ອນບາບີໂລນໄດ້ຍຶດເອົາດິນແດນທັງໝົດທີ່ເປັນຂອງກະສັດເອຢິບ+ຕັ້ງແຕ່ຮ່ອມພູ*ຂອງເອຢິບ+ຈົນຮອດແມ່ນ້ຳເອິຟາຣາດ.+
8 ເຢໂຮຢາກິນ+ເປັນກະສັດຕອນອາຍຸ 18 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 3 ເດືອນ.+ ແມ່ຂອງລາວຊື່ເນຮູຊະຕາເປັນລູກສາວຂອງເອນນາທານຄົນເຢຣູຊາເລັມ. 9 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວຄືກັບທີ່ພໍ່ຂອງລາວເຮັດ. 10 ຕອນທີ່ລາວປົກຄອງຢູ່ ພວກທະຫານຂອງເນບູກາດເນັດຊາກະສັດຂອງບາບີໂລນໄດ້ມາໂຈມຕີແລະລ້ອມເມືອງເຢຣູຊາເລັມໄວ້.+ 11 ເນບູກາດເນັດຊາກະສັດຂອງບາບີໂລນມາຮອດເມືອງເຢຣູຊາເລັມຕອນທີ່ພວກທະຫານຂອງລາວກຳລັງລ້ອມເມືອງນັ້ນຢູ່.
12 ເຢໂຮຢາກິນກະສັດຂອງຢູດາໄດ້ອອກໄປຫາກະສັດບາບີໂລນ+ພ້ອມກັບແມ່ຂອງລາວ ພວກຂ້າລາຊະການ+ ພວກເຈົ້ານາຍ* ແລະພວກຄົນຮັບໃຊ້. ແລ້ວກະສັດບາບີໂລນໄດ້ຈັບລາວໄປເປັນຊະເລີຍໃນປີທີ 8 ທີ່ກະສັດບາບີໂລນປົກຄອງ.+ 13 ກະສັດບາບີໂລນໄດ້ເອົາສິ່ງມີຄ່າທີ່ຢູ່ໃນວິຫານຂອງພະເຢໂຫວາແລະໃນຄັງຊັບສິນທີ່ຢູ່ໃນວັງຂອງກະສັດໄປ.+ ເຄື່ອງໃຊ້ທັງໝົດທີ່ເປັນຄຳທີ່ໂຊໂລໂມນກະສັດອິດສະຣາເອນເຮັດໄວ້ໃນວິຫານຂອງພະເຢໂຫວາ+ ລາວກໍເອົາມາຕັດເປັນປ່ຽງໆ. ເລື່ອງນີ້ເກີດຂຶ້ນຕາມທີ່ພະເຢໂຫວາໄດ້ບອກໄວ້. 14 ລາວຈັບຄົນທີ່ຢູ່ໃນເມືອງເຢຣູຊາເລັມທັງໝົດໄປເປັນຊະເລີຍ ເຊິ່ງມີພວກເຈົ້ານາຍ+ ພວກທະຫານທີ່ເກັ່ງໆ ແລະທຸກຄົນທີ່ເຮັດວຽກດ້ານສີໄມ້ລາຍມືກັບຊ່າງເຫຼັກ*+ ລວມທັງໝົດ 10.000 ຄົນ. ຄົນທີ່ຍັງເຫຼືອຢູ່ມີແຕ່ໜ້ອຍດຽວແລະເປັນຄົນທີ່ທຸກທີ່ສຸດ.+ 15 ລາວໄດ້ຈັບເຢໂຮຢາກິນ+ໄປເປັນຊະເລີຍຢູ່ບາບີໂລນ.+ ລາວຍັງໄດ້ຈັບແມ່ຂອງກະສັດ ພວກເມຍຂອງກະສັດ ພວກຂ້າລາຊະການ ແລະພວກຄົນສຳຄັນຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນນຳ. 16 ກະສັດບາບີໂລນຍັງໄດ້ຈັບທະຫານ 7.000 ຄົນ ແລະພວກທີ່ເຮັດວຽກດ້ານສີໄມ້ລາຍມືກັບຊ່າງເຫຼັກ 1.000 ຄົນໄປນຳ. ທຸກຄົນເປັນຄົນເກັ່ງແລະສູ້ຮົບເກັ່ງ. 17 ກະສັດບາບີໂລນໄດ້ຕັ້ງມັດຕານີຢາທີ່ເປັນອາວຂອງເຢໂຮຢາກິນ+ໃຫ້ເປັນກະສັດແທນເຢໂຮຢາກິນ ແລະປ່ຽນຊື່ມັດຕານີຢາເປັນເຊເດກີຢາ.+
18 ເຊເດກີຢາເປັນກະສັດຕອນອາຍຸ 21 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 11 ປີ. ແມ່ຂອງລາວຊື່ຮາມຸຕານ+ເປັນລູກສາວຂອງເຢເຣມີຢາຄົນເມືອງລິບນາ. 19 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຊົ່ວຄືກັບເຢໂຮຢາກີມໄດ້ເຮັດ.+ 20 ສິ່ງເຫຼົ່ານີ້ເກີດຂຶ້ນໃນເຢຣູຊາເລັມແລະໃນຢູດາກໍຍ້ອນວ່າພະເຢໂຫວາໃຈຮ້າຍຫຼາຍ. ໃນທີ່ສຸດ ເພິ່ນກໍກຳຈັດເຂົາເຈົ້າອອກໄປຈາກຕໍ່ໜ້າເພິ່ນ.+ ຕໍ່ມາ ເຊເດກີຢາໄດ້ກະບົດຕໍ່ກະສັດບາບີໂລນ.+